ວາລະສານຈໍາປາ | ສົ່ງເສີມອຸດສາຫະກໍາໂດຍດ່ານພາສີ ແລະ ສົ່ງເສີມການພັດທະນາໂດຍການເປີດປະຕູສູ່ພາຍນອກ

2025-02-21 18:42:34


ໄລ່ມາຮອດວັນທີ 29 ສິງຫາ, ທາງລົດໄຟລາວ-ຈີນໄດ້ເປີດນໍາໃຊ້ຄົບຮອບ 1.000 ວັນ, ໄດ້ຂົນສົ່ງຜູ້ໂດຍສານທັງໝົດລື່ນກາຍ 38 ລ້ານເທື່ອຄົນ ແລະ ປະລິມານລວມຂົນສົ່ງສິນຄ້າທະລຸ 43 ລ້ານໂຕນ, ການຂົນສົ່ງສິນຄ້າໄດ້ກວມເອົາ 12 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ເຊັ່ນ: ລາວ, ໄທ, ຫວຽດນາມ, ມຽນມາ ແລະປະເທດອື່ນໆ, ພ້ອມກັບຕົວເມືອງຫຼັກໃນ 31 ແຂວງ, ເຂດປົກຄອງຕົນເອງຂອງຈີນ.

ແຂວງຢຸນນານໃນຖານະເປັນຊ່ອງທາງສາກົນອັນສໍາຄັນທີ່ເຊື່ອມຕໍ່ປະເທດຈີນກັບປະເທດອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້, ຈຶ່ງໄດ້ສ້າງເງື່ອນໄຂທີ່ເປັນເອກະລັກພິເສດໃຫ້ແກ່ການພັດທະນາເສດຖະກິດດ່ານພາສີ. ຊຸມປີຜ່ານມານີ້, ແຂວງຢຸນນານສືບຕໍ່ປະຕິບັດຂະບວນການສ້າງສາດ່ານພາສີຢ່າງບໍ່ຢຸດຢັ້ງ, ຊຸກຍູ້ສົ່ງເສີມຢ່າງເປັນເອກະພາບກັນເພື່ອຍົກສູງບົດບາດຄວາມສາມາດຂອງດ່ານພາສີ ການພັດທະນາເສດຖະກິດດ່ານພາສີ ແລະ ການສ້າງສາຕົວເມືອງເຂດດ່ານພາສີ, ສຸມໃສ່ປະດິດສ້າງດ່ານພາສີລັກສະນະໃຈກາງຊຸດໜຶ່ງທີ່ມີກໍາລັງອິດທິພົນ. ໂດຍອີງໃສ່ທ່າແຮງດ້ານທີ່ຕັ້ງອັນພິເສດ, ທິວທັດເຂດຊາຍແດນອັນສວຍງາມ, ມໍລະດົກວັດທະນະທໍາອັນອຸດົມສົມບູນ, ມົນສະເໜ່ຂອງປະເພນີຊົນເຜົ່າອັນເຂັ້ມຂຸ້ນ ແລະ ເສດຖະກິດການຄ້າຂ້າມຊາຍແດນທີ່ພັດທະນາຢ່າງວ່ອງໄວ ເປັນຕົ້ນ, ການສ້າງສາຕົວເມືອງແບບບໍລິໂພກທີ່ມີສີສັນພິເສດຊຸດໜຶ່ງທີ່ຖືເອົາດ່ານບໍ່ຫານເປັນຕົວແບບນັ້ນ ກໍາລັງຮັບການຊຸກຍູ້ສົ່ງເສີມຢ່າງເປັນລະບຽບຮຽບຮ້ອຍ.

ຫຼັງຈາກນະຄອນຄຸນໝິງປົກຄອງບໍ່ຫານໂດຍກົງແລ້ວ, ລວມທັງໄດ້ວາງແຜນໂຄງການຈໍານວນ 119 ໂຄງການໃນປີ 2023, ວາງແຜນອຸດສາຫະກໍາຕ່າງໆ, ເຊັ່ນ: ການຄ້າຂາຍສິນຄ້າແບບປອດພາສີ, ການວາງສະແດງສິນຄ້າ ແລະ ສຸຂະອະນາໄມເປັນຕົ້ນ, ອີງໃສ່ນະໂຍບາຍທີ່ເປັນຜົນປະໂຫຍດ ສົ່ງເສີມ ແລະ ສະໜັບສະໜູນການພັດທະນາແບບເສລີໃນລະດັບສູງໃຫ້ແກ່ການພັດທະນາເສດຖະກິດການຄ້າ.

“ປະດິດສ້າງສູນກາງການເປີດປະຕູສູ່ພາຍນອກທີ່ມີຄວາມສະດວກພາຍໃນ ແລະ ການເຊື່ອມໂຍງເຊື່ອມຈອດພາຍນອກ, ຍົກຄວາມສາມາດການແຜ່ລັດສະໝີຂອງການຂົນສົ່ງ ແລະ ລະດັບການອໍານວຍຄວາມສະດວກໃນການຜ່ານດ່ານບໍ່ຫານໃຫ້ສູງຂຶ້ນ.” ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງຄະນະກໍາມະການບໍລິຫານເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນແນະນໍາໃຫ້ຮູ້ວ່າ, ປີນີ້ຈະຕັ້ງໜ້າສົ່ງເສີມກໍ່ສ້າງດ່ານບໍ່ຫານເປັນດ່ານກໍານົດໃນການນໍາເຂົ້າຢາພື້ນເມືອງ ຂະຫຍາຍເນື້ອໃນການປົກກວມຂອງການຄ້າຂ້າມຊາຍແດນຂອງດ່ານບໍ່ຫານໃຫ້ກວ້າງຂວາງກວ່າເກົ່າ; ເລັ່ງລັດສົ່ງເສີມໂຄງການບູລະນະຍົກສູງຄຸນນະພາບດ່ານທາງລົດໄຟບໍ່ຫານໄລຍະທີສອງ, ຊຸກຍູ້ “ຂະບວນການສາຍດ່ວນທາງລົດໄຟແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ເຊື່ອມໂຍງເຊື່ອມຈອດຢ່າງມີປະສິດທິພາບກັບຂະບວນລົດໄຟການຂົນສົ່ງຈີນ-ເອີຣົບ, ສາຍການຂົນສົ່ງທາງທະເລສາກົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເປັນຕົ້ນ.

ວາລະສານຈໍາປາ | ສົ່ງເສີມອຸດສາຫະກໍາໂດຍດ່ານພາສີ ແລະ ສົ່ງເສີມການພັດທະນາໂດຍການເປີດປະຕູສູ່ພາຍນອກ