ວາລະສານຈໍາປາ | "ລະຫັດເສສວນ" ໃນດ້ານການຢາຊີວະພາບ
“ປີ 2016, ອຸດສາຫະກໍາການຢາຊີວະພາບຂອງນະຄອນເສີນຕູ່ຍັງຢູ່ຂັ້ນຕອນເລີ່ມຕົ້ນ, ພວກນັກລົງທຶນກໍບໍ່ເຂົ້າໃຈເປັນຫຍັງມາສ້າງຕັ້ງບໍລິສັດຢູ່ບ່ອນນີ້.” ປອ. ສຸຍກ່າງ (Xu Gang) ຮອງປະທານຊັ້ນສູງຂອງບໍລິສັດ ຄໍາໂນຢ້າ (Keymed Biosciences Inc) ໄດ້ຫວນຄືນ, ເວລານັ້ນ ນະຄອນເສີນຕູ່ ໄດ້ວາງນະໂຍບາຍ ແລະ ສະໜອງເງື່ອນໄຂເອື້ອອໍານວຍໃຫ້ມີສະພາບແວດລ້ອມເຮັດວຽກທໍາງານທີ່ສະດວກ, ເຊິ່ງມີແຮງຈູງໃຈຫຼາຍແທ້.
ຊຸມປີມານີ້, ແຂວງເສສວນໄດ້ນໍາເອົາອຸດສາຫະກໍາແພດຢາ ແລະ ສຸຂະພາບ ເຂົ້າເປັນ 1 ໃນ 6 ອຸດສາຫະກໍາທ່າແຮງຂອງແຂວງ, ໄດ້ຊຸກຍູ້ສົ່ງເສີມຍົກສູງຄຸນນະພາບ ແລະ ບໍາລຸງກໍ່ສ້າງ, ສ້າງຕັ້ງເປັນເຂດເຕົ້າໂຮມອຸດສາຫະກໍາການຢາຊີວະພາບ ທີ່ມີກໍາລັງແຂ່ງຂັນໃນເວທີສາກົນ, ຊຸກຍູ້ສົ່ງເສີມກໍາລັງຜະລິດແບບໃໝ່ ໃນຂົງເຂດເຕັກນິກການຢາຊີວະພາບ, ດູດດຶງວິສາຫະກິດ ແລະ ບຸກຄະລາກອນຈໍານວນຫຼວງຫຼາຍ ມາຕັ້ງຫຼັກແຫຼ່ງຢູ່ບ່ອນນີ້.
ໜ້າຕາຂອງທ່ານສຸຍກ່າງເຕັມໄປດ້ວຍຄວາມຮູ້ສຶກ ຕອນນີ້ພວມນັ່ງຢູ່ຕໍ່ໜ້າປ່ອງຢ້ຽມທີ່ສະຫວ່າງແຈ້ງ. “ພວກຂ້າພະເຈົ້າພະຍາຍາມຜະລິດຢາໃໝ່ທີ່ຄົ້ນຄວ້າພັດທະນາຈາກປະເທດເຮົາເອງ, ຫວັງວ່າພວກຄົນເຈັບ ຈະສາມາດຊື້ໄດ້ ແລະ ໃຊ້ໄດ້.” ໃນເບື້ອງຕົ້ນ ທີ່ຄັດເລືອກມາພັດທະນາ ແລະ ຜະລິດສ້າງຢາໃໝ່, ຫວັງວ່າຈະປ່ຽນແປງສະພາບການທີ່ຢາຂາເຂົ້າມີລາຄາແພງໂພດ ພ້ອມທັງຂາຍໝົດຕະຫຼອດ, ຫວັງວ່າມີພີ່ນ້ອງຮ່ວມຊາດຈໍານວນຫຼາຍກວ່າເກົ່າ ມີຢາໃຊ້ໄດ້, ພ້ອມທັງລາຄາກໍບໍ່ແພງປານໃດ. “ເວລາພວກເຮົາໄດ້ເຫັນຄົນເຈັບໄດ້ແກ້ຄວາມເຈັບປ່ວຍ ຍ້ອນວ່າໄດ້ໃຊ້ຢາທີ່ພວກເຮົາໄດ້ພັດທະນາ ແລະ ຄົ້ນຄວ້າອອກມາ, ເຮົາກໍຮູ້ສຶກມີຄວາມພາກພູມໃຈ, ສໍາລັບຄວາມຮູ້ສຶກແບບບີ້ ນໍາເອົາເງິນຄໍາມາປຽບທຽບກັນບໍ່ໄດ້.” ຊຸມປີຜ່ານມານີ້, ທ່ານ ສຸຍກ່າງ ພ້ອມດ້ວຍທີມງານພັດທະນາ ແລະ ຜະລິດຢາ ໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າໃນຂົງເຂດພູມຄຸ້ມກັນດ້ວຍເອງ ແລະ ການປິ່ນປົວກ້ອນເບົ້າ, ມາຮອດປັດຈຸບັນນີ້ມີເອກະສານກ່ຽວກັບຢາແບບໃໝ່ປະເພດທີ I ທີ່ໄດ້ຜ່ານການຮັບຮອງອະນຸມັດຈໍານວນ 36 ສະບັບ (ປະເທດຈີນ 34 ສະບັບ, ປະເທດອາເມລິກາ2 ສະບັບ), ໄດ້ຂໍສະເໜີສິດທິບັດນະວັດຕະກໍາຈໍານວນ111 ໃບ.
“ວິສາຫະກິດເຮົາໄດ້ສ້າງຕັ້ງຂຶ້ນຢູ່ເຂດພັດທະນາອຸດສາຫະກຳໄຮເຕັກ (High-tech) ເສີງຕູ່ ໃນປີ 2006, ມາຮອດປັດຈຸບັນນີ້ເປັນເວລາ 18 ປີແລ້ວ.” ທ່ານ ຈູ່ເຈ່ຍຢຸ້ຍ(Zhu Jiayu) ຮອງຜູ້ອໍານວຍການໃຫຍ່ສູນກາງບໍລິຫານ ບໍລິສັດຊີວະພາບ ຫວັນຕົ່ງ ໄດ້ແນະນໍາວ່າ, ບໍລິສັດໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໂຮງໝໍຢ່າງບໍ່ຢຸດຢັ້ງ, ປັດຈຸບັນ ມີຜະລິດຕະພັນຢາຈໍານວນ 50 ກວ່າຊະນິດ ໄດ້ປະສົບຜົນສໍາເລັດເຂົ້າສູ່ຕະຫຼາດ. ໃນນີ້, ມີຢາຫຼາຍຊະນິດປ້ອນເຂົ້າຕະຫຼາດຈີນເປັນຄັ້ງທໍາອິດ, ໄດ້ຫຼຸດພົ້ນຈາກສະພາບການຢາລາຄາແພງ ແລະ ມີປະສິດທິຜົນດີ ທີ່ນໍາເຂົ້າຈາກຕ່າງປະເທດຖືກຜູກຂາດຢ່າງມີຜົນສໍາເລັດ.
“ຊຸມປີມານີ້, ປະເທດເຮົາໄດ້ວາງອອກນະໂຍບາຍຕ່າງໆ ເພື່ອຊຸກຍູ້ສົ່ງເສີມອຸດສາຫະກໍາເຕັກນິກການຢາຊີວະພາບ ໄດ້ປ່ຽນຈາກການຮຽນແບບ ກາຍເປັນການປະດິດສ້າງໃໝ່ດ້ວຍເອງ, ຈາກນຳເຂົ້າ ກາຍເປັນຜູ້ຜະລິດໃນປະເທດທົດແທນການນຳເຂົ້າ, ຈາກພາຍໃນປະເທດກາຍເປັນ ກ້າວໄປສູ່ສາກົນ.” ທ່ານ ຈູ່ເຈ່ຍຢຸ້ຍ ເວົ້າວ່າ, ພວກເຮົາຮູ້ສຶກວ່າ, ນະວັດຕະກໍາຈຶ່ງແມ່ນຈຸດສໍາຄັນທີ່ເຮັດໃຫ້ວິສາຫະກິດສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ. 3 ປີຜ່ານມານີ້, ອັດຕາສ່ວນການລົງທຶນໃນການພັດທະນາ ແລະ ຄົ້ນຄວ້າ ໄດ້ຮັກສາ 20% ຂຶ້ນໄປໃນອັດຕາສ່ວນລາຍຮັບການດໍາເນີນວິສາຫະກິດຂອງ ບໍລິສັດຊີວະພາບຫວັນຕົ່ງ, ໄດ້ສ້າງຕັ້ງເຕັກນິກແກ່ນສານດ້ວຍຕົນເອງ ຄື ການສຶກສາຄົ້ນຄວ້າຢາຊະນິດໃໝ່, ຢາຄວບຄຸມປ່ອຍຜົນຢາ, ການອອກແບບໄມໂຄຼໂມເລກູນ (Micro molecule), ດ້ວຍ AI ແລະ ອື່ນໆ.