ວາລະສານຈໍາປາ | ມື້ໜຶ່ງຂອງຮົ້ວເອີກົວຊື
ໃນເວລາແສງຕາເວັນສາດສ່ອງໃສ່ ນະຄອນຮົ້ວເອີກົວຊື (Horgos)ທີ່ຕັ້ງຢູ່ເຂດຊາຍແດນພາກຕາເວັນຕົກສ່ຽງເໜືອຂອງປະເທດຈີນ, ກໍມີນັກທ່ອງທ່ຽວລຽນແຖວຍາວປານຫາງມັງກອນ ຢູ່ດ້ານນອກຂອງອາຄານເຮັດເອກະສານ ຂອງສູນການຮ່ວມມືຊາຍແດນສາກົນ ຮົ້ວເອີກົວຊື ລະຫວ່າງ ຈີນ-ກາຊັກສະຖານ. ຕອນເຊົ້າ 10 ໂມງປາຍ, ພາຍໃນສູນກາງຮ່ວມມືນີ້ ກໍມີນັກທ່ອງທ່ຽວຈາກປະເທດຈີນ, ກາຊັກສະຖານ ແລະ ກຽກກິດສະຖານ ຫຼັ່ງໄຫຼມາທີ່ນີ້ຢ່າງບໍ່ຂາດສາຍ, ການທ່ອງທ່ຽວຊື້ເຄື່ອງຢູ່ເຂດຊາຍແດນມີຄວາມຟົດຟື້ນເປັນພິເສດຫຼາຍ.
ປັດຈຸບັນ, ສູນກາງການຮ່ວມມື ມີພຽງເຂດພື້ນທີ່ຂອງຝ່າຍຈີນ ມີເຈົ້າຂອງຮ້ານຄ້າເຂົ້າມາຈຳໜ່າຍສິນຄ້າຢູ່ນີ້ ຫຼາຍກວ່າ 1.000 ແຫ່ງ, ໃນນັ້ນ ມີວິສາຫະກິດຍົກເວັ້ນພາສີຫຼາຍກວ່າ 200 ແຫ່ງ ຈໍາໜ່າຍສິນຄ້າເກືອບພັນກວ່າປະເພດ ຈາກ 10 ກວ່າປະເທດໃນໂລກ. ເມື່ອການປະຕິບັດຍົກເວັ້ນວີຊ່າສອງຝ່າຍ ຈີນ-ກາຊັກສະຖານ ໄດ້ເລີ່ມມີຜົນນໍາໃຊ້ແລ້ວ ກໍມີນັກທ່ອງທ່ຽວມາຊື້ເຄື່ອງ ແລະ ທ່ຽວຫຼິ້ນຢູ່ສູນກາງການຮ່ວມມືແຫ່ງນີ້ນັບມື້ນັບຫຼາຍຂຶ້ນ.
ສູນກາງການຮ່ວມມືເປັນພຽງຮູບຫຍໍ້ໜຶ່ງ ໃນການປ່ຽນແປງ ແລະ ການພັດທະນາຂອງນະຄອນຮົ້ວເອີກົວຊື, ຕົວເມືອງໜຸ່ມນ້ອຍທີ່ຫາກໍສ້າງຕັ້ງຂຶ້ນບໍ່ຮອດ 10 ປີນີ້ ຍາມໃດກໍບໍ່ເຄີຍຂາດກຳລັງການປະດິດສ້າງໃໝ່ຈັກເທື່ອ.
ນະຄອນຮົ້ວເອີກົວຊື ຕັ້ງຢູ່ກິ່ງແຂວງປົກຄອງຕົນເອງເຜົ່າກາສ (Kazakh) ອີລີ້ ຂອງເຂດປົກຄອງຕົນເອງເຜົ່າອຸຍກູ ຊິນຈ່ຽງ (Xinjiang), ມີຊາຍແດນຕິດຈອດກັບປະເທດກາຊັກສະຖານ, ຢູ່ນີ້ເຄີຍເປັນສະຖານີສໍາຄັນຂອງເສັ້ນທາງທິດເໜືອ ຂອງເສັ້ນທາງສາຍໄໝ ໃນສະໄໝບູຮານ, ປັດຈຸບັນນີ້ ໄດ້ກາຍເປັນດ່ານ ແລະ ສູນກາງການຄ້າຂອງປະເທດຈີນ ທີ່ເປີດກວ້າງສູ່ພາກຕາເວັນຕົກຂອງຈີນ. 10 ກວ່າປີມານີ້, ການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ໄດ້ກະຕຸກຊຸກຍູ້ໃຫ້ນະຄອນຮົ້ວເອີກົວຊື ມີການພັດທະນາຫຼາຍ.
ໃນວາລະສານສະບັບນີ້, ພວກເຮົາຈະພາທ່ານເຂົ້າສູ່ເວລາໜຶ່ງມື້ ຂອງນະຄອນຮົ້ວເອີກົວຊື. ນີ້ແມ່ນມື້ໜຶ່ງທີ່ມີວຽກຫຍຸ້ງຫຼາຍ, ທັງເປັນໄລຍະເວລາອັນສັ້ນໆ ທຳມະດາຂອງຕົວເມືອງໜຸ່ມນ້ອຍແຫ່ງນີ້ສະແຫວງຫາຄວາມຝັນຂອງຕົນ. ນີ້ແມ່ນການສະສົມເວລາ 24 ຊົ່ວໂມງ ທີ່ນັບບໍ່ຖ້ວນຈາກຫຼາຍມື້ຫຼາຍເດືອນ, ການສູ້ຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງຄົນທຳມະດາຈຳນວນຫຼວງຫຼາຍ, ຈຶ່ງໄດ້ມີຕົວເມືອງນີ້ ແລະ ປະເທດນີ້ ທີ່ມີການປ່ຽນແປງ ແລະ ມີການພັດທະນາທີ່ຜ່ານເວລາດົນນານ.