ລາຍການພາສາມື | ແກງສົ້ມໄກ່ ເມືອງເວີນຊານ
2025-02-05 15:33:04
ໄກ່ເພຍຮາງ ຫຼືເອີ້ນອີກຊື່ໜຶ່ງວ່າ ແກງສົ້ມໄກ່, ແມ່ນອາຫານທີ່ມີເອກະລັກຂອງເຜົ່າຈ້ວງ ເມືອງກວາງນານ (Guangnan), ກິ່ງແຂວງປົກຄອງຕົນເອງເຜົ່າຈ້ວງ - ເຜົ່າມົ້ງ ເວີນຊານ (Wenshan). “ເພຍຮາງ” ແມ່ນພາສາຈ້ວງ, ມີຄວາມໝາຍວ່າ ແກງສົ້ມ. ໄກ່ເພຍຮາງ ຂອງເມືອງກວາງນານ ມີຄົບທຸກລົດທັງຫອມ, ສົດ ແລະ ເຜັດ, ຊິ້ນໄກ່ສົດ ແລະ ອ່ອນນຸ້ມ, ນໍ້າແກງແຊບ, ກະຕຸ້ນຕ່ອມຢາກອາຫານໄດ້ເປັນຢ່າງດີ, ເມື່ອໃຜໄດ້ກິນແລ້ວກໍລືມບໍ່ລົງ, ມັນກາຍເປັນເມນູອາຫານທີ່ນັກທ່ອງ່ທ່ຽວຈະຕ້ອງໄດ້ກິນເມື່ອມາເຢືອນ ເມືອງເວີນຊ່ານ.