ວາລະສານຈໍາປາ | ສິນຄ້ານ້ອຍ ເຮັດເປັນທຸລະກິດໃຫຍ່
ວັນທີ 27 ກໍລະກົດ,ຄຽງຄູ່ກັບໄຊຊະນະຂອງ ນາງ ຫວງຢູຖິງ(Huang Yuting) ແລະ ທ່ານ ເສີງຫຼີຫາວ(Sheng Lihao) ໃນງານກິລາໂອລິມປິກ ປາຣີ ທີ່ຍາດໄດ້ຫຼຽນຄຳ ໃນການແຂ່ງຍິງປືນໄຣເຟິນ (Rifle) 10 ແມັດ ປະເພດທີມປະສົມ,ກິບໜີບຜົມທີ່ນາງຫວງຢູຖິງໃສ່ຢູ່ນັ້ນໄດ້ເຮັດໃຫ້ຊາວເນັດເກີດຄວາມສົນໃຈ, ແລ້ວກາຍເປັນຫົວຂໍ້ຮ້ອນແຮງໃນສື່ສັງຄົມອອນລາຍຢ່າງວ່ອງໄວ. ຢູ່ທີ່ ສູນການຄ້າ ເມືອງການຄ້າສາກົນອີ້ອູ , ກິບໜີບຜົມແບບດຽວກັນ ກໍກາຍເປັນ “ໃບສັ່ງຊື້ທຮ້ອນແຮງ” ອີກຄັ້ງ, ປະລິມານການຈຳໜ່າຍເພີ່ມຂຶ້ນຢ່າງຈະແຈ້ງ. ບໍ່ມີພຽງແຕ່ເຄື່ອງປະດັບແບບດຽວກັບນັກກິລາເທົ່ານັ້ນ, ສິນຄ້າອ້ອມຂ້າງ ເຊັ່ນ: ຜະລິດຕະພັນທີ່ໄດ້ຮັບອະນຸຍາດໃນການແຂ່ງຂັນ, ເຄື່ອງໃຊ້ໃນການກິລາ ເຊັ່ນ: ປະເພດໝາກບານ, ເຄື່ອງນຸ່ງກິລາ, ທຸງ ແລະ ອື່ນໆ, ແທ່ງໄຟເຊຍ, ຂັນລາງວັນ, ເຄື່ອງຫຼິ້ນ, ເຄື່ອງປະດັບ ແລະ ອື່ນໆ ລ້ວນແຕ່ໄດ້ຮັບການຕິດຕາມຢ່າງຫຼວງຫຼາຍ.
ທ່ານ ເວິນສົງຈ້ຽນ (Wen Congjian) ແມ່ນ ຜູ້ປະກອບການຜູ້ໜຶ່ງຂອງເມືອງການຄ້າສາກົນອີ້ອູ, ປະກອບທຸລະກິດເຄື່ອງນຸ່ງກິລາມາ 17 ປີ, ມີປະສົບການຜ່ານການກະກຽມສິນຄ້າ, ຜະລິດ ແລະ ຈຳໜ່າຍໃນການແຂ່ງຂັນກິລາມາຫຼາຍຄັ້ງ. ໄດ້ຮັບຜົນຈາກການຕອບສະໜອງທີ່ພິບໄຫວແລະ ແຮງປັບໂຕທີ່ດີ, ທ່ານ ເວິນສົງຈ້ຽນ ກໍໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍໃນໄລຍະການແຂ່ງຂັນໃຫຍ່ຂອງປີນີ້. ທ່ານ ເວິນສົງຈ້ຽນ ແນະນຳວ່າ, ປີນີ້ແມ່ນປີການແຂ່ງຂັນໃຫຍ່ໃນໂລກ,ມີບານເຕະຢູເອີຣົບ,ບານເຕະໂຄປາອາເມລິກາ, ງານກິລາໂອລິມປິກ ປາຣີ, ເລີ່ມແຕ່ເດືອນມີນາ, ພວກເຂົາກໍລົງມືເລີ່ມຮັບຄຳສັ່ງຊື້, ເຮັດຕົວຢ່າງ, ຜະລິດ ຊຸດກິລາຊຸດນີ້ແລ້ວ, ມີຍອດຈຳໜ່າຍ ປະມານ 300.000 ໂຕ ໃນ 3ການແຂ່ງຂັນນີ້.
ແຕ່ວ່າຢູ່ເບື້ອງຫຼັງຂອງໜ້າຮ້ານທີ່ບໍ່ໃຫຍ່ແຕ່ລະຫ້ອງນີ້, ຍັງມີ ທີມງານອອກແບບໃນໄລຍະທຳອິດ, ໂຮງງານຈັດຫາ, ໂຮງງານປຸງແຕ່ງວັດຖຸດິບ ແລະ ອື່ນໆ ໃນໄລຍະກາງ ແລະ ໄລຍະທ້າຍ, ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງຕະຫຼາດ ແລະ ສະໜອງແຜນການອອກແບບໄດ້ຢ່າງທັນເວລາ, ທັງສົ່ງມອບສິນຄ້າຕາມເວລາທີ່ກຳນົດ.
ເພື່ອຍົກລະດັບ ປະສິດທິພາບໃນການຜ່ານດ່ານ, ດ່ານພາສີອີ້ອູ ໄດ້ເປີດ ປ່ອງບານໂລກໂດຍສະເພາະທີ່ ທ່າເຮືອອີ້ອູ, ດໍາເນີນການ ຊີ້ນຳຢ່າງເຈາະຈົງຕໍ່ກັບວິສາຫະກິດທີ່ກ່ຽວຂ້ອງກັບເຄື່ອງໃຊ້ໃນກິລາ. ພ້ອມດຽວກັນນັ້ນ ທ່າເຮືອອີ້ອູ, ສະຖານີຕາເວັນຕົກຂອງ ທາງລົດໄຟອີ້ອູ ໄດ້ຕິດຕັ້ງຈຸດກວດອັດສະລິຍະ, ລະບົບກ້ອງວົງຈອນປິດອັດສະລິຍະ ແລະ ອຸປະກອນອື່ນໆ, ວິທີການ ເຊັ່ນ: ໃຊ້ການເອັກຊະເລ(X-ray) ກວດສອບສິນຄ້າໂດຍຮູບແບບບໍ່ລົບກວນ ເປັນຕົ້ນ, ບັນລຸການກວດສອບທີ່ຕູ້ຄອນເທນເນີເຂົ້າສະໜາມໂດຍອັດຕະໂນມັດ ແລະ ການກວດສອບແບບບໍ່ຕ້ອງເປີດຕູ້.
ຢູ່ເມືອງການຄ້າສາກົນອີ້ອູ, ໂດຍທົ່ວໄປແລ້ວ ການຮັບໃບສັ່ງຊື້ຂອງຮ້ານຄ້າ ແບ່ງເປັນສອງປະເພດຄື, ປະເພດທີໜຶ່ງ ແມ່ນການສັ່ງເຮັດ, ອີງຕາມຮູບແບບທີ່ລູກຄ້າຕ້ອງການເຮັດຕົວຢ່າງ ແລະ ຜະລິດ, ທັງສະເໜີລາຄາ; ອີກປະເພດໜຶ່ງແມ່ນ ແບບຕົ້ນສະບັບ, ກໍຄື ທາງຮ້ານ ນຳເອົາສິນຄ້າທີ່ຕົນອອກແບບເອງ ສະເໜີໃຫ້ລູກຄ້າ, ໃຫ້ພວກເຂົາຄັດເລືອກ, ມີສິດໃນການກຳນົດລາຄາຢ່າງອິດສະຫຼະ. ທ່ານ ເວິນສົງຈ້ຽນ ເວົ້າວ່າ: “ຫຼາຍປີກ່ອນໜ້ານີ້ຂ້ອຍເຮັດຕາມສັ່ງຕາມແບບທີ່ລູກຄ້ານຳມາ, ລາຄາ, ອັດຕາກຳໄລກໍຖືກຮັດແໜ້ນຈົນຕາຍ, ຕອນນີ້ ພວກເຮົາຢາກຄ່ອຍໆຫຼຸດພົ້ນຈາກຮູບແບບນີ້, ຜ່ານການແຂ່ງຂັນຂອງປີນີ້, ເຖິງແມ່ນວ່າຍອດຂາຍເຄື່ອງແບບຕົ້ນສະບັບ ຍັງບໍ່ຫຼາຍຄືທີ່ພວກເຂົາສັ່ງເຮັດປານນັ້ນ, ແຕ່ວ່າກຳໄລຂອງພວກເຮົາ ໄດ້ກາຍພວກເຂົາແລ້ວ, ພວກຂ້ອຍຕ້ອງການສ້າງຜົນງານທີ່ຜະລິດໂດຍປະເທດຈີນ.”
ເພື່ອຕ້ອນຮັບບານໂລກທີ່ຈະຈັດຂຶ້ນໃນປີ 2026 (FIFA World Cup), ປີນີ້ ທ່ານ ເວິນສົງຈ້ຽນ ໄດ້ ຈົດທະບຽນເຄື່ອງໝາຍການຄ້າຢູ່ອາເມລິກາ, ກຳລັງຍື່ນຂໍລິຂະສິດເສື້ອຜ້າທີ່ກ່ຽວຂ້ອງ, ຫວັງວ່າ ຍອດຂາຍໃນຄັ້ງນີ້ ຈະສາມາດບຸກທະລຸໄດ້.