ສັດລ້ຽງເພື່ອຫຼິ້ນຈະ “ສະຫຼອງບຸນກຸດຈີນ” ເປັນຄືແນວໃດ?
ບຸນກຸດຈີນ ເປັນບຸນປະເພນີ ທີ່ຄຶກຄື້ນທີ່ສຸດຂອງຈີນ ແລະ ກໍເປັນມື້ບຸນສຳຄັນທີ່ສະມາຊິກພາຍໃນຄອບຄົວມາເຕົ້າໂຮມສາມັກຄີກັນ. ໄລຍະພັກບຸນກຸດຈີນ ປີ 2025 ໃກ້ຈະໝູນວຽນມາເຖິງແລ້ວ, ບັນຍາກາດການສະຫຼອງບຸນຢູ່ທ້ອງຖິ່ນຕ່າງໆ ກໍນັບມື້ນັບເຂັ້ມຂຸ້ນ. ເວົ້າສຳລັບຊາວເມືອງທີ່ລ້ຽງສັດລ້ຽງເພື່ອຫຼິ້ນແລ້ວ, ບໍ່ວ່າຈະກັບໄປສະຫຼອງບຸນຢູ່ບ້ານເກີດ ຫຼື ໄປທ່ຽວຕ່າງແຂວງ, ຈະໃຫ້ສັດລ້ຽງເພື່ອຫຼິ້ນ ທີ່ບໍ່ມີຄວາມສະດວກໃນການເດີນທາງ “ສະຫຼອງມື້ບຸນເປັນຢ່າງດີ” ໄດ້ກາຍເປັນຫົວຂໍ້ຈຸດສຸມໃນສັງຄົມ.
ສັດລ້ຽງເພື່ອຫຼິ້ນ ກໍໄດ້ຮັບການບໍລິການຝາກລ້ຽງເຊັ່ນດຽວກັນ
ຄຽງຄູ່ກັບບຸນກຸດຈີນປີນີ້ ໄດ້ໝູນວຽນມາເຖິງ, ມີຊາວເມືອງຫຼາຍຄົນທີ່ລ້ຽງສັດລ້ຽງເພື່ອຫຼິ້ນ ຕ້ອງກັບໄປສະຫຼອງບຸນຢູ່ບ້ານເກີດຂອງຕົນ, ຄັນຊັ້ນ, ການຝາກລ້ຽງສັດລ້ຽງເພື່ອຫຼິ້ນ ມີຄວາມຕ້ອງການນັບມື້ນັບຫຼາຍຂຶ້ນ. ເພື່ອເຮັດໃຫ້ສັດເຫຼົ່ານີ້ ໄດ້ຮັບການເບິ່ງແຍງດູແລເປັນຢ່າງດີ, ຮ້ານຂາຍສັດລ້ຽງເພື່ອຫຼິ້ນ ໄດ້ສະໜອງການບໍລິການຝາກລ້ຽງນັບມື້ນັບຫຼາຍຂຶ້ນ.
ນາງ ເສິນເຟີຍ ຊາວເມືອງນະຄອນຊຽງໄຮ້ ກ່າວວ່າ: ໃນໄລຍະພັກບຸນກຸດຈີນ ປີນີ້, ນາງກຽມຈະໄປທ່ຽວຕ່າງປະເທດພ້ອມຄອບຄົວ, ແຕ່ນຳສັດໄປບໍ່ໄດ້, ສະນັ້ນ, ການເບິ່ງແຍງສັດ ໄດ້ກາຍເປັນບັນຫາໃຫຍ່. ນາງໄດ້ປຽບທຽບສອງຮ້ານຢູ່ໃກ້ເຮືອນຕົນ, ໃນທີ່ສຸດ, ນາງ ໄດ້ເລືອກຝາກລ້ຽງໝາຂອງຕົນຢູ່ໃນຮ້ານແຫ່ງໜຶ່ງ.
ຍັງອີກສອງອາທິດ, ບຸນກຸດຈີນ ກໍຈະໝູນວຽນມາເຖິງແລ້ວ, ຢູ່ນະຄອນຫາງໂຈ່ວ ແຂວງເຈີ້ຈ່ຽງຈີນ, ຄວາມຕ້ອງການໃນການຝາກລ້ຽງສັດ ໄດ້ນັບມື້ນັບຫຼາຍຂຶ້ນ, ລາຄາຝາກລ້ຽງຂອງຮ້ານຕ່າງໆໃນໄລຍະພັກບຸນກຸດຈີນ ກໍໄດ້ເພີ່ມ ສູງຂຶ້ນເລື້ອຍໆ, ໂກຕ້າຈອງຝາກລ້ຽງລ່ວງໜ້າຂອງຫຼາຍຮ້ານ ກໍມີຫຼາຍກວ່າ 50% ແລ້ວ.
ປັດຈຸບັນ, ຮູບການຝາກລ້ຽງສັດລ້ຽງເພື່ອຫຼິ້ນ ມີເຮືອນພັກສັດ, ສວນສະໜຸກ ສັດ, ໂຮງໝໍສັດ, ຮ້ານຂາຍສັດ ແລະ ຄອບຄົວຮັບຝາກລ້ຽງສັດ. ຮູບການຝາກລ້ຽງທີ່ຕ່າງກັນ ກໍຈະເກັບລາຄາຕ່າງກັນ ແລະ ມີສະພາບແວດລ້ອມຝາກລ້ຽງຕ່າງກັນ. ໃນໄລຍະຝາກລ້ຽງ, ຮ້ານຝາກລ້ຽງ ຈະມີພະນັກງານປະຈຳການຕະຫຼອດ 24 ຊົ່ວໂມງເພື່ອຮັບປະກັນໃຫ້ສັດລ້ຽງໄດ້ກິນອາຫານ, ນໍາພາສັດເລາະຫຼິ້ນ ແລະ ທຳຄວາມສະອາດສັດລ້ຽງເຫຼົ່ານີ້ຕາມເວລາກຳນົດ ພ້ອມທັງຖ່າຍວິດີໂອສົ່ງໃຫ້ເຈົ້າຂອງສັດ ເພື່ອໃຫ້ເຈົ້າຂອງຮັບຮູ້ສະພາບການກ່ຽວກັບສັດຕົນໃນທຸກເວລາ.
ແມ່ລ້ຽງສັດຊົ່ວຄາວເຂົ້າມາລ້ຽງຢູ່ເຮືອນ
ນອກຈາກການຝາກລ້ຽງແລ້ວ, ຍັງມີຊາວຈີນຈຳນວນໜຶ່ງເລືອກອີກວິທີໜຶ່ງເພື່ອເບິ່ງແຍງດູແລສັດຂອງຕົນ, ນັ້ນກໍຄື, ໃນເວລາເຈົ້າຂອງອອກເດີນທາງ, ໃຫ້ແມ່ລ້ຽງຊົ່ວຄາວເຂົ້າມາລ້ຽງ ແລະ ທຳຄວາມສະອາດສັດຢູ່ເຮືອນຕົນ.
ໃນຊຸມປີຜ່ານມາ, ຄຽງຄູ່ກັບປະຊາຊົນຜູ້ລ້ຽງສັດລ້ຽງເພື່ອຫຼິ້ນນັບມື້ນັບຫຼາຍຂຶ້ນ, ຄວາມຕ້ອງການໃຫ້ແມ່ລ້ຽງຊົ່ວຄາວເຂົ້າມາລ້ຽງສັດຢູ່ເຮືອນ ກໍນັບມື້ນັບຫຼາຍຂຶ້ນ. ອີກເຄິ່ງເດືອນບຸນກຸດຈີນ ຈິ່ງຈະໝູນວຽນມາເຖິງ, ມີເຈົ້າຂອງສັດຫຼາຍຄົນ ໄດ້ຊອກແມ່ລ້ຽງຊົ່ວຄາວໃຫ້ແກ່ສັດລ້ຽງຂອງຕົນແລ້ວ. ນາງ ສຽວຮວງ ທີ່ເຮັດວຽກຢູ່ນະຄອນຫາງໂຈ່ວມາຈາກແຂວງກວາງຕຸ້ງ, ປີນີ້ ນາງ ກຽມຈະສະຫຼອງບຸນກຸດຈີນຢູ່ນະຄອນຫາງໂຈ່ວ, ພ້ອມດຽວກັນນັ້ນ, ຍັງສາມາດສ້າງລາຍຮັບໄດ້ ດ້ວຍການລ້ຽງສັດເພື່ອຄົນອື່ນ, ນາງ ກ່າວວ່າ: “ປີນີ້ ຈະບໍ່ກັບໄປສະຫຼອງບຸນກຸດຈີນຢູ່ບ້ານເກີດ, ມີ 8 ຄົນໄດ້ບອກຂ້ອຍວ່າ, ໃຫ້ໄປລ້ຽງແມວຢູ່ເຮືອນເຂົາເຈົ້າ, ຄາດວ່າ, ບຸນກຸດຈີນປີນີ້, ຂ້ອຍກໍມີວຽກຫຼາຍພໍສົມຄວນ.”
ໃນເວລາໄປລ້ຽງສັດຢູ່ເຮືອນເຈົ້າຂອງສັດ, ແມ່ລ້ຽງຊົ່ວຄາວ ຈະໃສ່ຖົງເກີບ, ສົບມື, ຖົງຂີ້ເຫຍື້ອ ແລະ ນ້ຳຢາຂ້າເຊື້ອ, ພາຍຫຼັງເຂົ້າໄປໃນເຮືອນເຈົ້າຂອງແລ້ວ, ຈະຖ່າຍວິດີໂອໄປນຳ ຫຼື ແຊັດຫາເຈົ້າຂອງໂດຍຜ່ານທາງວິດີໂອຕະຫຼອດການ. ນອກຈາກໃຫ້ອາຫານ, ໃຫ້ນ້ຳ, ປັດກວາດຂີ້ສັດ ແລະ ທຳຄວາມສະອາດທີ່ກ່ຽວຂ້ອງແລ້ວ, ຍັງຕ້ອງກວດສະພາບແວດລ້ອມໃນເຮືອນ ແລະສະພາບຂອງສັດ, ຫຼິ້ນນຳສັດເປັນໄລຍະໜຶ່ງ, ແຕ່ລະຄັ້ງຈະຕ້ອງເສຍເວລາປະມານ 20 ຫາ 30 ນາທີ.
ນາງ ຫວາງ ຈາກນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີເຫັນວ່າ: “ຍ້ອນວ່າແມວຕົນເປັນແມວປະເພດອ່ອນໄຫວ, ຖ້າໄປບ່ອນທີ່ບໍ່ເຄີຍໄປ, ມັນຈະຮູ້ສຶກຢ້ານ.” ຄັນຊັ້ນ, ເວົ້າສຳລັບສັດປະເພດນີ້ແລ້ວ, ການໃຫ້ແມ່ລ້ຽງຊົ່ວຄາວໄປລ້ຽງຢູ່ເຮືອນເຈົ້າຂອງເປັນວິທີທີ່ດີ, ສັດລ້ຽງເຫຼົ່ານີ້ຈະຮູ້ສຶກມີຄວາມປອດໄພດີ ໃນສະພາບແວດລ້ອມທີ່ຄຸ້ນຄີຍ.
ເນື້ອໃນເພີ່ມເຕີມ
“ປຶ້ມປົກຂາວກ່ຽວກັບຂະແໜງການສັດລ້ຽງເພື່ອຫຼິ້ນຂອງຈີນປີ 2025 (ບົດລາຍງານການບໍລິໂພກ)” ລະບຸວ່າ: ປີ 2025, ຈຳນວນສັດລ້ຽງເພື່ອຫຼິ້ນຂອງຈີນ ມີເຖິງ 124,11 ລ້ານໂຕ, ເພີ່ມຂຶ້ນ 2,1% ເມື່ອທຽບໃສ່ປີ 2023; ຂະໜາດຂອງຕະຫຼາດການບໍລິໂພກ (ໝາ ແລະ ແມວ) ໃນຕົວເມືອງໄດ້ເພີ່ມຂຶ້ນ 7,5%, ໄດ້ບັນລຸເຖິງ 300 ຕື້ຢວນ.
ໃນຊຸມປີຜ່ານມາ, ຄຽງຄູ່ກັບເສດຖະກິດສັດລ້ຽງເພື່ອຫຼິ້ນຂອງຈີນ ໄດ້ຮັບການພັດທະນາ, ການບໍລິການຕ່າງໆ ເຊັ່ນ: ການຝາກລ້ຽງສັດ, ການທຳຄວາມສະອາດສັດ, ການຖ່າຍຮູບສັດ, ໂຮງຮຽນສັດ ແລະ ການໄປລ້ຽງເກືອຢູ່ເຮືອນເປັນຕົ້ນ ນັບມື້ນັບຫຼາຍຂຶ້ນ ເຊິ່ງໄດ້ເຮັດໃຫ້ມີຫຼາຍອາຊີບໃໝ່ເກີດຂຶ້ນ ເຊັ່ນ: ຊ່າງຝຶກສັດລ້ຽງເພື່ອຫຼິ້ນ, ຊ່າງຖ່າຍຮູບສັດລ້ຽງເພື່ອຫຼິ້ນ, ຊ່າງບຳລຸງສຸຂະພາບສັດລ້ຽງເພື່ອຫຼິ້ນ ແລະ ອື່ນໆ.
ເດືອນທັນວາ ປີ 2024, “ບຸນກຸດຈີນ ທີ່ເປັນພຶດຕິກຳທາງສັງຄົມສະຫຼອງບຸນປີໃໝ່ປະເພນີຂອງຊາວຈີນ” ທີ່ລັດຖະບານຈີນ ສະເໜີ ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳຂອງອົງການອຸຍເນສະໂກ ອົງການສະຫະປະຊາຊາດເຊິ່ງໝາຍຄວາມວ່າ: ຊາວຈີນທັງຫຼາຍຈະສະຫຼອງບຸນກຸດຈີນ ປີ 2025 ທີ່ເປັນມໍລະດົກວັດທະນະທຳນາມມະທຳຂອງໂລກເປັນຄັ້ງທຳອິດ.