ວາລະສານຈໍາປາ | ''ການລວມການພາຍນອກ'' ຂອງອີ້ອູ
Varija Bajaj ນັກອອກແບບອິນເດຍ ທີ່ຫາກໍເດີນທາງຈາກນະຄອນກວາງໂຈ່ວແຂວງກວາງຕຸ້ງຫານະຄອນອີ້ອູ ແລະ ເພື່ອນຮ່ວມງານຄົນຈີນກໍມຸ່ງໜ້າໄປເຂດໜຶ່ງຂອງເມືອງການຄ້າສາກົນອີ້ອູ, ນີ້ແມ່ນຄັ້ງທຳອິດທີ່ລາວມາອີ້ອູ. ແຕ່ວ່າຍ້ອນການເດີນທາງຟ້າວຫຼາຍ, ເປົ້າໝາຍການເດີນທາງຄັ້ງນີ້ຂອງ Varija Bajaj ແມ່ນ ຫາໃຫ້ໄດ້ວັດສະດຸທີ່ເໝາະສົມສຳລັບຜົນງານຂອງລາວໃຫ້ໄດ້ໄວທີ່ສຸດ. ທັງເວົ້າພາສາຈີນບໍ່ເປັນ, ແຕ່ວ່າ ເພື່ອການເລືອກສິນຄ້າ ແລະ ການສອບຖາມລາຄາຂັ້ນຕົ້ນ, ລາວຍັງຄົງເລາະແຕ່ຊັ້ນທຳອິດໄປຮອດຊັ້ນເທິງສຸດ, ທຸກໆຄັ້ງທີ່ເຫັນສິນຄ້າທີ່ຮູ້ສຶກຊື່ນຊົມກໍຈະຂໍນາມບັດຈາກເຈົ້າຂອງຮ້ານ, ທັງຖ່າຍຮູບເອົາ ສິນຄ້າ ແລະ ນາມບັດເຂົ້າເກັບເປັນຂໍ້ມູນ.
ໃນທ້າຍທີ່ສຸດ, Varija Bajaj ກໍສົນໃຈໃນຜະລິດຕະພັນຂອງຮ້ານນ້ຳມັນຫອມລະເຫີຍ ຮ້ານໜຶ່ງ, ຫຼັງຈາກຜ່ານການສອບຖາມແບບງ່າຍໆ, ກໍເລືອກສິນຄ້າຕົວຢ່າງແບບລະອຽດ, ຫຼັງຈາກຊັ່ງນ້ຳໜັກແລ້ວກໍວາງໄວ້ເທິງພື້ນໂດຍກົງ, ໃຊ້ບິກມາກເກີ ໝາຍຂໍ້ມູນຂອງຕົວຢ່າງສິນຄ້າໄວ້ເປັນລຳດັບຢູ່
ທາງຂ້າງ. “ຮ້ານຄ້າ ແລະ ສິນຄ້າຫຼາຍປານນີ້, ລາຄາແຕ່ລະອັນກໍບໍ່ຄືກັນ, ຖ້າຫຼັງຈາກກັບໄປອິນເດຍ, ຂ້ອຍຈະວິເຄາະ ແລະ ຄັດເລືອກຈັດອັນດັບອີກຄັ້ງ, ຈາກນັ້ນ ຈະມອບໃຫ້ເພື່ອນຮ່ວມງານຄົນຈີນມາຕໍ່ລາຄາ.”
ຢູ່ນະຄອນອີ້ອູ, ນອກຈາກ ພໍ່ຄ້າຕ່າງປະເທດຄື Varija Bajaj ທີ່ມາເອົາສິນຄ້າ, ກໍຍັງມີຄົນຕ່າງປະເທດຫຼາຍຄົນທີ່ເລືອກມາເປີດຮ້ານໃນທ້ອງຖິ່ນໂດຍກົງ. ເຊັ່ນວ່າ Tawfiq Fazilat ທີ່ມາຈາກອັບຟະການິດສະຖານ, ລາວໄດ້ຕັ້ງຊື່ພາສາຈີນໃຫ້ຕົນເອງວ່າ-ຫຼິວເຄີ້(Liu Ke) “ຊື່ພາສາ ອັບຟະການິດສະຖານຂອງຂ້ອຍມີຄວາມໝາຍວ່າ ສິ່ງຂອງທີ່ດີງາມທັງໝົດລ້ວນແຕ່ມາຫາຂ້ອຍຢູ່ນີ້.” ນີ້ກໍມີຄວາມຄ້າຍຄືກັບອີ້ອູຫຼາຍ, ທີ່ລວມເອົາຜະລິດຕະພັນທີ່ດີໃນຈີນ ແລະ ໃນໂລກ.
ເຂດສອງ ໃນ ເມືອງການຄ້າອີ້ອູ, ຮ້ານຂອງຫຼິວເຄີ້ ຕົ້ນຕໍ ດຳເນີນກິດຈະການກ່ຽວກັບອຸປະກອນເຊັ່ນ: ເຄື່ອງປັ່ນໄຟ,ເຄື່ອງປ້ຳນ້ຳ ແລະ ອື່ນໆ. ນັແຕ່ ປີ 2017 ທີ່ມາເປີດຮ້ານຢູ່ນະຄອນອີ້ອູ, ລາວໄດ້ກາຍເປັນຜູ້ຊ່ຽວຊານເລື່ອງຈີນແລ້ວ. ຫຼິວເຄີ້ ໄດ້ແນະນຳວ່າ, ໂຕລາວເອງຮຽນສາຂາເສດຖະສາດ, ໃນຕອນທຳອິດ ແມ່ນສອນໜັງສືຢູ່ມະຫາວິທະຍາໄລ ອັບຟະການິດສະຖານ, ດ້ວຍເຫດນີ້ ຈຶ່ງຂຽນປຶ້ມວິຊາສະເພາະຂຶ້ນມາ 10 ຫົວ. ຍ້ອນວ່າວົງຕະກຸນເຮັດການຄ້າຕະຫຼອດມາ, ດັ່ງນັ້ນລາວຈຶ່ງມາ ນະຄອນອີ້ອູ, ພີ່ນ້ອງຄົນອື່ນໆ ກໍກະຈາຍກັນຂາຍຜະລິດຕະພັນທີ່ມາຈາກຈີນ ຢູ່ ອັບຟະການິດສະຖານ, ອາຣັບບີ ຊາອູດິດ ແລະ ເຂດເອີຣົບ.
“ອຸປະກອນຂອງພວກເຮົາ ຕົ້ນຕໍແມ່ນມາຈາກນະຄອນຈົງກິ່ງ, ແຂວງຈ່ຽງຊູ, ແຂວງຝູຈ້ຽນ ແລະອື່ນໆ, ວຽກຂອງຂ້ອຍແມ່ນຮັບຜິດຊອບຂາຍສິນຄ້າ. ສິນຄ້າລ້ວນແຕ່ແມ່ນຍີ່ຫໍ້ທີ່ພວກເຮົາລົງທະບຽນ ແລະ ອອກແບບເອງ, ໂຮງງານກໍຈະຜະລິດອີງຕາມ ເງື່ອນໄຂການອອກແບບຂອງພວກເຮົາ, ຈາກນັ້ນກໍສົ່ງສິນຄ້າໄປຍັງປະເທດອື່ນ” ຫຼິວເຄີ້ ເວົ້າວ່າ“ພວກເຮົາຍ່າງໃນ ເສັ້ນທາງການພັດທະນາທີ່ມີຄຸນນະພາບສູງ ແລະ ສ້າງເປັນຍີ່ຫໍ້, ກຳນົດເປົ້າໝາຍກໍຄື ຜູ້ຊົມໃຊ້ທີ່ມີຄຸນນະພາບສູງ”. ເມື່ອເວົ້າເຖິງຄວາມຮູ້ສຶກຂອງການເຮັດທຸລະກິດຢູ່ຈີນ, ຫຼິວເຄີ້ ເວົ້າວ່າ, ການກິນຢູ່ ນຸ່ງຖື ການຢູ່ອາໄສ ການເດີນທາງຢູ່ ນະຄອນອີ້ອູ ລ້ວນແຕ່ສະດວກສະບາຍຫຼາຍ, ຢາກໄດ້ຜະລິດຕະພັນ ແບບໃດ ກໍລ້ວນແຕ່ຫາໄດ້, ບໍ່ຕ້ອງແລ່ນໄປຫາຢູ່ບ່ອນອື່ນ.
ປັດຈຸບັນ, “ການລວມເອົາພາຍນອກ”ໄດ້ ກາຍເປັນມາດຕະຖານໜຶ່ງທີ່ສຳຄັນຂອງລະດັບຄວາມຄຶກຄື້ນ ແລະ ລະດັບໂລກາພິວັດຂອງຕົວເມືອງ. ອີງຕາມຂໍ້ມູນ, ປີ 2023, ປະຊາກອນທີ່ມີສຳມະໂນຄົວໃນນະຄອນ ອີ້ອູ ແມ່ນ 911,500 ຄົນ, ສ່ວນ ປະຊາກອນ ທີ່ອາໄສຖາວອນແມ່ນ 1.903 ລ້ານຄົນ. ປີ 2023, ຈຳນວນຊາວຄ້າຂາຍຕ່າງປະເທດທີ່ເຂົ້າມາໃນນະຄອນອີ້ອູ ມີຮອດ 368,700 ເທື່ອຄົນ, ໃນນັ້ນ ຊາວຄ້າຂາຍຢູ່ຖາວອນ ມີ 2.1 ໝື່ນຄົນ. ໃທຸລະກິດ ອາຫານເຄື່ອງດື່ມ ທີ່ເປັນໜຶ່ງໃນທຸລະກິດສະໜັບສະໜູນ, ຮ້ານອາຫານທີ່ເປີດໂດຍຊາວຄ້າຂາຍຕ່າງປະເທດລ້ວນໆ ມີເຖິງ500 ກວ່າແຫ່ງ.