ວາລະສານຈໍາປາ | ຕະຫຼາດຕາມຊາຍແດນ ຟົດຟື້ນ
ເມື່ອຂີ່ລົດອອກຈາກກິ່ງເມືອງປົກຄອງຕົນເອງເຜົ່າໄຕລື້ເຜົ່າລາຫູເຜົ່າວາເມິ້ງຫຼຽນ (Menglian) ນະຄອນພູເອີແຂວງຢຸນນານໄປອີກ 30 ກິໂລແມັດກໍ່ຈະສາມາດເບິ່ງເຫັນກຸ່ມບ້ານຢູນລວນ(Yunruan)ບ້ານໝາງຊິ້ນ(Mangxin)ທີ່ມີວັດທະນະທຳຊົນເຜົ່າອັນເຂັ້ມຂຸ້ນແລະ ມີເຮືອນຢູ່ອາໄສທີ່ໂດດເດັ່ນສວຍງາມ.
ກຸ່ມບ້ານຢູນລວນມີເສັ້ນຊາຍແດນຍາວປະມານ 2 ກິໂລແມັດ, ພາຍໃນບ້ານມີຊົນເຜົ່າໄຕລື້, ເຜົ່າລາຫູ, ເຜົ່າຮັ້ນ ແລະຫຼາຍຊົນເຜົ່າອາໄສຢູ່, ລວມມີ 45 ຄອບຄົວ 266 ຄົນ. ປີ2022, ກຸ່ມບ້ານຢູນລວນໄດ້ສ້າງຫ້ອງວາງສະແດງປະຫວັດສາດຂອງບ້ານ ແລະ ສູນວາງສະແດງຜະລິດຕະພັນກະສິກຳທີ່ເປັນເອກະລັກຂອງບ້ານ, ໄດ້ປັບປຸງເຮືອນຢູ່ອາໄສ ແລະເສັ້ນທາງຂອງກຸ່ມບ້ານ, ໄດ້ບູລະນະປັບປຸງລະບົບໄຟຟ້າ,ອາຍແກັສ ແລະ ລະບົບລະບາຍນໍ້າ, ພື້ນຖານໂຄງລ່າງຂອງກຸ່ມບ້ານ ແລະ ທັດສະນີຍະພາບລວມຂອງບ້ານໄດ້ຮັບການຍົກລະດັບຂຶ້ນຢ່າງຮອບດ້ານ.
ຄົນກໍ່ໄດ້ຮັບຄວາມນິຍົມ, ເງິນຄໍາໄຫຼມາເທມາ. ໃນສອງປີມານີ້, ບົນພື້ນຖານການປູກອ້ອຍ ແລະ ສາລີຂອງປະຊາຊົນຢູ່ບ້ານຢູນລວນໄດ້ພັດທະນາເປັນຂະແໜງການຜະລິດທີ່ເປັນເອກະລັກແລະ ພັດທະນາມາເປັນການປູກໝາກອາໂວກາໂດ, ປູກເຂົ້າຄຸນນະພາບດີ, ໝາກຖົ່ວດິນ,ພືດຜັກໃນຕົ້ນລະດູໜາວ ແລະອື່ນໆເປັນຕົ້ນ. ປີ 2023, ກຸ່ມບ້ານສາມາດບັນລຸມູນຄ່າການຜະລິດກະສິກໍາໄດ້ເຖິງ 6,1 ລ້ານກວ່າຢວນ, ສະເລ່ຍແຕ່ລະຄອບຄົວສ້າງລາຍຮັບໄດ້136.000ຢວນ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ເຖິງ 23.000 ຢວນ.
ນອກນັ້ນ, ໂດຍອາໄສໄລຍະຫ່າງເສັ້ນຊື່ຈາກເສັ້ນຊາຍແດນຈີນ-ມຽນມາ 2 ກິໂລແມັດ ແລະ ຫ່າງຈາກເສັ້ນທາງມາງຊິ້ນດ່ານເມິ້ງຫຼຽນ 4,5 ກິໂລແມັດທີ່ເປັນທ່າແຮງນັ້ນ, ນັບແຕ່ເດືອນ ກັນຍາ ປີ2023, ທຸກໆວັນເສົາຂອງກຸ່ມບ້ານຢູນລວນກໍຈະມີການຈັດ “ຖະໜົນການຄ້າຊາຍແດນ” ຢູ່ກ້ອງກົກໄຊໃຫຍ່ພາຍໃນບ້ານ, ເພື່ອຊອກຫາຄວາມເປັນໄປໄດ້ໃໝ່ຂອງການເຮັດການຄ້າຊາຍແດນ.
ແຕ່ລະວັນເສົາ, ປະຊາຊົນທ້ອງຖິ່ນກໍຈະພາກັນແຕ່ງຕົວເປັນເຈົ້າຂອງຮ້ານຂາຍເຄື່ອງ ນໍາເອົາສິນຄ້າປະເພດຕ່າງໆທີ່ເຮືອນຕົນເອງຜະລິດມາວາງຂາຍ. ຢູ່ໜ້າຮ້ານ ຂອງ ທ້າວ ເຢ້ຈ່າງຕານ ປະຊາຊົນຢູ່ບ້ານກໍໄດ້ມີນັກທ່ອງທ່ຽວມາເບິ່ງເຄື່ອງຂອງລາວຢູ່ໜ້າຮ້ານແຕ່ເຊົ້າໆແລ້ວ. “ຊີ້ນນີ້ແຊບຫຼາຍ”, “ເຖົ້າແກ່, ໃສ່ຖົງໃຫ້ແດ່ຖ້ວຍໜຶ່ງ...”.ຄົນທັງຫຼາຍພາກັນທັງກິນທັງຍ້ອງ.