ຫວນຄືນການຮ່ວມມື ລາວ-ຈີນ ໃນປີ 2024 ດ້ວຍ 7 ຄໍາສັບເດັ່ນ
ປີ 2024 ທີ່ຫາກໍ່ຜ່ານພົ້ນໄປ ເປັນປີເປີດການປະຕິບັດ “ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ (ປີ 2024 – 2028)”. ໃນປີ 2024, ພາຍໃຕ້ການຊີ້ນຳ - ນຳພາ ທາງຍຸດທະສາດຂອງຜູ້ນຳສູງສຸດສອງພັກ-ສອງລັດ, ການສ້າງຄຸ່ຮ່ວມຊາຕາກຳ ລາວ-ຈີນ ໄດ້ຂະຫຍາຍລົງສູ່ລວງເລິກຢ່າງໜັກແໜ້ນ ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດ ແລະ ເປັນຕົວແບບອັນຕັ້ງໜ້າ ແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ພາກນີ້, ພວກເຮົາຈະພາທ່ານຫວນຄືນການຮ່ວມມື ລາວ-ຈີນ ໃນປີ 2024 ດ້ວຍ 7 ຄຳສັບເດັ່ນ.
ຄວາມເຫັນທີ່ເປັນເອກະພາບກັນ
ວັນທີ 22 ຕຸລາ 2024, ຢູ່ນະຄອນກາຊານປະເທດຣັດເຊຍ, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະກັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສອງຝ່າຍ ໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຂະຫຍາຍລົງສູ່ລວງເລິກຢ່າງໜັກແໜ້ນ ແລະ ຕໍ່ເນື່ອງ.
ໃນລະຫວ່າງ ວັນທີ 11-12 ຕຸລາ 2024, ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຫຼີສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນໄດ້ເດີນທາງໄປຢ້ຽມຢາມ ສປປລາວ ຢ່າງເປັນທາງການ.ໃນໄລຍະການຢ້ຽມຢາມ, ສະຫາຍ ຫຼີສຽງ ໄດ້ເຂົ້າຢ້ຽມ ຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ໄດ້ພົບປະກັບ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພົບປະກັບ ສະຫາຍ ໄຊສົມພອນພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ. ສອງຝ່າຍ ໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບການລົງເລິກການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ພາຍໃຕ້ສະຖານະການໃໝ່, ບັນຫາສາກົນ ແລະ ພາກພື້ນ ທີ່ສອງຝ່າຍສົນໃຈຮ່ວມກັນໂດຍໄດ້ມີຄວາມເຫັນທີ່ເປັນເອກະພາບກັນ ຢ່າງກວ້າງຂວາງພ້ອມທັງໄດ້ເຜີຍແຜ່ “ຖະແຫຼງການຮ່ວມ ລະຫວ່າງ ສປປ ລາວ ແລະ ສປ ຈີນ”.
ພະລັງງານໄຟຟ້າ
ວັນທີ 29 ມັງກອນ 2024, ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ ໄດ້ເປີດນຳໃຊ້ຢ່າງເປັນທາງການ. ໃນຖານະເປັນບໍລິສັດທີ່ຮັບຜິດຊອບການບໍລິຫານງານຕາຂ່າຍໄຟຟ້າລະດັບຊາດຂອງລາວ, ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ ຮັບຜິດຊອບການລົງທຶນ, ສ້າງສາ ແລະ ບໍລິຫານງານໂຄງການຕາຂ່າຍໄຟຟ້າ 230 ກິໂລໂວນຂຶ້ນໄປ ແລະ ໂຄງການເຊື່ອມຕໍ່ຕາຂ່າຍໄຟຟ້າກັບປະເທດອ້ອມຂ້າງ ເຊິ່ງມີຈຸດປະສົງໃຫ້ການບໍລິການສົ່ງໄຟຟ້າ ທີ່ປອດໄພ, ໝັ້ນທ່ຽງ ແລະ ຕໍ່ເນື່ອງໃຫ້ແກ່ທົ່ວປະເທດລາວ. ບໍລິສັດດັ່ງກ່າວ ແມ່ນບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນແລະລັດວິສາຫະກິດໄຟຟ້າລາວຮ່ວມກັນລົງທຶນສ້າງຕັ້ງຂຶ້ນ.
ວັນທີ 18 ທັນວາ 2024, ໂຄງການພະລັງງານແສງຕາເວັນ 1 ລ້ານກິໂລໂວນ ໄລຍະໜຶ່ງຂອງສູນພະລັງງານສະອາດ ທາງພາກເໜືອປະເທດລາວຂອງບໍລິສັດ CGN ຂອງຈີນ ໄດ້ລົງມືກໍ່ສ້າງຢ່າງເປັນທາງການ ເຊິ່ງແມ່ນໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ ໂຄງການທຳອິດຂອງລາວ.
ວີຊາ
ປີ 2024 ເປັນປີທ່ອງທ່ຽວລາວ. ເພື່ອດຶງດູດນັກທ່ອງທ່ຽວຈີນ ໄປທ່ຽວລາວ ນັບມື້ນັບຫຼາຍຂຶ້ນ, ວັນທີ 26 ມິຖຸນາ 2024, ຝ່າຍລາວ ໄດ້ປະກາດນະໂຍບາຍຍົກເວັ້ນວີຊາ ເປັນເວລາ 15 ວັນ ສໍາລັບຄະນະນັກທ່ອງທ່ຽວແຜ່ນດິນໃຫຍ່ຈີນ, ຮົງກົງ, ມາກາວ ແລະ ໄຕ້ຫວັນ (ຈີນ) ທີ່ຖືໜັງສືຜ່ານແດນ ທົ່ວໄປ ທີ່ຈັດສັນຄະນະໂດຍບໍລິສັດທ່ອງທ່ຽວລາວ.
ວັນທີ 7 ພະຈິກ 2024, ຈີນ ໄດ້ປະກາດນໍາໃຊ້ “ວີຊາລ້ານຊ້າງ-ແມ່ຂອງ” ທີ່ສາມາດເດີນທາງ ເຂົ້າ-ອອກ ປະເທດຈີນ ໄດ້ຫຼາຍເທື່ອ ເປັນໄລຍະ 5 ປີ ໃຫ້ແກ່ນັກທຸລະກິດ ທີ່ໄດ້ຕາມເງື່ອນໄຂຂອງ 5 ປະເທດ ຕາມລຳແມ່ນ້ຳຂອງ ເຊິ່ງລວມທັງລາວ.
ເມືອງແຮກສ່ຽວ
ວັນທີ 19 ພະຈິກ 2024, ເນື່ອງໃນໂອກາດຈັດກອງປະຊຸມເມືອງແຮກສ່ຽວສາກົນຈີນ ປີ 2024 ຢູ່ນະຄອນຄຸນໝິງ, ສະຫະພັນຕົວເມືອງທາງລົດໄຟລາວ-ຈີນ ທີ່ນະຄອນຄຸນໝິງຂອງຈີນ ແລະ ນະຄອນຫຼວງວຽງຈັນຂອງລາວ ໄດ້ສ້າງຕັ້ງຂຶ້ນຢູ່ນະຄອນຄຸນໝິງ. ຕົວເມືອງສະມາຊິກສະຫະພັນປະກອບ ມີ: ນະຄອນຢູ້ຊີ, ນະຄອນຜູເອີ, ກິ່ງແຂວງສິບສອງພັນນາ, ນະຄອນເສິງຕູ, ນະຄອນຈົງກິ່ງ ແລະ ນະຄອນອູລຸມກີຂອງຈີນ ແລະ ແຂວງຫຼວງນ້ຳທ່າ ແລະ ນະຄອນຫຼວງພະບາງຂອງລາວ. ນີ້ແມ່ນອີກມາດຕະການໜຶ່ງ ທີ່ເພີ່ມທະວີສາຍພົວພັນມິດຕະພາບ ລະຫວ່າງ ຕົວເມືອງຕ່າງໆຂອງຈີນ ແລະ ລາວ ນັບແຕ່ນະຄອນຄຸນໝິງ ແລະ ນະຄອນຫຼວງວຽງຈັນໄດ້ສ້າງຕັ້ງສາຍພົວພັນເມືອງແຮກສ່ຽວໃນປີ 2011.
ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ຄົບຮອບ 3 ປີ
ວັນທີ 3 ທັນວາ 2024,ການເປີດນຳໃຊ້ທາງລົດໄຟລາວ-ຈີນ ຄົບຮອບ 3 ປີ. 3 ປີຜ່ານມາ, ທາງລົດໄຟ ລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານ ທັງໝົດ 43 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ ຫຼາຍກວ່າ 48 ລ້ານໂຕນ. ໃນນັ້ນ, ສິນຄ້າຂ້າມຊາດມີຫຼາຍກວ່າ 10,6 ລ້ານໂຕນ. ນອກນີ້, ໃນປີ 2024, ທາງລົດໄຟ ລາວ-ຈີນ ໄດ້ຂົນສົ່ງສິນຄ້າ 19,6 ລ້ານໂຕນ. ໃນນັ້ນ, ສິນຄ້າຂ້າມຊາດ 4,78 ລ້ານໂຕນ ໂດຍໄດ້ຂົນສົ່ງສິນຄ້າຂ້າມຊາດໄປເຖິງ 19 ປະເທດເຊັ່ນ: ລາວ, ໄທ, ສິງກະໂປ ແລະ ອື່ນໆ.
ນັບແຕ່ການເປີດຂະບວນລົດໄຟໂດຍສານສາກົນ ຕາມທາງລົດໄຟ ລາວ-ຈີນ ແຕ່ວັນທີ 13 ເມສາ ປີ 2023 ເປັນຕົ້ນມາ, ທາງລົດໄຟ ຈີນ-ລາວ ໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດ ທັງໝົດເກືອບ 4 ແສນ ເທື່ອຄົນ. ວັນທີ 13 ເມສາ 2024, ວາລະສານຈໍາປາ ເປັນສິ່ງພິມໃຫ້ອ່ານຢູ່ຕາມທາງລົດໄຟ.
ໂຄງການທີ່ຈີນຊ່ວຍເຫຼືອລາວ
ວັນທີ 20 ພຶດສະພາ 2024, ພິທີມອບ-ຮັບ ໂຄງການວິທະຍາໄລເຕັກນິກໄປສະນີລາວ ທີ່ກຸ່ມບໍລິສັດກໍ່ສ້າງທາງລົດໄຟຈີນ ຊ່ວຍເຫຼືອກໍ່ສ້າງ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ. ວິທະຍາໄລແຫ່ງນີ້ ເປັນໜຶ່ງໃນ 10 ວິທະຍາໄລ ທີ່ຈີນຊ່ວຍເຫຼືອລາວ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງການຮ່ວມມືມິດຕະພາບ ລະຫວ່າງ ລາວ-ຈີນ ແລະ ສອງປະເທດ ຮ່ວມກັນຊຸກຍູ້ການຫັນເປັນຄວາມທັນສະໄໝ.
ວັນທີ 16 ສິງຫາ 2024, ໂຄງການສ້ອມແປງ ແລະ ຍົກລະດັບໂຮງໝໍຫຼວງພະບາງ ທີ່ຈີນຊ່ວຍເຫຼືອລາວ ໄດ້ສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການ ພ້ອມທັງໄດ້ມອບໃຫ້ຝ່າຍລາວ.ໂຄງການດັ່ງກ່າວ ເປັນໂຄງການຄົບຊຸດ ຊ່ວຍເຫຼືອຕ່າງປະເທດລະດັບຊາດຂອງຈີນ ທີ່ກະຊວງການຄ້າຈີນມອບໝາຍໃຫ້ແຂວງຢຸນນານປະຕິບັດຕົວຈິງ. ພາຍຫຼັງໂຄງການດັ່ງກ່າວ ໄດ້ສຳເລັດ ໄດ້ຍົກລະດັບລະບົບ ຮາດແວ ແລະ ຊອບແວຂອງໂຮງໝໍໃຫ້ສູງຂຶ້ນ, ຄວາມສາມາດດ້ານການແພດ ແລະ ການປິ່ນປົວພະຍາດຂອງໂຮງໝໍ ກໍຖືກຍົກສູງຂຶ້ນເຊັ່ນດຽວກັນ, ປະຊາຊົນທ້ອງຖິ່ນ ຈະບໍ່ຈຳເປັນເດີນທາງໄກໄປປິ່ນປົວພະຍາດຢູ່ນະຄອນຫຼວງວຽງຈັນ ຫຼື ຕ່າງປະເທດ ຄືແຕ່ກ່ອນອີກແລ້ວ ເຊິ່ງໄດ້ຫຼຸດຄ່າເດີນທາງ ແລະ ຄ່າປິ່ນປົວຂອງຄົນເຈັບ ໃຫ້ໜ້ອຍລົງຢ່າງຫຼວງຫຼາຍ.
ງານຕະຫຼາດນັດ ‘‘ສ່ຽວສາກົນ’’
ໃນລະຫວ່າງ ວັນທີ 20-22 ມິຖຸນາ 2024, ງານພົບປະສ້າງສັນຂະໜາດໃຫຍ່ ລະຫວ່າງ ປະຊາຊົນເຂດຊາຍແດນ ລາວ-ຈີນ ກໍຄືເທດສະການທ່ອງທ່ຽວວັດທະນະທຳປ່າຝົນເຂດຮ້ອນ ຄັ້ງປະຖົມມະເລີກ ໄດ້ຈັດຂຶ້ນຢູ່ເມືອງຫຼ້າ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ໂດຍໄດ້ຈັດກິດຈະກຳຕ່າງໆ ເຊັ່ນ: ພິທີລວມສູນເຊັນສັນຍາ, ພິທີບໍລິຈາກ, ງານຕະຫຼາດນັດ “ສ່ຽວສາກົນ” ລະຫວ່າງປະຊາຊົນເຂດຊາຍແດນ ລາວ-ຈີນ, ການແຂ່ງຂັນເຕະບານມິດຕະພາບສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ອື່ນໆ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງມິດຕະພາບ ແລະ ຜົນການຮ່ວມມືຢູ່ເຂດຊາຍແດນ ລາວ-ຈີນ.