ວາລະສານຈໍາປາ | ຂ້ອຍແປງເຮືອບິນຢູ່ທ່າເຮືອການຄ້າເສລີ
ຢູ່ຖານອຸດສາຫະກຳສ້ອມບຳລຸງເຮືອບິນແບບຄົບວົງຈອນ ທີ່ທ່າເຮືອການຄ້າເສລີ ໄຫໜານ (Hainan), ຍົນໂບອິ້ງ 737-800 (Boeing) ຂອງສາຍການບິນນົກແອໄທ ຈອດໃນສາງເກັບຍົນ, ລໍຖ້າການກວດສອບສ້ອມແປງໃຫ້ສຳເລັດຢ່າງງຽບໆ.
ແຜ່ນກັ້ນດ້ານໜ້າຫ້ອງເກັບເຄື່ອງທາງໜ້າຍົນ, ມີສາຍໄຟນັບຮ້ອຍນັບພັນເສັ້ນທີ່ຈັດວາງກັນຢ່າງໜາແໜ້ນ.ທ່ານ ເສິນຊ້ວຍ (Chen Shuai) ກຳລັງນັ່ງຢ່ອງຢໍ້ກົ້ມຢູ່ໜ້າແຜ່ນກັ້ນ, ກວດສອບຢ່າງລະອຽດ, ກຳຈັດອັນຕະລາຍທີ່ມີຕໍ່ຄວາມປອດໄພຂອງສາຍໄຟ. ເຫັນພຽງແຕ່ລາວຕັ້ງໃຈຢ່າງຈົດຈໍ່, ບາງເທື່ອປາກກໍເວົ້າເນື້ອໃນຂອງຂັ້ນຕອນກົດລະບຽບການກວດສອບສ້ອມແປງອອກມາຢ່າງບໍ່ຮູ້ໂຕ.ປີ 2020, ເສິນຊ້ວຍ ນຳເອົາຄວາມປາຖະໜາທີ່ມີຕໍ່ທ້ອງຟ້າສີຄາມ, ຈົບການສຶກສາຈາກມະຫາວິທະຍາໄລການບິນພົນລະເຮືອນຈີນ ແລະ ມາທີ່ ເໝີຍຫຼານ (Meilan) ໄຫໂຂ (Haikou), ເຮັດອາຊີບສ້ອມບຳລຸງເຮືອບິນ. ປັດຈຸບັນ ເສິນຊ້ວຍ ຮັບຜິດຊອບຕົ້ນຕໍກ່ຽວກັບການສ້ອມບຳລຸງໄຟຟ້າ, ສະເລ່ຍທຸກກໆປີຕ້ອງຈັດການກັບເຮືອບິນ 20 ກວ່າລຳ, ໃນນັ້ນ ລວມເອົາເຮືອບິນທີ່ມາຈາກ ໄທ, ສ.ເກົາຫຼີ, ຫວຽດນາມ ເປັນຕົ້ນ.
ຄວາມລະອຽດແມ່ນຢຳ ແມ່ນລັກສະນະສະເພາະຂອງເຮືອບິນ, ຄວາມຮອບຄອບແມ່ນຢຳ ແມ່ນເງື່ອນໄຂທີ່ມີຕໍ່ ພະນັກງານ ສ້ອມບຳລຸງເຮືອບິນ. ຢູ່ກຸ່ມບໍລິສັດການບິນ ໄຫໜານ ຫຸ້ນສ່ວນ ຈໍາກັດ (HNA), ພະນັກງານສ້ອມບຳລຸງທີ່ປະຈຳຢູ່ແນວໜ້າມີ 1.300 ກວ່າຄົນ. ພວກເຂົາບາງຄົນກໍຮັບຜິດຊອບເຄື່ອງຈັກ, ບາງຄົນຮັບຜິດຊອບຫ້ອງຜູ້ໂດຍສານ, ບາງຄົນຮັບຜິດຊອບໂຄງສ້າງ, ບາງຄົນຮັບຜິດຊອບເລື່ອງເສັ້ນທາງ… ເບື້ອງຫຼັງຂອງດວງຕາທຸກ
ຄູ່, ລ້ວນແຕ່ຮັບຜິດຊອບພາລະກິດທີ່ແຕກຕ່າງກັນ. ປີມໍ່ໆມານີ້, ວິສາຫະກິດຕ່າງປະເທດທີ່ມາສ້ອມບຳລຸງເຮືອບິນຢູ່ເໝີຍຫຼານ ນັບມື້ນັບຫຼາຍຂຶ້ນ. ເສິນຊ້ວຍ ຊີ້ໄປທີ່ເຮືອບິນລຳນັ້ນທີ່ຫາກໍສຳເລັດການສ້ອມບຳລຸງວ່າ:“ເຮືອບິນຂອງໄທລຳນີ້ຫາກໍເຂົ້າມາໃນວັນທີ 1 ກໍລະກົດ, ກໍແມ່ນໜຶ່ງໃນ ‘ລູກຄ້າທີ່ກັບມາໃຊ້ບໍລິການ’.”
ຕົ້ນປີ 2024, ບໍລິສັດ APC (Aerospace painting company) ແລະ ສາຍການບິນກາຕາ (Qatar Airways) ໄດ້ເຊັນສັນຍາວ່າດ້ວຍການຮ່ວມມືທາງທຸລະກິດການທາສີເຮືອບິນ ໃນອະນາຄົດ 3 ປີ ທີ່ທ່າເຮືອການຄ້າເສລີໄຫໜານ, ມູນຄ່າໃບສັ່ງຊື້ເກືອບຮອດ 100 ລ້ານຢວນ. ເດືອນພຶດສະພາ, ຄຽງຄູ່ກັບເຮືອບິນຂອງສາຍການບິນເຈຈູ (Jeju Air) ຂອງ ສ.ເກົາຫຼີ ໄດ້ເປີດໂຕຢູ່ທີ່ນີ້ຢ່າງສຳເລັດຜົນ, ຄາດວ່າ ປີໜ້າຈະມີເຮືອບິນກວ່າ 10 ລຳມາສ້ອມບຳລຸງ ຢູ່ທີ່ນີ້.
ເປັນຫຍັງວິສາຫະກິດຕ່າງປະເທດຈຳນວນຫຼາຍກາຍເປັນ “ລູກຄ້າທີ່ກັບມາໃຊ້ບໍລິການ” ແລະ ຈົນກາຍເປັນ “ລູກຄ້າປະຈຳ” ເຊັ່ນນີ້?
ທ່ານ ຊົງຮາວສຽງ (Song Haoqiang) ກຳມະການຄະນະວຽກງານພັກ, ຮອງຫົວໜ້າຄະນະກຳມະການ ເຂດຄຸ້ມຄອງພາສີສັງລວມ ໄຫໂຂ ແຂວງໄຫໜານ ໃຫ້ການແນະນຳວ່າ: “ເຫດຜົນກໍແມ່ນວ່າ, ເຕັກນິກຂອງເໝີຍຫຼານເຂັ້ມແຂງ, ການບໍລິການດີ, ຄວາມສະດວກສະບາຍສູງ.” ນອກຈາກນີ້, ກໍໄດ້ຮັບທ່າແຮງຈາກນະໂຍບາຍອັນເປັນພິເສດຂອງທ່າເຮືອການຄ້າເສລີ “ການປະຢັດຕົ້ນທຶນ” ໄດ້ກາຍເປັນ “ອາວຸດວິເສດ” ອັນໃຫຍ່ທີ່ດຶງດູດວິສາຫະກິດຕ່າງປະເທດ.
ປີມໍ່ໆນີ້, ທີ່ທ່າເຮືອການຄ້າເສລີໄຫໜານ, ນະໂຍບາຍ “ພາສີອາກອນເປັນສູນ” ສຳລັບວັດຖຸດິບ ແລະ ວັດສະດຸເສີມ ໄດ້ບັນລຸການກວມເອົາປະເພດຂອງທຸລະກິດທັງໝົດ, ດຳເນີນການ ນະໂຍບາຍຄຸ້ມຄອງພາສີນ້ຳມັນແກ່ສາຍການບິນທີ່ເຂົ້າອອກເກາະດອນ. ນອກຈາກນີ້, ດ່ານພາສີ ຍັງສາມາດເຂົ້າໄປກວດສອບສັງເກດການໄດ້ໂດຍກົງ ໃນເຂດສັງເກດການ ຂອງຖານສ້ອມບຳລຸງຄົບວົງຈອນຂອງ ທ່າອາກາດເໝີຍຫຼານ ໄຫໂຂ, ປະຢັດຂອດການແຈ້ງພາສີໄປໄດ້ຫຼາຍ, ແມ່ນຄວາມໝາຍອັນແທ້ຈິງຂອງການບໍລິການແບບ “ຄົບວົງຈອນ”.
ເມື່ອເວົ້າເຖິງ ເປົ້າໝາຍ ແລະ ອຸດົມຄະຕິໃນອະນາຄົດ, ເສິນຊ້ວຍ ເມ້ນປາກຍິ້ມ, ທັງເລີ່ມຂີ້ອາຍໜ້ອຍໜຶ່ງ: “ປັດຈຸບັນກຳລັງພະຍາຍາມຮຽນພາສາອັງກິດຢ່າງໜັກ, ເລີ່ມຈາກໄຟຟ້າ, ສະສົມປະສົບການ ແລະ ເຕັກນິກທີ່ໝັ້ນຄົງ, ຫວັງວ່າມີມື້ໜຶ່ງຈະກາຍເປັນພະນັກງານເຕັກນິກທີ່ຊ່ຽວຊານສັງລວມ.”