ວາລະສານຈໍາປາ | 1 ຕາແສງ ແລະ ກະເປົາ 700 ລ້ານໜ່ວຍ
ຢູ່ທີ່ຕາແສງຊືຫຼິງ (Shiling) ເຂດຮວາຕູ (Huadu) ນະຄອນກວາງໂຈ່ວ ແຂວງກວາງຕຸ້ງ, ມີຖະໜົນຫົນທາງທີ່ເຕັມໄປດ້ວຍຜູ້ຄົນທີ່ມີຄວາມສົນໃຈ ແລະ ສົນທະນາກ່ຽວກັບ ກະແສນິຍົມໃໝ່ໆຂອງເຄື່ອງໜັງ ແລະ ກະເປົ໋າຢ່າງຄຶກຄື້ນ, ມີບັນຍາກາດຕະຫຼາດ ທີ່ຟົດຟື້ນທີ່ສຸດ. ໃນຕາແສງນ້ອຍນີ້ ທີ່ມີເນື້ອທີ່ 136,31 ກິໂລຕາແມັດ, ມີໂຮງງານທີ່ຜະລິດກະເປົ໋າ ແລະ ເຄື່ອງໜັງຫຼາຍກວ່າ8.800 ແຫ່ງ. “ເຄື່ອງໜັງຊືຫຼິງ” ແມ່ນຊື່ເອີ້ນ ທີ່ນຳໃຊ້ຮ່ວມກັນຂອງໂຮງງານຜະລິດເຫຼົ່ານີ້, ນອກນີ້, ຍັງໄດ້ລົງທະບຽນເຄື່ອງໝາຍການຄ້າແຫ່ງຊາດ ຈຳນວນ 19 ອັນ, ຜົນຜະລິດຂອງກະເປົ໋າໜັງ ມີຫຼາຍກວ່າ 700 ລ້ານໜ່ວຍຕໍ່ປີ ແລະ ມູນຄ່າການຄ້າຕໍ່ປີຫຼາຍກວ່າ 50 ຕື້ຢວນ, ໄດ້ກາຍເປັນທ່າແຮງພື້ນຖານຂອງ “ຍີ່ຫໍ້ຊືຫຼິງ” ໃນການກ້າວໄປສູ່ລະດັບໂລກ.
ການຫັນປ່ຽນຈາກການເປັນຜູ້ຮັບຈ້າງຜະລິດສິນຄ້າໃຫ້ກັບບໍລິສັດ ກາຍມາເປັນການສ້າງຍີ່ຫໍ້ຂອງຕົນເອງ, “ເຄື່ອງໜັງຊືຫຼິງ” ໄດ້ປະສົບກັບ ຄວາມເຈັບປວດຂອງຂະບວນການພັດທະນາ. ໃນປີ 1997, ທ່ານ ຫວງຮຸ່ຍກູ (Huang Huigu) ທີ່ມີອາຍຸພຽງ 20 ປີ ໄດ້ອາໃສການຕິດສະຫຼາກ ແລະ ການຜະລິດກະເປົ໋າຄອມພິວເຕີຜ່ານຜູ້ຮັບຈ້າງຜະລິດສິນຄ້າ (ການຜະລິດແບບ OEM), ເຊິ່ງລາວກໍໄດ້ເຫັນເຖິງກົນໄກການເຕີບໃຫຍ່ຂະຫຍາຍຕົວ ແລະ ການປ່ຽນແປງຂອງ “ເຄື່ອງໜັງຊືຫຼິງ”.
ໃນເວລານັ້ນ, ກະເປົ໋າ ແລະ ເຄື່ອງໜັງຂອງຊືຫຼິງ ນັບຕັ້ງແຕ່ການສ້າງສູນຫັດຖະກຳບ່ອນທຳອິດໃນປີ 1978, ໄດ້ດຳເນີນທຸລະກິດເປັນໄລຍະເວລາເກືອບ 20 ປີ. ການສັ່ງຊື້ໂດຍນຳໃຊ້ຂະບວນການຜະລິດທີ່ມີມາຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ບໍລິສັດຈໍານວນຫຼາຍ ສາມາດຫາໄດ້ເງິນທີ່ເປັນ “ເງິນຫາໄດ້ໄວ”, ເຊິ່ງກໍລວມເຖິງບໍລິສັດຂອງ ທ່ານ ຫວງ ຮຸ່ຍກູ. ແຕ່ມາຮອດປີ 2008, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງບາງແຫ່ງ ໄດ້ລົ້ມລະລາຍຍ້ອນຂາດການສັ່ງຊື້, ບາງໂຮງງານຜູ້ຜະລິດແບບ OEM ຊັ້ນນຳກໍມີບັນຫາ ຈາກການສັ່ງຊື້ ທີ່ຫຼຸດລົງ 30% ຫາ 50%. ທ່ານ ຫວງຮຸ່ຍກູ ແລະ ເພື່ອນຮ່ວມອາຊີບໄດ້ຮັບຮູ້ວ່າ, ເຂົາເຈົ້າໄດ້ຖືກບັງຄັບໃຫ້ກ້າວອອກຈາກ “ພື້ນທີ່ ທີ່ມີຄວາມເອື້ອອຳນວຍ” ຕໍ່ການດຳເນີນທຸລະກິດຂອງພວກເຂົາເຈົ້າ, ຈຳເປັນຕ້ອງໄດ້ສ້າງຍີ່ຫໍ້ຂອງຕົນເອງ ແລະ ເຂົ້າສູ່ຕະຫຼາດສາກົນ. ປັດຈຸບັນ, ມີໂຮງງານຜະລິດສິນຄ້າເຄື່ອງໜັງ ແລະ ກະເປົ໋າທີ່ມີຍີ່ຫໍ້ອັນເປັນເອກະລາດ ເຊັ່ນດຽວກັນກັບໂຮງງານຂອງ ທ່ານ ຫວງ ຮຸ່ຍກູ ຫຼາຍກວ່າ 5.000 ແຫ່ງໄດ້ຮັບການສ້າງຕັ້ງຂຶ້ນຢູ່ຕາແສງຊືຫຼິງ ແລະ ກຸ່ມອຸດສາຫະກຳທີ່ມີລັກສະນະພິເສດ ທີ່ມີມູນຄ່າການລົງທືນຫຼາຍສິບຕື້ຢວນ ພວມໄດ້ຮັບການຜັນຂະຫຍາຍຕື່ມອີກກ້າວໜຶ່ງ.
ໃນທັດສະນະຂອງ ທ່ານ ຊ້າຍ ເຈິງປິງ (Cai Zhengbing), ປະທານບໍລິຫານຂອງສະພາການຄ້າເຄື່ອງໜັງຊືຫຼິງ: ຊືຫຼິງໄດ້ນຳໃຊ້ເວທີການຜະລິດແບບຮ່ວມມືກັນ ເປັນລະບົບຕ່ອງໂສ້ອຸດສາຫະກໍາກະເປົ໋າ ເພື່ອຊ່ວຍໃຫ້ ບໍລິສັດຢູ່ໃນທ້ອງຖິ່ນຂອງຊື່ຫຼີງ ສາມາດຮ່ວມມືກັນໃນເຄືອຂ່າຍ “ຊອກຫາຄົນ, ຊອກຫາວັດສະດຸ ແລະ ຊອກຫາການປຸງແຕ່ງ”, ເຊິ່ງໄດ້ຊ່ວຍໃຫ້ບໍລິສັດກະເປົ໋າຫຼາຍແຫ່ງສາມາດແກ້ໄຂບັນຫາ “ຄົນ, ສິນຄ້າ ແລະ ວັດສະດຸ” ທີ່ຕ້ອງການໃນລະບົບຕ່ອງໂສ້ການຜະລິດໄດ້ຢ່າງມີປະສິດທິພາບ “ໂດຍບໍ່ຕ້ອງອອກຈາກຕົວເມືອງ”, ດ້ວຍວິທີນີ້ ເຮັດໃຫ້ສາມາດຊ່ວຍຫຼຸດຕົ້ນທຶນຂອງການຜະລິດ ແລະ ຄ່າແຮງງານ.
ບໍລິສັດໄດ້ມີແນວຄິດປະດິດສ້າງ ແລະ ການນຳສະເໜີຂອງຍີ່ຫໍ້, ແຕ່ບັນຫາການລະເມີດສິດ ທີ່ເກີດຂຶ້ນໄດ້ກາຍເປັນ “ຄວາມກັງວົນຂອງການເຕີບໃຫຍ່ຂະຫຍາຍຕົວ”. ພາກສ່ວນກ່ຽວຂ້ອງຂອງເຂດຮວາຕູ ໄດ້ແນະນໍາວ່າ: “ພວກເຮົາໄດ້ສ້າງຕັ້ງສູນປົກປ້ອງຊັບສິນທາງປັນຍາ ທີ່ທັນການໃນສວນອຸດສາຫະກຳ, ດ້ານໜຶ່ງ, ຊ່ວຍໃຫ້ວິສາຫະກິດສາມາດຍື່ນຄໍາຮ້ອງຂໍສິດທິບັດ ຂອງຕົນເອງ ພາຍໃຕ້ການຊີ້ນໍາຂອງຫ້ອງການຊັບສິນທາງປັນຍາແຫ່ງລັດ, ອີກດ້ານໜື່ງ, ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານການປົກປ້ອງສິດໄດ້ຢ່າງທັນການ ສໍາລັບການລາຍງານ ແລະ ການຮ້ອງທຸກການຖືກລະເມີດສິດ.”
ທ່ານ ຫວງ ຮຸ່ຍກູ ກ່າວວ່າ: “ໃນອະນາຄົດ, ພວກເຮົາຕ້ອງອີງໃສ່ພື້ນຖານແຫ່ງການພັດທະນາອຸດສາຫະກໍາທີ່ມີເອກະລັກພິເສດ, ນໍາໃຊ້ລະບົບອິນເຕີເນັດໃຫ້ດີ,ເຂົ້າໃຈເຖິງຄວາມຕ້ອງການຂອງຜູ້ໃຊ້ໄວໜຸ່ມ, ເສີມສ້າງສິດອອກສຽງຂອງການພັດທະນາອຸດສາຫະກໍາ.”