ວາລະສານຈໍາປາ | ເບິ່ງການປ່ຽນແປງຈາກເຄື່ອງແຕ່ງກາຍ
ການໝູນຕົວທີ່ອ່ອນໂຍນ, ການໂດດທີ່ຄ່ອງແຄ້ວ, ເຄື່ອນໄຫວນິ້ວມືຢູ່ກາງອາກາດປານວ່າກໍາລັງດີດພິນແຫ່ງການເວລາ. ຢູ່ເທິງເວທີ, ນັກຟ້ອນທີ່ໄດ້ຮັບຄັດເລືອກຈາກ ກະຊວງສາສະໜາ ແລະ ວັດທະນະທໍາຂອງມຽນມາ ປຽບດັ່ງຕົວລະຄອນທີ່ຫຼຸດອອກມາຈາກຮູບແຕ້ມຝາກຳແພງບູຮານ, ທຸກການເຄື່ອນໄຫວເໝືອນວ່າກໍາລັງບອກເລົ່າເລື່ອງລາວປະຫວັດສາດໃນແຕ່ລະຍຸກສະໄໝຂອງມຽນມາ.
“ເທສະການສິລະປະວັດທະນະທໍາໃນຄັ້ງນີ້, ພວກເຮົາໄດ້ນໍາເອົາບົດຟ້ອນທີ່ບັນຍາຍເຖິງສາມຍຸກສາມສະໄໝຂອງມຽນມາ, ໃນນັ້ນບົດຟ້ອນພຸກາມ(Baga)ຂອງມຽນມາແມ່ນບົດຟ້ອນທີ່ມີເອກະລັກທີ່ສຸດຂອງມຽນມາ, ເຊິ່ງທ່າຟ້ອນ ແລະ ເຄື່ອງແຕ່ງກາຍແມ່ນຖອດແບບມາຈາກຮູບແຕ້ມຝາກຳແພງທີ່ເຈດີຂອງເມືອງພຸກາມ.” ນາງ ເຈີມາຕິງ ນັກຟ້ອນກ່າວວ່າ, ເຄື່ອງແຕ່ງກາຍຂອງບົດຟ້ອນພຸກາມແມ່ນມີຄວາມພິເສດຫຼາຍ, ດັ່ງເຊັ່ນຜ້າຄຸມທີ່ຢູ່ເທິງຕົວນາງ, ມັນອ່ອນເບົາເໝືອນປີກຂອງເທບປັກສາທີ່ປະກົດຢູ່ເທິງຮູບແຕ້ມຝາກຳແພງ. “ເຄື່ອງແຕ່ງກາຍເຫຼົ່ານີ້ມັນຊ່ວຍໃຫ້ເຮົາຖ່າຍທອດຕົວລະຄອນໄດ້ດີຂຶ້ນ ແລະ ບອກເລົ່າເລື່ອງລາວການປ່ຽນແປງທາງປະຫວັດສາດ ແລະ ວັດທະນະທໍາຂອງມຽນມາ.”
ເກີດມາຈາກສິລະປະ, ແຕ່ບໍ່ຢຸດຢູ່ແຕ່ສິລະປະ. ເມື່ອຄົນໄວໜຸ່ມມຽນມານັບມື້ນັບໃຫ້ຄວາມສໍາຄັນກັບວັດທະນະທໍາດັ້ງເດີມ, ໃນຊີວິດປະຈໍາວັນພວກເຂົາຈະໃສ່ຊຸດມຽນມາສະໄໝໃໝ່ ແລະ ຈະປະດັບດ້ວຍເຄື່ອງປະດັບພື້ນເມືອງຢ່າງມີສິລະປະ. “ການອອກແບບຊຸດມຽນມາຍຸກໃໝ່, ທີ່ນໍາສິລະປະຫັດຖະກໍາບູຮານມາປະສົມປະສານກັບຄ່ານິຍົມສະໄໝປັດຈຸບັນ, ໄດ້ກາຍເປັນອາຊີບໃໝ່ທີ່ໄດ້ຮັບຄວາມນິຍົມຈາກຄົນໄວໜຸ່ມມຽນມາ.” ນາງ ເຈີມາຕິງ ຄິດວ່າ, ການອອກແບບທີ່ມີຫົວຄິດປະດິດສ້າງບໍ່ພຽງແຕ່ຈະຮັກສາເອກະລັກຍອດຍິ່ງຂອງເຄື່ອງແຕ່ງກາຍມຽນມາໄວ້, ແຕ່ມັນຍັງເຮັດໃຫ້ສິລະປະດັ້ງເດີມມີຊີວິດໃໝ່ໃນສັງຄົມຍຸກສະໄໝປັດຈຸບັນ.
ນີ້ບໍ່ແມ່ນຄັ້ງທໍາອິດທີ່ ນາງ ເຈີມາຕິງ ຜູ້ມັກຮັກໃນການຟ້ອນຕັ້ງແຕ່ຍັງນ້ອຍ ໄດ້ມາຈີນ. “ໃນສະໄໝຮຽນມະຫາວິທະຍາໄລ, ຂ້ອຍມີໂອກາດໄດ້ເຂົ້າຮ່ວມງານແລກປ່ຽນວັດທະນະທໍາທີ່ຈັດຂຶ້ນຢູ່ນະຄອນອູລູມູຊີ(Urumqi), ເຂດປົກຄອງຕົນເອງເຜົ່າວິວເອີຊິນຈ່ຽງ(Xinjiang), ໃນເວລາ 4 ວັນ, ພວກເຮົາໄດ້ທໍາການສະແດງຫຼາຍຄັ້ງຢູ່ຕາມໂຮງລະຄອນຕ່າງໆ, ເຮັດໃຫ້ຂ້ອຍເຂົ້າໃຈວັດທະນະທໍາຈີນເລິກເຊິ່ງຍິ່ງຂຶ້ນ.” ໃນຖານະທີ່ເປັນນັກສິລະປິນຜູ້ໜຶ່ງ, ນາງ ເຈີມາຕິງ ຮູ້ດີວ່າທຸກການສະແດງລ້ວນແຕ່ສໍາຄັນ, ນາງຢາກໃຊ້ບົດຟ້ອນເປັນສື່ໃນການເຜີຍແຜ່ວັດທະນະທໍາມຽນມາທີ່ມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນ.
ເມື່ອສຽງດົນຕີດັງຂຶ້ນ, ທ່າຟ້ອນຂອງ ນາງ ເຈີມາຕິງ ປຽບເໝືອນມາລາທີ່ກໍາລັງເບັ່ງບານ, ໃນຂະນະທີ່ຊົມການຟ້ອນ,ຜູ້ຊົມຈະສໍາຜັດໄດ້ເຖິງຄວາມຮັກສວຍຮັກງາມ ແລະ ຄວາມຮັກຫອມວັດທະນະທໍາດັ້ງເດີມຂອງຄົນມຽນມາ. “ຜ່ານກິດຈະກໍາແບບນີ້, ພວກເຮົາສາມາດເຜີຍແຜ່ສິລະປະວັດທະນະທໍາມຽນມາໃຫ້ແກ່ປະເທດອື່ນ, ໃນຂະນະດຽວກັນກໍຈະໄດ້ຮັບແຮງບັນດານໃຈຈາກສິລະປະວັດທະນະທໍາຂອງຊາດອື່ນ ເພື່ອເປີດໂອກາດໃໝ່ໆໃຫ້ແກ່ການປະດິດສ້າງສິລະປະຂອງພວກເຮົາ.”