ວາລະສານຈໍາປາ | ''ອຸສາບາລົວ'' ມີຄວາມເປັນຢຸນນານຫຼາຍ
ໃນຍາມລາຕີ, ສຽງຂັບຈ້າງຮ່າອັນເສາະໃສ ແລະ ອ້ອຍອິ່ນໄດ້ສະນັ່ນດັງຂຶ້ນ, ສຽງຂັບລໍາໄດ້ນໍາຜູ້ຊົມໄປຍັງຍຸກບູຮານຂອງເຜົ່າໄທລື້. ທ່ານ ກ່າວເຊິງຮົວ (Gao Chenghua) ນັກຂັບລໍາຈ້າງຮ່າໄວໜຸ່ມທີ່ເກີດ“ຫຼັງປີ 2000”ພ້ອມກັບຄູ່ສະແດງໄດ້ນໍາສະແດງສາກສໍາຄັນໃນເລື່ອງ “ອຸສາບາລົວ (Wusha Baluo)”-ສາກໂລແມນຕິກທີ່ອຸສາ ແລະ ບາລົວພົບຮັກກັນໃນປ່າເລິກ.
“ຈ້າງຮ່າ” ມີຄວາມໝາຍວ່ານັກຮ້ອງເຜົ່າໄທລື້, ມັນແມ່ນສິລະປະການສະແດງຮູບແບບໜຶ່ງທີ່ໄດ້ຮັບຄວາມນິຍົມໃນໝູ່ຄົນຊາວໄຕ. ລະຄອນຈ້າງຮ່າຂອງເຜົ່າໄທລື້ແມ່ນລໍາເລື່ອງຂອງຊົນເຜົ່າກຸ່ມນ້ອຍທີ່ເກີດມາຈາກການຂັບລໍາຈ້າງຮ່າຂອງເຜົ່າໄທລື້, ອັນປະກອບດ້ວຍບົດກອນຍາວ, ບົດຟ້ອນ, ດົນຕີ, ພາສາ ແລະ ວັດທະນະທໍາອື່ນໆຂອງເຜົ່າໄທລື້. “ລະຄອນຈ້າງຮ່າເລື່ອງ ‘ອຸສາບາລົວ’ ມີຕົ້ນເລື່ອງມາຈາກມະຫາກາບວິລະບຸລຸດຂອງເຜົ່າໄທລື້ເລື່ອງ ‘ອຸສາບາລົວ’, ເຊິ່ງເປັນໜຶ່ງໃນ 5 ສຸດຍອດມະຫາກາບຂອງເຜົ່າໄທລື້, ມັນບໍ່ພຽງແຕ່ຮວບຮວມເອົາເທບນິຍາຍ, ນິທານ ແລະ ບົດກອນບູຮານຈໍານວນຫຼາຍຂອງເຜົ່າໄທລື້ເທົ່ານັ້ນ, ແຕ່ມັນຍັງສະທ້ອນໃຫ້ເຫັນເຖິງພາບການດໍາລົງຊີວິດທີ່ມີຄວາມຫຼາກຫຼາຍຂອງສັງຄົມເຜົ່າໄທລື້ໃນສະໄໝບູຮານ.” ທ່ານ ກ່າວເຊິງຮົວ ກ່າວວ່າ, ໃນຕອນສະແດງລະຄອນນັກສະແດງນໍາໃຊ້ຮູບແບບການສະແດງທີ່ແຍກການຮ້ອງ ແລະ ການສະແດງອອກຈາກກັນ, ໂດຍໄດ້ປະສົມປະສານດົນຕີພື້ນເມືອງ ແລະ ຍັງຮັກສາວິທີການຂັບຮ້ອງຈ້າງຮ່າແບບດັ້ງເດີມຂອງເຜົ່າໄທລື້ໄວ້, ທັງໄດ້ຄິດຄົ້ນຮູບແບບໃໝ່ໆໃນການນໍາສະເໜີບົດລະຄອນ.
ເນື້ອເລື່ອງຂອງ “ອຸສາບາລົວ” ມີເອກະລັກຂອງຄວາມເປັນຢຸນນານຫຼາຍ. ທ່ານ ກ່າວເຊິງຮົວ ກ່າວວ່າ, “ມັນສ່ອງແສງໃຫ້ເຫັນເຖິງອຸປະນິໄສຂອງຄົນເຜົ່າໄທລື້ທີ່ຫວງແຫນສັນຕິພາບ, ສະແຫວງຫາຄວາມສຸກ ແລະ ຮັກຫອມທໍາມະຊາດ, ພ້ອມນັ້ນຍັງສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍ ແລະ ຄວາມອຸດົມສົມບູນທາງວັດທະນະທໍາຂອງເຜົ່າຊົນຕ່າງໆຢູ່ໃນຢຸນນານ.” ຜ່ານບົດເພງ, ຜູ້ຊົມເໝືອນວ່າໄດ້ເຫັນທິວທັດທໍາມະຊາດທີ່ສວຍງາມ, ຮີດຄອງປະເພນີຂອງເຜົ່າຊົນຕ່າງໆ ແລະ ປະຫວັດສາດອັນເກົ່າແກ່ຂອງຢຸນນານ.
“ໃນລະຫວ່າງທີ່ພົບປະແລກປ່ຽນກັບຄະນະນັກສະແດງຈາກຕ່າງປະເທດ, ຂ້ອຍໄດ້ສໍາຜັດເຖິງຄວາມຫຼາກຫຼາຍ ແລະ ຄວາມຄ້າຍຄືກັນທາງວັດທະນະທໍາຢ່າງເລິກເຊິ່ງ.”ທ່ານ ກ່າວເຊິງຮົວ ຄິດວ່າ ຢຸນນານ ແລະ ປະເທດໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ມີພູມສາດທີ່ໃກ້ຄຽງກັນ, ຜູ້ຄົນໃກ້ຊິດກັນ, ວັດທະນະທໍາປະສົມປະສານກັນ, ເຊິ່ງຂົວຕໍ່ດ້ານສິລະປະນີ້, ຈະເຮັດໃຫ້ຜູ້ຄົນທີ່ມາຈາກຕ່າງວັດທະນາທໍາສາມາດຂ້າມຜ່ານອຸປະສັກດ້ານພາສາ ແລະ ເຂດແດນ, ເຮັດໃຫ້ສະໜິດສະໜົມກັນຫຼາຍຂຶ້ນ. “ໃນລະຫວ່າງທີ່ແລກປ່ຽນຖອດຖອນບົດຮຽນ, ຂ້ອຍຫວັງຢາກນໍາໃຊ້ລະຄອນຈ້າງຮ່າເປັນສື່ກາງໃນການເຜີຍແຜ່ວັດທະນະທໍາຂອງຊົນເຜົ່າຕ່າງໆໃນຢຸນນານໃຫ້ທົ່ວໂລກໄດ້ຮັບຮູ້.”