ການປະກອບສ່ວນຂອງຢຸນນານໃນຮູບເງົາເລື່ອງ ''ນາຈາ 2''
ຫຼັງຈາກໄດ້ຮັບອັນດັບໜຶ່ງຂອງຮູບເງົາກາຕູນ ໃນການຈຳໜ່າຍປີເຂົ້າຊົມຮູບເງົາໃນທົ່ວໂລກ (ລວມທັງການຂາຍປີ້ລວງໜ້າ), ມາຮອດເວລາ 7 ໂມງ 26 ນາທີ ຂອງວັນທີ 20 ກຸມພານີ້, ຈໍານວນການຈຳໜ່າຍປີ້ເຂົ້າຊົມຮູບເງົາເລື່ອງ “ນາຈາ 2” ໄດ້ບັນລຸເຖິງ 12,5 ຕື້ຢວນ, ເຮັດໃຫ້ກາຍເປັນຮູບເງົາອາຊີເລື່ອງທຳອິດທີ່ຕິດຢູ່ໃນ 8 ອັນດັບທຳອິດຂອງການຈຳໜ່າຍປີ ເຂົ້າຊົມຮູບເງົາໃນທົ່ວໂລກ.
ຄຽງຄູ່ກັບຮູບເງົາເລື່ອງນີ້ ໄດ້ມີຊື່ສຽງຂຶ້ນ, ຜູ້ມັກຊົມຮູບເງົາທ້ອງຖິ່ນຕ່າງໆ ກໍໄດ້ຊັກຊວນໝູ່ເພື່ອນຂອງຕົນໄປຊົມຮູບເງົາ ຫຼື ພ້ອມກັນໄປຊົມຮູບເງົາເປັນຄັ້ງທີ 2 ພ້ອມທັງຄົ້ນຫາສາຍພົວພັນລະຫວ່າງຮູບເງົາກັບເຂດແຂວງຂອງຕົນ. ໃນນັ້ນ, ເລື່ອງລາວຂອງທ່ານ ຈິ່ນທາວ (Jin Tao) ຊ່າງເຕັກນິກຮູບເງົາ ແລະ ທ່ານ ຕ້ວນເຫຼີຍ (Duan Lei) ນັກສິລະປິນແຂວງຢຸນນານ ໄດ້ດຶງດູດຄວາມສົນໃຈຈາກຄົນທັງຫຼາຍ.
ຊ່າງເຕັກນິກໄດ້ພິຖີພິຖັນຕໍ່ລາຍລະອຽດຕ່າງໆ
ຮູບເງົາເລື່ອງ “ນາຈາ 2” ໄດ້ຮັບຄວາມຍ້ອງຍໍຊົມເຊີຍເປັນຢ່າງຍິ່ງ ຈາກຜູ້ຊົມ ແລະ ນັກວິຊາການທັງຫຼາຍ ຍ້ອນການນໍາເຕັກນິກກາຕູນທີ່ໂດດເດັ່ນ ແລະ ມີຄຸນນະພາບຮູບເງົາທີ່ດີ. ຮູບເງົາເລື່ອງ “ນາຈາ 2” ໄດ້ແຕ້ມພາບພິເສດທັງໝົດ 1.900 ກວ່າພາບ ແລະ ມີປັດໄຈພິເສດ 10.000 ກວ່າອັນ, ທີມງານຢຸນນານ ກໍມີສ່ວນຮ່ວມ ນັ້ນ ກໍຄືບໍລິສັດວັດທະນະທຳຊຽນລີທີ ຄຸນໝິງ ຈຳກັດ (ເອີ້ນຫຍໍ້ເປັນບໍລິສັດຊຽນລີທີ).
ບໍລິສັດຊຽນລີທີ ແມ່ນກໍ່ຕັ້ງໂດຍ ທ່ານຈິ່ນທາວ ຊ່າງເຕັກນິກຮູບເງົາ ຄົນຄຸນໝິງທີ່ເກີດຫຼັງປີ 1990 ແລະ ເປັນບໍລິສັດສຸມໃສ່ການຜະລິດພາບພິເສດສະເພາະແຫ່ງທຳອິດ ຂອງແຂວງຢຸນນານ. ຈາກຟີມກາຕູນເຖິງຟີມໂຄສະນາສິນຄ້າ, ຈາກລະຄອນເຖິງຮູບເງົາ, ບໍລິສັດຊຽນລີທີ ໄດ້ຂະຫຍາຍທຸລະກິດຂອງຕົນເທື່ອລະກ້າວ, ໃນໄລຍະຕົ້ນ, ໄດ້ເຂົ້າຮ່ວມການຜະລິດພາບພິເສດ ໃນລະຄອນດີເດັ່ນຕ່າງໆ ເຊັ່ນ: “ໂລກທີ່ຈົບງາມ”, ປີ 2024 ໄດ້ເຂົ້າຮ່ວມການຜະລິດພາບພິເສດ 800 ກວ່າພາບ ໃນລະຄອນເລື່ອງ “ປາຍຢົ້ວຟານຊິງ”.
ໃນຮູບເງົາເລື່ອງ “ນາຈາ 2”, ບໍລິສັດຊຽນລີທີ ໄດ້ຮັບຜິດຊອບພາບລອກແບບຂົນ ແລະ ຜ້າພອນ 20 ກວ່າພາບ ເພື່ອພະຍາຍາມສະແດງໃຫ້ເຫັນເຖິງລາຍລະອຽດຂອງຮອຍຍູ່ຕາມແຂນເສື້ອຂອງພະເອກໃນເວລາແຂນເສື້ອປີວຂຶ້ນແບບທຳມະຊາດ. ທ່ານ ຈຽວຈື ຜູ້ກຳກັບຮູບເງົາ ມີຄວາມພິຖີພິຖັນທີ່ສຸດຕໍ່ລາຍລະອຽດຂອງພາບ, ຂົນປິວໄປທາງໃດ ແລະ ຮອຍຍູ່ຕ້ອງເປັນໄປແບບທຳມະຊາດທີ່ສຸດ. ຕົວຢ່າງ: ການແຕ້ມໜວກຂອງເທວະດາອູລຽງຊຽນວົງ ທີ່ເປັນພະເອກຝ່າຍຄ້ານໃນຮູບເງົາ, ທີມງານ ກໍໄດ້ຮັບຄວາມເຫັນຮ້ອຍກວ່າສະບັບ ຈາກຜູ້ກຳກັບຮູບເງົາ, ພາບທີ່ສາມາດເຮັດສຳເລັດພາຍໃນມື້ດຽວໃນອະດີດ, ໃນຮູບເງົາເລື່ອງ “ນາຈາ 2” ຕ້ອງໃຊ້ເວລາເຖິງ 3 ເດືອນ.
ຈາກການແຕ້ມຮູບຂົນ ແລະ ຜ້າພອນ ພຽງຢ່າງດຽວ ໃນປີ 2022 ເຖິງຄວາມສາມາດເຮັດພາບພິເສດຫຼາຍມິຕິ ໃນປີ 2024, ບໍລິສັດຊຽນລີທີ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ໃນການຮ່ວມມືກັບຮູບເງົາເລື່ອງ “ນາຈາ 2”. ທາງບໍລິສັດ ແລະ ທີມງານ ໄດ້ສະສົມປະສົບການທີ່ອຸດົມສົມບູນ ໃນການຝຶກຝົນຫຼໍ່ຫຼອມຕົນເອງ, ຈາກຜູ້ທີ່ບໍ່ມີປະສົບການ ໄດ້ກາຍມາເປັນທີມງານທີ່ມີສີມືໂດດເດັ່ນ. ປັດຈຸບັນ, ບໍລິສັດຊຽນລີທີ ສາມາດຮັບຜະລິດໂຄງການລະຄອນໂທລະພາບ ທີ່ມີພາບພິເສດ 800 ກວ່າເລື່ອງແລ້ວ.
ທ່ານ ຈິ່ນທາວ ກ່າວວ່າ: ພາບພິເສດ ບໍ່ມີຄວາມແຕກຕ່າງກັນທີ່ເປັນພາບໃຫຍ່ ຫຼື ພາບນ້ອຍ, ມີແຕ່ຕ້ອງຮັກສາອຸດົມການແຕ່ຫົວທີ ທີ່ມີຄວາມພິຖີພິຖັນ ຕໍ່ລາຍລະອຽດເທົ່ານັ້ນ. ບໍລິສັດຊຽນລີທີ ຈະສືບຕໍ່ຮັກສາອຸດົມການແຕ່ຫົວທີຂອງຕົນ, ເນັ້ນໃສ່ການຜະລິດພາບພິເສດ ແລະ ພະຍາຍາມ ສ້າງໃຫ້ກາຍເປັນທີມງານຜະລິດພາບພິເສດລະດັບສຸດຍອດໃນຂອບເຂດທົ່ວປະເທດຈີນ.
ນັກສິລະປິນໄດ້ເພີ່ມສີສັນຮູບແຕ້ມນ້ຳໝຶກເຂົ້າໃນຮູບເງົາ
ໃນການຖ່າຍທຳຮູບເງົາເລື່ອງ “ນາຈາ 2”, ທ່ານ ຕ້ວນເຫຼີຍ ນັກສິລະປິນເຜົ່າປາຍຂອງແຂວງຢຸນນານ ຈີນ ໄດ້ເພີ່ມສີສັນຮູບແຕ້ມນ້ຳໝຶກດິຈິຕອນ ທີ່ມີເອກະລັກພິເສດອັນດີເດັ່ນ ໃນວັດທະນະທຳມູນເຊື້ອຂອງຈີນ ເຂົ້າໃນຮູບເງົາ.
ທ່ານ ຕ້ວນເຫຼີຍ ເປັນໜຶ່ງໃນຜູ້ແຕ້ມຮູບກາຕູນ ໃນຕອນເປີດຮູບເງົາເລື່ອງ “ນາຈາ 2”,ທ່ານ ໄດ້ເອົາຮູບແຕ້ມນ້ຳໝຶກທີ່ເປັນຮູບແຕ້ມມູນເຊື້ອຂອງຈີນ ປະສົມປະສານກັບເຕັກນິກດິຈິຕອນ ທີ່ທັນສະໄໝ ເຊິ່ງໄດ້ແຕ້ມເປັນຮູບອໍາມະຕະໃນຕອນ
ເປີດຮູບເງົາ ທີ່ນາຈານັ່ງຢູ່ໃນດອກບົວແດງປານກອງໄຟເຊິ່ງບໍ່ພຽງແຕ່ໄດ້ສ້າງບັນຍາກາດອັນໃຫຍ່ໂຕມະໂຫລານໃຫ້ແກ່ຮູບເງົາເທົ່ານັ້ນ, ແຕ່ຫາກຍັງເຮັດໃຫ້ຜູ້ຊົມຮູ້ສຶກສະເທືອນໃຈທີ່ສຸດ ໃນເວລາໄດ້ຊົມຮູບດອກບົວແດງດັ່ງກ່າວ.
ນອກຈາກໄດ້ແຕ້ມພາບໃນຕອນເປີດຮູບເງົາແລ້ວ, ທ່ານ ຕ້ວນເຫຼີຍ ຍັງໄດ້ເຂົ້າຮ່ວມການແຕ້ມຮູບກະສັດມັງກອນ 4 ອົງ ແລະ ໂປສເຕີໂຄສະນາອື່ນໆຂອງຮູບເງົາ. ທ່ານຕ້ວນເຫຼີຍ ກ່າວວ່າ: ໃນເວລາແຕ້ມໂປສເຕີດັ່ງກ່າວ, ໄດ້ຖອດຖອນເອົາຮູບມັງກອນຢູ່ຕາມຝາມັງກອນ 9 ໂຕໃນພະລາຊະວັງເກົ່າຂອງນະຄອນຫຼວງປັກກິ່ງ, ພ້ອມທັງແຕ້ມຮູບມັງກອນ ແລະ ຄົນຢູ່ຕາມເສັ້ນຜ່າກາງ ເພື່ອສະແດງໃຫ້ເຫັນເຖິງຄວາມສະຫງ່າຜ່າເຜີຍ ແລະ ຄວາມມີສະເໜ່ຂອງກະສັດມັງກອນ 4 ອົງ ໃນຮູບເງົາ.
ໃນຂະບວນການແຕ້ມພາບ ໃນຮູບເງົາເລື່ອງ “ນາຈາ 2”, ທ່ານ ຕ້ວນເຫຼີຍ ໄດ້ດັດແກ້ ແລະ ສັບຊ້ອນພາບຂອງຕົນ ຈົນນັບບໍ່ຖ້ວນ. ທ່ານ ຕ້ວນເຫຼີຍ ອຸທານວ່າ: ຮູບດອກບົວແດງປານກອງໄຟ ອາດຈະປາກົດຢູ່ໃນຮູບເງົາພຽງ 2 ວິນາທີເທົ່ານັ້ນ, ແຕ່ຂ້າພະເຈົ້າ ໄດ້ດັດແກ້ເຖິງ 50 ກວ່າສະບັບ ຈົນເຖິງຂັ້ນເສຍຄວາມໝັ້ນໃຈຕໍ່ຕົນເອງ. ໃນທີ່ສຸດ ຜ່ານການດັດແກ້ເທື່ອແລ້ວເທື່ອອີກ ໂດຍການຮ່ວມກັບນັກສິລະປິນອື່ນໆ, ທ່ານ ໄດ້ສຳເລັດຮູບທີ່ ນາຈາ ນັ່ງຕາມດອກບົວສີແດງ ເຊິ່ງເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກແບບໃໝ່ທີ່ສົດຊື່ນ.
ທ່ານ ຕ້ວນເຫຼີຍ ກ່າວວ່າ: ປັດຈຸບັນ, ເປົ້າໝາຍຂອງຂ້າພະເຈົ້າ ແມ່ນຕ້ອງການຈະສ້າງ IP ຂອງຊາວຢຸນນານເອງດ້ວຍເຕັກນິກຮູບແຕ້ມນ້ຳໝຶກດິຈິຕອນ ແລະ ຈະພະຍາຍາມເພື່ອເລື່ອງນີ້ ໃນຕະຫຼອດຊີວິດຂອງຂ້າພະເຈົ້າ.
ເນື້ອໃນເພີ່ມເຕີມ
ຮູບເງົາເລື່ອງ “ນາຈາ 2” ເປັນຮູບເງົາກາຕູນທີ່ຖ່າຍທຳຕາມເນື້ອໃນຂອງເທບນິຍາຍອໍາມະຕະເລື່ອງ “ເຟິງເສິນແຢນຢີ້ ” ຂອງຈີນ ໂດຍໄດ້ເລົ່າເລື່ອງກ່ຽວກັບ ນາຈາ ເຊິ່ງເປັນເດັກນ້ອຍຂີ້ດື້, ບໍ່ໄດ້ຮັບການຍອມຮັບຈາກຄົນອື່ນ ແຕ່ເມື່ອເຕີບໃຫຍ່ຂຶ້ນມາແລ້ວ ໄດ້ກາຍເປັນວິລະຊົນທີ່ກອບກູ້ໂລກ.