ລາຍການພາສາມື | ເທດສະການອາຫານມົ້ວຈ່ຽງ
2025-02-05 16:06:32
ລະດູໜາວ, ເມື່ອຄວາມໜາວເຢັນຄ່ອຍໆປົກຄຸມ ຕົວເມືອງ ແລະ ບ້ານໃນເຂດພາກເໜືອຂອງປະເທດຈີນ, ຢູ່ເມືອງປົກຄອງຕົນເອງ ເຜົ່າຮານີ ມົ້ວຈ່ຽງ ນະຄອນພູເອີ (Pu'er) ແຂວງຢຸນນານທີ່ຢູ່ພາກໃຕ້ຂອງຈີນ, ພັດມີ ຄວາມອົບອຸ່ນທີ່ແຕກຕ່າງ- ກ່ອນໜ້ານີ້ບໍ່ດົນ, ຢູ່ທີ່ນີ້ ໄດ້ຈັດ ກິດຈະກຳເທດສະການອາຫານລະດູໜາວປະຈຳປີ, ດຶງດູດເອົາ ນັກທ່ອງທ່ຽວຈຳນວນຫຼາຍມຸ່ງໜ້າມາສຳຜັດກັບປະສົບການ ທ່ອງທ່ຽວລະດູໜາວທີ່ອົບອຸ່ນ, ນີ້ເຮັດໃຫ້ເມືອງນ້ອຍແຫ່ງນີ້ ເຕັມປ່ຽມດ້ວຍກິ່ນຫອມອັນໜ້າຫຼົງໄຫຼ ແລະ ຄວາມນິຍົມຈາກຜູ້ຄົນທີ່ຄຶກຄື້ນ.