ລາຍການພາສາມື | ເມືອງຈ່ຽງເສີງ ແຂວງຢຸນນານ: ກິ່ນໄມ້ໄຜ່ຫອມກຸ້ມໃນງານລ້ຽງບັ້ງໄຜ່ສາມັກຄີ ທວນຫຼົງ ຂອງເຜົ່າຮານີ
2025-02-21 16:18:05
ຄໍາວ່າ: ທວນຫຼົງ ມີຄວາມໝາຍວ່າສາມັກຄີ, ເຕົ້າໂຮມ ແລະ ເປັນປຶກແຜ່ນ. ງານລ້ຽງສາມັກຄີທວນຫຼົງ ໃນພາສາເຜົ່າຮານີເວົ້າວ່າ: “ມີໂຊຈ່າ”,ສະແດງເຖິງເວລາແຫ່ງການກິນເຂົ້າສາມັກຄີຮ່ວມກັນ, ເຊິ່ງເປັນກິດຈະກໍາໜຶ່ງໃນໄລຍະການສະຫຼອງບຸນປະເພນີຂອງຊົນເຜົ່າຮານີ ຢູ່ຕາແສງຊຸຍສວາຍ (Qushui), ເມືອງປົກຄອງຕົນເອງຊົນເຜົ່າຮານີ-ຊົນເຜົ່າຢີ ຈ່ຽງເສີງ ນະຄອນຜູເອີ ແຂວງຢຸນນານ ເພື່ອຮ່ວມກັນຈັດງານລ້ຽງພາເຂົ້າສາມັກຄີ ກັບຄົນໃນຄອບຄົວ, ເພື່ອນມິດສະຫາຍທີ່ບໍ່ໄດ້ພົບພໍ້ ແລະ ເດີນທາງມາແຕ່ແດນໄກ.