ຈັດງານສະເຫຼີມສະຫຼອງບຸນກຸດຈີນ ຕາມຂະບວນລົດໄຟຂ້າມຊາດ ລາວ-ຈີນ
ເມື່ອວັນທີ 14 ມັງກອນນີ້ ຊຶ່ງມື້ທຳອິດຂອງການຂົນສົ່ງ ໃນໄລຍະບຸນກຸດຈີນປີນີ້, ງານສະຫຼອງບຸນກຸດຈີນ ທີ່ມີເອກະລັກພິເສດ ໄດ້ຈັດຂຶ້ນຢູ່ຕາມຂະບວນລົດໄຟຂ້າມຊາດ ລາວ-ຈີນ. ໃນຕູ້ລົດໄຟຂ້າມຊາດດັ່ງກ່າວ, ນັກທ່ອງທ່ຽວຈາກປະເທດຕ່າງໆ ໄດ້ຮ່ວມກັນສະຫຼອງບຸນກຸດຈີນຢ່າງເບີກບານມ່ວນຊື່ນ ແລະ ສຳຜັດກັບຄວາມມີສະເໜ່ຂອງຈີນ ພາຍຫຼັງບຸນກຸດຈີນ ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳ ຂອງອົງການອຸຍເນັສໂກແຫ່ງອົງການສະຫະປະຊາຊາດ.
ເມື່ອຍ່າງເຂົ້າຕູ້ລົດໄຟໂດຍສານສາກົນ D87 ທີ່ຈະເດີນທາງຈາກນະຄອນຄຸນໝິງຂອງຈີນ ໄປຫານະຄອນຫຼວງວຽງຈັນ ຂອງລາວ ປະກົດເຫັນວ່າ: ໄດ້ຕິດຮູບດອກໄມ້ທີ່ສົດໃສຢູ່ຕາມປ່ອງຢ້ຽມຕູ້ລົດໄຟ ແລະ ໄດ້ຫ້ອຍໂຄມໄຟສີແດງຢູ່ໃນຕູ້ລົດ ຊຶ່ງເຕັມໄປດ້ວຍບັນຍາກາດສະຫຼອງບຸນກຸດຈີນ ທີ່ເຂັ້ມຂຸ້ນ.
ໃນງານສະຫຼອງບຸນກຸດຈີນ ເປັນເວລາ 4 ຊົ່ວໂມງປາຍ, ນັກສິລະປະ ທັງສອງປະເທດຈີນ ແລະ ລາວ ໄດ້ສະແດງລາຍການດີເດັ່ນ 50 ກວ່າລາຍການເຊັ່ນ: ລາຍການຟ້ອນ, ລາຍການຫຼິ້ນກົນຢູ່ຕໍ່ໜ້າຜູ້ຊົມ, ລາຍການເສບດົນຕີ ແລະ ອື່ນໆ. ຜູ້ໂດຍສານທັງຊົມການສະແດງ, ທັງສຳຜັດກັບຄວາມອົບອຸ່ນ ແລະ ເລື່ອງຄວາມຮັກແພງກັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ.
ນາງ ສຸລິນນາ ບອກນັກຂ່າວຢ່າງຕື່ນເຕັ້ນດີໃຈວ່າ: “ມື້ນີ້, ຂ້າພະເຈົ້າໄດ້ຂີ່ລົດໄຟ ລາວ-ຈີນ ກັບບ້ານ ແລະ ໄດ້ມີສ່ວນຮ່ວມໃນງານສະຫຼອງບຸນກຸດຈີນ, ເຮັດໃຫ້ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນດີໃຈເປັນພິເສດ. ມີທັງລາຍການຈີນ ແລະ ລາຍການລາວ, ເຮັດໃຫ້ຂ້າພະເຈົ້າ ຮູ້ສຶກມີຄວາມສຸກຫຼາຍຕະຫຼອດໄລຍະການເດີນທາງ.”
ພາຍຫຼັງໄດ້ຊົມການສະແດງແລ້ວ, ທ້າວ ສຸລິເດດ ຜູ້ນຳທ່ຽວລາວ ກ່າວວ່າ: “ສາມາດຊົມການເສບດົນຕີ ແລະ ການສະແດງກົນຢູ່ເທິງລົດໄຟ, ຂ້າພະເຈົ້າຮູ້ສຶກແປກປະຫຼາດຫຼາຍ, ການເດີນທາງຕາມທາງລົດໄຟ ລາວ-ຈີນ ນັບມື້ນັບມ່ວນຊື່ນ.”
ນາງ ແອນນາ ຈາກອົສຕຣາລີ ໄດ້ນັດຂີ່ລົດໄຟ ລາວ-ຈີນ ໄປນະຄອນຫຼວງວຽງຈັນ ກັບໝູ່ເພື່ອນຂອງຕົນ, ນາງ ກ່າວວ່າ: “ນີ້ແມ່ນພວກເຮົາເດີນທາງໄປປະເທດລາວ ເປັນຄັ້ງທຳອິດ. ໃນຕູ້ລົດໄຟ, ພວກເຮົາ ໄດ້ຊີມຊາຜູເອີ ແລະ ກາເຟແຂວງຢຸນນານ, ເບິ່ງຮູບດອກໄມ້ທີ່ຕິດຢູ່ຕາມປ່ອງຢ້ຽມຂອງຕູ້ລົດໄຟ, ເຮັດໃຫ້ມີບັນຍາກາດສະຫຼອງບຸນກຸດຈີນທີ່ດີຫຼາຍ.”
ທ້າວ ໂຣເບີດ ເຈົ້າຂອງປລອກທ່ອງທ່ຽວເຢຍລະມັນ ກ່າວວ່າ: “ຂະບວນລົດໄຟຂະບວນນີ້ປຽບເໝືອນ ເວທີເຄື່ອນທີ່ ຊຶ່ງໄດ້ໂຄສະນາເຜີຍແຜ່ວັດທະນະທຳທີ່ມີມູນເຊື້ອຂອງຈີນ ໄປສູ່ທົ່ວໂລກ ແລະ ຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດມາທ່ຽວຈີນຫຼາຍກວ່າເກົ່າ.”
“ງານສະຫຼອງບຸນກຸດຈີນ” ພິເສດ ຕາມຕູ້ລົດໄຟຄັ້ງນີ້ ໄດ້ເປັນການເປີດສາກໃຫ້ແກ່ບັນດາກິດຈະກຳເຜີຍແຜ່ວັດທະນະທຳຈີນ ໄປສູ່ປະເທດລາວ ແລະ ໄທ ພາຍໃຕ້ຫົວຂໍ້ “ດື່ມນ້ຳສາຍດຽວ ແລະ ກົມກຽວດັ່ງຄອບຄົວດຽວກັນ” ແລະ ກໍແມ່ນກິດຈະກຳວັດທະນະທຳສະຫຼອງບຸນກຸດຈີນຂ້າມຊາດ ທີ່ໄດ້ເລີ່ມຂຶ້ນໃນການຂົນສົ່ງໃນໄລຍະບຸນກຸດຈີນ. ກິດຈະກຳດັ່ງກ່າວ ຍັງໄດ້ເຜີຍແຜ່ມໍລະດົກທຳມະຊາດໂລກ 9 ແຫ່ງ ໃຫ້ແກ່ນັກທ່ອງທ່ຽວທັງຫຼາຍ ທີ່ໄດ້ຂີ່ລົດໄຟສາຍນີ້ ພ້ອມທັງສຳຜັດກັບທິວທັດທຳມະຊາດທີ່ສວຍງາມ ແລະ ວັດທະນະທຳທີ່ເຂັ້ມຂຸ້ນຂອງສອງປະເທດ ລາວ ແລະ ຈີນ.
ທ່ານ ເສິນຢິງຫຼິ ຫົວໜ້າ ຈຸພະນັກງານຂະບວນລົດໄຟໂດຍສານສາກົນ D87 ຕາມທາງລົດໄຟ ລາວ-ຈີນ ກ່າວວ່າ: “ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ ແມ່ນມີຜູ້ໂດຍສານເຕັມທຸກຖ້ຽວ, ທາງລົດໄຟ ຍັງໄດ້ຈັດກິດຈະກຳທີ່ອຸດົມສົມບູນໃນຕູ້ລົດໄຟ ເຊັ່ນ: ອ່ານປຶ້ມທີ່ດີ, ຊີມອາຫານທີ່ແຊບ ແລະ ຊົມການເຜີຍແຜ່ມໍລະດົກໂລກເປັນຕົ້ນ.”
ນັບມາຮອດປັດຈຸບັນນີ້, ທາງລົດໄຟ ລາວ-ຈີນ ໄດ້ເປີດຂະບວນລົດໄຟໂດຍສານສາກົນທັງໝົດ 1.500 ກວ່າຖ້ຽວ ແລະ ໃຫ້ບໍລິການດ້ານການເດີນທາງແກ່ຜູ້ໂດຍສານ 360.000 ກວ່າຄົນ ຈາກ 100 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ.
ສຽງ
“ປັດຈຸບັນນີ້, ຂະບວນລົດໄຟ ທີ່ແລ່ນຕາມທາງລົດໄຟ ລາວ-ຈີນ ມີຜູ້ໂດຍສານເຕັມເກືອບທຸກຖ້ຽວ, ການເດີນທາງຕາມທາງລົດໄຟ ກໍມີຄວາມສະດວກວ່ອງໄວ ແລະ ປອດໄພທີ່ສຸດ ຊຶ່ງໄດ້ສ້າງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນລາວ ແລະ ກໍໄດ້ອຳນວຍຄວາມສະດວກຢ່າງຫຼວງຫຼາຍ ໃຫ້ແກ່ການຂົນສົ່ງສິນຄ້າລາວ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ລາວ ແລະ ຈີນ. ສື່ມວນຊົນລາວ ໄດ້ຮ່ວມມືກັບສື່ມວນຊົນຈີນດຳເນີນການຝຶກອົບຮົມດ້ານວຽກງານສື່ມວນຊົນ ເພື່ອຍົກລະດັບວິຊາການຂອງພະນັກງານສື່ມວນຊົນລາວ ໃຫ້ສູງຂຶ້ນ. ທັງໝົດເຫ່ຼົານີ້ ເປັນຜົນການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ.”
——ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ
“ເສັ້ນທາງວັດທະນະທຳ ຈີນ-ລາວ ເປັນເສັ້ນທາງທີ່ສືບທອດປະຫວັດສາດ ແລະ ມີຄວາມເຊື່ອມໂຍງເຂົ້າກັນ ໃນຍຸກປັດຈຸບັນ, ເປັນເສັ້ນທາງທີ່ແລກປ່ຽນທາງດ້ານຈິດໃຈ ແລະ ຮຽນຮູ້ເຊິ່ງກັນແລະກັນ ດ້ານອະລິຍະທຳ ແລະ ເປັນເສັ້ນທາງແຫ່ງການຮ່ວມມືດ້ານອຸດສາຫະກຳ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ໃນອະນາຄົດ, ຫວັງວ່າ: ຈະສາມາດລົງເລິກການຮ່ວມມືທີ່ກວ້າງຂວາງກວ່າເກົ່າ ກັບຝ່າຍຕ່າງໆ ໂດຍປິ່ນອ້ອມການແລກປ່ຽນດ້ານວັດທະນະທຳ ຈີນ-ລາວ.
——ທ່ານ ນາງ ຈ້າວຈຸ່ນ ບັນນາທິການໃຫຍ່ສູນການສື່ສານອາຊີ-ປາຊີຟິກ ອົງການພາສາຕ່າງປະເທດແຫ່ງຊາດຈີນ
“ການຈັດກິດຈະກຳຕ່າງໆ ພາຍໃຕ້ຫົວຂໍ້ “ຮ້ອງເພງຮ່ວມກັນຢ່າງມ່ວນຊື່ນ ຕາມທາງລົດໄຟ ລາວ-ຈີນ” ໄດ້ເປັນງານສະເຫຼີມສະຫຼອງບຸນກຸດຈີນຂ້າມຊາດ ທີ່ມີເອກະລັກພິເສດຊຶ່ງເຮັດໃຫ້ຜູ້ໂດຍສານ ໄດ້ສຳຜັດກັບ ຄວາມຮັກແພງປຽບເໝືອຄອບຄົວດຽວກັນ ທີ່ເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງ ປະຊາຊົນສອງຊາດ.”
——ທ່ານ ໂກ່ແຢນຈຸ່ນ ຫົວໜ້າສູນຄົ້ນຄວ້າອາຊີ ສະຖາບັນການຕ່າງປະເທດຈີນ
“ໃນຊຸມປີຜ່ານມາ, ໂທລະພາບແຫ່ງຊາດລາວ ໄດ້ດຳເນີນການຮ່ວມມືຫຼາຍຢ່າງກັບສື່ມວນຊົນຈີນ ເຊັ່ນ: ວິທະຍຸໂທລະພາບສູນກາງຈີນ, ວິທະຍຸໂທລະພາບແຂວງຢຸນນານ ແລະ ອື່ນໆ. ຫວັງວ່າ, ໃນອະນາຄົດ, ຈະສາມາດດຳເນີນການຮ່ວມມື ແລະ ແລກປ່ຽນກັບສື່ມວນຊົນຈີນຫຼາຍກວ່າເກົ່າເຊັ່ນ: ການຮ່ວມມືຖ່າຍທຳວິດິໂອສັ້ນເປັນຕົ້ນ ເພື່ອເຜີຍແຜ່ມໍລະດົກວັດທະນະທຳທີ່ດີເດັ່ນຂອງສອງປະເທດ.”
——ທ່ານ ອຳຄາ ວົງໝື່ນກ້າ ຜູ້ອໍານວຍການໃຫຍ່ ໂທລະພາບແຫ່ງຊາດລາວ
ເນື້ອໃນເພີ່ມເຕີມ:
ວັນທີ 15 ມັງກອນຜ່ານມານີ້, ກິດຈະກຳວັດທະນະທຳບຸນກຸດຈີນເຂົ້າສູ່ປະເທດລາວ ພາຍໃຕ້ຫົວຂໍ້ “ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ” ປີ 2025 ໄດ້ເລີ່ມຂຶ້ນຢ່າງເປັນທາງການ ຢູ່ນະຄອນຫຼວງວຽງຈັນ, ພ້ອມດຽວກັນນັ້ນ, ຍັງໄດ້ຈັດກອງປະຊຸມສົນທະນາກ່ຽວກັບເສັ້ນທາງວັດທະນະທຳ ລາວ-ຈີນ ແລະ ພິທີເປີດວາລະສານສະບັບພິເສດ. ວັນທີ 17 ມັງກອນນີ້, ກິດຈະກຳ ໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກ ປະເທດໄທ ໂດຍໄດ້ຈັດງານຖະແຫຼງຂ່າວ 10 ເຫດການໃຫຍ່ ປີ 2024 ແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ງານຮ້ອງເພງສະຫຼອງບຸນກຸດຈີນປີມະເສັງ ເພື່ອລະນຶກ ຈີນ ແລະ ໄທ ສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ, ພາຍໃຕ້ຫົວຂໍ້ “ມະເສັງຟ້ອນເພື່ອຄວາມສາມັກຄີ” ແລະ ກິດຈະກຳອື່ນໆ.