ວາລະສານຈໍາປາ | ເມື່ອ "ດວງຕາ" ຂອງຫຸ່ນຍົນມອງເບິ່ງໄປສູ່ທົ່ວໂລກ

ແຫຼ່ງຂ່າວ:CHAMPA   |    2025-03-03 18:19:34

ຈັບ​ເອົາ​ສິນ​ຄ້າ​ເປົ້າ​ໝາຍ​ຢ່າງ​ຖືກ​ຕ້ອງ​ແມ່ນຍໍາຈາກ​ກອງວັດຖຸທີ່ມີຫຼາຍສີ​, ຈັດວາງກ່ອງສົ່ງດ່ວນທີ່ກະແຈກກະຈາຍ ໃຫ້ເປັນລະບຽບຮຽບຮ້ອຍ. ໂມດູນແບດເຕີຣີ ສາມາດປະກອບໄດ້ງ່າຍໃນສາຍພານປະກອບລົດຍົນ... ຫຸ່ນຍົນອຸດສາຫະກໍາຕ້ອງການ “ດວງຕາ” ແຫຼມຄົມຄູ່ໜຶ່ງເພື່ອເຮັດວຽກຢ່າງຄ່ອງແຄ້ວ.

ໃນຫ້ອງທົດລອງ Mech-Mind ຂອງບໍລິສັດ “ຄົນຍັກນ້ອຍ” ທີ່ຕັ້ງຢູ່ໃນສູນວິທະຍາສາດ ບ້ານຈອງກວນຊູນ (Zhongguancun), “ດວງຕາ” AI ຂອງຫຸ່ນຍົນທີ່ເບິ່ງຄືວ່າມີຄວາມງ່າຍດາຍ, ແຕ່ມັນມີທັກສະສຸດຍອດທີ່ນໍາໜ້າໃນໂລກ---ບາງຕົວສາມາດຈໍາແນກວັດຖຸສະທ້ອນແສງໄດ້ຢ່າງແມ່ນຍໍາ ພາຍໃຕ້ແສງສະຫວ່າງທີ່ແຮງ, ບາງຕົວສາມາດກໍານົດຂອບໂປ່ງໃສໄດ້ຢ່າງຊັດເຈນ ແລະ ຍັງມີຕົວອື່ນໆສາມາດຈໍາແນກໄດ້ຢ່າງງ່າຍດາຍລະຫວ່າງວັດຖຸທີ່ມີຮູບຮ່າງ ແລະ ຂະໜາດທີ່ແຕກຕ່າງກັນ.

ຈາກເຊັນເຊີ້ອອຟໂຕເອເລັກໂຕຣນິກ (Photoelectric Sensor) ແບບງ່າຍໆໃນຕອນຕົ້ນທົດສະວັດທີ 9 ສະຕະວັດທີ 20, ຈົນໄປເຖິງການຊົມໃຊ້ຢ່າງທົ່ວເຖິງຂອງລະບົບຈັກຂຸວິນຍານ 2D ໃນຕົ້ນສະຕະວັດທີ 21, ມາຮອດການເຊື່ອມໂຍງລວມຕົວກັນຢ່າງເລິກເຊິ່ງຂອງລະບົບຈັກຂຸວິນຍານ 3D ກັບ AI ໃນປັດຈຸບັນນີ້, “ດວງຕາ” ຂອງຫຸ່ນຍົນອຸດສາຫະກໍາ ບໍ່ພຽງແຕ່ນັບມື້ນັບ ມີຄວາມສະຫວ່າງສົດໃສຂຶ້ນເທົ່ານັ້ນ, ແຕ່ຍັງໄດ້ຮຽນຮູ້ທີ່ຈະຄົ້ນຄິດ ແລະ ວິນິດໄສອີກດ້ວຍ.

“ດວງຕາ” AI ໄດ້ເຕີບໃຫຍ່ຢ່າງໂລ່ງລ່ຽນ ໃນປະເທດຈີນ, ເນື່ອງຈາກມີພື້ນທີ່ຕະຫຼາດກວ້າງໃຫຍ່ ທີ່ເຕີບໃຫຍ່ຢ່າງໄວວາ. ນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ, ອຸດສາຫະກຳ​ການ​ຜະລິດ​ຂອງ​ຈີນ​ໄດ້ຄ່ອຍໆ​ຫັນປ່ຽນ​ຈາກ​ການ​ໃຊ້ແຮງ​ງານປະຍຸກໄປ​ເປັການໃຊ້​ເຕັກ​ໂນ​ໂລ​ຊີປະຍຸກ; “Made in China 2025” ທີ່ເປີດຕົວອອກເມື່ອປີ 2015, ຖືເປັນສຽງຮຽກຮ້ອງໃຫ້ເປັນແບບອັດສະລິຍະສໍາລັບອຸດສາຫະກໍາ ແລະ ຂະໜາດຂອງຕະຫຼາດຫຸ່ນຍົນອຸດສາຫະກໍາຂອງຈີນ ກໍເລີ່ມເຕີບໃຫຍ່ຂຶ້ນຢ່າງໄວວາ. ເມື່ອມາຮອດປີ 2023, ໄດ້ຄອງອັນດັບທີໜຶ່ງຂອງໂລກໃນໄລຍະ 13 ປີຕິດຕໍ່ກັນ, ສ່ວນແບ່ງການຕະຫຼາດຂອງມັນ ໄດ້ເກີນເຄິ່ງໜຶ່ງຂອງຕະຫຼາດໂລກໃນໄລຍະ 2 ປີທີ່ຜ່ານມາ. ໃນລະຫວ່າງໄລຍະນີ້, ດ້ວຍການພັດທະນາຢ່າງໄວວາ ແລະ ຄວາມກ້າວໜ້າຢ່າງກ້າວກະໂດດ ຂອງເຕັກໂນໂລຊີ AI, ຫຼາຍໆບໍລິສັດທີ່ສຸມໃສ່ໃນດ້ານ “AI + ຫຸ່ນຍົນ”, ເຊັ່ນ: Mech-Mind, Sense Time ແລະ Geek+ ກໍໄດ້ເຜີຍຕົວອອກມາ ຄືກັບ ເຫັດປົ່ງຫຼັງຝົນຕົກ, ໄດ້ບັນລຸການເຕີບໃຫຍ່ຢ່າງໄວວາ ໂດຍຜ່ານການເພີ່ມການລົງທຶນ ໃນ AI algorithms.

ຫຼັງຈາກໄດ້ຮັບການກໍ່ຕັ້ງ ແລະ ພັດທະນາຢ່າງເຕັມທີ່ໃນປະເທດຈີນແລ້ວ, “ດວງຕາ” AI ຂອງຈີນ ເລີ່ມຫັນຄວາມສົນໃຈໄປຍັງຕະຫຼາດຕ່າງປະເທດ. ໂດຍອາໄສຂໍ້ໄດ້ປຽບດ້ານການແຂ່ງຂັນ ເຊັ່ນ: ລະບົບຈັກຂຸວິນຍານ AI ທີ່ຄົ້ນຄວ້າພັດທະນາດ້ວຍຕົນເອງ, ບໍລິສັດຈີນໄດ້ຮັບສ່ວນແບ່ງຢ່າງຫຼວງຫຼາຍຢູ່ຕ່າງປະເທດ. ຜູ້ຮັບຜິດຊອບຂອງບໍລິສັດ Mech-Mind ແນະນໍາວ່າ: “ໃນຊຸມປີມໍ່ໆມານີ້, ທຸລະກິດພາຍໃນ ແລະ ຕ່າງປະເທດຂອງພວກເຮົາໄດ້ຮັກສາການເຕີບໃຫຍ່ຢ່າງໄວວາ, ໂດຍສະເພາະແມ່ນລາຍຮັບຈາກຕ່າງປະເທດໄດ້ເພີ່ມຂຶ້ນສອງເທົ່າໃນແຕ່ລະປີ, ໃນປີນີ້, ອັດຕາສ່ວນຂອງທຸລະກິດຢູ່ຕ່າງປະເທດຄາດວ່າຈະເກີນກວ່າ50%.”

ໃນປັດຈຸບັນນີ້, ກະແສຟອງຂອງໂມເດວຂະໜາດໃຫຍ່ແບບປັນຍາປະດິດທົ່ວໄປ (Artificial intelligence large model) ໄດ້ປູທາງດ່ວນໃໝ່ໆສໍາລັບການປະຢຸກໃຊ້ຈັກຂຸວິນຍານເຄື່ອງຈັກ ໃນວົງກວ້າງຫຼາຍຂຶ້ນ. ໃນປັດຈຸບັນ, ຫຸ່ນຍົນທີ່ໄດ້ຮັບການເສີມພະລັງຈາກໂມເດວຂະໜາດໃຫຍ່ທາງດ້ານຈັກຂຸວິນຍານທົ່ວໄປ ກໍາລັງຄ່ອຍໆພັດທະນາຄວາມສາມາດ ໃນການໂຕ້ຕອບພົວພັນກັບມະນຸດ ດ້ວຍ ພາສາທໍາມະຊາດ, ສາມາດເຮັດສໍາເລັດວຽກງານທີ່ສັບສົນຫຼາຍຂຶ້ນ, ປັບຕົວເຂົ້າກັບສະພາບແວດລ້ອມທີ່ຫຼາກຫຼາຍ, ພ້ອມທັງນໍາໄປປະຢຸກໃຊ້ໃນຂົງເຂດທີ່ກວ້າງຂວາງຂຶ້ນ.
 

ວາລະສານຈໍາປາ | ເມື່ອ "ດວງຕາ" ຂອງຫຸ່ນຍົນມອງເບິ່ງໄປສູ່ທົ່ວໂລກ