ບັ້ງໄຟດອກບູຮານປະກົດຄວາມມີຊີວິດຊີວາໃໝ່
ວັນທີ 8 ມີນາ ເປັນວັນແມ່ຍິງສາກົນ, ງານບັ້ງໄຟດອກທ້າຍສັບປະດາ ນະຄອນຫຼິວຢາງ ແຂວງຫູໜານ ຄັ້ງທີ 4 ປີ 2025 ໄດ້ໝູນວຽນມາເຖິງ. ການຈູດບັ້ງໄຟດອກ ປະສານສົມທົບກັບທວນໄຟ ແລະ ຂະບວນເຮືອບິນບໍ່ມີຄົນຂັບ ຊຶ່ງໄດ້ກາຍເປັນງານມະໂຫລານງົດງາມທີ່ໂລແມນຕິກ ແລະ ເຕັມໄປດ້ວຍພະລັງຂອງແມ່ຍິງທັງຫຼາຍ.
ນະຄອນຫຼິວຢາງ ໄດ້ຜະລິດບັ້ງໄຟດອກ ມາເປັນເວລາ 1.400 ກວ່າປີແລ້ວ, ປັດຈຸບັນ, ນະຄອນຫຼິວຢາງ ເປັນສູນການຜະລິດບັ້ງໄຟດອກ ແລະ ໝາກກະໂພກໃຫຍ່ທີ່ສຸດຂອງໂລກ. ປີ 2024, ມູນຄ່າການຜະລິດຂອງອຸດສາຫະກຳບັ້ງໄຟດອກ ແລະ ໝາກກະໂພກ ຂອງນະຄອນຫຼິວຢາງ ມີເຖິງ 50,2 ຕື້ຢວນ, ປະລິມານການສົ່ງອອກ ກວມ 70% ຂອງຈີນ. ບັ້ງໄຟດອກ ຂອງນະຄອນຫຼິວຢາງ ຂຶ້ນຊື່ລືນາມ ກໍຍ້ອນວ່າ ມີນັກທຸລະກິດຜະລິດບັ້ງໄຟດອກຮຸ່ນທີ 2 ແລະ ຜູ້ສ້າງທຸລະກິດໃໝ່ ໃນຂະແໜງການບັ້ງໄຟດອກ ໂດຍຜ່ານຈາກການເອົາການປະດິດສ້າງໃໝ່ ດ້ານວິທະຍາສາດເຕັກໂນໂລຊີ ປະສານສົມທົບກັບການທ່ອງທ່ຽວວັດທະນະທຳ, ຊາວໜຸ່ມເຫຼົ່ານີ້ໄດ້ຊຸກຍູ້ໃຫ້ “ການຜະລິດຢູ່ນະຄອນຫຼິວຢາງ” ກາຍມາເປັນ “ການຜະລິດແບບມີຫົວຄິດປະດິດສ້າງ ຢູ່ນະຄອນຫຼິວຢາງ”.
ບັ້ງໄຟດອກປະກົດຄວາມມີຊີວິດຊີວາໃໝ່
ທ່ານ ຫູຢີສວງ ທີ່ເກີດຊຸມປີ 1990 ເປັນຕົວແທນຈຳໜ່າຍຕ່າງປະເທດຂອງບໍລິສັດການຄ້າສົ່ງອອກບັ້ງໄຟດອກ ຈວນເລີຫຼິວຢາງ ຈຳກັດ. ໃນ 6 ເດືອນທ້າຍປີ 2019, ທ່ານ ຫູຢີສວງ ທີ່ຫາກໍ່ຮຽນຈົບຈາກອັງກິດ ໄດ້ກັບມາດຳເນີນການຄ້າກັບຕ່າງປະເທດ ຢູ່ໂຮງງານຜະລິດບັ້ງໄຟດອກ ທີ່ສ້າງຕັ້ງຂຶ້ນດ້ວຍຄົນຮຸ່ນກ່ອນ ພາຍໃຕ້ການຊັກຊວນຂອງຄົນໃນຄອບຄົວ.
ທ່ານ ຫູຢີສວງ ກ່າວວ່າ: “ແຕ່ກ່ອນ, ຂ້າພະເຈົ້າ ມີຄວາມເຫັນມາໂດຍຕະຫຼອດວ່າ ບັ້ງໄຟດອກເປັນອຸດສາຫະກຳທີ່ເກົ່າແກ່, ແຕ່ໃນຊຸມປີຜ່ານມາ, ຂ້າພະເຈົ້າ ພັດມີຄວາມຮູ້ສຶກວ່າບັ້ງໄຟດອກເລີ່ມປະກົດຄວາມມີຊີວິດຊີວາໃໝ່.” ທ່ານ ກ່າວຕື່ມວ່າ: ຢູ່ໃນແອັບທີ່ຖືຄົນໄວໜຸ່ມເປັນຕົ້ນຕໍ ເຊັ່ນ: TikTok, ໄມໂຄຣບລັອກ, Xiaohongshu ເປັນຕົ້ນ. “ບັ້ງໄຟດອກ” ຈະເປັນຫົວຂໍ້ຈຸດສຸມທີ່ສໍາຄັນ. ປັດຈຸບັນ,ຜະລິດຕະພັນບັ້ງໄຟດອກ ກໍເລີ່ມເອົາໃຈໃສ່ນຳຄົນໄວໜຸ່ມ, ໂຮງງານຜະລິດບັ້ງໄຟດອກກໍໄດ້ດຳເນີນການທົດລອງບໍ່ໜ້ອຍໃນດ້ານການອອກແບບ ທີ່ເນັ້ນໃສ່ຄົນໄວໜຸ່ມ.
ທ່ານ ຫູຢີສວງ ກ່າວຕື່ມອີກວ່າ: ພວກເຮົາໄດ້ພັດທະນາ IP ໃໝ່ຕ່າງໆ, ໄດ້ໃຊ້ສີແບບໄວໜຸ່ມຫຼາຍກວ່າເກົ່າ ແລະ ຄົ້ນຄວ້າຜະລິດຕະພັນໃໝ່ ໂດຍໄດ້ເຊື້ອເຊີນນັກອອອແບບໃໝ່ແລະ ນຳໃຊ້ເຕັກນິກປັນຍາປະດິດເພື່ອເພີ່ມປັດໄຈແຟຊັນໃນດ້ານວັດທະນະທຳຈີນ ຫຼາຍກວ່າເກົ່າເຂົ້າໃນການອອກແບບຮູບຫຸ້ມຫໍ່ບັ້ງໄຟດອກ, ທ່ານ ກ່າວວ່າ: ບັ້ງໄຟດອກ ຂອງໂຮງງານຕົນ ໄດ້ຮັບຄວາມນິຍົມຊົມຊອບນັບມື້ຫຼາຍຂຶ້ນ, ນັບແຕ່ເດືອນພະຈິກປີກາຍເປັນຕົ້ນມາ.
ຍ້ອນມີຊາວໜຸ່ມ ທີ່ຮຽນຈົບຈາກຕ່າງປະເທດຫຼາຍຄົນ ທີ່ຄ້າຍຄືກັນກັບທ່ານ ຫູຢີສວງ ເຂົ້າຮ່ວມ, ປັດຈຸບັນ, ບໍລິສັດການຄ້າສົ່ງອອກບັ້ງໄຟດອກ ຈວນເລີ ຫຼິວຢາງ ຈຳກັດ ໄດ້ສ້າງຕັ້ງເຄືອຂ່າຍຈຳໜ່າຍບັ້ງໄຟດອກ ແລະ ໝາກກະໂພກຂອງຕົນໃນ 60 ກວ່າປະເທດ ແລະ ເຂດແຄ້ວນ ໃນຂອບເຂດທົ່ວໂລກ.
ໃນຂະນະທີ່ ບັ້ງໄຟດອກຫຼິວຢາງ ໄດ້ເຮັດໃຫ້ທ້ອງຟ້າກາງຄືນຮຸ່ງແຈ້ງຂຶ້ນ, ບັ້ງໄຟດອກຫຼິວຢາງ ກໍໄດ້ເຮັດໃຫ້ຊາວໜຸ່ມທັງຫຼາຍ ໄດ້ບັນລຸຄວາມຝັນສ້າງທຸລະກິດຂອງຕົນຈົນນັບບໍ່ຖ້ວນ. ພາຍຫຼັງຮຽນຈົບຈາກມະຫາວິທະຍາໄລແລ້ວ, ທ້າວ ອູມິງຢາງ ເກີດຊຸມປີ 2000 ໄດ້ຮ່ວມມືກັບເພື່ອນມິດທີ່ມີອຸດົມການດຽວກັນ 5 ຄົນ ໂດຍໄດ້ສ້າງຕັ້ງບໍລິສັດການຄ້າບັ້ງໄຟດອກຊ້ວຍຊ້ວຍ ຫຼິວຢາງ ຈຳກັດ. ພວກເຂົາເຈົ້າໄດ້ຄົ້ນຄວ້າຕ່ອງໂສ້ອຸດສາຫະກຳບັ້ງໄຟດອກຫຼິວຢາງຢ່າງເລິກຊຶ່ງເປັນເວລາ 3 ເດືອນ ໂດຍໄດ້ໄປທັດສະນະສຶກສາ ຢູ່ວິສາຫະກິດໝາກກະໂພກ 40 ຫາ 50 ແຫ່ງ ແລະ ຮັບຮູ້ເຖິງຄວາມຕ້ອງການຂອງຊາວໜຸ່ມທັງຫຼາຍ. ໃນທີ່ສຸດ, ໄດ້ເນັ້ນໃສ່ການຜະລິດ “ບັ້ງໄຟດອກທີ່ມີຫົວຄິດປະດິດສ້າງດ້ານວັດທະນະທຳ”.
ພວກເຂົາເຈົ້າ ໄດ້ເອົາການອອກແບບທີ່ມີຫົວຄິດປະດິດສ້າງ ແລະ ເຕັກນິກ ດີຈີຕອນ ປະສານສົມທົບກັບອຸດສາຫະກຳບັ້ງໄຟດອກ ໂດຍໄດ້ຜະລິດຜະລິດຕະພັນ “ຈີນທີ່ສວຍງາມ” ທີ່ເປັນບັ້ງໄຟດອກທີ່ເຕັມໄປດ້ວຍວັດທະນະທຳຈີນ. ນັບແຕ່ໄດ້ຜະລິດ ແຕ່ 6 ເດືອນຕົ້ນປີກາຍເປັນຕົ້ນມາ, ຍອດມູນຄ່າການຈຳໜ່າຍບັ້ງໄຟດອກ “ຈີນທີ່ສວຍງາມ” ມີຫຼາຍກວ່າ 10 ລ້ານຢວນ.ທ່ານ ອູມິງຢາງ ກ່າວວ່າ: ມີບາງຄົນເຄີຍເວົ້າວ່າ: ບັ້ງໄຟດອກ ເປັນອຸດສາຫະກຳຫຼ້າສະໄໝ, ແຕ່ຂ້ອຍບໍ່ເຫັນດີນຳ. ຄຽງຄູ່ກັບການພັດທະນາຂອງວິທະຍາສາດເຕັກໂນໂລຊີ, ພາຍໃຕ້ສະພາບການທີ່ຮັບປະກັນຄວາມປອດໄພ ແລະ ອະນຸລັກສິ່ງແວດລ້ອມໄດ້ດີກວ່າເກົ່າ. ບັ້ງໄຟດອກ ກໍມີພະລັງຊີວິດ ທີ່ເຂັ້ມແຂງ ເຊັ່ນດຽວກັນ.
ບັ້ງໄຟດອກມີຄຸນຄ່າທາງດ້ານຈິດໃຈ
ໃນຊຸມປີຜ່ານມາ, ນະຄອນຫຼິວຢາງ ໄດ້ຈັດງານບັ້ງໄຟດອກທ້າຍສັບປະດາ ແລະ ກິດຈະກຳຕ່າງໆ ໂດຍປະສານສົມທົບກັບຫົວຂໍ້ຈຸດສຸມທີ່ຊາວໜຸ່ມທັງຫຼາຍສົນໃຈ, ໄດ້ຈັດງານຈູດບັ້ງໄຟດອກປະເພດຕ່າງໆ ຮ້ອຍກວ່າຄັ້ງ, ໄດ້ດຶງດູດນັກທ່ອງທ່ຽວ ທັງໝົດ 5 ລ້ານກວ່າເທື່ອຄົນ ແລະ ໄດ້ຊຸກຍູ້ການບໍລິໂພກຫຼາຍກວ່າ 15 ຕື້ຢວນ.
ບໍລິສັດຄະນະລະຄອນຮວາຮົວຫູໜານ ໄດ້ເຂົ້າຮ່ວມກິດຈະກຳບັ້ງໄຟດອກເຫຼົ່ານີ້ ເກືອບທຸກຄັ້ງ. ໃນຂະນະດຽວກັນ, ບໍລິສັດດັ່ງກ່າວ ຍັງໄດ້ວາງແຜນ ແລະ ຈັດກິດຈະກຳບັ້ງໄຟດອກສຳຄັນ ທັງພາຍໃນ ແລະ ຕ່າງປະເທດຫຼາຍຄັ້ງ, ໂຄງການ “ແຢ້ນຢູ້” ທີ່ເປັນ IP ບັ້ງໄຟດອກຂອງບໍລິສັດດັ່ງກ່າວໄດ້ກາຍເປັນ IP ໂດ່ງດັງ ໃນການຈັດງານບັ້ງໄຟດອກແລ້ວ.
ທ່ານ ຮວງເສິງ ເກີດຫຼັງປີ 1985 ໄດ້ຮຽນຂະແໜງວິຊາວິສະວະກຳເອເລັກໂຕຣນິກຂໍ້ມູນຂ່າວສານ. ພາຍຫຼັງຮຽນຈົບຈາກມະຫາວິທະຍາໄລແລ້ວ, ທ່ານ ເຄີຍເຮັດວຽກໃນກຸ່ມບັ້ງໄຟດອກຫຼິວຢາງ ຊຶ່ງເຮັດໃຫ້ທ່ານ ມັກບັ້ງໄຟດອກຫຼິວຢາງທີ່ສຸດ. ທ່ານ ຮວງເສິງ ໄດ້ສ້າງຕັ້ງບໍລິສັດຄະນະລະຄອນຮວາຮົວ ໃນປີ 2014 ເພື່ອອອກແບບ ແລະ ຈັດສັນງານບັ້ງໄຟດອກເປັນການສະເພາະ ຊຶ່ງກາຍເປັນບໍລິສັດແຫ່ງທຳອິດທີ່ຈູດບັ້ງໄຟດອກ ຕາມຄວາມຄິດຂອງຜູ້ກຳກັບການສະແດງ.
ທ່ານ ຮວງເສິງ ເຫັນວ່າ: ຖ້າສາມາດເຮັດໃຫ້ຄົນທັງຫຼາຍ ມີຄວາມຮູ້ສຶກທີ່ດີ ດ້ວຍການຊົມບັ້ງໄຟດອກ, ງານບັ້ງໄຟດອກ ຄັ້ງນີ້ ກໍມີຄວາມໝາຍຫຼາຍ ແລະ ມີຕະຫຼາດທີ່ດີເຊັ່ນດຽວກັນ. ທ່ານ ຢາກເລົ່ານິທານດ້ວຍບັ້ງໄຟດອກ, “ອອກແບບບັ້ງໄຟດອກທີ່ມີເອກະລັກພິເສດ, ເພື່ອເຮັດໃຫ້ບັ້ງໄຟດອກມີຄຸນຄ່າຫຼາຍກວ່າເກົ່າ.”
ປີ 2015, ບໍລິສັດຄະນະລະຄອນຮວາຮົວ ໄດ້ສະແດງລະຄອນບັ້ງໄຟດອກຢູ່ຈີນ ເປັນຄັ້ງທຳອິດ ແລະ ເລີ່ມຄົ້ນຄວ້າເອົາການສະແດງບັ້ງໄຟດອກ ປະສານສົມທົບກັບການທ່ອງທ່ຽວວັດທະນະທຳ ໃນປີ 2020. ປີ 2021, ບໍລິສັດັ່ງກ່າວ ໄດ້ສ້າງຕັ້ງສະຖານທີ່ທ່ອງທ່ຽວວັດທະນະທຳແບບໃໝ່ອ່ຽມ ດ້ວຍປັດໄຈບັ້ງໄຟດອກ ທີ່ຖືກຕ້ອງກັບວິຖີການດຳລົງຊີວິດຂອງຄົນໄວໜຸ່ມ. ມາຮອດປັດຈຸບັນນີ້, ໄດ້ຈັດງານສະແດງເກືອບຮ້ອຍຄັ້ງຢູ່ 8 ຕົວເມືອງຂອງຈີນເຊັ່ນ: ນະຄອນຫຼວງປັກກິ່ງ, ນະຄອນທ່ຽນສິນ, ນະຄອນໜານກິ່ງ ແລະ ນະຄອນອູຮັ້ນ ເປັນຕົ້ນຊຶ່ງໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ ຈາກຜູ້ຊົມທັງຫຼາຍ. ທ່ານ ຮວງເສິງກ່າວວ່າ: ລາຍຮັບຂອງບໍລິສັດເລີ່ມເພີ່ມຂຶ້ນຄົບເທົ່າຕໍ່ປີ ນັບແຕ່ປີ 2021 ແລະ ໄດ້ບັນລຸເຖິງ 90 ລ້ານກວ່າຢວນ ໃນປີກາຍນີ້. ທ່ານ ກ່າວຕື່ມວ່າ: ວັດທະນະທຳ ເຮັດໃຫ້ບັ້ງໄຟດອກ ມີສະເໜ່ຫຼາຍກວ່າເກົ່າ