ວາລະສານຈໍາປາ | ເລື່ອງລາວຜູ້ທີ່ສະແຫວງຫາ "ສິ່ງໃໝ່"

ແຫຼ່ງຂ່າວ:CHAMPA   |    2025-03-14 17:41:47

 

“ຂ້ອຍໄດ້ເຕີມນໍ້າມັນລົດຖັງໜຶ່ງ, ແຕ່ໃຊ້ມາເກີນເຄິ່ງປີແລ້ວ, ຍັງໃຊ້ບໍ່ໝົດ, ມັນຈະໝົດອາຍຸບໍ່? ” ທ່ານ ຫວງໝິ່ນ (Huang Min) ຜູ້ອໍານວຍການຝ່າຍເຕັກນິກພະລັງງານໃໝ່ ຂອງບໍລິສັດເຕັກໂນໂລຊີລົດຍົນ ລານຖູ (VOYAH), ກໍາລັງຖ່າຍທອດສົດ, ເມື່ອເຫັນຄໍາຄິດເຫັນນີ້ ລາວຮູ້ສຶກຕົກຕະລຶງ. “ອາຍຸການເກັບຮັກສາຜະລິດຕະພັນນໍ້າມັນຂອງປະເທດເຮົາແມ່ນ 3-6 ເດືອນ, ດັ່ງນັ້ນຈຶ່ງແນະນໍາໃຫ້ໃຊ້ພວກມັນໄວເທົ່າທີ່ຈະໄວໄດ້.” ພະນັກງານວິຊາການເຮັດການຖ່າຍທອດສົດເພື່ອຊ່ວຍໃຫ້ຜູ້ໃຊ້ເຂົ້າໃຈຍານພາຫະນະພະລັງງານໃໝ່ ແລະ ເກັບກໍາຄວາມຄິດເຫັນ ແລະຄໍາແນະນໍາຂອງຜູ້ໃຊ້, ເຊິ່ງໄດ້ກາຍເປັນເນື້ອໃນໃໝ່ຂອງວຽກຂອງທ່ານ ຫວງໝິ່ນ.

“ແບດເຕີຣີລົດຍົນ (ໝໍ້ໄຟ) ທີ່ໃຊ້ພະລັງງານປະສົມຂອງພວກເຮົາ, ໄລຍະຍາວທີ່ແລ່ນໄດ້ ແລະ ສາກໄຟໄດ້ໄວ, ການໃຊ້ນໍ້າມັນເຊື້ອໄຟຖັງໜຶ່ງພາຍໃນໄລຍະເວລາເຄິ່ງປີ ເປັນເລື່ອງຫຍຸ້ງຍາກຫຼາຍ.” ຫຼັງ​ການຖ່າຍ​ທອດ​ສົດ, ທ່ານ ຫວງໝິ່ນ ໄດ້​ອະ​ທິ​ບາຍ​ດ້ວຍ​ຮອຍ​ຍິ້ມ.

ຫຼັງ​ຈາກ​ຮຽນ​ຈົບ​ປະລິນຍາ​ເອກສາຂາວິຊາ​ວິສະວະກຳ​ຍານ​ຍົນ​ຈາກ​ມະຫາວິທະຍາ​ໄລ​ການບິນ​ ແລະ ການເດີນ​ອາ​ວະ​ກາດ ​ປັກ​ກິ່ງ, ທ່ານ ຫວງໝິ່ນ ​ໄດ້​ເຮັດ​ວຽກ​ຢູ່​ບໍລິສັດ​​ລົດຍົນຮ່ວມ​ທຶນ ພາຍໃນກັບຕ່າງປະເທດ, ລາວ​ຮັບຜິດຊອບການ​ພັດທະນາ​ລະບົບ​ພະລັງງານ​ໃໝ່. ໃນປີ 2017, ລາວເລືອກກັບຄືນສູ່ນະຄອນອູຮັ້ນ ແລະ ເຮັດວຽກຢູ່ບໍລິສັດ Dongfeng.

ເມື່ອບໍ່ດົນຜ່ານມານີ້, ທ່ານ ຫວງໝິ່ນ ໄດ້ໂພສຂໍ້ຄວາມລົງໃນ WeChat Moments ວ່າ: “ Voyah FREE 318 ລຸ້ນໃໝ່ຈະເປີດຕົວໃນໄວໆນີ້, ບໍ່ພຽງແຕ່ໃຊ້ພະລັງງານໄຟຟ້າເທົ່ານັ້ນກໍສາມາດແລ່ນໄດ້ 318 ກິໂລແມັດ.” ໝູ່ເພື່ອນ​ຄົນ​ໜຶ່ງ​ເຫັນແລ້ວ​ກໍ​ຫົວ​ເຍາະ​ເຍີ້ຍລາວ​ວ່າ: “ພຽງແລ່ນໄດ້ 318 ກິ​ໂລ​ແມັດ,ໂຕອວດອ້າງອີ່ຫຍັງ?”

“ລາວບໍ່ຮູ້ວ່ານີ້ແມ່ນ SUV ທີ່ໃຊ້ພະລັງງານປະສົມ. ພວກເຮົາເປັນຜູ້ລິເລີ່ມທີ່ພຽງໃຊ້ພະລັງງານໄຟຟ້າເທົ່ານັ້ນກໍສາມາດແລ່ນໄດ້ 318 ກິໂລແມັດ.” ທ່ານ ຫວງໝິ່ນ ເຕັມໄປດ້ວຍຄວາມພາກພູມໃຈ. ເບື້ອງຫຼັງການກ້າວກະໂດດຂັ້ຂອງໄລຍະທາງການແລ່ນລົດ, ແມ່ນການສະແຫວງຫາທີ່ສຸດຕໍ່ກັບການຍົກສູງປະສິດທິພາບຂອງແບດເຕີຣີ. ລະບົບພະລັງຂັບເຄື່ອນ ລານໄຫ ລຸ້ນຫຼ້າສຸດທີ່ພວກເຮົາພັດທະນາຂຶ້ນດ້ວຍຕົນເອງ ແມ່ນນໍາໜ້າໃນຂະແໜງການຜະລິດລົດຍົນໃນດ້ານພະລັງຂັບເຄື່ອນ ແລະ ການໃຊ້ພະລັງງານ; ເຕັກໂນໂລຊີສາກໄຟໄວທີ່ສຸດ 5C, ສາກໄຟພຽງ 10 ນາທີສາມາດເພີ່ມໄລຍະການຂັບຂີ່ໄດ້ 450 ກິໂລແມັດ; ລິເລີ່ມການສ້າງລະບົບການຈັດການພະລັງງານ AI, ສາມາດຄາດເດົາໄດ້ວ່າແບດເຕີຮີຕ້ອງໄດ້ຮັບການເພີ່ມຄວາມຮ້ອນຫຼືບໍ່ໃນການເດີນທາງໂດຍອີງໃສ່ຄວາມຄຸ້ນເຄີຍການຂັບຂີ່. ເຕັກໂນໂລຊີນະວັດຕະກໍາໄດ້ຖືກພັດທະນາອອກມາຢ່າງລຽນຕິດກັນ, ໄດ້ກາຍເປັນພື້ນຖານສໍາລັບພວກເຂົາທີ່ຈະເປີດຕົວລົດຍົນລຸ້ນໃໝ່ໄດ້ 3 ລຸ້ນພາຍໃນ 3 ປີ ແລະ ຍົກລະດັບລົດລຸ້ນຕ່າງໆ ໄດ້ 3 ຄັ້ງຕໍ່ປີ.

ແບດເຕີຣີແມ່ນ “ໝາກຫົວໃຈ” ຂອງລົດຍົນພະລັງງານໃໝ່. ໃນດ້ານຄວາມປອດໄພ, ຮຽກຮ້ອງໃຫ້ມີຄຸນນະພາບທີ່ດີທີສຸດ, ທ່ານ ຫວງໝິ່ນ ກ່າວ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ: “​ເປັນ​ການຍາກຫຼາຍ.” ເຕັກໂນໂລຊີລະບົບແບດເຕີຣີ 2 ລາຍທີ່ພັດທະນາໂດຍທີມງານຂອງເຂົາເຈົ້າ ຄື: “Amber” ແລະ “Mica”, ໄດ້ແກ້ໄຂບັນຫາຂອງ “ການເສຍການຄວບຄຸມຕໍ່ຄວາມຮ້ອນ”. ໃນສະຖານະການທີ່ຮຸນແຮງເຊັ່ນ ລົດຍົນຕໍາກັນ, ມັນສາມາດບັນລຸໄດ້ວ່າ “ບໍ່ມີຄວັນໄຟ, ບໍ່ຮົ່ວໄຫຼ, ບໍ່ເກີດໄຟໄໝ້, ບໍ່ລະເບີດ ແລະ ບໍ່ມີການແຜ່ກະຈາຍຄວາມຮ້ອນ”. ບໍ່ພຽງແຕ່ເທົ່ານັ້ນ, ການຫຼຸດໄລຍະທາງການຂັບຂີ່ຂອງແບດເຕີຣີ Amber ຕໍ່ລ້ານກິໂລແມັດແມ່ນສູງກວ່າມາດຕະຖານແຫ່ງຊາດເຖິງ 7 ເທົ່າ,ເຮັດໃຫ້ຜູ້ໃຊ້ສາມາດລົບລ້າງຄວາມກັງວົນຂອງເຂົາເຈົ້າກ່ຽວກັບ “ການໃຊ້ໄຟຟ້າບໍ່ພຽງພໍ”.

“ໃຫ້ລົດຍົນສົ່ງເສີມຄວາມຝັນ ແລະ ເສີມພະລັງໃຫ້ຊີວິດທີ່ສົດໃສງົດງາມ.” ທ່ານ ຫວງໝິ່ນ ແລະ ວິສະວະກອນຂອງທີມງານລາວ ແມ່ນບໍ່ໄດ້ຢຸດການກ້າວເດີນຂອງຕົນ ແລະ ສືບຕໍ່ແລ່ນຢູ່ໃນເສັ້ນທາງການທົດສອບການຂັບຂີ່ໃນໄລຍະທາງໄກ.

ວາລະສານຈໍາປາ | ເລື່ອງລາວຜູ້ທີ່ສະແຫວງຫາ "ສິ່ງໃໝ່"