ວາລະສານຈໍາປາ | ສະແດງຄວາມນັບຖືຕໍ່ຜູ່ນໍາພາທາງ
ໂຕະສອນໜັງສືກວ້າງສາມວາ, ບັນຈຸໄປດ້ວຍວັນເວລາ 40 ປີ. ວັນທີ 10 ກັນຍາ 2024,ນີ້ປີທີ 40 ຂອງ ວັນຄູໃນປະເທດຈີນ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ຊີ້ອອກວ່າ: “ສໍາລັບການກໍ່ສ້າງບຸກຄະລາກອນ ຂໍກະແຈສໍາຄັນກໍແມ່ນຄູອາຈານ.ຄູອາຈານທັງຫຼາຍຕ້ອງໄດ້ຈົດຈໍາພາລະກໍາແຕ່ຫົວທີໃນຈິດໃຈຂອງຕົນ ກໍ່ແມ່ນການສ້າງຄົນເພື່ອພັກ ແລະ ສ້າງບຸກຄະລາກອນເພື່ອປະເທດຊາດ, ຖືເອົານັກສິດສອນປະຊາຊົນເປັນແບບຢ່າງທີ່ດີ, ຖືເອົາການສ້າງຕົນເອງດ້ວຍຄຸນສົມບັດ, ຖືຄຸນສົມບັດສິນລະທຳມາສ້າງການຮຽນຮູ້ ແລະ ຖ່າຍທອດຄວາມຮູ້ຜ່ານຄຸນສົມບັດສິນລະທຳ. ຕ້ອງໄດ້ສ້າງແບບແຜນຄ່ານິຍົມທີ່ດີຂອງການເຄົາລົບນັບຖືຄູບາອາຈານໃນທົ່ວສັງຄົມ, ເຮັດໃຫ້ຄູອາຈານກາຍເປັນອາຊີບທີ່ສັງຄົມເຄົາລົບນັບຖືທີ່ສຸດ ແລະ ເປັນອາຊີບທີ່ໜ້າສະອອນຂອງຄົນທັງຫຼາຍ, ພະຍາຍາມສ້າງໃຫ້ເປັນສະພາບການທີ່ບຸກຄະລາກອນດີເດັ່ນທັງຫຼາຍຕ້ອງການຈະເປັນຄູອາຈານ ແລະ ສ້າງໃຫ້ມີຄູອາຈານທີ່ດີເດັ່ນເກີດຂຶ້ນໃໝ່ເລື້ອຍໆ.
ບໍ່ວ່າຈະຢູ່ເໜືອຫຼືໃຕ້, ຢູ່ໃນຕົວເມືອງຫຼືໃນຊົນນະບົດບ່່ອນໃດກໍ່ຕາມ, ຄູອາຈານທັງຫຼາຍຕ້ອງຖືເອົາຄວາມຮູ້ເປັນດັ່ງກະບອກໄຟເຍືອງໄຟ, ສ່ອງແຈ້ງເສັ້ນທາງການເດີນໜ້າຂອງນັກຮຽນນັກສຶກສາລຸ້ນຕໍ່ລຸ້ນໃຫ້ຮຸ່ງແຈ້ງຢູ່ຕະຫຼອດເວລາ. ພວກເຂົາອາດແມ່ນຄູອາຈານພາສາມືທີ່ສົ່ງຄວາມຫວັງຜ່ານພາສາມືໃນໂຮງຮຽນສຳລັບເດັກພິເສດ, ຫຼືອາດແມ່ນຜູ້ຢຶດໝັ້ນປົກປ້ອງການເປີດຍູ້ປະຕູຂອງໂລກໃຫ້ແກ່ຫ້ອງຮຽນຢູ່ບ້ານຊົນນະບົດ, ຫຼືພວກເຂົາອາດແມ່ນບັນດິດທີ່ມີອາຍຸສູງເຖິງ 80 ກວ່າປີ ທີ່ກົ່ງຫຼັງຖ່າຍທອດສິດສອນຄວາມຮູ້ໃນເວທີການສຶກສາ. ພວກເຂົາໄດ້ໃຊ້ນໍ້າໃຈຂອງນັກຕີເຫຼັກປົກປ້ອງຄວາມມຸ່ງມາດປາດຖະໜາຂອງຕົນແຕ່ຫົວທີ, ໃຊ້ວັນເວລາຍາວນານມາອະທິບາຍ “ນໍ້າໃຈຂອງນັກສິດສອນ”.