ວາລະສານຈໍາປາ | 75 ປີ, ຮ່ວມກັນຈະເລີນຮຸຸ່ງເຮືອງທັງເໜືອ ແລະ ໃຕ້

ແຫຼ່ງຂ່າວ:CHAMPA   |    2025-03-03 18:14:08

ປີ 2024 ເປັນ​ປີ​ຄົບຮອບ 75 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ. ຈາກ​ໃຕ້​ຫາ​ເໜືອ, ໃນ​ໄລ​ຍະ 75 ປີ​ທີ່​ຜ່ານ​ມາ, ເລື່ອງ​ສົດ​ໃສ​ໄດ້​ເປີດ​ເຜີຍ​ຢ່າງ​ງຽບໆ​ໃນ​ທົ່ວ​ປະ​ເທດ​ຈີນ.

“ຖ້າທ່ານສາມາດປະດິດສ້າງໃໝ່ ໃນທຸກໆມື້ໄດ້, ທ່ານຄວນປະດິດສ້າງໃໝ່ໃນທຸກໆມື້, ແລະປະດິດສ້າງໃໝ່ຊໍ້າແລ້ວຊໍ້າອີກຢ່າງບໍ່ຂາດສາຍ.” ນີ້ແມ່ນຄໍາສັ່ງສອນ​ຂອງບັນພະບຸລຸດບູຮານ,​ ເຊິ່ງໄດ້​ສະທ້ອນ​ເຖິງ​ຄວາມ​ປາຖະໜາ​ອັນ​ເປັນນິລັນ​ຂອງ​ປະຊາ​ຊາດ​ຈີນ​ຕໍ່ກັບການ​ປະດິດ​ສ້າງໃໝ່. ໃນນະຄອນຫຼວງ​ປັກ​ກິ່ງ, ບໍ​ລິ​ສັດ​ແບບວິທະຍາສາດ-ເຕັກ​ໂນ​ໂລ​ຊີ​ ໄດ້​ກໍາເນີດອອກໃນ​ທຸກໆ 5 ນາ​ທີ; ຢູ່​ນະຄອນ​ຊາງ​ໂຈ່​ວ (Changzhou), ລົດ​ພະລັງງານ​ໃໝ່ແຕ່ລະ 10 ​ຄັນ​​ໃນ​ໂລກ​ ກໍຈະ​ມີ 1 ຄັນປະກອບຕິດຕັ້ງ​ໝໍ້ໄຟ​ພະລັງງານ​ທີ່ຜະລິດຈາກ​ບ່ອນ​ນີ້; ຢູ່​ແຂວງ​ສ້ານສີ (Shaanxi), ມູນຄ່າການຊື້ຂາຍຂອງ​ສັນ​ຍາ​ເຕັກ​ໂນ​ໂລ​ຊີ​ປະຈໍາປີ ໄດ້​ບັນ​ລຸເຖິງ 412,07 ຕື້ຢວນ, ເຊິ່ງຖືວ່າ​ເປັນ​ຜົນ​ສຳ​ເລັດ​ທີ່​ໜ້າ​ປະ​ທັບ​ໃຈ... 75 ປີ​ມາ​ນີ້, ການປະດິດສ້າງໃໝ່​ເປັນແຮງຂັບເຄື່ອນທີ່ບໍ່ຂາດສາຍໃນການ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ຂອງ​ຈີນ​ຢ່າງ​ສະເໝີຕົ້ນສະເໝີປາຍ.ດອກໄມ້ຊໍ່ໜຶ່ງ, ບັນຈຸຂຶ້ນລົດໄຟໃນຕອນກາງຄືນ, ສາມາດສົ່ງໄປເຖິງນະຄອນຫຼວງວຽງຈັນໃນມື້ຕໍ່ມາໄດ້; ການຜະລິດປາຍປາກກາອັນໜຶ່ງອອກມາ, ຕ້ອງຜ່ານຂັ້ນຕອນການຜະລິດຫຼາຍກວ່າ 30 ຂັ້ນຕອນ, (ການໃຊ້ປາກກາ) “ເລີ່ມຕົ້ນຂຽນ, ຢຸດ, ເສັ້ນຂຽນເນີ້ງຊ້າຍ, ເສັ້ນຂຽນເນີ້ງຂວາ” ແມ່ນໄດ້ສະແດງທໍານອງອັນມີຊີວິດຊີວາຢ່າງເຕັມສ່ວນ. ແກ້ວແຜ່ນໜຶ່ງ, ສາມາດໃຊ້ເປັນມ່ານບັງແດດ, ພາວເວີແບງແບບພົກພາ, ຊ່ອງສຽບບັດETC ... 75 ປີຜ່ານມາ, ມີຕົວຢ່າງຈໍານວນນັບບໍ່ຖ້ວນ ທີ່ສິນຄ້າຂະໜາດນ້ອຍຂອງຈີນຖືກພັດທະນາເປັນຕະຫຼາດໃຫຍ່ ແລະ ກາຍເປັນອຸດສາຫະກຳໃຫຍ່ ແລະ ເລື່ອງຍີ່ຫໍ້ທີ່ກໍາເນີດຈາກສິ່ງດັ່ງກ່າວກໍມີຈໍານວນຫຼວງຫຼາຍ.

ຢູ່​ໂຮງງານ​ຜະລິດ​ລົດ​ພະລັງງານ​ໃໝ່​ໃນແຂວງເຫີໜານ (Henan) ຂອງ​ຈີນ, ຊາຍ​ຊາວ​ມາ​ເລ​ເຊຍ​ຄົນ​ໜຶ່ງ​ໄດ້​ທົດ​ລອງ​ຂັບ​ລົດ​ພະລັງງານ​ໃໝ່. ທ່ານ​ກ່າວ​ວ່າ, ຢູ່​ກົວ​ລາ​ລຳ​ເປີ, ​ແມ່ນເຫັນ​ລົດ​ພະລັງງານ​ໃໝ່​ຂອງ​ຈີນຢູ່ສະເໝີ, “ມີ​ສຽງ​ລົບກວນໜ້ອຍ ແລະ ​ການ​ເລັ່ງຄວາມໄວໄດ້ດີ , ນີ້​ຈະ​ເປັນ​ທາງ​ເລືອກ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າ​ໃນ​ເວລາ​ຊື້​ລົດ​ໃນ​ອະນາຄົດ.” ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ການ​ເປີດ​ປະຕູສູ່ພາຍນອກຍັງ​ເຮັດ​ໃຫ້​ຈີນ​ຮ່ວມໃຊ້​ໂອກາດ​​ກັບ​ໂລກ. ຫວ່າງ​ມໍ່ໆ​ມາ​ນີ້, ບໍລິສັດ Novo Nordisk ​ໄດ້ລົງທຶນ 4 ຕື້ຢວນ ​ເພື່ອ​ເປີດ​ຕົວໂຄງການ​ຂະຫຍາຍ​ການ​ຜະລິດນໍ້າຢາປອດເຊື້ອຢູ່​ນະຄອນທຽນສິນ (Tianjin); ບໍລິສັດໂຟກສະວາເກນ(Volkswagen) ຂອງ​ເຢຍລະ​ມັນ​ປະກາດວ່າ ຈະ​ລົງທຶນ 2,5 ຕື້​ເອີ​ໂຣ​ເພື່ອ​ຂະຫຍາຍກໍ່ສ້າງ​ສູນ​ການຜະລິດ ​ແລະ​ ນະວັດຕະກໍາຢູ່ນະຄອນເຫີເຝີຍ (Hefei)... 75 ປີ​​ມານີ້, ຜູ້ຮັບຜິດຊອບຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດທີ່ມີຈໍານວນບໍ່ໜ້ອຍ​ໄດ້ເປັນສັກຂີພິຍານ​ເຫັນ​ກັບຕົວຈິງວ່າ ​ຈີນໄດ້​ເປີດ​ປະຕູ​ສູ່​ພາຍ​ນອກ ນັບມື້ນັບ​ກວ້າງ​ອອກກວ່າເກົ່າ, ​ໃນ​ສາຍຕາ​ຂອງ​ເຂົາ​ເຈົ້າ, ການ​ເດີນໄປ​ກັບ​ຈີນ​ແມ່ນໝາຍ​ເຖິງ​ ການ​ເດີນ​ໄປກັບ​ໂອກາດ, ການ​ລົງທຶນ​ຢູ່​ຈີນແມ່ນ​ໝາຍ​ເຖິງ​ການ​ລົງທຶນ​ຕໍ່​ອະນາຄົດ.

“ປະເທດຈີນໃນທຸກມື້ນີ້ແມ່ນປະເທດທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ.” ໃນເຂດປົກຄອງຕົນເອງມົງໂກນໃນ, ຄວາມມະຫັດສະຈັນຂອງການຟື້ນຟູ ແລະ ການຄຸ້ມຄອງໄດ້ເຮັດໃຫ້ຊາວກະສິກອນ ແລະ ຊາວລ້ຽງສັດສາມາດກິນ “ອາຫານນິເວດທຳມະຊາດ” ໄດ້; ຢູ່​ແຂວງ​ກຸ້ຍ​ໂຈ່​ວ, ມີ​ກິດຈະກໍາການ​ສະ​ແດງ​ລະຄອນ​ວັດທະນະທຳຂະໜາດໃຫຍ່​ຢູ່​ເວທີ​ທົ່ວປວງຊົນ; ຢູ່​ແຂວງເຫີຍຫຼົງຈ່ຽງ (Heilongjiang), ພວກ​ເຮົາ​ໄດ້​ໄປ​ນັດ​ພົບ​ກັນ​ກັບ​ນ້ຳ​ກ້ອນ ​ແລະ​ ຫິມະ; ຈາກ​ໃຕ້​ໄປ​ເໜືອ, ​ໃນ​ຂະນະ​ທີ່​ນະ​ໂຍບາຍ​ການ​ຜ່ານ​ແດນ​ຍົກເວັ້ນວີ​ຊ່າ​ຂອງຈີນ​ໄດ້​ຮັບ​ການປັບປຸງຢ່າງຮອບດ້ານ, “ການທ່ອງທ່ຽວ​ຈີນ” (China Travel) ​ໄດ້​ກາຍ​ເປັນ​ປ່ອງ​ຢ້ຽມ​ເພື່ອທໍາຄວາມເຂົ້າໃຈຈີນຂອງ​ເພື່ອນ​ມິດ​ຕ່າງປະ​ເທດ​...​ 75 ປີ​​ມານີ້, ພະລັງຊີວິດ​ທີ່ກໍາເນີດໃນ​ການ​ເຄື່ອນ​ໄຫວ ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ມີຊີວິດຊີວາ, ​ແມ່ນເຊື່ອມ​ໂຍງ​ເຂົ້າ​ກັນ ​ແລະ ຮ່ວມກັນ​ກ້າວ​ໜ້າ, ແມ່ນບັນຍາກາດອັນຄຶກຄື້ນຟົດຟື້ນ.

ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ຈີນ​ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ທັນ​ສະ​ໄໝ​ຂອງ “ສິ່ງ​ຂອງ” ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ທັນ​ສະ​ໄໝ​ຂອງ “ຄົນ”. ເລື່ອງລາວ​ຂອງ​ຄົນ​ຈີນ​ໃນ​ສະ​ໄໝປັດຈຸບັນນີ້ ແມ່ນປະ​ກອບ​ດ້ວຍ​ຈິດ​ວິນ​ຍານ​ຂອງ​ຍຸກ​ສະ​ໄໝ; ການ​ສະ​ແຫວ​ງຫາ​ຂອງ​ຄົນ​ທໍາ​ມະ​ດາ​ໄດ້​ສະ​ແດງ​ໃຫ້​ເຫັນ​ພະລັງແຫ່ງ​ຄວາມຝັນ​ຂອງ​ຄອບຄົວ​ ແລະ ​ປະ​ເທດຊາດ. ໃນ​ວາລະສານສະບັບ​ນີ້, ພວກ​ເຮົາ​ຢາກ​ເລົ່າ​ເລື່ອງ​ເຫຼົ່າ​ນີ້​ໃຫ້​ທ່ານຮັບຟັງ, ຟັງ​ສຽງ​ສະທ້ອນ​ຂອງ​ນະວັດ​ຕະກຳ, ສຽງ​ສະທ້ອນຮ່ວມ​ຂອງ​ຄວາມ​ຕ້ອງການ, ສຽງ​ສະທ້ອນຂອງກາລະ​ໂອກາດ, ການ​ສົນທະນາ​ຂອງ​ອະລິຍະ​ທຳ, ​ແລະ​ຮັບ​ຟັງ ​“ຜູ້​ທີ່​ມີ​ຄວາມ​ມຸ້ງ​ມາດ​ປາຖະໜາ​ອັນ​ດຽວ​ກັນ​ຈະ​ບໍ່​ຄິດ​ວ່າ ພູ​ຜາ​ ແລະ​ ທະ​ເລ​ຈະ​ຢູ່​ໄກອີກ”.

ວາລະສານຈໍາປາ | 75 ປີ, ຮ່ວມກັນຈະເລີນຮຸຸ່ງເຮືອງທັງເໜືອ ແລະ ໃຕ້