ວາລະສານຈໍາປາ | ນີ້ມືອັນອ່ອນໂຍນສະບໍາອໍາມະຕະ

2025-02-21 18:38:36

ປູກ, ແຕກໜໍ່, ຈະເລີນເຕີບໃຫຍ່, ອອກດອກ, ແຕກໃບ, ເປັນໝາກ, ຫຼົ່ນ, ເກີດໃໝ່, ນັກຟ້ອນທີ່ໄດ້ຮັບຄັດເລືອກຈາກ ກະຊວງວັດທະນະທໍາ ແລະ ສິລະປະຂອງກໍາປູເຈຍ ກໍາລັງຟ້ອນລະບໍາອັບສະລາຢູ່ເທິງເວທີຢ່າງອ່ອນໂຍນ. ພວກນາງຢ້ອນຊ້າໆຢ່າງສະຫງ່າງາມ, ນິ້ວມືທີ່ກິ່ວຍາວບັນຍາຍ ຂະບວນການຈະເລີນເຕີບໃຫຍ່ຂອງເມັດພັນ, ມັນແມ່ນສັນຍາລັກທີ່ບົ່ງບອກວ່າ ຊາວກໍາປູເຈຍເຫັນຄຸນຄ່າຂອງຊີວິດ ແລະ ສັນລະເສີນທໍາມະຊາດ.

ນາງ ເທິງ ພິໄສ, ນັກຟ້ອນອາຍຸ 24 ປີ, ເລີ່ມຮຽນຟ້ອນຕັ້ງແຕ່ອາຍຸ 9 ປີ. “ໃນຕອນຍັງນ້ອຍ, ແມ່ຕູ້ເຫັນນັກຟ້ອນໃນໂທລະພາບຟ້ອນງາມຫຼາຍ, ຈຶ່ງຕັດສິນໃຈສົ່ງຂ້ອຍໄປຮຽນຟ້ອນ.” ນາງ ເທິງ ພິໄສ ກ່າວວ່າ, ລະບໍາອັບສະລາມີປະຫວັດຄວາມເປັນມາອັນຍາວນານ ແລະ ເປັນບົດຟ້ອນທີ່ພົ້ນເດັ່ນ ກວ່າບົດຟ້ອນພື້ນເມືອງອື່ນໆຂອງກໍາປູເຈຍ, ນັກສະແດງທີ່ຢູ່ເທິງເວທີງົດງາມ ແລະ ເປັ່ງປະກາຍປານເທບທິດາ. ຫົນທາງແຫ່ງການຮຽນຟ້ອນນັ້ນບໍ່ງ່າຍເລີຍ, ຄວາມອິດເມື່ອຍ ແລະ ຄວາມລໍາບາກໃນການເຝິກຊ້ອມເຮັດໃຫ້ ນາງ ເທິງ ພິໄສ ມີຄວາມຄິດຢາກປະຖິ້ມຢູ່ຫຼາຍຄັ້ງ. “ແຕ່ຄອບຄົວບອກກັບຂ້ອຍສະເໝີວ່າ, ຖ້າຢາກປະສົບຜົນສໍາເລັດກໍຕ້ອງພຽນພະຍາຍາມຢ່າງໜັກ.” ນາງ ເທິງ ພິໄສ ຍົກຕົວຢ່າງທ່າຟ້ອນທີ່ຕ້ອງໃຊ້ມືວ່າ, ທ່າມືແຕ່ລະທ່າມີຄວາມໝາຍແຕກຕ່າງກັນ ແລະ ກໍມີເກນມາດຕະຖານທີ່ສູງໂດຍສະເພາະເລື່ອງມືອ່ອນ, ຄວາມລ່ຽນໄຫຼ ແລະ ຄວາມອ່ອນໂຍນສວຍງາມ, ຈະຕ້ອງໄດ້ເຝິກຝົນເປັນເວລາດົນນານຈຶ່ງຈະສາມາດສື່ຄວາມໝາຍຜ່ານປາຍນິ້ວມືໄດ້. ນາງ ເທິງ ພິໄສ ຍົກຝາມືຊ້າຍຂຶ້ນມາ ແລະ ໃຊ້ມືຂວາຊ່ວຍດັນນິ້ວມືໃຫ້ເອນງໍໄປດ້ານຫຼັງ, ນິ້ວມືຊ້າຍສາມາດເອນແຕະຫຼັງມືໄດ້ແບບສະບາຍສະບາຍ. “ເມື່ອກ່ອນຄິດວ່າຍາກ, ແຕ່ດຽວນີ້ບໍ່ຮູ້ສຶກແບບນັ້ນແລ້ວ.” ລາວຍິ້ມ ແລະ ກ່າວວ່າ, ການເຝິກຝົນເປັນເວລາດົນນານໄດ້ເຮັດໃຫ້ລາວສໍາຜັດໄດ້ເຖິງມົນສະເໜ່ຂອງລະບໍາອັບສະລາ.

ປີ 2019, ນາງ ເທິງ ພິໄສ ໄດ້ເດີນທາງມາເຂົ້າຮ່ວມ ງານສິລະປະວັດທະນະທໍາປະເທດຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງທີ່ສິບສອງພັນນາ ເປັນຄັ້ງທໍາອິດ, ປີນີ້ແມ່ນປີທີ 2 ທີ່ນາງເຂົ້າຮ່ວມ. ເມື່ອສີມືການຟ້ອນນັບມື້ນັບດີຂຶ້ນ,ຫຼາຍປີມານີ້ນາງຈຶ່ງໄດ້ເດີນທາງມາສະແດງຢູ່ຈີນ, ລວມເຖິງປະເທດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ເອີຣົບຫຼາຍຄັ້ງ.ປະສົບການນີ້ໄດ້ເຮັດໃຫ້ນາງເຫັນວິຖີຊີວິດ ແລະ ວັດທະນະທໍາຂອງຫຼາກຫຼາຍປະເທດ, ທຸກຄັ້ງທີ່ຂຶ້ນເວທີ, ນາງຢາກໃຊ້ການຟ້ອນຖ່າຍທອດປະຫວັດສາດ ແລະ ມໍລະດົກທາງວັດທະນະທໍາອັນເລິກເຊິ່ງຂອງກໍາປູເຈຍ. “ນັກສະແດງທີ່ມາຮ່ວມສະແດງໃນຄັ້ງນີ້ລ້ວນແຕ່ຍັງໜຸ່ມນ້ອຍ, ຢາກນໍາສະເໜີຄວາມເຂົ້າໃຈຂອງຄົນໄວໜຸ່ມທີ່ມີຕໍ່ວັດທະນະທໍາກໍາປູເຈຍ.” ນາງ ເທິງ ພິໄສ ກ່າວ.

ວາລະສານຈໍາປາ | ນີ້ມືອັນອ່ອນໂຍນສະບໍາອໍາມະຕະ