ວາລະສານຈໍາປາ | ສຽງແຄນດັງກ້ອງ

2025-02-21 18:26:46

 

ທ້າວ ກິດຕິສັກ ສີລາຕິຄຸນ ຈາກຄະນະສິລະປະແຂວງຫຼວງພະບາງໄດ້ນໍາເອົາແຄນລາວຄູ່ໃຈຂອງລາວຂຶ້ນເວທີໃນໍງານສິລະປະວັດທະນະທໍາປະເທດຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

ແຄນແມ່ນເຄື່ອງດົນຕີພື້ນເມືອງປະເພດເປົ່າຂອງລາວ, ເຮັດມາຈາກໄມ້ໄຜ່. ຜູ້ເປົ່າຈະຕ້ອງເປົ່າລົມອອກ ຫຼື ດູດລົມເຂົ້າ ເພື່ອເຮັດໃຫ້ລີ້ນ ແລະ ອາກາດໃນລູກແຄນສັ່ນສະເທືອນຈົນເກີດເປັນສຽງ, ລູກແຄນແຕ່ລະລູກຈະມີໜຶ່ງຮູ, ໂດຍຈະໃຊ້ນິ້ວມືປິດຮູເພື່ອໃຫ້ໄດ້ສຽງທີ່ຕ້ອງການ. “ຂ້ອຍເລີ່ມຮຽນເປົ່າແຄນຕັ້ງແຕ່ຕອນຮຽນມັດທະຍົມປາຍ, ປັດຈຸບັນການເປົ່າແຄນໄດ້ກາຍເປັນສ່ວນໜຶ່ງຂອງຊີວິດຂ້ອຍ.” ທ້າວກິດຕິສັກ ສີລາຕິຄຸນ ກ່າວວ່າ ໃນງານເທດສະການ, ງານດອງ ຫຼື ການພົບປະສັງສັນໃນຊີວິດປະຈໍາວັນຂອງຄົນລາວ, ສຽງແຄນເປັນສິ່ງທີ່ຂາດບໍ່ໄດ້.

ທ່ານ ສຸລິທົງ ວັດທະນາວົງ, ຫົວໜ້າຄະນະສິລະປະແຂວງຫຼວງພະບາງເຫັນວ່າ ແຄນລາວບໍ່ໄດ້ເປັນພຽງແຕ່ເຄື່ອງດົນຕີ, ແຕ່ມັນແມ່ນສັນຍາລັກທາງວັດທະນະທໍາຢ່າງໜຶ່ງ. “ປີ 2017, ສຽງແຄນລາວຖືກບັນຈຸໃຫ້ເປັນມໍະດົກທາງວັດທະນະທໍາທີ່ບໍ່ແມ່ນວັດຖຸ. ຂະບວນການຜະລິດແຄນສາມາດສ່ອງແສງໃຫ້ເຫັນເຖິງທໍາມະຊາດ, ການກະສິກໍາ, ລວມທັງວິຖີຊີວິດຂອງລາວໄດ້ເປັນຢ່າງດີ.” ທ່ານ ສຸລິທົງ ວັດທະນາວົງ ກ່າວວ່າ ປັດຈຸບັນມີຄົນສົນໃຈຮຽນເປົ່າແຄນລາວຫຼາຍຂຶ້ນ, ນັກຮຽນສ່ວນຫຼາຍແມ່ນຄົນໄວໜຸ່ມ, ມີໂຮງຮຽນປະຖົມມັດທະຍົມຫຼາຍແຫ່ງເປີດຫຼັກສູດສອນເປົ່າແຄນ. “ຜ່ານການພັດທະນາ ແລະ ປັບປຸງຢ່າງຕໍ່ເນື່ອງ, ສຽງແຄນເປັນທີ່ຖືກອົກຖືກໃຈຂອງປະຊາຊົນລາວ, ເພງດັງຫຼາຍເພງກໍໄດ້ນໍາໃຊ້ສຽງແຄນປະກອບເຂົ້າໃນບົດເພງ.”

ເພື່ອເຮັດໃຫ້ຜູ້ຊົມເຂົ້າໃຈວັດທະນະທໍາລາວຫຼາຍຂຶ້ນ, ໃນງານສະແດງສິລະປະວັດທະນະທໍາຄັ້ງນີ້, ຄະນະສິລະປະແຂວງຫຼວງພະບາງຍັງໄດ້ນໍາເອົາບົດຟ້ອນພື້ນເມືອງມາພ້ອມ, ເພາະຢາກໃຊ້ໂອກາດນີ້ນໍາສະເໜີວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າ. “ພາຍຫຼັງທີ່ໄດ້ເປີດນໍາໃຊ້ທາງລົດໄຟລາວ-ຈີນ, ການເດີນທາງມາທ່ອງທ່ຽວລາວກໍສະດວກສະບາຍຍິ່ງຂຶ້ນ, ພວກເຮົາຫວັງວ່າ ຜ່ານການສະແດງໃນຄັ້ງນີ້ຈະສາມາດດຶງດູດນັກທ່ອງທ່ຽວຈາກທົ່ວໂລກໃຫ້ເດີນທາງມາທ່ອງທ່ຽວລາວ ແລະ ຮຽນຮູ້ວັດທະນະທໍາລາວທີ່ອຸດົມສົມບູນ ແລະ ມີສີສັນ.” ທ່ານ ສຸລິທົງ ວັດທະນາວົງ ກ່າວ.

ວາລະສານຈໍາປາ | ສຽງແຄນດັງກ້ອງ