ວາລະສານຈໍາປາ | ເລື່ອງລາວກ່ຽວກັບແລກເອົາເຂົ້າໜົມຫວານດ້ວຍຂົນໄກ່
ບໍ່ຄືກັນກັບເມືອງແຫ່ງນໍ້າພາກໃຕ້ຈີນອື່ນໆ, ພູຜາຂອງອີ້ອູແມ່ນຫຼາຍກວ່ານໍ້າ, ໃນນັ້ນເນີນພູກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງພື້ນທີ່, ທີ່ດິນ ພຶກສາສາດ ແລະ ຊັບພະຍາກອນທໍາມະຊາດອື່ນໆຂ້ອນຂ້າງຂາດເຂີນ, ຊ່ອງທາງການສ້າງຄວາມຮັ່ງມີ ຈຶ່ງມີພຽງທາງດຽວ ນັ້ນກໍຄື ດໍາເນີນທຸລະກິດ. ໃນສະໄໝທີ່ປູກດິນຈືດໃນເມື່ອກ່ອນ, ຊາວອີ້ອູທີ່ສະຫຼາດກໍໄດ້ຄົ້ນພົບວ່າການປະສົມຂົນໄກ່ກັບຂີ້ເທົ່າຂອງພືດເພື່ອເຮັດເປັນຝຸ່ນສາມາດເພີ່ມການຜະລິດສະບຽງອາຫານໄດ້. ສະນັ້ນ, ຊາວອີ້ອູຈຶ່ງແບກຫາບ, ແກວ່ງກອງມືກິ້ງ, ແບກນໍ້າຕານແດງທີ່ເຮັດດ້ວຍຕົນເອງ, ຍ່າງຢູ່ໃນຕົວເມືອງ ແລະ ຊົນນະບົດຂອງແຂວງເຈີ້ຈ່ຽງ ແລະ ບັນດາແຂວງອ້ອມຂ້າງ, ເພື່ອແລກປ່ຽນເອົາສິ່ງເສດເຫຼືອເຊັ່ນ: ຂົນໄກ່ ແລະ ເປືອກຫຼອດຢາຖູແຂ້ວ ເປັນຕົ້ນ, ຫຼັງຈາກກັບຄືນບ້ານ, ຂົນໄກ່ໄດ້ນໍາໃຊ້ເປັນຝຸ່ນປູກຝັງ ຫຼື ໄມ້ກວາດຂີ້ຝຸ່ນຂາຍໃຫ້ສະຫະກອນການຕະຫຼາດ, ເປືອກຫຼອດຢາຖູແຂ້ວ ແລະ ເຄື່ອງອື່ນໆຖືກນໍາໄປຂາຍໃຫ້ຮ້ານເກັບສິ່ງເສດເຫຼືອ, ຮູບແບບທຸລະກິດ “ແລກເອົາເຂົ້າໜົມຫວານດ້ວຍຂົນໄກ່” ຂອງອີ້ອູ ຈຶ່ງໄດ້ພັດທະນາອອກມາ.
ໂດຍການສືບທອດປະເພນີແບບດັ້ງເດີມແນວນີ້, ຫຼັງຈາກປະເທດຈີນໄດ້ປະຕິບັດການເປີດປະຕູສູ່ພາຍນອກໃນປີ 1978 ເປັນຕົ້ນມາ ມີຊາວອີ້ອູຈໍານວນໜຶ່ງເລີ່ມຕົ້ນເຮັດທຸລະກິດການຂາຍເຄື່ອງສິນຄ້ານ້ອຍປະຈໍາວັນ. ໃນວັນທີ 5 ກັນຍາ ປີ 1982, ຄົນທ້ອງຖິ່ນໄດ້ຕັ້ງຮ້ານຂາຍເຄື່ອງແບບງ່າຍໆຢູ່ດ້ວຍແປ້ນຊີມັງຢູ່ແຄມແມ່ນໍ້າ. ອໍານາດການປົກຄອງນະຄອນອີ້ອູປະກອບຮ້ານຂາຍແບບເຄື່ອນທີ່ແຕ່ກ່ອນມາເປັນລວມສູນ ແລະ ຈັດເປັນສອງແຖວຢູ່ຕາມຖະໜົນສອງຝັ່ງ, ຕະຫຼາດຂາຍເຄື່ອງ ຫູຊິງເໝີນ(HuQing Men)ທີ່ເປັນຕະຫຼາດຫົນທາງລຸ້ນທໍາອິດຂອງນະຄອນອີ້ອູຈຶ່ງໄດ້ເປີດການນໍາໃຊ້ແລ້ວ.
ປີ 1984, ອີ້ອູສະເໜີຍຸດທະສາດການພັດທະນາກ່ຽວກັບ “ການພັດທະນາເສດຖະກິດການຄ້າເພື່ອສ້າງເມືອງໃຫ້ຈະເລີນຮຸ່ງເຮືອງ” ຢ່າງເປັນທາງການ, ໃນເດືອນ ຕຸລາຂອງປີດຽວກັນ, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 12 ໄດ້ຈັດຂຶ້ນ, ແລະ ໄດ້ຖະແຫຼງອອກ “ຂໍ້ຕົກລົງກ່ຽວກັບການປະຕິຮູບລະບອບເສດຖະກິດຂອງສູນກາງພັກກອມມູນິດຈີນ”, ສະເໜີວ່າ “ພັດທະນາເສດຖະກິດສິນຄ້າຢ່າງມີແຜນການ”, ອັນນີ້ໄດ້ນໍາເອົາໂອກາດອັນຍິ່ງຫຼາຍກວ່າມາໃຫ້ແກ່ຕະຫຼາດຂາຍເຄື່ອງສິນຄ້ານ້ອຍອີ້ອູ.
ໃນວັນທີ 6 ທັນວາ 1984, ຕະຫຼາດຊິນມາລູ(XinMa Lu)ທີ່ເປັນຕະຫຼາດຂາຍເຄື່ອງສິນຄ້ານ້ອຍອີ້ອູລຸ້ນທີສອງໄດ້ສໍາເລັດການກໍ່ສ້າງ ແລະ ປ່ຽນຊື່ເປັນຕະຫຼາດຂາຍເຄື່ອງສິນຄ້ານ້ອຍອີ້ອູຢ່າງເປັນທາງການ. ພວກພໍ່ຄ້າຍ້າຍເຂົ້າໃນຮ້ານຂາຍເຄື່ອງທີ່ເຮັດດ້ວຍຊີມັງ, ຫຼັງຄາທີ່ເຮັດດ້ວຍໂຄງເຫຼັກ ແລະ ມຸງດ້ວຍແກ້ວໄດ້ກັ້ງແສງແດດ ແລະ ຝົນ. ຫຼັງຈາກສອງປີແລ້ວ, ຕະຫຼາດໄດ້ຍ້າຍເປັນຄັ້ງທີສາມ, ມີຮ້ານຄົງທີ່ 4.096 ຮ້ານ ແລະ ຮ້ານຊົ່ວຄາວຫຼາຍກວ່າ 1.000 ຮ້ານ, ມູນຄ່າການຕະຫຼາດຂອງປີນັ້ນໄດ້ເກີນກວ່າ 100 ລ້ານຢວນ. ໃນປີ 1992, ຕະຫຼາດໄດ້ຍ້າຍ ແລະ ຂະຫຍາຍເປັນເທື່ອທີສີ່, “ຕະຫຼາດຫວງຢວນ” ທີ່ເປັນຕະຫຼາດຂາຍເຄື່ອງສິນຄ້ານ້ອຍອີ້ອູລຸ້ນທີສີ່ໄດ້ສໍາເລັດການກໍ່ສ້າງຢ່າງເປັນທາງການ.
ທ່ານ ສາຍຢົງຮຸຍ(Chai Ronghui)ທີ່ເປັນນັກທຸລະກິດລຸ້ນທີສອງມານະຄອນອີ້ອູເກືອບໄດ້ 20 ປີແລ້ວ. “ສະພາບການດໍາເນີນທຸລະກິດຂອງຄົນລຸ້ນເຮົາແມ່ນດີກວ່າຄົນລຸ້ນເກົ່າທີ່ອາໄສຢູ່ຕະຫຼາດທີ່ສ້າງດ້ວຍໂຄງເຫລັກ, ໂຕະຂາຍເຄື່ອງຂອງເຂົາເຈົ້າກວ້າງພຽງໜຶ່ງແມັດເທົ່ານັ້ນ.” ທ່ານ ສາຍຢົງຮຸຍ ເວົ້າວ່າ, “ຕໍ່ມາຕະຫຼາດໄດ້ຍົກລະດັບ, ແຕ່ລະຮ້ານມີພື້ນທີ່ພຽງແຕ່ສິບກວ່າຕາແມັດ ແລະ ຢູ່ໃກ້ກັບຮ້ານອື່ນອີ່ຫຼີ, ໃນເວລານັ້ນ, ຄົນທີ່ເຮັດທຸລະກິດໃນຕະຫຼາດສ່ວນຫຼາຍແມ່ນຄົນລຸ້ນເກົ່າ, ເມື່ອສະເໜີລາຄາ, ເຂົາເຈົ້າຈະເວົ້າໃສ່ຫູລູກຄ້າດ້ວຍມືໜຶ່ງປິດປາກ, ເພາະຢ້ານວ່າແມ່ຄ້າທີ່ຢູ່ຮ້ານອ້ອມຂ້າງຈະໄດ້ຍິນຄໍາເວົ້າ. ເກືອບທັງໝົດຂອງລຸ້ນເຖົ້າແມ່ນຊາວນາ, ຊ່າງຕົບແຕ່ງ, ແລະ ຊ່າງກໍ່ສ້າງເຂົາເຈົ້າມີການສຶກສາໜ້ອຍ ແລະ ອີງໃສ່ວິທີນີ້ມາເຮັດທຸລະກິດ.”
ເມືອງການຄ້າສາກົນອີ້ອູໃນມື້ນີ້ກວມເອົາເນື້ອທີ່ຫຼາຍກວ່າ 4 ລ້ານຕາແມັດ, ເທົ່າກັບ 500 ສະຫນາມບານເຕະມາດຕະຖານສາກົນ. ຢູ່ທີ່ນີ້, ມັນບໍ່ພຽງແຕ່ມີໂຮງໝໍເອກະລາດຂອງຕົນເທົ່ານັ້ນ, ແຕ່ຍັງມີສະຖານີຕໍາຫຼວດ, ທະນາຄານ ແລະ ຫ້ອງການແລກປ່ຽນເງິນຕາຕ່າງປະເທດໂດຍສະເພາະ, ພັດທະນາເປັນພື້ນຖານສິນຄ້າຂະໜາດນ້ອຍຂອງທົ່ວໂລກ, ເຊື້ອສາຍຂອງການຄ້າໄດ້ຖືກສີດເຂົ້າໃນເລືອດຂອງຊາວອີ້ອູທຸກໆຄົນ ຫຼື ເຂົ້າໃນທົ່ວເມືອງ.