ວາລະສານຈໍາປາ | ຈົງກິ່ງ: “ຄົນຂັບລົດໄຟຂະບວນທຳອິດ” ເປັນສັກຂີພິຍານໃນ “ເສັ້ນທາງແຫ່ງການເປີດກວ້າງ”

ແຫຼ່ງຂ່າວ:CHAMPA   |    2025-03-14 18:11:59

 

ສະຖານີສູນກາງບ້ານຖວນເຈຍ (Tuanjie) ຂອງເຂດສູນກາງໂລຈິດສຕິກ ສາກົນ ຈົງກິ່ງ (Chongqing), ແມ່ນສະຖານີປ່ອຍລົດ ຂອງຂະບວນລົດໄຟ ຈີນ-ເອີຣົບ ແລະ ຂະບວນລົດໄຟຊ່ອງທາງໃໝ່ທາງບົກ-ທາງທະເລເຂດຕາເວັນຕົກ. ສິນຄ້າຈາກແຫ່ງຕ່າງໆໃນປະເທດຈີນຫຼັງຈາກມາລວມພົນກັນຢູ່ບ່ອນນີ້ ກໍສົ່ງອອກໄປທົ່ວໂລກ, ສິນຄ້າຈາກທົ່ວໂລກກໍມາຜ່ານຢູ່ບ່ອນນີ້ ແລະ ຖືກກະຈາຍສົ່ງໄປຍັງສະຖານທີ່ແຫ່ງຕ່າງໆໃນຈີນ.

ທ່ານ ຈ່ຽງຖົງ (Jiang Tong) ກ່າວດ້ວຍຄວາມຮູ້ສຶກວ່າ : “ໂຊກດີຫຼາຍ, ທີ່ທັນກັບຊ່ວງເວລາສຳຄັນຂອງຂະບວນລົດໄຟ ຈີນ-ເອີຣົບ”. ຄວາມໂຊກດີແບບດຽວກັນນີ້, ເກີດຂຶ້ນເມື່ອ 13 ປີກ່ອນ. ໃນວັນທີ 19 ມີນາ 2011, ຜ່ານການຄັດເລືອກທີ່ເຂັ້ມງວດ, ຈ່ຽງຖົງ ທີ່ອາຍຸ 42 ປີ ໄດ້ກາຍເປັນ ຄົນຂັບລົດໄຟຂອງຂະບວນລົດໄຟ ຈີນ-ເອີຣົບ ຂະບວນທຳອິດ (ຈົງກິ່ງ-ຊິນຈ່ຽງ-ເອີຣົບ), ຂັບຂະບວນລົດໄຟ ຈີນ-ເອີຣົບ ຂະບວນທຳອິດຂອງຈີນ ອອກເດີນທາງຈາກສະຖານີບ້ານຖວນເຈຍ ນະຄອນຈົງກິ່ງ.

ຂະບວນລົດໄຟ ຈີນ-ເອີຣົບ (ຈົງກິ່ງ-ຊິນຈ່ຽງ-ເອີຣົບ) ມີເສັ້ນທາງທີ່ຍາວໄກຫຼາຍ, ຜ່ານ ນະຄອນຕ້າໂຈ່ວ, ນະຄອນຊີອານ, ນະຄອນລານໂຈ່ວ, ນະຄອນອູລູມູຊີ (Urumqi),ອອກຊາຍແດນຢູ່ນະຄອນອາລາຊານໂຂ (Alashankou), ຮອດຈຸດໝາຍປາຍທາງຢູ່ ເມືອງດູອິສເບີກ (Duisburg) ປະເທດເຢຍລະມັນ, ໄລຍະທາງທັງໝົດ 10.000 ກວ່າກິໂລແມັດ. ໃນນາມທີ່ເປັນ “ຜູ້ແລ່ນໄມ້ທຳອິດ”, ພາລະກິດຂອງຈ່ຽງຖົງ ແມ່ນຂັບລົດໄຟຈາກເຂດຊາຜິງປາ ຈົງກິ່ງ ໄປຮອດນະຄອນຕ້າໂຈ່ວ ແຂວງເສສວນ, ຈາກນັ້ນກໍມອບໃຫ້ເພື່ອນຮ່ວມທີມໃນສະຖານີຕໍ່ໄປ.

ຈາກພຽງລົດໄຟເດືອນລະ 1 ຂະບວນ, ຈົນຮອດຫຼາຍກວ່າ 10 ຂະບວນຕໍ່ມື້; ຈາກທີ່ບັນທຸກຜະລິດຕະພັນພຽງຢ່າງດຽວ, ຈົນກວມເອົາສິນຄ້າເປັນພັນຊະນິດ… ປັດຈຸບັນ ຂະບວນລົດໄຟ ຈີນ-ເອີຣົບ (ຈົງກິ່ງ-ຊິນຈ່ຽງ-ເອີຣົບ) ມີເສັ້ນທາງການແລ່ນລົດທີ່ໝັ້ນຄົງຫຼາຍກວ່າ 50 ເສັ້ນ, ແຜ່ກະຈາຍໄປຍັງ 110 ເມືອງໃນເກືອບ 40 ປະເທດ ແລະ ເຂດແຄ້ວນ. ມາຮອດປັດຈຸບັນ, ຂະບວນລົດໄຟ ຈີນ-ເອີຣົບ (ຈົງກິ່ງ-ຊິນຈ່ຽງ-ເອີຣົບ) ໄດ້ມີຍອດການແລ່ນລົດໄຟສະສົມກາຍ 16.000 ຂະບວນ, ປະລິມານຂອງຕູ້ຂົນສົ່ງກາຍ 1,30 ລ້ານຕູ້, ຂົນສົ່ງສິນຄ້າເກືອບ 17 ລ້ານໂຕນ, ມູນຄ່າສະສົມ ຂອງການຂົນສົ່ງສິນຄ້າການຄ້າຕ່າງປະເທດກາຍ 530 ຕື້ຢວນ.

ຄຽງຄູ່ກັບອາຍຸທີ່ເພີ່ມຂຶ້ນ, ປີມໍ່ໆນີ້, ພ້ອມດຽວກັບທີ່ສຳເລັດການປະຕິບັດວຽກງານ, ຈ່ຽງຖົງ ກໍເນັ້ນໜັກສຸມກຳລັງໄປໃຫ້ແກ່ການ “ສົ່ງໄມ້ຕໍ່”. ພາຍໃຕ້ການຊີ້ນຳຢ່າງອົດທົນຂອງລາວ, ລູຊືຊຽງ (Lv Sixiang) ລູກສິດອາຍຸ 32 ປີ, ກາຍເປັນຄົນຂັບລົດໄຟຊຸດທຳອິດ ຂອງ ຂະບວນລົດໄຟຊ່ອງທາງໃໝ່ທາງບົກ-ທາງທະເລເຂດຕາເວັນຕົກ. ອາຈານ ແລະ ລູກສິດສອງຄົນຍຶດໝັ້ນຢ່າງໝັ້ນຄົງເທິງເສັ້ນທາງທີ່ເປີດກວ້າງ 2 ເສັ້ນທີ່ແຕກຕ່າງກັນ, ເສັ້ນໜຶ່ງແມ່ນເສັ້ນເລືອດໃຫຍ່ຂອງໂລຈິດສຕິກສາກົນທີ່ຂະຫຍາຍໄປທາງທິດຕາເວັນຕົກ, ໄດ້ເຮັດໃຫ້ຈົງກິ່ງ ແລະ ທະວີບຢູເຣເຊຍເຊື່ອມຈອດກັນຢ່າງໃກ້ຊິດ; ອີກເສັ້ນໜຶ່ງແມ່ນ ຊ່ອງທາງໃຫຍ່ຂ້າມປະເທດທີ່ຂະຫຍາຍໄປທາງໃຕ້, ເຮັດໃຫ້ເຂດເສີງຕູ່-ຈົງກິ່ງ, ກຸ່ມຕົວເມືອງເຂດອ່າວເປີຍປູ້ (Beibuwan, ອ່າວພາກເໜືອຂອງທະເລຈີນໃຕ້) ກັບ ອາຊຽນ ເຊື່ອມຕໍ່ກັນຢ່າງແໜ້ນແຟ້ນ.

ວັນທີ 30 ເມສາ 2024, ຄະນະລັດຖະບານຈີນ ເຫັນດີອະນຸຍາດຢ່າງເປັນທາງການໃຫ້ສ້າງຕັ້ງເຂດປອດພາສີສັງລວມທ່າເຮືອລົດໄຟສາກົນ ຈົງກິ່ງ. ເຂດປອດພາສີສັງລວມນີ້ຕັ້ງຢູ່ ເຂດສູນກາງໂລຈິດສຕິກສາກົນ ຈົງກິ່ງ, ຢູ່ໃກ້ກັບສູນລວມຕູ້ຄອນເທນເນີທາງລົດໄຟ ແລະ ສະຖານີຈັດກຸ່ມທາງລົດໄຟທີ່ໃຫຍ່ທີ່ສຸດໃນເຂດຕາເວັນຕົກສ່ຽງໃຕ້ຂອງຈີນ.

ຈ່ຽງຖົງ ເວົ້າວ່າ: “ຄາດວ່າ ໃນອະນາຄົດ ການເປີດຂະບວນລົດໄຟຈະນັບມື້ນັບຫຼາຍ, ເງື່ອນໄຂຄວາມຕ້ອງການທີ່ມີຕໍ່ຄົນຂັບລົດໄຟກໍນັບມື້ນັບສູງ. ຂ້ອຍຈະຖ່າຍທອດປະສົບການທີ່ໄດ້ຮຽນຮູ້ຂອງຕົນໃຫ້ຄົນຂັບຊາວໜຸ່ມຢ່າງຄົບຖ້ວນ ແລະ ບໍ່ລັ່ງເລ, ຫວັງວ່າພວກເຂົາເຈົ້າ ຈະສົ່ງໄມ້ຕໍ່ຂອງການຂົນສົ່ງຂະບວນລົດໄຟສາກົນທີ່ປອດໄພແລະ ຕົງຕໍ່ກັບເວລາ ຈາກມືໜຶ່ງໄປສູ່ມືໜຶ່ງຕໍ່ໆໄປ.”

ວາລະສານຈໍາປາ | ຈົງກິ່ງ: “ຄົນຂັບລົດໄຟຂະບວນທຳອິດ” ເປັນສັກຂີພິຍານໃນ “ເສັ້ນທາງແຫ່ງການເປີດກວ້າງ”