ວາລະສານຈໍາປາ | ທ່າທາງບົ່ງບອກສີມື

2025-02-21 18:31:49

 

“ພະລາມ” ແລະ “ທົດສະກັນ” ໃຊ້ທະນູຕໍ່ສູ້ກັນ, “ຫະນຸມານ” ໂດດທະຍານ, ຕີລັງກາຫຼາຍຫຼົບຫຼາຍຕ່າວກ່ອນຈະລົງສູ່ພື້ນຢ່າງນຸ້ມນວນ, ລະຄອນໂຂນເລື່ອງ “ລາມມະກຽນ” ຂອງນັກສະແດງໄທໄດ້ຮັບສຽງຕົບມືຈາກນັກສະແດງປະເທດອື່ນໆໃນລະຫວ່າງການເຝິກຊ້ອມການສະແດງ.

ລະຄອນໂຂນຖືເປັນສິລະປະການສະແດງນາດຕະສິນທີ່ເປັນສົມບັດແຫ່ງຊາດໄທ ແລະ ໄດ້ຖືກບັນຈຸໃຫ້ເປັນມໍລະດົກທາງວັດທະນະທໍາທີ່ບໍ່ແມ່ນວັດຖຸຂອງມວນມະນຸດ, ເອກະລັກສະເພາະຂອງລະຄອນໂຂນແມ່ນການໃຊ້ນາດຕະສິນຖ່າຍທອດເລື່ອງລາວ ແລະ ຫົວໂຂນອັນງົດງາມທີ່ນັກສະແດງສວມໃສ່.

ໂດຍທົ່ວໄປແລ້ວນັກສະແດງລະຄອນໂຂນມືອາຊີບຈະເລີ່ມເຝິກຝົນຢ່າງເຂັ້ມງວດຕັ້ງແຕ່ອາຍຸຍັງນ້ອຍ. ນັກສະແດງນໍາ 3 ທ່ານທີ່ເຂົ້າຮ່ວມ ງານສິລະປະວັດທະນະທໍາປະເທດຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໃນຄັ້ງນີ້ຕ່າງມີປະສົບການຫຼາຍກວ່າ 15 ປີ ແລະ ເກືອບ 20 ປີ, ໃນນັ້ນເລີ່ມຮຽນລະຄອນໂຂນໄວກວ່າໝູ່ແມ່ນຕັ້ງແຕ່ອາຍຸ 6 ປີ. ພວກເຂົາກ່າວວ່າ, ໃນສະໄໝຍັງນ້ອຍໄດ້ຊົມການສະແດງລະຄອນໂຂນກັບຄອບຄົວ, ເຖິງວ່າຈະບໍ່ເຂົ້າໃຈຄວາມໝາຍຂອງບົດລະຄອນ, ແຕ່ການສະແດງອັນຕື່ນຕາຕື່ນໃຈໄດ້ດຶງດູດພວກເຂົາ ແລະ ນັບແຕ່ນັ້ນມາຈຶ່ງໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງການຮໍ່າຮຽນ.

“ຈຸດເດັ່ນຂອງຕົວລະຄອນຫະນຸມານແມ່ນເບີກບານ, ມີລີລາທ່າທາງຫຼາຍ ແລະ ຍິ່ງໃຫຍ່, ເຊິ່ງນີ້ແມ່ນສິ່ງທີ່ດຶງດູດຂ້ອຍທີ່ສຸດ.” ທ້າວ ທະພິສິດ ພາກພຽນ, ນັກສະແດງໂຂນກ່າວວ່າ, ເພື່ອສະແດງໃຫ້ສົມບົດບາດ, ນັກສະແດງຈະຕ້ອງເຮັດທ່າທາງຕ່າງໆໃຫ້ຖືກຕ້ອງສົມບູນ, ນັບຕັ້ງແຕ່ເລີ່ມການສະແດງຈົນຈົບການສະແດງຈະຕ້ອງສະແດງຢ່າງເຕັມທີ່ທີ່ສຸດ.

“ຮຽນລະຄອນໂຂນມາເກືອບ 20 ປີ, ຂ້ອຍແຮ່ງຮຽນແຮ່ງມັກ.” ທ້າວ ພູວະພົງ ພິນິດພຸດສະໄນ, ນັກສະແດງໂຂນກ່າວວ່າ ລະຄອນໂຂນມີປະຫວັດຍາວນານຫຼາຍຮ້ອຍປີ, ສິ່ງທີ່ຍາກທີ່ສຸດແມ່ນ ເຂົ້າໃຈຕົວລະຄອນ ແລະ ວັດທະນະທໍາແນວຄິດທີ່ຢູ່ເບື້ອງຫຼັງບົດລະຄອນ ແລະ ນໍາຄວາມເຂົ້າໃຈຂອງຕົນເອງໄປປະສົມເຂົ້າໃນການສະແດງ, “ການໄດ້ຍິນສຽງຕົບມືຂອງຜູ້ຊົມຫຼັງຈົບການສະແດງແມ່ນສິ່ງທີ່ເຮັດໃຫ້ພວກເຮົາຕື່ນເຕັ້ນທີ່ສຸດ, ໃນເວລາຮຽນພວກເຮົາໄດ້ຮູ້ຈັກກັບເພື່ອນໃໝ່ຫຼາຍຄົນ.”

ທ້າວ ພູວະພົງ ພິນິດພຸດສະໄນ ກ່າວວ່າ, ໃນເມື່ອກ່ອນສິລະປະດັ້ງເດີມ ເຊັ່ນ ລະຄອນໂຂນ ມີມາດຕະຖານສູງ, ຊ່ອງທາງໃນການເຜີຍແຜ່ກໍໜ້ອຍ, ຈຶ່ງເຮັດໃຫ້ຄົນໄວໜຸ່ມບໍ່ຄ່ອຍຮູ້ຈັກ. ປັດຈຸບັນຍ້ອນມີອິນເຕີເນັດ, ລະຄອນໂຂນໃນຮູບແບບວິດີໂອສັ້ນໄດ້ຖືກເຜີຍແຜ່ລົງໃນສື່ສັງຄົມອອນລາຍ, ເຮັດໃຫ້ຄົນໜຸ່ມຮູ້ຈັກມັນຫຼາຍຂຶ້ນ. ເພື່ອອະນຸຮັກສິລະປະ ແລະ ວັດທະນະທໍາດັ້ງເດີມ, ໂຮງຮຽນປະຖົມຂອງໄທຈໍານວນໜຶ່ງໄດ້ເປີດຫຼັກສູດສອນລະຄອນໂຂນ. ປັດຈຸບັນ, ທ້າວ ພູວະພົງ ພິນິດພຸດສະໄນ ເປັນອາຈານສອນຢູ່ໂຮງຮຽນສິລະປະແຫ່ງໜຶ່ງ, ລາວຫວັງວ່າ, ໃນອະນາຄົດຈະສາມາດກໍ່ສ້າງນັກສະແດງໂຂນທີ່ມີສີມືຈໍານວນຫຼາຍ.

ວາລະສານຈໍາປາ | ທ່າທາງບົ່ງບອກສີມື