ວາລະສານຈໍາປາ | “ພອນສະຫວັນໃນການເຮັດທຸລະກິດ” ດ້ານການຄ້າຕ່າງປະເທດ ຂອງນັກທຸລະກິດເຈີ້ຈ່ຽງ

2025-02-21 18:11:21

 

ເມື່ອຄິດຫວນຄືນຕອນທີ່ເລີ່ມຕົ້ນທຸລະກິດ, ທ່ານ ສາຍຫຼົງຮຸຍ(Chai Ronghui)ກໍຍັງຄົງເຕັມປ່ຽມໄປດ້ວຍຄວາມຮູ້ສຶກ. “ໃນຕອນນັ້ນ, ສະຖານີໂທລະພາບສູນກາງແຫ່ງປະເທດຈີນ ມີລາຍການກ່ຽວກັບທຸລະກິດລາຍການໜຶ່ງທີ່ເອີ້ນວ່າ ໄຊຊະນະໃນປະເທດຈີນ, ນັກທຸລະກິດ ທີ່ມີຊື່ສຽງຂອງຈີນຈຳນວນຫຼາຍໄດ້ຮ່ວມກັນຮ້ອງເພງປະກອບ, ປຸກລະດົມຊາວໜຸ່ມເຈີ້ຈ່ຽງຄືຂ້ອຍເປັນຈຳນວນຫຼວງຫຼາຍ”.ກໍໄດ້ອີງໃສ່ຄວາມກະຕືລືລົ້ນຂອງຜູ້ປະກອບການນີ້, ເຮັດໃຫ້ທ່ານ ສາຍຫຼົງຮຸຍ ທີ່ເປັນສາຍກົດໝາຍໄດ້ ຍ່າງເຂົ້າສູ່ເສັ້ນທາງການປະກອບທຸລະກິດໃນປີ 2006.

“ຕອນທີ່ຂ້ອຍຫາກໍມາອີ້ອູເພື່ອເຮັດທຸລະກິດ, ເຈົ້າຂອງຮ້ານໃນຖະໜົນຫຼາຍເສັ້ນນີ້ ເກືອບວ່າບໍ່ມີຄົນເວົ້າພາສາອັງກິດເປັນ, ພໍແຕ່ມີຊາວຄ້າຂາຍຈາກຕ່າງປະເທດມາ, ຂ້ອຍກໍແປພາສາໃຫ້ພວກເຈົ້າຂອງຮ້ານ, ເວລາຜ່ານໄປດົນ ພວກຊາວຄ້າຂາຍຕ່າງປະເທດກໍຮູ້ວ່າໂຕຂ້ອຍເອງກໍມີຮ້ານ, ດັ່ງນັ້ນລູກຄ້າກໍຄ່ອຍໆເພີ່ມຫຼາຍຂຶ້ນ.” ທ່ານ ສາຍຫຼົງຮຸຍ ເວົ້າວ່າ “ໃນຕອນນັ້ນ, ພໍ່ຄ້າຕ່າງປະເທດຈຳນວນໜຶ່ງຍັງສອນຂ້ອຍວ່າຄວນເຮັດຜະລິດຕະພັນແນວໃດ, ຫຸ້ມຫໍ່ແນວໃດ, ແບບນີ້ຈຶ່ງສາມາດຂາຍອອກໄດ້.”

ທ່ານ ສາຍຫຼົງຮຸຍ ເວົ້າວ່າ “ການເຮັດທຸລະກິດຕ້ອງມີຂັ້ນຕອນໜຶ່ງ, ຂາດທຶນໃນສາມປີທຳອິດກໍແມ່ນເລື່ອງປົກກະຕິ, ແຕ່ວ່າ ຫຼັງຈາກນັ້ນ ຍັງບໍ່ສາມາດຫາເງິນໄດ້, ກໍຮູ້ສຶກກັງວົນແລ້ວ. ການເຮັດທຸລະກິດ ຕ້ອງມີຄວາມຍຶດໝັ້ນຢ່າງແນ່ນອນ, ແບບນີ້ ທຸລະກິດ ຈຶ່ງຄ່ອຍໆເຕີບໃຫຍ່ຂຶ້ນໄດ້, ຫຼັງຈາກ 5 ປີ, 10 ປີ ແລ້ວຍ້ອນກັບມາເບິ່ງ, ຈຶ່ງຄົ້ນພົບຄວາມແຕກຕ່າງຢ່າງໃຫຍ່ຫຼວງກັບສະພາບໃນຕອນເລີ່ມຕົ້ນ.”

ກໍຍ້ອນການຍຶດໝັ້ນນີ້, ໃນລະຫວ່າງປີ2010 ຫາ 2013, ເຄື່ອງໃຊ້ໄຟຟ້າພາຍໃນເຮືອນທີ່ ທ່່ານ ສາຍຫຼົງຮຸຍ ຈັດຈຳໜ່າຍກໍກາຍເປັນຜະລິດຕະພັນຍອດນິຍົມ, ໃບສັ່ງຊື້ຂອງລູກຄ້າທີ່ມາຈາກອາຟຣິກາ, ຕາເວັນອອກກາງ, ອາເມລິກາໃຕ້ ແລະ ອື່ນໆ ກໍຫຼັ່ງໄຫຼ ກັນເຂົ້າມາ. “ໃນຕອນນັ້ນ, ຜະລິດຕະພັນ ເຄື່ອງຈັກເຮັດຄວາມສະອາດດ້ວຍອາຍນ້ຳແບບໜຶ່ງ ປີໜຶ່ງສາມາດຂາຍໄດ້ 30 ລ້ານຢວນ, ລູກຄ້າ ຈົນໄດ້ລຽນຄິວລໍຖ້າສິນຄ້າ.” ຄຽງຄູ່ກັບ ສິນຄ້າທີ່ຂາຍດີໃນຕະຫຼາດ, ຊາວໜຸ່ມນັບມື້ນັບຫຼາຍຂຶ້ນ ກໍເລີ່ມມາອີ້ອູ, ເຂົ້າຮ່ວມໃນທຸລະກິດ ການຄ້າຕ່າງປະເທດ.

ທ່ານ ສາຍຫຼົງຮຸຍ ຄິດວ່າ, ທຸລະກິດການຄ້າຕ່າງປະເທດຂອງອີ້ອູ,ມີຄວາມແຕກຕ່າງຈາກເມືອງອື່ນໆຢ່າງຈະແຈ້ງ. ຍ້ອນວ່າ ລ້ວນແຕ່ແມ່ນ ສິນຄ້ານ້ອຍເປັນຕົ້ນຕໍ, ຊຶ່ງລູກຄ້າສ່ວນໜຶ່ງ ກໍລ້ວນແຕ່ມາຈາກປະເທດທີ່ກຳລັງພັດທະນາເຊັ່ນ: ອາຟຣິກາ, ຕາເວັນອອກກາງ, ອາຊີຕາເວັນອອກສຽງໃຕ້. “ທຸລະກິດຂອງພວກເຮົາ ບໍ່ຄືກັບ ວິສາຫະກິດໃຫຍ່ຈຳນວນຫຼາຍ, ທີ່ຕ້ອງອາໄສການເຊັນສັນຍາຜູກມັດສອງຝ່າຍ, ສ່ວນຫຼາຍກໍແມ່ນອາໄສຊື່ສຽງການບອກປາກຕໍ່ປາກ. ເຊັ່ນວ່າ, ຂ້ອຍເຮັດທຸລະກິດກັບໝູ່ຜູ້ໜຶ່ງ ໃນເຂດອາຟຣິກາ, ຄົນອື່ນໃນຕະກູນຂອງລາວ ກໍຄ່ອຍໆມາເອົາສິນຄ້າກັບຂ້ອຍ, ກໍແມ່ນແບບນີ້ ອາໄສຊື່ສຽງແບບປາກຕໍ່ປາກ ພັດທະນາຂຶ້ນມາ, ບາງເທື່ອກໍສົ່ງສິນຄ້າໃຫ້ພວກເຂົາໂດຍຜ່ານ ຮູບແບບການຄ້າງຊຳລະບັນຊີ , ນີ້ເປັນເລື່ອງທີ່ບໍ່ກ້າຈິນຕະນາການໄດ້ໃນຮູບແບບຂອງວິສາຫະກິດຂະໜາດໃຫຍ່.”

ນອກຈາກ ຄວາມພະຍາຍາມຂອງໂຕເຈົ້າຂອງຮ້ານເອງແລ້ວ, ການພັດທະນາຂອງຕ່ອງໂສ້ອຸປະທານ , ການສະໜັບສະໜູນຂອງນະໂຍບາຍ, ການປັບປຸງອຸດສາຫະກຳຢ່າງຄົບຊຸດ ກໍແມ່ນຂອດໜຶ່ງທີ່ສຳຄັນ. “ການຄ້າຕ່າງປະເທດແບບດັ້ງເດີມ ແມ່ນ ຮ້ານຄ້າ ສະໜອງສິນຄ້າ ໃຫ້ລູກຄ້າຕ່າງປະເທດໂດຍກົງ, ເຊິ່ງນີ້ກໍໄດ້ກ່ຽວຂ້ອງກັບບັນຫາ ເຊັ່ນ: ດ່ານ, ການກວດສອບ, ການແລກປ່ຽນເງິນຕາ, ພາສີ ແລະ ອື່ນໆ. ແຕ່ວ່າ ຮູບແບບຂອງການຄ້າຂອງອີ້ອູ ງ່າຍຫຼາຍ, ຄົນຕ່າງປະເທຈັດຊື້ດ້ວຍຕົນເອງ, ຈາກນັ້ນ ນຳເອົາສິນຄ້າມອບໃຫ້ໜ່ວຍງານບໍລິການ ເຊັ່ນ: ອົງກອນໂລຈິສຕິກທີ່ເປັນບຸກຄົນທີສາມ ແລະ ອື່ນໆ, ເທົ່າກັບວ່າ ຕົນເອງສົ່ງເຄື່ອງໃຫ້ຕົນເອງ. ເຮັດທຸລະກິດ ຢູ່ນະຄອນອີ້ອູ, ພໍ່ຄ້າ ບໍ່ຈຳເປັນຕ້ອງເຂົ້າໃຈຫຍັງຫຼາຍປານນັ້ນ, ພຽງແຕ່ສາມາດ ແກ້ໄຂບັນຫາການສື່ສານ, ທຸກໆຂອດ ລ້ວນແຕ່ມີ ໜ່ວຍງານມືອາຊີບສະເພາະມາບໍລິການ. ໃນດ້ານຕົ້ນທຶນຜະລິດຕະພັນ,ອີ້ອູບໍ່ຈຳເປັນຕ້ອງໄດ້ປຽບທີ່ສຸດ, ແຕ່ວ່າຕົ້ນທຶນສັງລວມແນ່ນອນວ່າຕ່ຳທີ່ສຸດ.”ທ່ານ ເສິນຈືຊິ້ງ (Chen Zhixing)ຮອງຜູ້ຈັດການໃຫຍ່ບໍລິສັດການດຳເນີນງານຕະຫຼາດຂອງກຸ່ມບໍລິສັດເມືອງສິນຄ້ານ້ອຍເຈີ້ຈ່ຽງຈີນຈຳກັດເວົ້າວ່າ“ລູກຄ້າຄິດຢາກຊື້ສິນຄ້າບາງຢ່າງ, ມາຮອດນະຄອນອີ້ອູກໍສາມາດເຫັນໄດ້ຫຼາຍແບບ. ພວກເຈົ້າຂອງ
ຮ້ານທຸກໆມື້ລ້ວນແຕ່ຕິດຕໍ່ກັບຜູ້ຈັດຊື້ທີ່ແຕກຕ່າງກັນ,ພວກເຂົາເຂົ້າໃຈຕະຫຼາດທີ່ສຸດ, ຈົນວ່າສາມາດອອກແບບ ແລະອອກຜະລິດຕະພັນໃໝ່, ຈາກນັ້ນກໍມອບໃຫ້ໂຮງງານ ເພື່ອຂຶ້ນແບບພິມ ແລະ ຜະລິດ. ເຫດຜົນທີ່ຕະຫຼາດສິນຄ້ານ້ອຍຂອງນະຄອນອີ້ອູພັດທະນາຂຶ້ນມາໄດ້, ບໍ່ໄດ້ອາໄສພຽງແຕ່ລາຄາຕ່ຳ, ແຕ່ແມ່ນການແຂ່ງຂັນໃນຕະຫຼາດແບບເຕັມໂຕ ແລະ ສິນຄ້າທີ່ເໝາະສົມແກ່ການຈຳໜ່າຍ.”

ວາລະສານຈໍາປາ | “ພອນສະຫວັນໃນການເຮັດທຸລະກິດ” ດ້ານການຄ້າຕ່າງປະເທດ ຂອງນັກທຸລະກິດເຈີ້ຈ່ຽງ