ວາລະສານຈໍາປາ | ການເດີນທາງອັນໜ້າອັດສະຈັນຂອງຖ່ານຫີນ “ຈາກສີດໍາສູ່ສີຂາວ”

2025-03-10 17:53:03

 

ຖ່ານຫີນສີດໍານອກເໜືອຈາກການເຜົາໄໝ້ມັນ, ຍັງຈະສາມາດເຮັດຫຍັງໄດ້ອີກ?

ຢູ່ທີ່ພາກສະໜາມການຜະລິດຂອງໂຮງງານສັງເຄາະ Fischer-Tropsch ຂອງບໍລິສັດພະລັງງານສະອາດຈາກຖ່ານຫີນ ທີ່ຂຶ້ນກັບ ກຸ່ມບໍລິສັດເຄມີ ລູ້ອານ ຊານຊີ (Shanxi), ມີຫໍຄອຍທີ່ສູງໃຫຍ່, ທາງເດີນສາຍພານທີ່ໄປເຖິງໄດ້ໃນທຸທິດທາງ, ມີອຸປະກອນອຸດສາຫະກໍາເຄມີຂະໜາດໃຫຍ່ຫຼາກຫຼາຍຊະນິດ...​ “ເຂົາ​ເຈົ້າ​ທັງໝົດກໍາລັງເຮັດ​ສິ່ງ​ດຽວ​ກັນ ---” ທ່ານ ໝຽວຈ້ຽນສົງ (Miao Jianxiong) ຫົວໜ້າຝ່າຍ​ເຕັກນິກ​ໄດ້​ຮັກສາຄວາມ​ລັບຢູ່, “​ນັ້ນກໍຄື ການ​ປ່ຽນ​ຖ່ານ​ຫີນ​ໃຫ້​ກາຍ​ເປັນ​ຂີ້ເຜິ້ງ.”

ຂີ້ເຜິ້ງທີ່ທ່ານ ໝຽວຈ້ຽນສົງ ກ່າວເຖິງນັ້ນ ແມ່ນໝາຍເຖິງຂີ້ເຜິ້ງ Fischer-Tropsch, ເນື່ອງຈາກນັກວິທະຍາສາດເຢຍລະມັນ Fischer ແລະ Tropsch ຜູ້ທີ່ປະດິດຂະບວນການຜະລິດນໍ້າມັນ ແລະ ຂີ້ເຜິ້ງຈາກຖ່ານຫີນ, ຈຶ່ງຕັ້ງຊື່ຕາມການລວມຊື່ຂອງເຂົາເຈົ້າ.

ຄັນຊັ້ນ ມີຄໍາຖາມຂໍ້ໜຶ່ງ ຄື: ຖ່ານຫີນຖືກປ່ຽນເປັນຂີ້ເຜິ້ງ Fischer-Tropsch ແນວໃດ?

ຖ່ານຫີນກ້ອນໜຶ່ງຜ່ານຂັ້ນຕອນການອົບໃຫ້ແຫ້ງ, ຄັດລອກ ແລະ ບົດໃຫ້ແຕກ, ແລ້ວກາຍເປັນຝຸ່ນຖ່ານຫີນທີ່ປານີດລະອຽດ. ຫຼັງຈາກນັ້ນ, ເອົາຝຸ່ນຖ່ານຫີນ, ອົກຊີເຈນ ແລະ ໄອນໍ້າໃຫ້ລວມຕົວຢູ່ໃນເຕົາ ເພື່ອເກີດການປະຕິກິລິຢາເຄມີພາຍໃຕ້ອຸນຫະພູມສູງ ຄື 1.600-1.800℃ ໃຫ້ກໍາເນີດອາຍແກັສຖ່ານຫີນ ເຊິ່ງອົງປະກອບຫຼັກຂອງມັນເປັນກາກບອນໂມໂນໄຊ (Carbon monoxide) ແລະ ເຮໂດຼເຊນ (Hydrogen). ແລ້ວນໍາອາຍແກັສຖ່ານຫີນດັ່ງກ່າວເຂົ້າໄປໃນເຕົາປະຕິກອນ ໂດຍຜ່ານທໍ່ອາຍແກັສ, ເກີດການປະຕິກິລິຢາ Fischer-Tropsch ພາຍໃຕ້ການປະຕິບັດຂອງຕົວເລັ່ງລັດ, ສຸດທ້າຍກໍໄດ້ຮັບຂີ້ເຜິ້ງ Fischer-Tropsch.

ໃນຊີວິດຕົວຈິງຂອງພວກເຮົາ, ສາມາດພົບເຫັນຂີ້ເຜິ້ງ Fischer-Tropsch ໄດ້ຢູ່ທົ່ວທຸກແຫ່ງ. ຂີ້ເຜິ້ງ Fischer-Tropsch ຖືກນໍາໃຊ້ເປັນສານກະຈາຍຕົວໃນໝຶກ ແລະ ສານເຄືອບຂອງການຕົບແຕ່ງເຮືອນ, ທ່ານ ໝຽວຈ້ຽນສົງ ກ່າວວ່າ : “ທ່ານຄົງຈະບໍ່ເຊື່ອວ່າ, ຂີ້ເຜິ້ງ Fischer-Tropsch ສາມາດມີຢູ່ໃນຮູບແບບເມັດ ຫຼື ແປ້ງ ແລະ ສາມາດຖືກນໍາໃຊ້ເປັນວັດຖຸດິບໃນການເຮັດໝາກຝຣັ່ງ ແລະ ເຄື່ອງສໍາອາງໄດ້.”

ຖ່ານຫີນຍັງສາມາດຖືກນໍາໃຊ້ໃນທາງອື່ນຫຼືບໍ? “ນໍ້າມັນພື້ນຖານ CTL Ⅲ+ ແມ່ນຜະລິດຕະພັນເດັ່ນຂອງພວກເຮົາ.” ໃນຫ້ອງວາງສະແດງຜົນສໍາເລັດທາງວິທະຍາສາດ-ເຕັກໂນໂລຊີຂອງບໍລິສັດດັ່ງກ່າວ, ນັກວິຊາການໄດ້ແນະນໍາໃຫ້ກັບທຸກຄົນວ່າ, ຜະລິດຕະພັນນໍ້າມັນຫຼໍ່ລື່ນຍີ່ຫໍ້ “Taihang” ຂອງພວກຕົນ ສາມາດຖືກນໍາໃຊ້ໃນຂົງເຂດເຫຼັກກ້າ, ການຜະລິດພະລັງງານ, ຈົນເຖິງວ່າໃຊ້ໃນຂົງເຂດການບິນ, ຍານອາວະກາດ ແລະ ຂົງເຂດອື່ນໆ.

ການນໍາໃຊ້ຖ່ານຫີນເປັນວັດຖຸດິບ ເພື່ອຜະລິດຜະລິດຕະພັນນໍ້າມັນຊະນິດຕ່າງໆ ໂດຍຜ່ານປະຕິກິລິຢາ Fischer-Tropsch, ນັ້ນກໍຄື ເຕັກໂນໂລຊີການສັງເຄາະນໍ້າມັນເຊື້ອໄຟດ້ວຍຖ່ານຫີນ. ຖ້າປຽບທຽບກັບນໍ້າມັນເຊື້ອໄຟແບບດັ້ງເດີມ, ນໍ້າມັນເຊື້ອໄຟເຮັດດ້ວຍຖ່ານຫີນມີຄວາມແຕກຕ່າງຫຍັງແດ່? ຢູ່ຂ້າງໜຶ່ງຂອງຫ້ອງວາງສະແດງ, ຖ່ານຫີນໃນພາວະແຂງໄດ້ກາຍເປັນຂອງແຫຼວໂປ່ງໃສຊະນິດໜຶ່ງ, ເຜົາໄໝ້ມັນໂດຍຜ່ານຕະກຽງເຫຼົ້າໄຕ້ ຈະບໍ່ມີຄວັນໄຟ ແລະ ບໍ່ມີກິ່ນ, ໃນຂະນະດຽວກັນ ເຜົາໄໝ້ນໍ້າມັນເຊື້ອໄຟແບບດັ້ງເດີມໄດ້ປ່ອຍຄວັນສີດໍາ. ບໍ່ມີສິ່ງສົກກະປົກ ແລະ ສະອາດກວ່າເກົ່າ ແມ່ນລັກສະນະພິເສດຂອງນໍ້າມັນເຊື້ອໄຟເຮັດດ້ວຍຖ່ານຫີນ.

“ຖ່ານຫີນເໝັນ” ທີ່ຖືກປະຖິ້ມໄວ້ເປັນເວລາດົນນານຢູ່ໃຕ້ເໝືອງບໍ່ແຮ່ ກໍຄື ຖ່ານຫີນທີ່ມີຊູນຟູຣິກສູງ,ໄດ້ຖືກປ່ຽນເປັນນໍ້າມັນທີ່ມີຄ່າ, ຂີ້ເຜິ້ງພິເສດຊັ້ນສູງ, ຜະລິດຕະພັນສານເຄມີສຸດຍອດ, ຕຸກນໍ້າມັນເຊື້ອໄຟລະດັບສູງ... ໃນນະຄອນລູ້ອານ (Lu'an), ຖ່ານຫີນຖືກປ່ຽນຈາພາວະແຂງໄປສູ່ສະພາບຂອງແຫຼວທີ່ພວກເຮົາບໍ່ຄຸ້ນເຄີຍ, ຜະລິດຜະລິດຕະພັນນໍ້າມັນ ແລະ ວັດຖຸດິບເຄມີທີ່ມີຄຸນນະພາບສູງ, ມົນລະພິດທີ່ເກີດຂຶ້ນໃນລະຫວ່າງການປຸງແຕ່ງ ແລະ ຂະບວນການຫັນປ່ຽນ ຖືກບໍາບັດໂດຍລວມສູນ, ແມ່ນໄດ້ບັນລຸເຖິງການນໍາໃຊ້ຖ່ານຫີນຢ່າງມີຄວາມສະອາດ ແລະ ມີປະສິດທິພາບສູງ.

ວາລະສານຈໍາປາ | ການເດີນທາງອັນໜ້າອັດສະຈັນຂອງຖ່ານຫີນ “ຈາກສີດໍາສູ່ສີຂາວ”