ຝາກເວລາໄວ້ກັບ ''ທະນາຄານ''

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2025-02-28 09:04:30

ຖ້າ​ມີ “ທະ​ນາ​ຄານ” ແຫ່ງ​ໜຶ່ງ, ໃນ​ເວ​ລາ​ທ່ານ​ຝາກ​ເວ​ລາໄວ້ກັບທະນາຄານໃນ​ຕອນທ່ານ​ເປັນ​ໄວ​ໜຸ່ມ, ທ່ານ​ສາ​ມາດແລກ​ປ່ຽນ​ການ​ບໍ​ລິ​ການ​ລ້ຽງ​ດູໃນ​ເວ​ລາ​ທ່ານ​​ເຖົ້າ​ແລ້ວ, ທ່ານ​ຈະ​ເຫັນ​ດີ​ບໍ?

ໃນ​ຊຸມ​ປີ​ຜ່ານ​ມາ, ຢູ່ຫຼາຍ​ຕົວ​ເມືອງ​ຂອງ​ຈີນ ເຊັ່ນ: ນະ​ຄອນຫຼວງ​ປັກ​ກິ່ງ, ນະ​ຄອນານກິງ (Nanjing), ນະຄອນຊິງຕາວ (Chengdu) ແລະ ນະ​ຄອນ​ເສິງຕູ່ ​ເປັນ​ຕົ້ນ ໄດ້​ພາ​ກັນ​ຕັ້ງ​ໜ້າ​ຄົ້ນ​ຄວ້າ​ຮູບ​ການ​ບໍ​ລິ​ການ​ລ້ຽງ​ດູ​ຜູ້​ເຖົ້າ​ແບບ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ​ແລະ ກັນ, ນັ້ນ​ກໍ​ຄື: ການສະ​ສົມ​ເວ​ລາ​ໃນ​ໄລ​ຍະ​ອາ​ຍຸ​ຍັງໜຸ່ມ ແລະ ຮັບ​ການ​ບໍ​ລິ​ການ​ໃນ​ໄລ​ຍະ​ອາ​ຍຸ​ສູງ. ໃນ​ການ​ຄົ້ນ​ຄວ້າ​ຂອງ​ຕົວ​ເມືອງ​ຕ່າງໆ, ຮູບ​ການ “ທະ​ນາ​ຄານ​ເວ​ລາ” ໃໝ່​ໄດ້​ປະ​ກົດ​ຕົວ​ຂຶ້ນ​ເລື້ອຍໆ, ເນື້ອ​ໃນ​ການ​ບໍ​ລິ​ການ​ກໍ​ໄດ້​ຈາກ “ຜູ້​ເຖົ້າ​ອາ​ຍຸ​ຕ່ຳ ​ບໍ​ລິ​ການ​ຜູ້​ເຖົ້າ​ອາ​ຍຸ​ສູງ” ຂະ​ຫຍາຍ​ໄປ​ເຖິງ​​ການ​ລ້ຽງ​ດູ​ຜູ້​ເຖົ້າທີ່​ມີ “ທຸກ​ຄົນ​ຄົນເຂົ້າ​ຮ່ວມ” ແລະ ການ​ບໍ​ລິ​ການ​ອາ​ສາ​ສະ​ໝັກໃນ​ຄຸ້ມ​ຊຸມ​ຊົນ.

 

 

ແລກ​ປ່ຽນ​ການ​ບໍ​ລິ​ການໃນ​ອະ​ນາ​ຄົດດ້ວຍ​ເວ​ລາ​ປັດ​ຈຸ​ບັນ

ວັນ​ທີ 11 ກຸມ​ພາ​ຜ່ານມານີ້, ໃນ​ຫ້ອງ​ກິດ​ຈະ​ກຳ​ຂອງ​ຄຸ້ມ​ຊຸມ​ຊົນຊຽງ​ຮ​ວາ​ສຽວ​ ເຂດ​ຖະ​ໜົນ​ຊິນ​ຮ​ວາ​ລູ​ເມືອງ​ສາງ​ໜິງ ນະ​ຄອນ​ຊຽງ​ໄຮ້, ພາຍ​ໃຕ້​ການຊ່ວຍ​ເຫຼືອ​ຂອງ​ ສຽວ​ວາງ ອາ​ສາ​ສະ​ໝັກ, “ເດັກ​ເຖົ້າ” 5 ຄົນ​ ໄດ້​ພັບ​ໂຄມ​ໄຟ​ເຈ້ຍ​ຢ່າງ​ເອົາ​ຈິງ​ເອົາ​ຈັງ. ໃນ​ທີ່​ສຸດ, ແຕ່​ລະ​ຄົນໄດ້​ເຮັດ​​ໂຄມ​ໄຟ​ເຈ້ຍ​ມີ​ສີ 2 ອັນ, ພວກ​ເພິ່ນ​ໄດ້ແຊກັນ, ມີບັນຍາກາດມ່ວນ​ຊື່ນເປັນພິເສດ.

ສຽວ​ວາງ ​​ແມ່ນ​ແມ່​ເຖົ້າວາງ​ລິງ​ຊິວ (Wang Lingqiu), ປີ​ນີ້​ອາ​ຍຸ 57 ປີ, ບ້ານ​ຂອງ​ລາວ​ ຕັ້ງ​ຢູ່​ໃນ​ຄຸ້ມ​ຊຸມ​ຊົນ​ຊຽງ​ຮ​ວາ​ສຽວ. ພາຍຫຼັງ​ແມ່​ເຖົ້າ​ໄດ້​ອອກ​ກິນ​ເບ້ຍ​ບຳ​ນານ​ ຈາກ​ການ​ບໍ​ລິ​ການ​ຜູ້​ເຖົ້າ​ໃນ​ເວ​ລາ​ແມ່​ເຖົ້າ​ມີ​ອາ​ຍຸ 55 ປີ, ພໍ​ດີ​ແມ່​ເຖົ້າ ​ມີ​ໂອ​ກາດ​ມາ​ເປັນ​ອາ​ສາ​ສະ​ໝັກ​ໃນ​ສູນ​ບໍ​ລິ​ການ​ຈື້​ຄາງ​ເມືອງ​ສາງ​ໜິງ ແລະ ເລີ່ມ​ເຂົ້າ​ຮ່ວມ​ໂຄງ​ການ “ທະ​ນາ​ຄານ​ເວ​ລາ” ຂອງ​ເມືອງ​ສາງ​ໜິງ​ ນັບແຕ່​ເດືອນ​ສິງ​ຫາ​ປີ​ຜ່ານ​ມາ.

ເມື່ອ​ກົດ​ເຂົ້າ​ແອັບ “ທະ​ນາ​ຄານ​ເວ​ລາ” ໃນ​ໂທ​ລະ​ສັບ​ມື​ຖື​ຂອງ​ແມ່​ເຖົ້າ ​ວາງ​ລິງ​ຊິວ, ໃນ​ບັນ​ຊີ​ຂອງ​ແມ່​ເຖົ້າ​ ໄດ້​ບັນ​ທຶກວ່າ: ນັບ​ແຕ່​ເດືອນ​ສິງ​ຫາ​ປີ​ຜ່ານ​ມາ​ຫາ​ເດືອນ​ມັງ​ກອນ​ປີ​ນີ້, ໄດ້​ສະ​ສົມຫຼຽນ​ເວ​ລາ 238 ຫຼຽນ ນັ້ນ​ໝາຍ​ຄວາມ​ວ່າ ແມ່​ເຖົ້າ​ວາງ​ລິງ​ຊິວ ​ໄດ້​ໃຫ້​ບໍ​ລິ​ການ 238 ຊົ່ວ​ໂມງ ​ແກ່​ຜູ້​ເຖົ້າ​ອາ​ຍຸສູງທີ່​ຢູ່​ຜູ້​ດຽວ​ໃນ​ຄຸ້ມ​ຊຸມ​ຊົນ​ຊຽງ​ຮ​ວາ​ສຽວ ແລະ ເຂດ​ໃກ້​ຄຽງ.

​ຕາມ​ທຳ​ມະ​ດາ​ແລ້ວ, ເວ​ລາ​ບໍ​ລິ​ການ​ຂອງ​ແມ່​ເຖົ້າ​ວາງ​ລິງຊິວ ແມ່ນ 5 ຫາ 8 ຊົ່ວ​ໂມງ​ຕໍ່​ມື້ ແລະ ບໍ​ລິ​ການ​ໃຫ້ 5 ຫາ 6 ຄອບ​ຄົວ. ຕອນ​ຄ່ຳ​ຂອງ​ມື້​ກ່ອນ, ແມ່​ເຖົ້າ​ຈະ​ຕິດ​ຕໍ່​ຫາ​ຜູ້​ເຖົ້າ​ທັງຫຼາຍ ໂດຍ​ຜ່ານ​ໂທ​ລະ​ສັບ ຫຼື ວິ​ແຊັດ ເພື່ອ​ຊອກ​ຮູ້​ຄວາມ​ຕ້ອງ​ການ​ຂອງ​ຜູ້​ເຖົ້າ​ທັງຫຼາຍ.

“ຫຼຽນ​ເວ​ລາ” ຈະ​ຄິດ​ໄລ່​ຕໍ່​ເດືອນ, ທຸກ​ເທື່ອ​ທີ່​ແມ່​ເຖົ້າ​ເບິ່ງໂຕ​ເລກ​ໃນ​ບັນ​ຊີ​ຂອງ​ຕົນ, ກໍ​ຮູ້​ສຶກ​ດີ​ໃຈ ແລະ ພູມ​ໃຈຫຼາຍ. ແມ່​ເຖົ້າ​ ວາງ​ລິງ​ຊິວ ​ກ່າວ​ວ່າ: ທຸກ​ຄົນ​ຈະ​ຕ້ອງ​ເຖົ້າ, ມີ​ຄວາມ​ຮັບ​ປະ​ກັນ​ໃນ​ເວ​ລາ​ເຖົ້າ, ຈະ​ຮູ້​ສຶກ​ໝັ້ນ​ໃຈ​ກວ່າ.

  

 

ມີ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວັດ​ຖຸ ແລະ ກໍ​ມີ​ການ​ແລກ​ປ່ຽນ​ທາງ​ດ້ານ​ຈິດ​ໃຈ

ຮູບ​ການ​ບໍ​ລິ​ການ​ລ້ຽງ​ດູ​ຜູ້​ເຖົ້າ ​ແບບ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລ​ະ​ ກັນ​ ທີ່ເອີ້ນວ່າ: “ທະ​ນາຄານ​ເວ​ລາ” ບໍ່​ພຽງ​ແຕ່​ໄດ້ຫຼຸດ​ຄວາມ​ກົດ​ດັນ​ຂອງ​ລູກຫຼານ​ໃນ​ການ​ລ້ຽງ​ດູ​ຜູ້​ເຖົ້າ​ໃຫ້​ຕ່ຳ​ລົງ​ເທົ່າ​ນັ້ນ, ຫາກ​ຍັງ​ສາ​ມາດ​ຍົກ​ຄຸນ​ນະ​ພາບ​ຊີ​ວິດ​ຂອງ​ຜູ້​ເຖົ້າ​ໃຫ້​ສູງ​ຂຶ້ນ​ ແລະ ເຮັດ​ໃຫ້​ຄອບ​ຄົວ​ມີ​ຄວາມ​ສຸກຫຼາຍກວ່າ​ເກົ່າ​ອີກ​ດ້ວຍ. ລາວ​ລິນ ທີ່ອາໃສຢູ່ນະ​ຄອນ​ຝູ​ຕິງ (Fuding)​ ແຂວງ​ຝູ​ຈ້ຽນ ກໍ​ເປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ ຈາກ​ການ​ບໍ​ລິ​ການ​ລ້ຽງ​ດູ​ຜູ້​ເຖົ້າ​ແບບ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ ແລະ​ ກັນ.

ພໍ່​ແມ່​ຂອງ​ລາວ​ລິນ​ ມີ​ອາ​ຍຸ​ສູງ​ແລ້ວ, ຕ້ອງ​ມີ​ຄົນ​ເບິ່ງ​ແຍງດູ​ແລ. ແຕ່​ວ່າ ລາວ​ລິນ ​ຄົນດຽວ​ເບິ່ງແຍງ​ພໍ່​ແມ່​ 2 ຄົນ​ຍາກຫຼາຍ,ໂດຍ​ສະ​ເພາະ ​ແມ່ນ​ໃນ​ເວ​ລາ ​ລາວ​ລິນ ​ພາ​ພໍ່​ໄປ​ໂຮງ​ໝໍ, ຈະ​ບໍ່​ມີ​ຄົນ​ເບິ່ງ​ແຍງ​ແມ່​ຢູ່​ເຮືອນ.

ໃນ​ຄັ້ງ​ໜຶ່ງ,ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ໄດ້​ແນະ​ນຳ “ທະ​ນາ​ຄານ​ເວລາ” ໃຫ້​ແກ່​ລາວ ທັງກ່າວວ່າ: ຄຸ້ມ​ຊຸມ​ຊົນຂອງ​ລາວ​ລິນ​ ກໍ​ມີ​ການ​ບໍ​ລິ​ການດັ່ງ​ກ່າວ. ລາວ​ລິນ​ເລີ​ຍ​ໄດ້​ທົດ​ລອງ​ສັ່ງ​ຈອງ​ກາ​ນ​ບໍ​ລິ​ການ​ເບິ່ງ​ແຍງແມ່ ໂດຍ​ຜ່ານ​ທາງ​ຄຸ້ມ​ຊຸມ​ຊົນ. 8 ໂມງ​ເຊົ້າ​ຂອງ​ມື້​ທີ 2, ລາວລິນ ​ໄດ້​ພົບ​ເອື້ອ​ຍ​ວາງ ທີ່​ເປັນ​ອາ​ສາ​ສະ​ໝັກ​ໃນ​ຄັ້ງ​ນີ້. ພາຍຫຼັງ​ຍ່າງ​ເຂົ້າ​ເຮືອນ, ເອື້ອຍ​ວາງ​ ໄດ້​ທັກ​ທາຍ​ສະ​ບາຍ​ດີ​ນຳ​ພໍ່​ແມ່​ຂອງລາວ​ລິນ ແລະ ກ່າວ​ວ່າ: ຈະ​ພະ​ຍາ​ຍາມ​ເບິ່ງ​ແຍງ​ດູ​ແລ​ແມ່ ຂອງ​ລາວ​ລິນ ​ໃຫ້​ດີ. ລາວ​ລິນ​ ເລີຍ​ພາ​ພໍ່​ໄປ​ໂຮງ​ໝໍ.

ຕອນ​ທ່ຽງ, ພາຍຫຼັງ​ລາວ​ລິນ​ ກັບ​ມາ​ແລ້ວ, ເຫັນ​ເອື້ອຍ​ວາງ ແລະ ແມ່​ຂອງ​ຕົນ ​ໄດ້​ເບິ່ງ​ຮູບ​ຖ່າຍ​ເກົ່າ​ນຳ​ກັນ ແລະ ລົມ​ກັນ​ເປັນ​ຢ່າງ​ດີ. ພາຍຫຼັງ​ການ​ບໍ​ລິ​ການ​ເບິ່ງ​ແຍງ​ສິ້ນ​ສຸດລົງ​ແລ້ວ, ລາວ​ລິນ ແລະ ເອື້ອຍ​ວາງ​ ໄດ້​ຢືນ​ຢັນ​ເວ​ລາ​ການ​ບໍ​ລິ​ການ ແລະ ສົ່ງ​ຂໍ້​ມູນຄືນ​ໃຫ້​ຄຸ້ມ​ຊຸມ​ຊົນ. ຕາມ​ຂ່າວ​ແຈ້ງວ່າ: ນະ​ຄອນ​ຝູ​ຕິງ ​ຍັງ​ມີຫຼາຍ​ຄຸ້ມ​ຊຸມ​ຊົນ ​ໄດ້​ມີ​ການ​ບໍ​ລິ​ການ​ລ້ຽງ​ດູ​ຜູ້​ເຖົ້າ​ແບບ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ ແລະ ​ກັນ ​ແບບ​ນີ້ຫຼາຍ​ແຫ່ງ.

ຄຽງ​ຄູ່​ກັບ “ທ​ະ​ນາ​ຄານ​ເວ​ລາ” ໄດ້​ຂະ​ຫຍາຍ​ຕົວ​ລົງ​ສູ່​ລວງ​ເລິກ, ຜູ້​ເຖົ້າ​ທັງຫຼາຍ​ ຈະ​ບໍ່​ພຽງ​ແຕ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວັດ​ຖຸ​ແບບ​ງ່າຍ​ດາຍ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ການ​ເບິ່ງ​ແຍງ​ດູ​ແລ​ທາງ​ດ້ານ​ຈິດ​ໃຈອີກ​ດ້ວຍ ເຊັ່ນ: ຫາ​ຄູ່ຫຼິ້ນ​ລູກ​ໝາ​ກ​ເສິກ​ນຳ​ກັນ, ຫຼິ້ນ​ໄພ້​ນົກ​ກະ​ຈອກນຳ​ກັນ ຫຼື ໄປ​ເບິ່ງ​ຮູບ​ເງົາ​ນຳ​ກັນ​ເປັນ​ຕົ້ນ. ຍັງ​ມີ​ບາງ​ຄົນ​ຫວັງ​ວ່າ: ຈະ​ຈັດ​ວາງ​ເສັ້ນ​ທາງ​ທ່ອງ​ທ່ຽວ​ເປັນ​ການ​ສະ​ເພາະ. ນາງ ​ສື​ຊິ້ວ​ລຽນ ຜູ້​ຮັບ​ຜິດ​ຊອບ “ທະ​ນາ​ຄານ​ເວ​ລາ” ຂອງ​ນະ​ຄອນ​ນານ​ກິງ​ ເວົ້າ​ວ່າ: “ຄວາມ​ສຸກ​ທີ່​ແທ້​ຈິງ​ ບໍ່​ພຽງ​ແຕ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ວັດ​ຖຸ​ເທົ່າ​ນັ້​ນ, ການ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທາງ​ດ້ານ​ຈິດ​ໃຈ​ຈະ​ສຳ​ຄັນ​ກວ່າ.”

 

  

 

“ທະ​ນາ​ຄານ​ເວ​ລາ” ຍັງ​ມີ​ໜ້າ​ທີ່​ໜັກ​ໜາ​ໃນ​ອະ​ນາ​ຄົດ

ເອື້ອຍຫຼີ ​ຢູ່​ນະ​ຄອນ​ນານ​ກິງ​ ໃກ້​ຈະ​ມີ​ອາ​ຍຸ 60 ປີ​ແລ້ວ, ບັນ​ຊີ​ເວ​ລາ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ ກັນ​ ຂອງ​ເອື້ອຍຫຼີ ​ໄດ້​ສະ​ສົມ​ເວ​ລາ​ບໍ​ລິ​ການຫຼາຍ​ຮ້ອຍ​ຊົ່ວ​ໂມງ​ແລ້ວ. ອີງ​ຕາມ​ລະ​ບຽບ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ນະ​ຄອນ​ນານ​ກິງ, ເອື້ອຍ ​ສາ​ມາດ​ໂອນ​ເວ​ລາ​ບໍ​ລິ​ການ​ໃຫ້​ຍາດ​ພີ່​ນ້ອງ​ຄີງໄດ້, ແຕ່​ຍ້ອນ​ວ່າ​ພໍ່​ແມ່​ຂອງ​ເອື້ອຍ ​ບໍ່​ຢູ່​ນະ​ຄອນ​ນານກິງ, ຈະ​ໂອນ​ເວ​ລາ​ໃຫ້​ພໍ່​ແມ່​ບໍ່​ໄດ້. ປັດ​ຈຸ​ບັນ, ຈີນຍັງ​ບໍ່​ທັນ​ໄດ້​ສ້າງ​ເປັນ “ທະ​ນາ​ຄານ​ເວ​ລາ” ທີ່​ເປັນ​ເອ​ກະ​ພາບ​ກັນ.

ທ່ານ​ ເສິນ​ກຸ່ງ (Chen Gong) ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ປະ​ຊາ​ກອນ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ ທັງ​ເປັນ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຜູ້​ເຖົ້າ ​ກ່າວ​ວ່າ: “ທະ​ນາ​ຄານ​ເວ​ລາ” ເປັນ​ຮູບ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ ໃນ​ຄຸ້ມ​ຊຸມ​ຊົນ ທີ່​ແລກ​ປ່ຽນ​ເວ​ລາ ແລະ ສ້າງ​ຜົນ​ປ​ະ​ໂຫຍດເຊິ່ງ​ກັນ ​ແລະ ​ກັນ ​ລະ​ຫວ່າງ​ ອາ​ສາ​ສະ​ໝັກ, ຕ້ອງ​ອີງ​ໃສ່​ຄວາມ​ໄວ້​ເນື້ອເຊື່ອໃຈ​ກັນ ແລະ ການ​ຮ່ວມ​ມື​ກັນ​ ລະ​ຫວ່າງ​ສະ​ມາ​ຊິກ​ຄຸ້ມ​ຊຸມ​ຊົນ. ນອກ​ນີ້, ການ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ​ການ​ບໍ​ລິ​ການ ແມ່ນ​ບັນ​ຫາ​ສຳ​ຄັນ​ທີ່​ເປັນ​ຂໍ​ກະ​ແຈ ທີ່​ເຮັດ​ໃຫ້ “ທະ​ນາ​ຄານ​ເວລາ” ພັດ​ທະ​ນາ​ເປັນ​ແບບ​ສະ​ບັບແລະ ໄປ​ຕາມ​ທິດ​ທາງ​ມື​ອາ​ຊີບ.ເພື່ອ​ເລື່ອງ​ນີ້, ທ່ານ ​ເສິນ​ກຸ່ງ​ ໄດ້​ວາງ​ຂໍ້​ສະ​ເໜີ 5 ຂໍ້ຄື: ໜຶ່ງ,ມ້າງ​ກຳ​ແພງ​ດ້ານ​ຊັບ​ພະ​ຍາ​ກອນ ເພື່ອ​ຄົ້ນ​ຄວ້າ​ສະ​ຫະ​ພັນ​ທະ​ນາ​ຄານ​ເວ​ລາ​ ລັກ​ສະ​ນະ​ທົ່ວ​ປະ​ເທດ. ສອງ, ແມ່ນ​ກຳ​ນົດ​ພາ​ລະ​ບົດ​ບາດ ແລະ ເພີ່ມ​ທະ​ວີການ​ໂຄ​ສະ​ນາ​ເຜີຍ​ແຜ່​ຄຸນ​ຄ່າ​ຂອງ​ທະ​ນາ​ຄານ​ເວ​ລາ. ສາມ​, ປັບ​ປຸງ​ກົດ​ໝາຍ​ກົດ​ລະ​ບຽບ​ທີ່​ກ່ຽວ​ຂ້ອງ​ ໃຫ້​ສົມ​ບູນ​ຂຶ້ນ ເພື່ອ​ວາງ​ນະ​ໂຍ​ບາ​ຍ​ຊຸກ​ຍູ້​ການ​ພັດ​ທະ​ນາ. ສີ່, ເຮັດ​ໃຫ້​ກົນ​ໄກ​ປະ​ຕິ​ບັດ​ງານ​ເປັນ​ແບບ​ສະ​ບັບ​ກວ່າ​ເກົ່າ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ມາດ​ຕະ​ຖານ. ຫ້າ, ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ເຕັກ​ນິກ​ທີ່​ກ່ຽວ​ຂ້ອງ ເພື່ອ​ຍົກ​ປະ​ສິດ​ທິ​ພາບ​ໃນ​ການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​ໃຫ້​ສູງ​ຂຶ້ນ.

ປັດ​ຈຸ​ບັນ, ຫຼາຍ​ທ້ອງ​ຖິ່ນ​ຂອງ​ຈີນ ​ພວມ​ຄົ້ນ​ຄວ້າ “ທະ​ນາ​ຄານ​ເວ​ລາ” ລ້ຽງ​ດູ​ຜູ້​ເຖົ້າ. ນະຄອນ​ນານກິງ ແລະ ນະ​ຄອນ​ຊິງ​ຕາວ​ ຈະ​ສະ​ສົມ​ເວ​ລາ​ຢູ່​ຕາມບັດ​ຊາວ​ເມືອງ ຫຼື ບັດ​ປະ​ກັນ​ສັງຄົມ; ນະ​ຄອນຫຼວງ​ປັກ​ກິ່ງ, ນະຄອນ​ຊຽໄຮ້ ແລະ ນະ​ຄອນ​ເສິງ​ຕູ່​ ຈະ​ສະ​ສົມ​ເວ​ລາ 1 ຊົ່ວ​ໂມງ ​ເປັນຫຼຽນ​ເວ​ລາ 1 ຫຼຽນ; ນະ​ຄອນ​ຈ່າງ​ເຈ່ຍ​ກາງ​ ຈະ​ສາ​ມາດ​ແລ​ກ​ປ່ຽນ​ເອົາຫຼຽນ​ເວ​ລາ​ທີ່​ຕ່າງ​ກັນ​ຕໍ່​ທຸກ​ຊົ່ວ​ໂມງ ໂດຍ​ອີງ​ຕາມ​ລັກ​ສະ​ນະ​ການ​ບໍ​ລິ​ການ; ນະ​ຄອນ​ສາງ​ໂຈ່ວ​ ໄດ້​ສະ​ສົມ​ເວ​ລາ​ເປັນ​ຄະ​ແນນ… ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ ໄດ້​ຜ່ານ​ຈາກ​ຮູບ​ແບບ​ຕ່າງໆເຊັ່ນ: ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຊີ້​ນຳ-​ນຳ​ພາ,ໃຊ້​ວິ​ທີ​ທາງ​ເຕັກ​ນິກ, ປະ​ຕິ​ບັດກົນ​ໄກ​ປະ​ກັນ​ໄພ ແລະ ໃຫ້ທາງ​ຄຸ້ມ​ຊຸມ​ຊົນ​ເຂົ້າ​ຮ່ວມ​ເປັນ​ຕົ້ນເພື່ອ​ເຮັດ​ໃຫ້​ການ​ບໍ​ລິ​ການ​ເປັນ​ແບບ​ສະ​ບັບ​ກວ່າ​ເກົ່າ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກວ່າ​ເກົ່າເຊິ່ງ​ໄດ້​ເປັນ​ສິ່ງ​ຄ້ຳ​ປະ​ກັນ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບຍືນ​ຍົງ​ຂອງ “ທະ​ນາ​ຄານ​ເວລາ”.

ຝາກເວລາໄວ້ກັບ ''ທະນາຄານ''