ວາລະສານຈໍາປາ | ເມື່ອເຈົ້າຂອງຮ້ານພົບກັບ AI
“ສະບາຍດີທຸກຄົນ, ຂ້ອຍແມ່ນ Moly, ມື້ນີ້ຂ້ອຍຈະພາທຸກຄົນມາເບິ່ງຜະລິດຕະພັນໃໝ່.”
ສູນການຄ້າເມືອງການຄ້າສາກົນອີ້ອູທີ່ຄົນໄປມາກັນຢ່າງອຶກກະທຶກນຶກນອງ, ໃນຮ້ານທີ່ມີການຈັດວາງຕຸກກະຕາຂອງຫຼິ້ນຫຼາຍຮ້ອຍຊະນິດ,ເຈົ້າຂອງຮ້ານ ຊຸນລິ້ຈວນ(SunLijuan)ກຳລັງໃຊ້ກ້ອງຖ່າຍວິດີໂອຜະລິດຕະພັນໃໝ່. ນາງ ໄດ້ເອົາວິດີໂອສົ່ງເຂົ້າຖານເວທີ AI, ກົດປຸ່ມດຽວສ້າງວິດີໂອຫຼາຍພາສາເຊັ່ນ: ພາສາອາຣັບ, ພາສາຣັດເຊຍ, ພາສາແອດສະປາຍແລະພາສາອື່ນໆ, ແລະສົ່ງໃຫ້ລູກຄ້າຖືກຕ້ອງຕາມລຳດັບ.
ນອກຈາກການຮັບການສັ່ງຈອງ ແລະ ການເຈລະຈາ,ນາງ ຊຸນລິ້ຈວນ ຕ້ອງຖ່າຍ 2 ວິດີໂອເພື່ອສົ່ງໃຫ້ລູກຄ້າໃນທຸກໆມື້, ບາງວິດີໂອແມ່ນແນະນຳຜະລິດຕະພັນໃໝ່, ແລະບາງວິດີໂອກໍ່ແບ່ງປັນສະພາບຊີວິດຄືກັບໝູ່ເພື່ອນ. ໃນປີໜຶ່ງທີ່ຜ່ານມາ, ນາງຍັງມີຕົວຕົນໃຫມ່ຕື່ມຄື “ເຈົ້າຂອງຮ້ານ-ມະນຸດດີຈີຕອນ AI.”
ນາງ ຊຸນລິ້ຈວນ ກ່າວວ່າ,“ມີລູກຄ້າຄົນໜຶ່ງເປັນຊາວຣັດເຊຍໄດ້ຊອກຫາຂ້ອຍເພາະວ່າເພິ່ນໄດ້ເບິ່ງວິດີໂອຂອງຂ້ອຍໃນມື້ກີ້ນີ້,ແລະລາວເວົ້າວ່າຈະສັ່ງຊື້ຕຸກກະຕາຫລາຍກວ່າ800 ໂຕ. ພວກເຮົາກຳລັງລົມກັນກ່ຽວກັບໄລຍະເວລາຈັດສົ່ງສິນຄ້າ.” ໃນເດືອນ ຕຸລາ ປີກາຍນີ້, ນາງໄດ້ກາຍເປັນເຈົ້າຂອງຮ້ານທຳອິດທີ່ນຳໃຊ້ເຕັກໂນໂລຊີມະນຸດດີຈີຕອນ AI ໃນສູນການຄ້າເມືອງການຄ້າສາກົນອີ້ອູ, ແລະ ເຕັກໂນໂລຊີນີ້ໄດ້ເຮັດໃຫ້ນາງແປກໃຈຫຼາຍ.
ໃນເວລານັ້ນ, ພະນັກງານຂອງສູນການຄ້າສິນຄ້າມູນຄ່າຕໍ່າຈີນອີ້ອູ(Chinagoods)ໄດ້ຕິດຕໍ່ນາງ ຊຸນລິ້ຈວນ, ແລະຖ່າຍວິດີໂອພາສາຈີນແນະນຳຜະລິດຕະພັນຕອນໜຶ່ງ. ສອງມື້ຕໍ່ມາ, ນາງໄດ້ຮັບວິດີໂອຮູບແບບທີ່ມີຫຼາຍພາສາ, ລວມທັງພາສາອາຣັບ, ອັງກິດ, ຝຣັ່ງ, ແລະອື່ນໆ. “ຂ້ອຍແປກໃຈຫຼາຍ,ວິດີໂອບໍ່ພຽງແຕ່ຮັກສາສຽງເດີມຂອງຂ້ອຍເທົ່ານັ້ນ, ແຕ່ຮູບຮ່າງຂອງປາກກໍ່ເໝາະສົມເຂົ້າກັນກັບສຽງ, ເປັນຄັ້ງທຳອິດທີ່ຂ້ອຍຮູ້ສຶກວ່າ AI ຄືຈັ່ງຢູ່ໃກ້ຊີວິດຂອງພວກເຮົາດີແທ້.”
ນາງໄດ້ເຜີຍແຜ່ວິດີໂອເຫລົ່ານີ້ຜ່ານເວັບໄຊ້. “ລູກຄ້າຊາວອາຣັບບາງຄົນບໍ່ຢາກເຊື່ອວ່າພາສາອາຣັບຂອງຂ້ອຍຄືເວົ້າໄດ້ດີແທ້, ສະນັ້ນພວກເຂົາຈຶ່ງມາສອບຖາມ ແລະ ສັ່ງຊື້ດ້ວຍຄວາມກະຕືລືລົ້ນ.” ນາງ ຊຸນລິ້ຈວນ ກ່າວວ່າ, ໃນໄລຍະເວລານັ້ນ, ມີລູກຄ້າໃໝ່ຫຼາຍຮ້ອຍຄົນໃນທຸກໆມື້. ເຄິ່ງປີຜ່ານມາ, ລາຍຮັບຂອງຮ້ານໄດ້ເພີ່ມຂື້ນປະມານ 20% ເມື່ອທຽບກັບໄລຍະດຽວກັນ.
“ຂ້ອຍຈະອະທິບາຍຜະລິດຕະພັນຕາມຄວາມມັກຂອງປະເທດຕ່າງໆທີ່ມັກຕ່າງກັນ, ແລະຈາກນັ້ນປ່ຽນວິດີໂອເປັນພາສາຂອງພວກເຂົາ,ແລ້ວສົ່ງໃຫ້ລູກຄ້າ.” ນາງ ຊຸນລິ້ຈວນກ່າວວ່າ,ເມື່ອປຽບທຽບກັບການແນະນຳຜະລິດຕະພັນເທື່ອລະອັນໂດຍການພິມໃນອະດີດ, ວິດີໂອການອະທິບາຍດ້ວຍພາສາຕ່າງປະເທດໄດ້ຫຼຸດຜ່ອນເວລາການສື່ສານຫຼາຍ, ແລະອັດຕາການປ່ຽນແປງແມ່ນສູງເປັນພິເສດ.
“ນີ້ແມ່ນຫີບເຄື່ອງມີກ້ານລາກມີໜ້າຈໍ LED ທີ່ເປັນຜະລິດຕະພັນໃຫມ່ແນະນຳໃໝ່ຂອງພວກເຮົາໃນອາທິດທີ່ແລ້ວ.ຮູບແບບຂ້າງເທິງນີ້ສາມາດເຮັດການສັ່ງໄດ້ດ້ວຍການໃຊ້APPມືຖືຂອງຕົນເອງ.” ເຂດສອງໃນສູນການຄ້າເມືອງການຄ້າສາກົນອີ້ອູ, ຕໍ່ໜ້າລູກຄ້າຊາວຕາເວັນອອກກາງ, ນາງ ເຢຊຽວຢຸນ(YeXiaoyun)ໄດ້ “ປ່ຽນ” ເປັນພາສາອາຣັບຢ່າງຊຳນານ. ນາງເວົ້າພາສາອາຣັບບໍ່ໄດ້, ແຕ່ນາງສາມາດໃຊ້ການສື່ສານຢ່າງເສລີໂດຍຜ່ານເຄື່ອງມືແປພາສາໂທລະສັບມືຖື. ນາງ ເຢຊຽວຢຸນ ໄດ້ປະກອບທຸລະກິດການຄ້າຕ່າງປະເທດຫີບເຄື່ອງມີກ້ານລາກ ແລະ ກະເປົາມາ 23 ປີ. "ໃນຕອນເລີ່ມຕົ້ນ, ຂ້ອຍຮູ້ສຶກມີຄວາມຕ້ອງການຈະສື່ສານແລະແລກປ່ຽນກັບລູກຄ້າຕ່າງປະເທດ, ພວກເຮົາສື່ສານດ້ວຍມືເລື້ອຍໆ, ຫຼື ສົ່ງລາຄາໃສ່ເຄື່ອງຄິດໄລ່, ແລະ ມີໜ້ອຍວິທີເມື່ອຕິດຕໍ່ພວກເຂົາຈາກໄລຍະໄກ. ດຽວນີ້ວິທີການແລະຊ່ອງທາງໃນດ້ານການສື່ສານແລະການແລກປ່ຽນນັບມື້ນັບກວ້າງຂວາງ, ເຮັດໃຫ້ພວກເຮົາມີໂອກາດຫຼາຍຂຶ້ນ.
"ຊຸມປີກ່ອນນີ້, ຮ້ານຂອງນາງ ເຢຊຽວຢຸນ ໄດ້ເປີດຕົວກະເປົາເປ້ທີ່ມີໜ້າຈໍ LED, ເຊິ່ງໄດ້ຮັບຄວາມນິຍົມຈາກລູກຄ້າຕ່າງປະເທດ. ກະເປົາເປ້ນີ້ ໄດ້ຖືກປັບປຸງໃໝ່ເກືອບທຸກໆເດືອນ, ແລະ ໜ້າຈໍ LED ໄດ້ຖືກປັບປຸງຈາກສີຂາວດຳມາເປັນສີສັນ, ແລະ ມີຄວາມສາມາດທີ່ຫຼາຍຂຶ້ນ.
ກະເປົາເປ້ນີ້ແມ່ນນິຍົມຫຼາຍໃນຕະຫຼາດຕ່າງປະເທດ.ນາງ ເຢຊຽວຢຸນ ພະຍາຍາມໃຊ້ AI ເພື່ອສ້າງວິດີໂອແນະນຳຜະລິດຕະພັນດ້ວຍຫຼາຍພາສາ, ແລະມີລູກຄ້າເຂົ້າມາປຶກສາຢ່າງຕໍ່ເນື່ອງ. ໂປສເຕີຜະລິດຕະພັນ ແລະ ຫນ້າລາຍລະອຽດຂອງຜະລິດຕະພັນທີ່ຜະລິດໂດຍ AI ປຸ່ມຫນຶ່ງຍັງສາມາດຊ່ວຍໃຫ້ນາງໄດ້ຮັບລູກຄ້າ, ແຈ້ງລາຄາ, ຮັບການສັ່ງຊື້,ແລະ ເຮັດທຸລະກິດໃນທົ່ວໂລກໄດ້ງ່າຍຂຶ້ນ.