ວາລະສານຈໍາປາ | ຈາກດອກໄມ້ງ່າໜຶ່ງ ມາເປັນດອກໄມ້ຮ້ອຍລ້ານກິ່ງ

ແຫຼ່ງຂ່າວ:CHAMPA   |    2025-03-14 17:49:28

 

ຢູ່ປະເທດຈີນ, ແຕ່ລະດອກໄມ້ສົດທີ່ຕັດໃໝ່ 10 ງ່າໃດ ຈະມີ 7 ງ່າມາຈາກໂຕໜານ. ຕະຫຼາດດອກໄມ້ສົດໂຕໜານ (Dounan) ຕັ້ງຢູ່ເຂດເສີງກຸ້ງ (Chenggong) ນະຄອນຄຸນໝິງ ແຂວງຢຸນນານ, ຢູ່ແຄມຝັ່ງເບື້ອງຕາເວັນອອກຂອງໜອງຕ່ຽນສື, ເຊິ່ງເປັນຕະຫຼາດຊື້ຂາຍດອກໄມ້ສົດທີ່ໃຫຍ່ທີ່ສຸດໃນທະວີບອາຊີ.

ເມື່ອຕາເວັນລັບແລງຄໍ່າລົງ, ຕະຫຼາດດອກໄມ້ໂຕໜານກໍຈະກຽມເຂົ້າສູ່ໄລຍະທີ່ຟົດຟື້ນທີ່ສຸດຂອງມື້. ຕະຫຼາດໃນຍາມກາງຄືນຕົ້ນຕໍຈະດຳເນີນການຊື້ຂາຍຍົກ, ທັງເປັນເວລາທີ່ມີດອກໄມ້ສົດຫຼາຍທີ່ສຸດ. ຢູ່ປະຕູໂຂງຫໍວາງສະແດງຫຼັກ, ເລີ່ມມີລົດ ແລະ ຄົນຈຳນວນຫຼວງຫຼາຍພາກັນທະຍອຍເຂົ້າມາເຕົ້າໂຮມກັນຢູ່ທີ່ນີ້. ມີພໍ່ຄ້າແມ່ຄ້າຈັດຊື້ສິນຄ້າເປັນຈໍານວນຫຼາຍຢືນຢູ່ນໍາກັນ, ທັງລົມກັບເລື່ອງສະພາບຕະຫຼາດດອກໄມ້, ທັງຄອງຄອຍຖ້າການເປີດຕະຫຼາດຂາຍດອກໄມ້.

ກາງຄືນເວລາ 8 ໂມງ 30 ນາທີ, ປະຕູໃຫຍ່ຫຼາຍບານເປີດພ້ອມກັນນັ້ນ, ລົດສາມລໍ້ ແລະ ລໍ້ຍູ້ນ້ອຍທີ່ບັນທຸກດອກໄມ້ສົດຫຼາຍໆຄັນໄດ້ທະຍອຍເຂົ້າມາຢ່າງໄວວາ, ບໍ່ຮອດ 10 ນາທີ, ຕະຫຼາດທີ່ມີເນື້ອທີ່ 39.000 ຕາແມັດກໍຖືກລຽນເຕັມໄປດ້ວຍດອກໄມ້ສົດ.

ສະຖານທີ່ເຕັມໄປດ້ວຍດອກໄມ້ ແລະ ຜູ້ຄົນ ເໝືອນດັ່ງທະເລດອກໄມ້ ແລະ ທະເລຄົນ ສັບໄຂວ່ກັນໄປມາ,“ເສດຖະກິດໃນຍາມລາຕີ” ອັນຮຸ່ງເຮືອງເຫຼືອງເຫຼື້ອມໄດ້ຈຸດປະກາຍຂຶ້ນໃນເວລານີ້.

“ນີ້ແມ່ນແນວພັນຫຍັງ?” “ດອກໄມ້ນີ້ຂາຍແນວໃດ?” “ມັນບານດົນປານໃດ?” ຢູ່ຕະຫຼາດດອກໄມ້ນີ້, ມີຮ້ານຂາຍຂະໜາດນ້ອຍໃຫຍ່ຈັດແຈງເຕັມໄປດ້ວຍດອກໄມ້ຫຼາກຫຼາຍສີ, ຕໍ່ໜ້າທຸກໆຮ້ານຂາຍ ລ້ວນແຕ່ມີນັກທ່ອງທ່ຽວທັງຫຼາຍ ເທິງຫົວປະດັບດ້ວຍພວງດອກໄມ້, ມືຈັບຊໍ່ດອກໄມ້, ສອບຖາມລາຄາ ແລະ ດັງເຕັມໄປດ້ວຍການຊື້ຂາຍຢູ່ພຸ້ນຢູ່ພີ້.

ນອກຈາກນັກທ່ອງທ່ຽວແລ້ວ, ຢູ່ຕະຫຼາດກາງຄືນນີ້, ກຳລັງຊື້ທີ່ໃຫຍ່ທີ່ສຸດຢູ່ຕະຫຼາດກາງຄືນກໍມາຈາກພໍ່ຄ້າແມ່ຄ້າດອກໄມ້ ແລະ ຜູ້ຈັດການດອກໄມ້ສົດທີ່ຈັດຊື້ດອກໄມ້ຈຳນວນຫຼາຍ. ບັ້ງໄຟສາຍ ແລະ ຄອມພິວເຕີແລັບທ໊ອບ ແມ່ນເຄື່ອງໃຊ້ຈໍາເປັນຂອງຜູ້ຊື້, ຜູ້ທີ່ຕ້ອງການສິນຄ້າຫຼາຍກໍຄິດໄລ່ຕາມ “ຈຳນວນຄັນລົດ”, ເລີ່ມຈາກຮ້ອຍມັດຂຶ້ນໄປ. ຮ້ານຂາຍທີ່ຫຸ້ມອ້ອມໄປດ້ວຍສຽງດັງຄຶກຄື້ນເຕັມໄປດ້ວຍຜູ້ຄົນ, ພໍ່ຄ້າແມ່ຄ້າທັງຫຼາຍພາກັນໂທລະສັບຕິດຕໍ່ກັບຜູ້ຊື້ແບບບໍ່ຂາດສາຍ, ບັນດາຜູ້ຊື້ທັງຫຼາຍແຕ່ລະຄົນກໍຖືໄຟສາຍໃນມືແຍງໃສ່ສິນຄ້າທີ່ວາງຢູ່ແຕ່ລະຮ້ານຢ່າງລະອຽດ.

ຢູ່ຫ້ອງໂຖງໃຫຍ່ຂອງສູນການປະມູນຊື້ຂາຍດອກໄມ້ສົດສາກົນ ຄຸນໝິງ ມີເວທີຊື້ຂາຍ 900 ຕັ່ງນັ່ງເກືອບເຕັມໄປດ້ວຍສະມາຊິກທີ່ເຂົ້າຮ່ວມປະມູນ, ພໍ່ຄ້າແມ່ຄ້າຈັດຊື້ດອກໄມ້ທັງຫຼາຍກໍຈັບຕາເບິ່ງປະເພດແນວພັນ, ລະດັບ, ລາຄາ ແລະ ຂໍ້ມູນອື່ນໆ ຂອງດອກໄມ້ສົດທີ່ສາຍອອກຜ່ານຈໍສະແດງນັ້ນຢ່າງບໍ່ພັບສາຍຕາ, ຍາດກັນປະມູນ“ດ້ວຍຄວາມຫຍິບຕັບຫຍິບປອດ”, ສະເລ່ຍທຸກ 4 ວິນາທີໃດຈະສາມາດສຳເລັດການຊື້ຂາຍໄດ້ໜຶ່ງຄັ້ງ.

ຈາກທົ່ງນາຮອດສວນຜັກ, ຈາກສວນຜັກໄປຮອດທົ່ງດອກໄມ້, ຈາກຖະໜົນຂາຍດອກໄມ້ ໄປສູ່ຕະຫຼາດດອກໄມ້; ຈາກ “ຫາກິນຕາມທໍາມະຊາດ” ໄປສູ່ອຸປະກອນກະສິກໍາອັດສະລິຍະທັນສະໄໝ; ຈາກການຊື້ແນວພັນນໍາເຂົ້າຈາກຕ່າງປະເທດ ໄປສູ່ການຄົ້ນຄວ້າປະດິດສ້າງແນວພັນໃໝ່... ເລີ່ມຈາກແນວພັນດອກໂຣເຢີ້ນ (Gladiolus) ຕົ້ນທຳອິດ ທີ່ປູກໂດຍປະຊາຊົນ ບ້ານໂຕໜານ ເມືອງເສີງກຸ້ງ (ໝາຍເຫດ: ໃນປີ 2011 ເສີງກຸ້ງ ໄດ້ຖອນຈາກຫົວໜ່ວຍເມືອງ ມາຈັດຕັ້ງເປັນຫົວໜ່ວຍເຂດ) ໃນປີ 1983, ບ້ານໂຕໜານໃຊ້ເວລາ 40 ກວ່າປີໄດ້ຈຸດປະກາຍໃຫ້ກາຍເປັນທະເລດອກໄມ້ຕອນໜຶ່ງ.

ດຽວນີ້, ແຕ່ລະມື້ມີດອກໄມ້ສົດຫຼາຍກວ່າ 1.600 ກວ່າແນວພັນ ໄດ້ເຂົ້າມາຈຳໜ່າຍຢູ່ຕະຫຼາດແຫ່ງນີ້. ປີ 2023, ຈຳນວນການຊື້ຂາຍຕົວຈິງຢູ່ເຂດນິຄົມອຸດສາຫະກໍາດອກໄມ້ສົດໂຕໜານ ບັນລຸໄດ້ 13,54 ຕື້ກິ່ງ, ຍອດມູນຄ່າການຊື້ຂາຍບັນລຸ 13,57 ຕື້ຢວນ. “ດອກໄມ້ຮ້ອຍລ້ານກິ່ງ” ທີ່ເຕັມໄປດ້ວຍສີແດງບົວມ່ວງຫຼາຍສີນັ້ນ ໄດ້ຖືກສົ່ງໄປຂາຍຢູ່ 50 ກວ່າປະເທດ ແລະ ເຂດແຄວ້ນໃນທົ່ວໂລກ, ໄດ້ວາດແຕ້ມເປັນເລື່ອງເລົ່າມະຫັດສະຈັນ ຂອງ “ນະຄອນດອກໄມ້ຂອງທະວີບອາຊີ”.

ວາລະສານຈໍາປາ | ຈາກດອກໄມ້ງ່າໜຶ່ງ ມາເປັນດອກໄມ້ຮ້ອຍລ້ານກິ່ງ