ວາລະສານຈໍາປາ | ກວາງຊີ: ເສັ້ນທາງຜູ້ນຳແຫ່ງ “ຄວາມສົດໃໝ່”
ຕອນເຊົ້າ 5 ໂມງ, ທ່າມກາງນ້ຳຄ້າງເລັກນ້ອຍ ແລະ ແສງແດດທຳອິດຂອງຕອນເຊົ້າ, ລົດບັນທຸກແຕ່ລະຄັນທີ່ບັນທຸກໝາກໄມ້ເຕັມລົດໄດ້ຂັບມຸ່ງໜ້າໄປສູນໂລຈິດສຕິກສາກົນ ຜະລິດຕະພັນກະສິກຳ ໄຮຈີຊິງ (Haijixing) ນະຄອນໜານໜິງ (Nanning) ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ. ລົດບັນທຸກຈອດຢ່າງໝັ້ນຄົງ, ພວກພໍ່ຄ້າຂາຍສົ່ງອົດຖ້າບໍ່ໄດ້ທີ່ຈະຂົນສິນຄ້າລົງມາ, ກິ່ນຫອມອັນເຂັ້ມຂຸ້ນຂອງໝາກໄມ້ລອຍມາ, ການຊື້ຂາຍໃນວັນໃໝ່ກໍເລີ່ມຂຶ້ນເຊັ່ນນີ້.
ຢູ່ໃນແຜງໝາກໄມ້ນຳເຂົ້າໃນຕະຫຼາດ, ທ່ານ ຖານເຈຍຝູ (Tan Jiafu) ພໍ່ຄ້າຂາຍສົ່ງທີ່ເກີດຫຼັງປີ 1990 ກຳລັງກວດໃບສັ່ງຊື້ ແລະ ກວດສະຕັອກສິນຄ້າຢ່າງລະອຽດວ່ອງໄວ. ໃນຊ່ວງທີ່ຂາຍດີທີ່ສຸດ, ມື້ໜຶ່ງມີໝາກຖົ່ວລຽນ 100 ໂຕນທີ່ຈຳໜ່າຍຜ່ານມືຂອງລາວໄປທົ່ວທຸກແຫ່ງໃນປະເທດຈີນ.
ເບື້ອງຫຼັງຂອງລາວ, ໃນລົດບັນທຸກຫຼາຍຄັນທີ່ເປີດປະຕູໄວ້ ມີໝາກຖົ່ວລຽນວາງໄວ້ເປັນກ່ອງໆທີ່ນຳເຂົ້າມາຈາກ ໄທ ແລະ ຫວຽດນາມ, ຖົ່ວລຽນໝອນທອງ, ຖົ່ວລຽນຊະນີ, ຖົ່ວລຽນພວງມະນີ… ຖົ່ວລຽນຊະນິດຕ່າງໆ ແບບໃດກໍມີໝົດ. ພວກພະນັກງານກໍທັງຂົນທັງຍ້າຍ, ບາງຄັ້ງກໍເລືອກຈຳນວນໜຶ່ງເປີດກ່ອງກວດເບິ່ງ. ຖານເຈຍຝູ ເວົ້າວ່າ, “ພວກເຈົ້າເບິ່ງ, ໝາກຖົ່ວລຽນເຫຼົ່ານີ້ ບໍ່ມີຮອຍແຕກເລີຍ, ລະດັບຄວາມສຸກກໍພໍດີງາມ.”
ແຕ່ວ່າຢ່າປະເມີນຄຳວ່າ “ພໍດີງາມ” ສາມຄຳນີ້ຕ່ຳເກີນໄປ, ສຳລັບການນຳເຂົ້າໝາກໄມ້ສົດແລ້ວ, ເບື້ອງຫຼັງກໍແມ່ນເສັ້ນທາງ “ການຜ່ານດ່ານ” ທີ່ໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງ.
ຖານເຈຍຝູ ແນະນຳວ່າ, ປີມໍ່ໆນີ້, ປະສິດທິພາບການຜ່ານດ່ານຂອງໝາກໄມ້ນຳເຂົ້າ ຖືກຍົກລະດັບຂຶ້ນຢ່າງຕໍ່ເນື່ອງ, ໝາກຖົ່ວລຽນໜ່ວຍໜຶ່ງ ອອກຈາກສວນຢູໄທ ຫາຕະຫຼາດໄຮຈີຊິງ, ໃຊ້ເວລາສັ້ນໆພຽງແຕ່ 4-5 ວັນ. ທັງຍ້ອນເຫດຜົນເຊັ່ນນີ້, ລາວໄດ້ຫັນປ່ຽນຈາກການຂາຍສົ່ງໝາກໄມ້ໃນປະເທດຈີນ ເປັນໝາກໄມ້ນຳເຂົ້າ, “ຊ່ອງທາງດ່ວນ” ໄດ້ຮັບການຈັດຕັ້ງຂຶ້ນຮ່ວມກັນໂດຍ ພໍ່ຄ້າໝາກໄມ້, ວິສາຫະກິດຂົນສົ່ງສິນຄ້າ ແລະ ດ່ານພາສີ - ກັກກັນພືດຕາມຊາຍແດນ ແລະ ໜ່ວຍງານອື່ນໆ, ເຮັດໃຫ້ລາວທີ່ເປັນຄົນກວາງຕຸ້ງ ມຸ່ງໝັ້ນພະຍາຍາມໃນການເຮັດວຽກຢູ່ບ່ອນນີ້ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຕົນເອງ.
ທຸກໆມື້, ໝາກໄມ້ນຳເຂົ້າຈາກອາຊຽນທຸກໆຄັນ ໄດ້ບັນລຸການຜ່ານດ່ານ “ເຊື່ອມຕໍ່ແບບໄຮ້ຮອຍຕໍ່” ທີ່ດ່ານມິດຕະພາບ, ພວກຄົນຂັບລົດພຽງແຕ່ “ປັດບັດເອກະສານ, ກົດລາຍນິ້ວມື, ສະແກນໃບໜ້າ”, ພຽງແຕ່ 15 ວິນາທີກໍຜ່ານດ່ານຢ່າງວ່ອງໄວ. ຄຽງຄູ່ກັບຂັ້ນຕອນການຜ່ານດ່ານທີ່ໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງ, ສິນຄ້ານຳເຂົ້າສົ່ງອອກ ແລະ ພາຫະນະທີ່ເຂົ້າອອກຊາຍແດນຜ່ານດ່ານມິດຕະພາບ ກໍຄົງຮັກສາການເຕີບໃຫຍ່ໄດ້ຢ່າງວ່ອງໄວ.
ຢູ່ກວາງຊີ, ບໍ່ພຽງແຕ່ໄດ້ຮັບ “ອິດສະຫຼະ” ໃນເລື່ອງໝາກໄມ້ທ້ອງຖິ່ນໄດ້ທຸກທີ່ທຸກເວລາ, ຍິ່ງສາມາດເຊີຍຊົມເພີດເພີນກັບໝາກໄມ້ນຳເຂົ້າທີ່ມີລົດຊາດສົດໃໝ່ ໄດ້ກ່ອນໝູ່. ໝາກໄມ້ “ຕ່າງປະເທດ” ຕາມລະດູການທີ່ສົດໃໝ່ຈາກເຂດຮ້ອນ, ໄດ້ຂ້າມນ້ຳຂ້າມພູມາ, ມາຕື່ມເຕັມຄວາມສົມບູນຂອງ “ກະຕ່າໝາກໄມ້” ຂອງຜູ້ບໍລິໂພກຈີນ.
ຄຽງຄູ່ກັບການເລັ່ງລັດການກໍ່ສ້າງ ເຂດການຄ້າເສລີ ຈີນ-ອາຊຽນ 3.0 ແລະ ການມີຜົນສັກສິດຂອງສັນຍາ RCEP ໝາກໄມ້ຄຸນນະພາບສູງຂອງອາຊຽນທີ່ນັບມື້ນັບຫຼາຍຂຶ້ນ ໄດ້ຜ່ານຫຼາຍໆຊ່ອງທາງເຂົ້າສູ່ ກວາງຊີ ເຊັ່ນ ຂະບວນລົດໄຟ ຈີນ-ຫວຽດນາມ, ຖ້ຽວບິນໝາກໄມ້ຂອງປະເທດ RCEP ແລະ ອື່ນໆ, ດ້ວຍວິທີການຂົນສົ່ງທີ່ກວມເອົາທຸກດ້ານ ທັງທາງນ້ຳ ທາງບົກ ທາງອາກາດ, ໄດ້ອອກຈາກກວາງຊີ ສົ່ງໄປຍັງທຸກຫົນແຫ່ງໃນປະເທດຈີນ, ສ້າງຄວາມສົດໃໝ່ໃຫ້ແກ່ “ຜູ້ມັກກິນ”.