ວາລະສານຈໍາປາ | ຖ່າຍທອດຄວາມຮູ້ສຶກຜ່ານບົດເພງ

2025-02-21 18:28:58

 

ທ່ານ ນາງ ຫງວນເລງັອກ(Nguyen Le Ngoc)ອາຍຸ 65 ປີ, ປະທານໂຮງລະຄອນເລງັອກ(Le Ngoc)ໄດ້ເຮັດວຽກໃນຂະແໜງສິລະປະມາເກືອບ 50 ປີ. ໃນຄັ້ງນີ້ເພີ່ນໄດ້ນໍາພານັກສະແດງ 7 ທ່ານມາທໍາການສະແດງຂັບກວັນຫອກ (Quan ho)ໃນງານສິລະປະວັດທະນະທໍາປະເທດຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ 12.

ຂັບກວັນຫອກແມ່ນສິລະປະດົນຕີພື້ນເມືອງທີ່ມີເອກະລັກຂອງຫວຽດນາມ, ມັນຖືກບັນຈຸໃຫ້ເປັນມໍລະດົກທາງວັດທະນະທໍາທີ່ບໍ່ແມ່ນວັດຖຸ. ທ່ານນາງ ຫງວນເລງັອກ ກ່າວວ່າ ຂັບກວັນຫອກມີທໍານອງທີ່ມ່ວນຫູ ແລະ ມີຫຼາກຫຼາຍອາລົມ, ມັນສ່ອງແສງໃຫ້ເຫັນເຖິງການດໍາລົງຊີວິດທີ່ມີເອກະລັກຂອງຄົນຫວຽດນາມ. ເພິ່ນກ່າວຕື່ມວ່າ, “ພວກເຮົາຢາກເຜີຍແຜ່ຂັບກວັນຫອກໄປທົ່ວໂລກ, ໃຫ້ທຸກຄົນໄດ້ຮູ້ວ່າມັນມ່ວນພຽງໃດ.” ມີຜູ້ຊົມຈໍານວນຫຼາຍມັກຫຸ່ນຕຸກກະຕາໄມ້ຂອງຫວຽດນາມ, ດັ່ງນັ້ນ, ພວກເຂົາຈຶ່ງໄດ້ນໍາລະຄອນຫຸ່ນຕຸກກະຕາໄມ້ມາປະສົມປະສານເຂົ້າໃນການສະແດງຄັ້ງນີ້. ພາຍໃຕ້ການຄວບຄຸມຂອງນັກສະແດງ, ຫຸ່ນຕຸກກະຕາໄມ້ໄດ້ສະແດງທ່າທາງຕ່າງໆໄປຕາມຈັງຫວະດົນຕີ, ມັນໄດ້ຖ່າຍທອດເລື່ອງລາວກ່ຽວກັບແມ່ຍິງຫວຽດນາມທີ່ກໍາລັງຈະໄປບຸນວັດ ເພື່ອຊອກຫາຄູ່ຄອງ, ເຊິ່ງມັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມເປັນຢ່າງຫຼາຍ.

ທ່ານ ນາງ ຫງວນເລງັອກ ໄດ້ເຮັດວຽກດ້ານການອະນຸຮັກວັດທະນະທໍາພື້ນເມືອງ ແລະ ມໍລະດົກທາງວັດທະນະທໍາມາເປັນເວລາດົນນານ. ເພິ່ນກ່າວວ່າ, ໂຮງລະຄອນເລງັອກ ໄດ້ກໍຕັ້ງຂຶ້ນໃນປີ 2013, ສິບກວ່າປີມານີ້, ຮູບແບບການສະແດງຂອງໂຮງລະຄອນມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄະນະນັກສະແດງເຄີຍໄປປະເທດຝຣັ່ງ, ອີຕາລີ, ໂມນາໂກ, ຢີ່ປຸ່ນ, ສ. ເກົາຫຼີໃຕ້, ລາວ ແລະ ປະເທດອື່ນໆ. ກັບປະເທດຈີນກໍມີການແລກປ່ຽນສິລະປະຢ່າງເລິກເຊິ່ງ, ຄະນະນັກສະແດງເຄີຍເດີນທາງໄປນະຄອນນານຫນິງ ຫຼາຍກວ່າ 10 ຄັ້ງ, ຄັ້ງນີ້ແມ່ນຄັ້ງທີ 2 ທີ່ໄດ້ເດີນທາງມາສິບສອງພັນນາ. “ຮູ້ສຶກເປັນກຽດຫຼາຍທີ່ໄດ້ນໍາເອົານັກສິລະປິນ ແລະ ການສະແດງຂອງຫວຽດນາມມາເຜີຍແຜ່ຢູ່ເທິງເວທີສາກົນ. ໃນການແລກປ່ຽນກັບນັກສິລະປິນຈາກປະເທດອື່ນໆຂ້ອຍຮູ້ສຶກວ່າ, ເອກະລັກຂອງວັດທະນະທໍາຫວຽດນາມໂດດເດັ່ນຫຼາຍ, ແລະພວກເຮົາກໍໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບວັດທະນະທໍາທີ່ມີເອກະລັກຂອງຊາດອື່ນ.” ທ່ານ ນາງ ຫວງນເລງັອກ ກ່າວ.

“ການສືບທອດວັດທະນະທໍາດັ້ງເດີມແມ່ນບົດທົດສອບທີ່ທຸກປະເທດຕ້ອງປະເຊີນໜ້າ. ຜູ້ທີ່ເຮັດວຽກໃນວົງການສິລະປະຈະຕ້ອງເຜີຍແຜ່ວັດທະນະທໍາຂອງຊາດຕົນຢ່າງຕັ້ງໜ້າຂຶ້ນກວ່າເກົ່າ, ເພື່ອເຮັດໃຫ້ຄົນຮຸ້ນໃໝ່ສາມາດເຂົ້າເຖິງ ແລະ ເຂົ້າໃຈ, ພ້ອມທັງມັກຮັກສິລະປະດັ້ງເດີມ, ເລີ່ມຈາກການຮຽນການສອນໃນໂຮງຮຽນ, ທຸກພາກສ່ວນທີ່ກ່ຽວຂ້ອງຈະຕ້ອງພະຍາຍາມຫຼາຍຂຶ້ນກວ່າເກົ່າ.” ທ່ານ ນາງ ຫງວນເລງັອກ ກ່າວວ່າ, ປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງມີສາຍພູ ແລະ ແມ່ນໍ້າຕິດຈອດກັນ, ວັດທະນະທໍາຂອງແຕ່ລະປະເທດມີຄວາມຄ້າຍຄືກັນ ແລະ ປະສົມປະສານກັນ. ຈາກປະສົບການທີ່ໄດ້ຢ້ຽມຢາມປະເທດຈີນຫຼາຍຄັ້ງ, ເພິ່ນເຫັນວ່າ, ວຽກງານອະນຸຮັກມໍລະດົກທາງວັດທະນະທໍາຂອງຈີນໄດ້ຮັບໝາກຜົນຫຼາຍ, ຫວັງວ່າຫວຽດນາມ ແລະ ຈີນຈະສາມາດຮັດແໜ້ນການແລກປ່ຽນວຽກດ້ານນີ້ໃຫ້ຫຼາຍຂຶ້ນ.

ວາລະສານຈໍາປາ | ຖ່າຍທອດຄວາມຮູ້ສຶກຜ່ານບົດເພງ