ຍີ່ຫໍ້ຜະລິດຕະພັນຈາກຢຸນນານ ກ້າວໄກໄປສູ່ໂລກ
ປີ 2024, ຍອດມູນຄ່າການສົ່ງອອກຜະລິດຕະພັນກະສິກຳ ຂອງແຂວງຢຸນນານ ໄດ້ບັນລຸເຖິງ 19,17 ຕື້ຢວນ, ເພີ່ມຂຶ້ນ 13,7% ເມື່ອທຽບໃສ່ ປີ 2023, ເປັນອັນດັບທີ 1 ໃນບັນດາເຂດແຂວງພາກຕາເວັນຕົກຂອງຈີນ. ຜະລິດຕະພັນ ເຊັ່ນ: ໝາກໄມ້, ດອກໄມ້, ຜັກສົດ ແລະ ນ້ຳແຈ່ວປະເພດຕ່າງໆ ຈາກແຂວງຢຸນນານ ນັບມື້ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າທົ່ວໂລກ.
ຈາກແຂວງຢຸນນານ ໄປສູ່ຕະຫຼາດທົ່ວໂລກ
ໃນລະດູທີ່ກາເຟສົດສຸກ, ຊາວກະສິກອນທັງຫຼາຍພວມເກັບເມັດກາເຟສົດ ຢູ່ສູນປູກກາເຟໜານຕາວເຫີ ຂອງບໍລິສັດກາເຟເປີຍກຸຍ ຢຸນນານ ຈຳກັດ ທີ່ນະຄອນຜູເອີ. ທ່ານນາງ ໂຈ່ວຈື້ແຢ້ນ ຫົວໜ້າສູນດັ່ງກ່າວກ່າວວ່າ: “ເມັດກາເຟສົດ ໃນລະດູການຜະລິດປີ 2024 ຫາ 2025 ງາມຫຼາຍ ແລະ ເປັນເມັດໃຫຍ່, ນັກທຸລະກິດທົ່ວໂລກຕ່າງພາກັນຍາດກັນຊື້. ປີກາຍນີ້, ພວກເຮົາໄດ້ສົ່ງອອກເມັດກາເຟສົດ 1.800 ໂຕນ”.
ປີ 2024, ແຂວງຢຸນນານ ໄດ້ສົ່ງອອກກາເຟ 32.500 ໂຕນ, ເພີ່ມຂຶ້ນ 358% ເມື່ອທຽບໃສ່ ປີ 2023 ໂດຍໄດ້ສົ່ງອອກ 29 ປະເທດ ແລະ ເຂດແຄວ້ນທົ່ວໂລກເຊັ່ນ: ໂຮນລັງ, ເຢຍລະມັນ, ອາເມຣິກາ ແລະ ຫວຽດນາມ ເປັນຕົ້ນ ເຊິ່ງຈັດຢູ່ອັນດັບທີ 1 ຂອງຈີນ ໃນການສົ່ງອອກກາເຟ.
ຢູ່ກິ່ງແຂວງປົກຄອງຕົນເອງ ເຜົ່າຫານີ-ເຜົ່າຢີ ຫົງເຫີ ແຂວງຢຸນນານ, ຈາກທີ່ນໍາເຂົ້າຜະລິດຕະພັນ ໄດ້ກາຍມາເປັນຜະລິດຕະພັນທີ່ມີເອກະລັກພິເສດຂອງຢຸນນານ, ຍີ່ຫໍ້ບລູເບີຣີ ເມິງຈື້ນັບມື້ນັບມີຊື່ສຽງໂດ່ງດັງໄປທົ່ວໂລກ. ອີງຕາມສະຖິຕິ ຂອງດ່ານພາສີນະຄອນຄຸນໝິງ, ປີ 2024, ປະລິມານການສົ່ງອອກ ບລູເບີຣີ ນະຄອນເມິງຈື້ ຈັດຢູ່ອັນດັບທີ 1 ຂອງຈີນ.
ທ່ານ ຫຼີຮົງແຢນ ຜູ້ຮັບຜິດຊອບບໍລິສັດ ຂາເຂົ້າ-ຂາອອກ ຊຽງຢົ້ວເມິງຈື້ ເວົ້າດ້ວຍຄວາມໝັ້ນໃຈວ່າ: “ລູກຄ້າຕ່າງປະເທດ ນິຍົມບລູເບີຣີຂອງເຮົາຫຼາຍ”. ນັບແຕ່ໄດ້ເປີດທຸລະກິດສົ່ງອອກໃນປີ 2023 ເປັນຕົ້ນມາ, ທາງບໍລິສັດ ໄດ້ສົ່ງອອກບລູເບີຣີ ໄປອິນໂດເນເຊຍ, ສິງກະໂປ, ຫວຽດນາມ ແລະ ກຽກກິດສະຖານ.
ທ່ານ ໂກ່ວຫວາງ ຊາວແຂວງຢຸນນານ ຖືກເອີ້ນວ່າເປັນ “ເຖົ້າແກ່ຜັກກາດນ້ອຍ”, ບໍລິສັດປູກຜັກເສິນຊ້ວງ ຢຸນນານ ຂອງທ່ານ ໄດ້ປູກຜັກກາດນ້ອຍ 150 ລ້ານຕົ້ນໃນປີ 2024, ໃນນັ້ນ ໄດ້ສົ່ງອອກປະມານ 20%.
ບໍລິສັດປູກຜັກເສິນຊ້ວງຢຸນນານ ໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດຕ່າງໆ ເຊັ່ນ: ສະຖາບັນຄົ້ນຄວ້າວິທະຍາສາດກະສິກຳ ແຂວງຢຸນນານ, ສະຖາບັນຄົ້ນຄວ້າວິທະຍາສາດກະສິກຳ ນະຄອນຊຽງໄຮ້ ແລະ ອື່ນໆ, ໄດ້ຄົ້ນຄວ້າ ແລະ ນຳໃຊ້ເຕັກນິກວິທະຍາສາດທາງດ້ານກະສິກຳ ເພື່ອຮັກສາຄວາມສົດຂອງຜັກກາດນ້ອຍ. ປັດຈຸບັນ, ຜັກກາດນ້ອຍຂອງທ່ານ ໂກ່ວຫວາງ ໄດ້ສົ່ງອອກໄປເຖິງ ສິງກະໂປ, ມາເລເຊຍ, ໄທ ແລະ ອັງກິດ.
ອີງຕາມຕົວເລກຂໍ້ມູນຈາກອົງການພາສີ ສະແດງໃຫ້ເຫັນວ່າ: ມູນຄ່າການສົ່ງອອກດອກໄມ້ສົດຂອງແຂວງຢຸນນານ ຖືກຈັດຢູ່ອັນດັບທີ 1 ຂອງຈີນ ໃນ 6ປີລຽນຕິດ. ປີ 2024, ມູນຄ່າການສົ່ງອອກໝາກໄມ້ ແລະ ຜັກສົດ ແມ່ນຢູ່ອັນດັບທີ 2 ແລະ ອັນດັບທີ 4 ຂອງຈີນຕາມລຳດັບ. ໝາກອາໂວກາໂດ ແລະ ຊາສົ້ມເຜົ່າເຕີອາງ ຂອງແຂວງຢຸນນານ ໄດ້ສົ່ງອອກໄປຕ່າງປະເທດ ເປັນຄັ້ງທຳອິດໃນປີ 2024.
ຜະລິດຕະພັນທີ່ມີສີສັນພິເສດຂອງແຂວງຢຸນນານ
ໃນຂະນະທີ່ສົ່ງອອກດອກໄມ້, ໝາກໄມ້ ແລະ ຜັກສົດຢຸນນານ ໄປສູ່ທົ່ວໂລກ, ໄຂ່ປາຄາເວຍ, ວະຊະບິ ແລະ ເຫັດປ່າຢຸນນານ ກໍໄດ້ດຶງດູດຄວາມສົນໃຈຈາກລູກຄ້າທົ່ວໂລກ ນັບມື້ນັບຫຼາຍຂຶ້ນ.
ໃນຖານະເປັນອາຫານທີ່ແຊບແບບດັ້ງເດີມຂອງຕາເວັນຕົກ, ໃນຊຸມປີຜ່ານມາ, ໄຂ່ປາຄາເວຍ ໄດ້ກາຍເປັນຜະລິດຕະພັນທີ່ມີສີສັນພິເສດຂອງຈີນ ຍ້ອນວ່າ ຈີນໄດ້ກາຍເປັນປະເທດສົ່ງອອກໄຂ່ປາຄາເວຍ ຫຼາຍທີ່ສຸດ. ປະລິມານການສົ່ງອອກໄຂ່ປາຄາເວຍຂອງເມືອງຮຸ້ຍເຈີ ແຂວງຢຸນນານ ໄດ້ກວມປະມານ 30% ຂອງການສົ່ງອອກໄຂ່ປາຄາເວຍ ທົ່ວປະເທດຈີນ ແລະ ກວມປະມານ 10% ຂອງຕະຫຼາດໄຂ່ປາ ຄາເວຍທົ່ວໂລກ. ນັບແຕ່ໄດ້ສົ່ງອອກໄປສູ່ ລຸກຊຳບວກເປັນຄັ້ງທຳອິດ ໃນປີ 2015, ປັດຈຸບັນ, ໄຂ່ປາຄາເວຍ ເມືອງຮຸ້ຍເຈີ ແຂວງຢຸນນານ ໄດ້ສົ່ງອອກໄປສູ່ຫຼາຍປະເທດໃນໂລ ເຊັ່ນ: ສະວິສ, ຝຣັ່ງ, ດານມາກ ແລະ ອາເມຣິກາ.
ທ່ານ ສືເຈິ້ນຢູ ຜູ້ຮັບຜິດຊອບກຸ່ມບໍລິສັດປາສະເຕີເຈີນອາມູນ ຢຸນນານ ຈຳກັດ ໄດ້ຕິດຕໍ່ຫາລູກຄ້າ ແລະ ໃບສັ່ງຊື້ຈາກແຫ່ງຕ່າງໆໃນໂລກ ເມື່ອຕົ້ນປີ. ທ່ານ ກ່າວວ່າ: ແຂວງຢຸນນານ ມີພູຂຽວນ້ຳໃສ, ປາທີ່ລ້ຽງຢູ່ແຂວງຢຸນນານ ມີຄຸນນະພາບດີ, ໄຂ່ປາຄາເວຍ ທີ່ຜະລິດຢູ່ແຂວງຢຸນນານ ກໍມີຄຸນນະພາບດີເຊັ່ນດຽວກັນ. ນອກນີ້, ສະພາບແວດລ້ອມການດຳເນີນທຸລະກິດຂອງຈີນ ໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ, ບໍລິສັດພວກເຮົາ ມີອະນາຄົດທີ່ສະຫວ່າງສະໄຫວ.
ຍີ່ປຸ່ນ ນິຍົມຜະລິດຕະພັນວະຊະບິແບບດັ້ງເດີມ, ເອີຣົບ ນິຍົມຝຸ່ນວະຊະບິ ແລະ ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ນິຍົມຜະລິດຕະພັນວະຊະບິປະເພດກິນຫຼິ້ນ. ນະຄອນປາວຊານ ທີ່ເປັນແຫຼ່ງປູກວະຊະບິໃຫຍ່ທີ່ສຸດຂອງຈີນ ຈະສາມາດຕອບສະໜອງຕາມຄວາມຕ້ອງການທີ່ແຕກຕ່າງກັນ ຂອງບັນດາປະເທດໃນໂລກ ໄດ້ຢ່າງພຽງພໍ.
ໃນຖານະເປັນໜຶ່ງໃນວິສາຫະກິດສົ່ງອອກວະຊະບິຕົ້ນຕໍ ຂອງນະຄອນປາວຊານ, ບໍລິສັດພັດທະນາວະຊະບິ ຈຳກັດ ນະຄອນປາວຊານ ສາມາດສົ່ງອອກຜະລິດຕະພັນທີ່ມີມູນຄ່າເພີ່ມສູງ ເຊັ່ນ: ວະຊະບິສົດ, ແຈ່ວວະຊະບິ ແລະ ຝຸ່ນວະຊະບິ ພ້ອມທັງສາມາດສົ່ງອອກຜະລິດຕະພັນທີ່ມີຫຼາກຫຼາຍສີສັນ ໃຫ້ຕະຫຼາດທີ່ມີຄວາມຕ້ອງການຕ່າງກັນ. ທ່ານ ແຊຮ້າວ ຜູ້ຮັບຜິດຊອບຂອງບໍລິສັດ ກ່າວວ່າ: “ໃນຊຸມປີຜ່ານມາ, ນະໂຍບາຍສ້າງຜົນປະໂຫຍດໃຫ້ແກ່ຊາວກະສິກອນ ແລະ ວິສາຫະກິດ ຂອງແຂວງຢຸນນານ ແມ່ນແທດເໝາະກັບຄວາມຕ້ອງການຂອງວິສາຫະກິດດີກວ່າເກົ່າ. ຂັ້ນຕອນຂອງການບໍລິການໜ້ອຍກວ່າເກົ່າ ແລະ ວິສາຫະກິດທັງຫຼາຍ ລ້ວນແຕ່ຮັບຮູ້ເຖິງການປ່ຽນແປງຂອງອົງການປົກຄອງທ້ອງຖິ່ນ”.
ສະມາຄົມອຸດສາຫະກຳປູກຜັກ ແຂວງຢຸນນານ ມີໜ່ວຍງານທີ່ສັງກັດສະມາຄົມ 200 ກວ່າແຫ່ງ ເຊິ່ງປົກຄຸມທົ່ວຕ່ອງໂສ້ອຸດສາຫະກຳປູກຜັກ. ສະມາຄົມດັ່ງກ່າວ, ໄດ້ຈັດຕັ້ງວິສາຫະກິດໄປແລກປ່ຽນກັບວິສາຫະກິດໃນປະເທດກຳປູເຈຍ, ມຽນມາ, ຫວຽດນາມ, ໄທ, ຮົງກາລີ, ບຸນກາລີ ແລະ ອື່ນໆ ເພື່ອສົ່ງອອກຜະລິດຕະພັນຂອງຕົນ ໄປສູ່ປະເທດເຫຼົ່ານີ້.