ວາລະສານຈໍາປາ | ການແລ່ນທີ່ແຕກຕ່າງ ກໍມີຄວາມໂດດເດັ່ນເຊັ່ນກັນ
ເມືອງເວີ່ນຊວນ(Wenquan), ກິ່ງແຂວງປົກຄອງຕົນເອງເຜົ່າມົງໂກນບໍທາລາ(Bortala Mongol Autonomous Prefecture), ເຂດປົກຄອງຕົນເອງເຜົ່າວີວເອີຊິນຈ່ຽງ(Xinjiang Uygur Autonomous Region)ຕັ້ງຢູ່ຊາຍແດນທາງທິດຕາເວັນຕົກສ່ຽງເໜືອຂອງຈີນ, ຢູ່ສູງເໜືອລະດັບນໍ້າທະເລ1.300 ກວ່າແມັດ. ຢູ່ບ່ອນນີ້ມີສະພາບອາກາດດີ ແລະ ມີຄວາມຫຼາກຫຼາຍທາງພູມສັນຖານຂອງປະເທດ, ເຊິ່ງເໝາະແກ່ການເຝິກຊ້ອມກິລາ.
ຢູ່ຖານເຝິກຊ້ອມແລ່ນໄລຍະກາງ ແລະ ຍາວສໍາລັບຄົນພິການຊິນຈຽງທີ່ ເມືອງເວີ່ນຊວນ, ມີໄວໜຸ່ມຫຼາຍຊຸດວຽນກັນມາເຝິກຊ້ອມແລ່ນ. ປັດຈຸບັນ, ທີມນັກແລ່ນຄົນພິການທີ່ມາຈາກເຂດລ້ຽງສັດໃນຊິນຈຽງ ມີສະມາຊິກ 10 ກວ່າຄົນ,ອາຍຸສະເລ່ຍ 17 ປີ.
ທ່ານ ອັບດຸນລາຮິມ ນູມາມັດ(Abdurehim Nurmamat) ຄູເຝິກໄວ 50 ປີ ໄດ້ເຮັດວຽກໃນຂະແໜງກິລາຄົນພິການມາເກືອບ 20 ປີ. ດ້ວຍໃຈມັກ ແລະ ຄວາມອົດທົນພ້ອມທັງໄດ້ຮັບການສະໜັບສະໜູນດ້ານນະໂຍບາຍ, ເພິ່ນໄດ້ຊ່ວຍເຫຼືອ “ເທວະດາປີກຫັກ” ປ່ຽນແປງໂຊກສະຕາ ແລະ ປັບປຸງຊີວິດການເປັນຢູ່ຂອງພວກເຂົາໃຫ້ດີຂຶ້ນ.
ບໍ່ວ່າອາກາດຈະຮ້ອນ ຫຼື ໜາວ, ພວກເຂົາຍັງຄົງສືບຕໍ່ເຝິກຊ້ອມໃນຕອນເຊົ້າ, ໃນວັນຈັນ-ເສົາເຂົາເຈົ້າຈະເຝິກຊ້ອມຄວາມອົດທົນ, ກໍາລັງແຮງ, ເຕັກນິກ ແລະ ອື່ນໆຕາມແຜນທີ່ວາງໄວ້, ສ່ວນວັນອາທິດແມ່ນຜັກຜ່ອນ. ນອກຈາກຈະນໍາໃຊ້ອຸປະກອນໃນສະໜາມກິລາແລ້ວ, ຄູເຝິກ ອັບດຸນລາຮິມນູມາມັດ ຍັງໄດ້ນໍາພານັກກິລານໍາໃຊ້ປະໂຫຍດທາງພູມສັນຖານອັນດີຂອງເມືອງເວີ່ນຊວນຢ່າງເຕັມທີ່ໃນການເຝິກຊ້ອມນອກສະຖານທີ່, ເພື່ອເຝິກຝົນຈິດໃຈຂອງນັກກິລາໃນທີມ.
ທີມນັກກິລາຄົນພິການແລ່ນໄລຍະກາງ ແລະ ຍາວຈະທໍາການຄັດເລືອກນັກກິລາເພື່ອເຂົ້າຮ່ວມການແຂ່ງຂັນໃນລະດັບຕ່າງໆຕາມແຕ່ລະໂອກາດ. ດ້ວຍຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ, ນັກກິລາເຫຼົ່ານີ້ຄ່ອຍໆມີຜົນງານອັນພົ້ນເດັ່ນແລະ ຍາດໄດ້ຫຼຽນໄຊໃນການແຂ່ງຂັນກິລາຄົນພິການໃນຊິນຈຽງ ແລະ ລະດັບປະເທດ; ມີຈໍານວນໜຶ່ງຍັງໄດ້ເປັນຕົວແທນປະເທດຈີນເຂົ້າຮ່ວມການແຂ່ງຂັນໃນຕ່າງປະເທດເພື່ອສະແດງສັກກະຍະພາບ.
ໃນສາຍຕາຂອງ ຄູເຝິກ ອັບດຸນລາຮິມ ນູມາມັດ, ຫຼຽນລາງວັນແນ່ນອນວ່າສໍາຄັນ, ແຕ່ສິ່ງທີ່ສໍາຄັນກວ່ານັ້ນແມ່ນຜ່ານການເຝິກຊ້ອມນັກກິລາໃນທີມສາມາດດໍາລົງຊີວິດດ້ວຍຕົນເອງ, ຮັກສາທັດສະນະຄະຕິດ້ານບວກໃນການໃຊ້ຊີວິດ ແລະ ສະແຫວງຫາຄວາມຝັນຂອງຕົນເອງ.