ວາລະສານຈໍາປາ | ໂລກນີ້ນ້ອຍຫຼາຍ, ອີ້ອູໃຫຍ່ຫຼາຍ

2025-02-21 18:00:50

 

ຮ້ານຄ້າ 7,5 ໝື່ນຮ້ານ, ການໝູນວຽນຂອງລູກຄ້າສະເລ່ຍ ກາຍ 2 ແສນຄົນຕໍ່ມື້, ນະຄອນອີ້ອູທີ່ເປັນ “ຊູບເປີມາເກັດຂອງໂລກ” ເຊື່ອມຕໍ່ເອົາ ວິສາຫະກິດຂະໜາດນ້ອຍ ຂະໜາດກາງ 2,1 ລ້ານແຫ່ງ ແລະ ແຮງງານໃນອຸດສາຫະກຳປະມານ 32 ລ້ານຄົນ. ການຍົກລະດັບອຸດສາຫະກຳຜະລິດຕະພັນ, ນະວັດຕະກຳຂອງຮູບແບບຊ່ອງທາງ, ຍີ່ຫໍ້ທີ່ຫ້າວຫັນອອກໄປສູ່ຕ່າງປະເທດ. ຢູ່ບ່ອນນີ້, ໂອກາດໃໝ່ຖືກຳເນີດຢ່າງຕໍ່ເນື່ອງ, ພະລັງຂອງການພັດທະນາ ກໍເກັບສະສົມໄປຢ່າງບໍ່ຢຸດເຊົາ.

ມາທີ່ຮ້ານຄັນຮົ່ມ ຊິງປາວ (Xingbao) ຂອງເມືອງການຄ້າສາກົນອີ້ອູ, ຄັນຮົ່ມສຳລັບທຸກສະພາບອາກາດ ທີ່ມີນ້ຳໜັກເບົາຫຼາຍແບບໜຶ່ງ ໄດ້ວາງຢູ່ເທິງຊັ້ນສິນຄ້າໃນຕຳແໜ່ງໂດດເດັ່ນຕໍ່ສາຍຕາ, ນາງ ຈາງຈີອິງ (Zhang Jiying) ເຈົ້າຂອງຮ້ານໄດ້ແນະນຳວ່າ, ຄັນຮົ່ມແບບນີ້ ເປີດໂຕດ້ວຍນ້ຳໜັກພຽງ 100 ກຣາມ, ໃຫຍ່ຊ່ຳຝາມື, ສາມາດຍັດລົງໄປໃນກະເປົາຖື ຫຼື ຖົງເສື້ອນອກໄດ້ຢ່າງສະດວກສະບາຍ. ຄັນຮົ່ມທີ່ເບົາສຸດໆ, ຄັນຮົ່ມແບບບູຮານ, ຄັນຮົ່ມເດັກນ້ອຍ…ຄັນຮົ່ມແຕ່ລະແບບພາຍໃນຮ້ານ ເຮັດໃຫ້ຄົນຮູ້ສຶກມີສີສັນລາຍຕາ. “ລູກຄ້າຂອງພວກເຮົາກະຈາຍຢູ່ 100 ກວ່າປະເທດ ແລະ ເຂດແຄ້ວນ, ທຸກໆອາທິດ ວິສາຫະກິດຈະນຳສະເໜີຜະລິດຕະພັນໃໝ່.”ນາງ ຈາງຈີອິງ ເວົ້າວ່າ, ການທົດແທນຢ່າງຕໍ່ເນື່ອງຂອງຜະລິດຕະພັນ, ເປັນກໍາລັງແຮງຂອງວິສາຫະກິດ ໃນການຕໍ່ສູ້ໃນຕະຫຼາດໂລກທີ່ແຂ່ງຂັນຢ່າງດຸເດືອດ.

ຄວາມແຮງຂອງຜະລິດຕະພັນ ນຳເອົາ ກໍາລັງແກ້ງແຍ້ງມາ, ກໍາລັງແກ້ງແຍ້ງ ຂັບເຄື່ອນອັດຕາການເຕີບໃຫຍ່, ສະຖິຕິຂອງດ່ານພາສີອີ້ອູ ສະແດງໃຫ້ເຫັນວ່າ, ມູນຄ່າການນຳເຂົ້າ-ສົ່ງອອກຂອງອີ້ອູ ໃນສາມໄຕມາດທຳອິດຂອງປີນີ້ ແມ່ນ 499,88 ຕື້ຢວນ, ເພີ່ມຂຶ້ນ 16,6% ເມື່ອທຽບກັບໄລຍະດຽວກັນ; ໃນນັ້ນ ສົ່ງອອກ 441,09 ຕື້ຢວນ, ເພີ່ມຂຶ້ນ 16,1% ເມື່ອທຽບກັບໄລຍະດຽວກັນ; ນຳເຂົ້າ 58,79 ຕື້ຢວນ, ເພີ່ມຂຶ້ນ 20,3% ເມື່ອທຽບກັບໄລຍະດຽວກັນ.

ຈາກຄັນຮົ່ມແບບດັ້ງເດີມ ຈົນມາຮອດ ຄັນຮົ່ມແບບໃໝ່ ແມ່ນເສັ້ນທາງແຫ່ງການຍົກລະດັບຂອງ ນາງ ຈາງຈີອິງ, ຈາກ “ສິນຄ້ານ້ອຍ” ຍົກລະດັບເປັນ “ສິນຄ້າໃຫຍ່” ກໍແມ່ນ ເສັ້ນທາງແຫ່ງການພັດທະນາຂອງ ເມືອງການຄ້າສາກົນອີ້ອູ. ເດືອນ ມີນາ ປີ 2023, ຕະຫຼາດຜະລິດຕະພັນພະລັງງານໃໝ່ ຕາເວັນອອກເຂດສອງ ຂອງ ສູນການຄ້າ ເມືອງການຄ້າສາກົນອີ້ອູ ກໍເລີ່ມເປີດກິດຈະການຢ່າງເປັນທາງການ. ຕະຫຼາດດັ່ງກ່າວດຶງດູດໜ່ວຍງານສຳຄັນຂອງທຸລະກິດທີ່ກ່ຽວຂ້ອງ 260 ກວ່າແຫ່ງ, ກວມເອົາສິນຄ້າໝື່ນກວ່າລາຍການ ຈາກ 200 ກວ່າຍີ່ຫໍ້, ດຶງດູດຍີ່ຫໍ້ລົດພະລັງງານໃໝ່ 10 ຍີ່ຫໍ້.

ການຍົກລະດັບຂອງອຸດສາຫະກຳເຮັດໃຫ້ມູນຄ່າຂອງຜະລິດຕະພັນເພີ່ມຂຶ້ນ. ອີງຕາມສະຖິຕິ, ປີ 2023, ອີ້ອູ ບັນລຸມູນຄ່າການຜະລິດໂຊລາເຊວ(solar cell) 80,5 ຕື້ຢວນ, ໃນ 10 ວິສາຫະກິດ ອັນດັບທຳອິດຂອງໂລກທີ່ຜະລິດສິ້ນສ່ວນຂອງໂຊລາເຊວ ມີ 6 ແຫ່ງໄດ້ຕັ້ງຖານຢູ່ອີ້ອູ, ໃນນັ້ນມີວິສາຫະກິດ 3 ແຫ່ງ ທີ່ມູນຄ່າການຜະລິດຕໍ່ປີກາຍສິບຕື້ຢວນ.

ປີມໍ່ໆມານີ້, ອີຄອມເມີຊຂ້າມແດນ ໄດ້ເປັນຈຸດເຕີບໃຫຍ່ໃໝ່ ສຳລັບການຄ້າຕ່າງປະເທດຂອງອີ້ອູ, ສ່ວນເຈົ້າຂອງທຸລະກິດຂອງອີ້ອູທີ່ກ້າຈະທົດລອງ, ກໍໄດ້ຜ່ານຊ່ອງທາງໃໝ່, ຮູບແບບໃໝ່ ນຳເອົາຜະລິດຕະພັນ ມອບໄປຮອດມືຂອງຜູ້ບໍລິໂພກໃນທົ່ວໂລກ. ຕາມສະຖິຕິ, ໜ່ວຍງານສຳຄັນ ດ້ານອີຄອມເມີຊຂ້າມແດນຂອງອີ້ອູ ມີ ກາຍ 260.000 ແຫ່ງ, ເດືອນມັງກອນ ຫາ ເດືອນກັນຍາຂອງປີນີ້ ຍອດການຊື້ຂາຍອີຄອມເມີຊຂ້າມແດນ ມີ 106,52 ຕື້ຢວນ, ເພີ່ມຂຶ້ນ 16,52% ເມື່ອທຽບກັບໄລຍະດຽວກັນ, ຄວາມຕ້ອງການໄປສູ່ຕ່າງປະເທດຂອງວິສາຫະກິດ ອີຄອມເມີຊຂ້າມແດນ ໄດ້ສະແດງໃຫ້ເຫັນທ່າອ່ຽງການເຕີບໃຫຍ່ທີ່ວ່ອງໄວ.

ໃນເວລາດຽວກັນນີ້, ວິທີການຕະຫຼາດຂອງຜູ້ປະກອບການ ກໍນຳສະເໜີແບບໃໝ່ອອກມາຢ່າງຕໍ່ເນື່ອງ. ຮ້ານຄ້າ ບັນຈຸພັນ ປາຍຊືເທີ(Baishite)ຂອງເມືອງການຄ້າສາກົນອີ້ອູ, ມີກ່ອງບັນຈຸບັນທີ່ມີສີສັນ, ຮູບພາບທີ່ແຕກຕ່າງກັນ ແລະ ຫຼາກຫຼາຍສວຍງາມ, ຈໍທີ່ໜ້າປະຕູ ໄດ້ສາຍ ວິດີໂອຂອງ ທ່ານ ໂຈອິງ (Zou Ying) ຜູ້ຮັບຜິດຊອບຂອງຮ້ານ ທີ່ໄດ້ໃຊ້ພາສາຕ່າງໆ ແນະນຳສິນຄ້າຮ້ານຕົນ, ດຶງດູດໃຫ້ຊາວຄ້າຂາຍຈຳນວນຫຼາຍກ້າວເຂົ້າມາເບິ່ງ.

ທ່ານ ໂຈວອິງ ແນະນຳວ່າ “ເຖິງແມ່ນວ່າ ຂ້ອຍໄດ້ພາສາອັງກິດແນ່, ແຕ່ວ່າ ການແນະນຳຜະລິດຕະພັນ ໃຫ້ແກ່ລູກຄ້າທີ່ມາຈາກປະເທດຕ່າງໆໃຫ້ແມ່ນຢຳ ແມ່ນບໍ່ຄ່ອຍສາມາດເຮັດໄດ້.” ເຕັກໂນໂລຢີ ປັນຍາປະດິດ ໄດ້ຊ່ວຍແກ້ໄຂບັນຫາການສື່ສານ, ປະຢັດຕົ້ນທຶນການສື່ສານ ລະຫວ່າງເຈົ້າຂອງທຸລະກິດ ແລະ ຜູ້ຄ້າ, “ທຸລະກິດ ກໍໄດ້ເຮັດໄດ້ດີຍິ່ງຂຶ້ນ.”

“ຫົວສະຫວ່ານທີ່ເຈາະໄມ້ ຕ້ອງແຫຼມ ແລະ ຄົມ, ຫົວສະຫວ່ານທີ່ເຈາະເຫຼັກ ຕ້ອງອາໄສລະດັບຄວາມແຂງ, ສິນຄ້າຫົວສະຫວ່ານນີ້ ທີ່ມີຮູບຊົງເປັນກຽວສາມາດເຈາະຮູໂລຫະໄດ້.” ໃນຮ້ານເຄື່ອງມືຜູ້ຄົ້ນພົບໃນເຂດສອງ ຂອງ ເມືອງການຄ້າສາກົນອີ້ອູ, ທ່ານ ໄອປິນ(AiBin)ຜູ້ຈັດການຝ່າຍຂາຍຂອງບໍລິສັດນຳເຂົ້າ-ສົ່ງອອກຜູ້ຄົນພົບອີ້ອູຈຳກັດໄດ້ແນະນຳຜະລິດຕະພັນໃນຮ້ານໃຫ້ແກ່ຊາວຄ້າຂາຍຈາກຕຸຍນີຊີ. ເລີ່ມຈາກການຈຳໜ່າຍເຫຼັກໄຂຄວງໃນປະເທດ, ວິສາຫະກິດແຫ່ງນີ້ ກໍຄ່ອໆຫັນປ່ຽນຮູບແບບມາເປັນການຄ້າຕ່າງປະເທດ, ເພີ່ມປະເພດທຸລະກິດຂຶ້ນຢ່າງຕໍ່ເນື່ອງ, ທັງສ້າງ ຍີ່ຫໍ້ຂອງຕົນເອງ, ຄ່ອຍໆຕັ້ງຫຼັກຢ່າງໝັ້ນຄົງໃນຕະຫຼາດສາກົນ.

ປີມໍ່ໆມານີ້, ວິສາຫະກິດແຫ່ງນີ້ ສ້າງຍີ່ຫໍ້ ແລະ ເຈາະຕະຫຼາດ, ຜົນຕອບຮັບເກີນຄວາມຄາດໝາຍ. ໃນນັ້ນ, ຕະຫຼາດໃນທະວີບອາຟຣິກາ ນັບມື້ນັບກວ້າງຂວາງ, ຄວາມນິຍົມໃນຕະຫຼາດອາເມລິກາລາຕິນກໍນັບມື້ເຕີບໃຫຍ່. ທ່ານ ໄອປິນແນະນຳວ່າ, ວິສາຫະກິດໄດ້ຕອບສະໜອງຕໍ່ ນະໂຍບາຍ“ສົ່ງຍີ່ຫໍ້ອອກສູ່ຕ່າງປະເທດ” ຢ່າງຫ້າວຫັນ, ໃບສັ່ງຈອງທີ່ໄດ້ຮັບກໍໜ້າພໍໃຈ. “ສະເພາະຕະຫຼາດເອທິໂອປີ, ເກົ້າເດືອນຕົ້ນປີນີ້, ມູນຄ່າການຄ້າຂອງພວກເຮົາກໍສູງເຖິງ 1,5 ເທົ່າຂອງປີກາຍ.”

ເສັ້ນທາງ “ການອອກສູ່ຕ່າງປະເທດ” ຂອງບໍລິສັດນຳເຂົ້າ-ສົ່ງອອກຜູ້ຄົນພົບອີ້ອູຈຳກັດ, ກໍແມ່ນພາບສະທ້ອນໜຶ່ງຂອງການອອກສູ່ຕ່າງປະເທດຂອງຍີ່ຫໍ້ວິສາຫະກິດໃນອີ້ອູ. ໃນເວລາດຽວກັນກັບວິສາຫະກິດອອກໄປສູ່ຕ່າງປະເທດຢ່າງເປັນເຈົ້າການ, ຈາກຕະຫຼາດຍ່ອຍໃນຕ່າງປະເທດ,ສາງໃນຕ່າງປະເທດ, ສະຖານີໃນຕ່າງປະເທດຈົນໄປຮອດຫໍວາງສະແດງໃນຕ່າງປະເທດ, ງານວາງສະແດງໃນຕ່າງປະເທດ, ນະຄອນອີ້ອູໄດ້ດຳເນີນ ວາງແຜນໂຄງການອອກສູ່ຕ່າງປະເທດຂອງຍີ່ຫໍ້ 40 ກວ່າໂຄງການໃນ 20 ກວ່າປະເທດ ແລະ ເຂດແຄວ້ນ, ເຊື່ອມຕໍ່ກັບຜູ້ຊື້ມືອາຊີບ 2.000ກວ່າຄົນໃນຕ່າງປະເທດ, ໃຫ້ບໍລິການຮ້ານຄ້າຂາຍ5.000ແຫ່ງ ເພື່ອເປີດຕະຫຼາດຕ່າງປະເທດ.

ທ່ານ ຢາງຢາງ (Yang Yang) ຮອງຜູ້ຈັດການໃຫຍ່ກຸ່ມບໍລິສັດເມືອງສິນຄ້ານ້ອຍເຈີ້ຈ່ຽງຈີນກ່າວວ່າ,“ຕໍ່ໄປ, ພວກເຮົາຈະຂະຫຍາຍອີກບາດກ້າວໃນດ້ານ ການກວມເອົາ ປະເທດ ແລະ ເຂດແຄວ້ນ ທີ່ຍີ່ຫໍ້ຂອງພວກເຮົາໄດ້ອອກໄປສູ່ຕ່າງປະເທດ, ຊ່ວຍຜູ້ປະກອບການໃນຕະຫຼາດຂອງພວກເຮົາ, ນຳເອົາອິດທິພົນຂອງຕະຫຼາດອີ້ອູ ຂະຫຍາຍໄປທຸກແຫ່ງທົ່ວໂລກ.”

ວາລະສານຈໍາປາ | ໂລກນີ້ນ້ອຍຫຼາຍ, ອີ້ອູໃຫຍ່ຫຼາຍ