ມີຊາວບ້ານໃໝ່ມາພັກເຊົາຢູ່ບ້ານເຮົາ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2025-01-27 14:53:29

ໃນ​ຊຸມ​ປີ​ຜ່ານ​ມາ, ຄຳ​ສັບ​ທີ່​ວ່າ “ພັກ​ເຊົາ​ຢູ່​ຢຸນ​ນານ” ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ​ຈີນ​ເປັນ​ພິ​ເສດ. ບ້ານ​ຖູກວາ​ຊົງ​ ຄຸ້ມ​ຢາງກວນ​ຖຽນ ​ເມືອງ​ມາ​ລົງ​ ແຂວງ​ຢຸນ​ນານ ມີ​ຊື່ສຽງ​ໃນ​ທາງ​ອິນ​ເຕີ​ເນັດ ຍ້ອນ​ “ການ​ພັກ​ເຊົາ​ຢູ່​ຊົນ​ນະ​ບົດ” ເຊິ່ງ​ໄດ້​ດຶງ​ດູດ​ “ຊາວ​ບ້ານ​ໃໝ່” ມາ​ພັກ​ເຊົາ​ຢູ່​ບ້ານ​ນີ້​ເປັນ​ຈຳ​ນວນຫຼວງຫຼາຍ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ພັກ​ຜ່ອນ​ຢ່ອນ​ໃຈ ແລະ ສຳ​ຜັດ​ຊີ​ວິດ​ຊົນ​ນະ​ບົດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທັງຫຼາຍ. ມີ “ຊາວ​ບ້ານ​ໃໝ່” ມາ​ພັກ​ເຊົາ​ຢູ່​ໃນ​ບ້ານ, ບ້ານ​ຖູກວາ​ຊົງ ທີ່​ມີ​ຊາວ​ບ້ານ​ນັບ​ມື້​ນັບ​ໜ້ອຍ​ລົງ​ໃນ​ອະ​ດີດ ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ໃໝ່​ຫຍັງ​ແດ່?

 

 

ບ້ານ​ທີ່​ມີ​ຊາວ​ບ້ານ​ນັບ​ມື້​ນັບໜ້ອຍ​ໄດ້​ຕ້ອນ​ຮັບ​ຊາວ​ບ້ານ​ໃໝ່

ເມື່ອ​ຍ່າງ​ເຂົ້າ​ບ້ານ​ຖູກວາ​ຊົງ, ເຮືອ​ຊານ​ຊາວ​ບ້ານ​ສະຫຼັບ​ສັບ​ຊ້ອນ ແລະ ມີ​ຕົ້ນ​ໄມ້​ຮົ່ມ​ເຢັນ​ບໍ່​ໜ້ອຍ ເຊິ່ງ​​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ສະ​ເໜ່​ຂອງ​ຊົນ​ນະ​ບົດ ແລະ ບັນ​ຍາ​ກາດ​ທີ່​ງຽບ​ສະ​ຫງົບ​ດີ, ເຮັດ​ໃຫ້​ຄົນ​ທັງຫຼາຍ​ມີ​ຄວາມ​ຮູ້​ສຶກ​ບໍ​ລິ​ສຸດ​ຜຸດ​ຜ່ອງ. ໃນຮ້ານ​ກາ​ເຟ​ທີ່ໄດ້ມີການຕົບແຕ່ງ​ຕາມ​ເຮືອນ​ເກົ່າ​ຂອງ​ຊາວ​ບ້ານ, ມີ​ບາງຄົນ​ຖ່າຍ​ພາບ​ເພື່ອ​ເປັນ​ທີ່​ລະ​ນຶກ ແລະ ມີ​ບາງ​ຄົນລົມ​ກັນ​ແບບ​ສະ​ບາຍ​ສະ​ບາຍ. ບັນ​ຍາ​ກາດ​ທີ່​ທຳ​ມະ​ຊາດ​ແບບ​ນີ້ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ແຂວງ​ເສ​ສວນ, ນະ​ຄອນ​ຈົງ​ກິ່ງ, ນະ​ຄອນຫຼວງ​ປັກ​ກິ່ງ, ນະ​ຄອນ​ຊຽງ​ໄຮ້ ຈົນເຮັດໃຫ້ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ພາ​ກັນ​ມາ​ພັກ​ເຊົາ​ໃນ​ບ້ານ​ນີ້.

ພໍ່​ເຖົ້າ​ສີ​ເຈິ້ງ​ຈຸ່ງ ປີ​ນີ້​ອາ​ຍຸ 79 ປີ, ພໍ່​ເຖົ້າ​ໄດ້​ດັດແປງໜ້າເຮືອນ​ເກົ່າ​ຂອງ​ຕົນ​ເປັນ​​ສວນ​ພືດ​ໃຫ້​ຊົມ​ທີ່​ຂຽວ​ອຸ່ມ​ທຸ່ມ. ພໍ່​ເຖົ້າ​ ກ່າວ​ວ່າ: “ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ແຂວງ​ມາ​ພັກ​ເຊົາ​ໃນ​ບ້ານ, ມີ​ຄວາມ ​ຄຶກ​ຄື້ນ​ດີ.” ໃນ​ສອງ​ສາມ​ປີ​ມາ​ນີ້, ຫຼານ ແລະ ຫຼານ​ໄພ້​ຂອງ​ພໍ່​ເຖົ້າ​ ໄດ້​ກັບ​ມາ​ເປີດ​ຮ້ານ​ອາ​ຫານ​ຢູ່​ໃນ​ບ້ານ.

ທ່ານ ​ຈ່າງ​ຈ້ຽນ​ຢົງ ປີ​ນີ້​ອາ​ຍຸ 65 ປີ, ທ່ານ ​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນ​ຈ້າວ​ຊິ້ງ​ແຂວງກວາງ​ຕຸ້ງ​ມາ​ໂດຍ​ຕະຫຼອດ. ໃນ​ລະ​ດູ​ຮ້ອນ​ປີ​ນີ້, ທ່ານ ແລະ ເມຍ​ ໄດ້​ເຊັນ​ສັນ​ຍາ​ເຊົ່າ​ເຮືອນ​ເປັນ​ ເວລາ 1 ປີ​ກັບ​ບ້ານ​ຖູກວາ​ຊົງ ແລະ ໄດ້​ມາ​ພັກ​ເຊົາ​ຢູ່​ໃນ​ບ້ານ​ຊົນ​ນະ​ບົດ​ແຫ່ງ​ນີ້. ທ່ານ​ ກ່າວ​ວ່າ: “ອາ​ກາດ​ໃນ​ບ້ານ​ສົດ​ຊື່ນ​ດີ, ຊີ​ວິດ​ສະ​ບາຍ​ທີ່​ສຸດ.” ທຸກ​ມື້, ທ່ານ​ ຕື່ນຂຶ້ນມາຈະ​ໄປ​ຍ່າງເລາະ ​ໃນ​ປ່າ​ຂ້າງ​ບ້ານແລ້ວ ຈະ​ນັ່ງ​ດື່ມ​ນ້ຳ​ຊາ​ຢູ່​ເດີ່ນ​ໜ້າ​ບ້ານ ຫຼື ປູກ​ຜັກ​ໃນ​ສວນ​ຜັກ​ຂອງ​ຕົນ, ມີ​ຄວາມ​ສະ​ຫວາດ​ສະ​ເຫວີຍ​ທີ່​ສຸດ.

​ຍ້ອນ​ໄດ້​ຮູ້​ວ່າ: ນັກ​ທ່ອງ​ທ່ຽວ​ທັງຫຼາຍ​ມັກ​ມາ​ພັກ​ເຊົາ​ຢູ່​ບ້ານ​ຖູ​ກວາ​ຊົງ​ເປັນ​ໄລ​ຍະ​ໜຶ່ງ, ນາງ ຢວນ​ຢຸນ​ທີ່​ມາ​ຈາກ​ເມືອງ​ມາ​ລົງ ໄດ້​ລາ​ອອກ​ຈາກວຽກ ແລ້ວ​ມາ​ເປີດ​ຮ້ານ​ເຂົ້າ​ຈີ່​ຢູ່​ບ້າ​ນ​ຖູກວາ​ຊົງ. ນາງ ​ກ່າວ​ວ່າ: “ທຳ​ອິດ, ຢາກ​ເປີດ​ແຕ່​ຮ້ານ​ນ້ຳ​ຊາ​ເທົ່າ​ນັ້ນ ເພື່ອ​ເປັນ​ສ​ະ​ຖານ​ທີ່​ໃຫ້​ແກ່​ຜູ້​ມັກ​ອ່ານ​ປຶ້ມ, ແຕ້ມ​ຮູບ ຫຼື ຂຽນ ໜັງ​ສື​ເທົ່າ​ນັ້ນ ເພື່ອ​ໃຫ້​ຊາວ​ໜຸ່ມ​ທັງຫຼາຍ​ມາ​ພັກ​ຜ່ອນ​ຢ່ອນ​ໃຈຢູ່​ໃນ​ຮ້ານ.” ພາຍຫຼັງ​ມາ, ເມື່ອ​ໄດ້​ເປີດ​ຮ້ານ​ເປັນ​ເວ​ລາ​ເຄິ່ງ​ປີ​ປາຍ, ຮ້ານ​ຂອງ​ນາງ​ ກໍ​ເລີ່ມ​ມີ​ຊື່​ສຽງ​ຂຶ້ນ​ໃນ​ທາງ​ອິນ​ເຕີ​ເນັດ, ນາງ ​ກຽມ​ຈະ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ບ້ານ​ຖູກວາ​ຊົງ​ທາງ​ອອນ​ລາຍ.

ທ່ານ​ ຈ່າງ​ຈ້ຽນ​ຢົງ ແລະ ນາງ ຢວນ​ຢຸນ​ ເປັນ​ພຽງ​ສ່ວນ​ໜຶ່ງ​ຂອງ​ຊາວ​ບ້ານ​ໃໝ່​ຂອງບ້ານຖູກວາ​ຊົງ​ ເທົ່າ​ນັ້ນ. ນັບ​ແຕ່​ເດືອນ​ມິ​ຖຸ​ນາ​ປີ​ 2024 ເປັນ​ຕົ້ນ​ມາ, ບ້ານ​ຖູກວາ​ຊົງ​ ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ທັງໝົດ 5 ໝື່ນກວ່າ​ເທື່ອ​ຄົນ ແລະ ດຶງ​ດູດຊາວ​ບ້ານ​ໃໝ່ຫຼາຍ​ສິບ​ຄົນ. ຊາວ​ບ້ານ​ໃໝ່​ເຫຼົ່າ​ນີ້ ​ມີ​ນັກ​ສຶກ​ສາ​ທີ່​ຫາ​ກໍ່​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ, ມີ​ສິ​ລະ​ປິນ, ມີ​ນັກ​ທຸ​ລະ​ກິດ, ມີ​ພະ​ນັກ​ງານ​ທີ່​ອອກ​ກິນ​ເບ້ຍ​ບຳ​ນານ ແລ​ະ ມີ​ຊາວ​ຕ່າງ​ປະ​ເທດ.

ຊາວ​ບ້ານ​ບ້ານ​ຖູກວາ​ຊົງ ​ໄດ້​ເປີດ​ຮ້ານ​ອາ​ຫານ, ຮ້ານ​ຊັບ​ພະ​ສິນ​ຄ້າ ແລະ ຮ້ານ​ອື່ນໆ ​ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ, ບວກ​ກັບ​ຄ່າ​ເຊົ່າ​ເຮືອນ, ຄ່າ​ເຊົ່າ​ດິນ ແລະ ລາຍ​ຮັບ​ຈາກ​ການ​ອອກ​ແຮງ​ງານ​ໃນ​ວິ​ສາ​ຫະ​ກິດ​ຕ່າງໆ, ສະ​ເລ່ຍ​ແລ້ວ, ໄດ້​ສ້າງ​ລາຍ​ຮັບ​ເພີ່ມ​ຂຶ້ນ 2 ໝື່ນກວ່າ​ຢວນ​ຕໍ່​ປີ​ຕໍ່​ຄອບ​ຄົວ.

 

  

 

ຊາວ​ບ້ານ​ໃໝ່​ໄດ້​ເຮັດ​ໃຫ້​ເກີດ​ມີ​ການ​ປ່ຽນ​ແປງ​ໃໝ່

ແຕ່​ກ່ອນ, ບ້ານ​ຖູກວາ​ຊົງ​ ຕົ້ນ​ຕໍ​ຈະ​ມີ​ແຕ່​ການ​ປູກ​ຝັງ​ແບບ​ດັ້ງ​ເດີມ, ຊາວ​ບ້ານ​ໜຸ່ມ​ສ່ວນຫຼາຍ​ ຈະ​ໄປ​ອອກ​ແຮງ​ງານ​ຢູ່​ຕ່າງ​ແຂວງ, ຊາວ​ບ້ານ​ນັບ​ມື້​ນັບ​ໜ້ອຍ​ລົງ, ເຮືອນ​ເກົ່າ 120 ກວ່າຫຼັງ ແລະ ດິນ​ຮວມ​ໝູ່​ຂອງ​ບ້ານ​ໄດ້ “ເສຍ​ຄຸນ​ຄ່າ” ຂອງ​ຕົນ.

ນັບ​ແຕ່​ປີ 2021 ເປັນ​ຕົ້ນ​ມາ, ບ້ານ​ຖູກວາ​ຊົງ ​ເລີ່ມສ້ອມແປງ​ເສັ້ນ​ທາງ​ໃນ​ບ້ານ, ບໍາບັດນ້ຳ​ເປື້ອນ ແລະ ປັບ​ປຸງ​ສະ​ພາບແວດ​ລ້ອມ​ຂອງ​ບ້ານ​ໃຫ້​ດີ​ຂຶ້ນ. ປີ 2024, ບ້ານ​ຖູກວາ​ຊົງ​ໄດ້​ດຶງດູດ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ 4 ລ້ານກວ່າ​ຢວນ, ໄດ້​ເຊົ່າ, ປັບປຸງ ແລະ ທຸ​ລະ​ກິດ​ເຮືອນ​ເກົ່າ​ທັງ​ໝົດ 77 ຫຼັງ ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ໄດ້​ເຊົ່າ​ດິນ​ຊາວ​ບ້ານ 67 ເຮັກ​ຕາ ເພື່ອ​ປູກດອກ​ເກັກ​ຮ່ວຍ, ດອກ​ໝາກ​ບານ​ແຊ່ວ ແລະ ພັດ​ທະ​ນາ​ລາຍ​ການ​ບັນ​ເທີງ​ຕ່າງໆ ພ້ອມ​ທັງ​ໄດ້​ເປີດ​ຮ້ານ​ອາ​ຫານ, ຣີ​ສອດ, ຮ້ານ​ເຂົ້າ​ຈີ່ ແລະ ​ອື່ນໆ. “ບ້ານ​ທ່ອງ​ທ່ຽວ” ເລີ່ມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ.

ທ່ານ ຫຼີ​ປິ່ງ ຫົວ​ໜ້າ​ຄຸ້ມ​ຢາງກວນ​ຖຽນ​ ກ່າວ​ວ່າ: “ຊັບ​ສິນ​ຮວມ​ໝູ່​ຂອງ​ບ້ານ​ໄດ້​ແບ່ງ​ປັນ​ຜົນ​ກຳ​ໄລ, ຊາວ​ບ້ານ​ ຍັງ​ສາ​ມາດ​ສ້າງ​ລາຍ​ຮັບ​ດ້ວຍ​ການເຊົ່າ​ດິນ, ເຊົ່າ​ເຮືອນ, ອອກ​ແຮງ​ງານ ແລະ ເປີດ​ຮ້ານ, ວິ​ສາ​ຫະ​ກິດ​ ກໍ​ສາ​ມາດ​ສ້າງ​ຜົນ​ກຳ​ໄລ​ດ້ວຍ​ທຸ​ລະ​ກິດ.” ທ່ານ​ ກ່າວ​ຕື່ມ​ວ່າ: ຮູບ​ແບບ​ການປັບປຸງ ແລະ​ພັດ​ທະ​ນາ​ບ້ານ​ຖູກວາ​ຊົງ ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ບ້ານ, ວິ​ສາ​ຫະ​ກິດ ແລະ ຊາວ​ບ້ານ.

ນອກ​ຈາກ​ໂຄງ​ການ​ເຊົ່າ​ເຮືອນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເປັນ​ທີ່​ພັກ​ເຊົາ​ຂອງ​ບ້ານ​ຖູກວາ​ຊົງ​ແລ້ວ, ບ້ານ​ຕ່າງໆເຊັ່ນ: ບ້ານ​ຈູ​ຈື​ຊ້າງ, ບ້ານ​ສຸຍ​ຈິງ ແລະ​ ອື່ນໆ ​ຂອງ​ເມືອງ​ມາ​ລົງ ກໍ​ໄດ້​ພັດ​ທະ​ນາ​ຊົນ​ນະ​ບົດ​ດ້ວຍ​ອຸດ​ສາ​ຫະ​ກຳ​ເຊົ່າ​ເຮືອນ​ໃຫ້​ນັກ​ທ່ອງ​ທ່ຽວເປັນ​ທີ່​ພັກ​ເຊົາ. ບ້ານ​ສຸຍ​ຈິງ​ ມີ​ສາຍ​ພູ​ຢູ່ຫຼັງບ້ານ ແລະ ນ້ຳ​ຫ້ວຍ​ໄຫຼ​ຜ່ານ​ ກາງ​ບ້ານ. ເດືອນ​ພຶດ​ສະ​ພາ​ ປີ 2023, ບ້ານ​ດັ່ງ​ກ່າວ ​ໄດ້​ສ້າງ​ເຮືອນໃໝ່ 24 ຫ້ອງ ທີ່​ເປັນ 12 ຊຸດຢູ່​ຕາມ​ສະ​ຖານ​ທີ່​ກໍ່​ສ້າງ​ເຮືອນ​ເກົ່າ.

ເດືອນ​ມີ​ນາ​ປີ 2024, ນາງ ​ຢາງ​ອາ​ລິງ ຜູ້ ຜະລິດຍີ່​ຫໍ້​ຊາ​ຕິງ​ຈີ​ສຽງ​ ໄດ້​ເດີນ​ທາງ​ມາ​ເຖິງ​ບ້ານ​ສຸຍ​ຈິງ ແລະ ກາຍ​ເປັນ​ຊາວ​ບ້ານ​ໃໝ່​ຊຸດ​ທຳ​ອິດ​ຂອງ​ບ້ານ​ດັ່ງ​ກ່າວ. ນາງ ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ບອກ​ເພື່ອນ​ຂ້າ​ພະ​ເຈົ້າ​ວ່າ, ເມືອງ​ມາ​ລົງ​ ເປັນ​ເມືອງ​ທີ່​ສວຍ​ງາມ, ເໝາະ​ສຳ​ລັບ​ການ​ພັກ​ຜ່ອນ​ຢ່ອນ​ໃຈ!” ນາງ​ ຢາງ​ອາ​ລິງ ​ໄດ້​ໂຄ​ສະ​ນາ​ເຜີຍແຜ່​ບ້ານ​ສຸຍ​ຈິງ​ ໃຫ້​ຄົນ​ທັງຫຼາຍ ຮັບຮູ້ ​ດ້ວຍ​ຮູບ​ການ​ໄລ​ສົດ.

ບ້ານ​ຈູ​ຈື​ຊ້າງ ​ກໍ​ໄດ້​ສ້ອມແປງ ​ເຮືອນ​ເກົ່າ​ຂອງ​ຊາວ​ບ້ານ​ເຊັ່ນ​ດຽວ​ກັນ ເຊິ່ງ​ໄດ້​ດຶງ​ດູດຊາວ​​ບ້ານ​ໃໝ່ 30 ກວ່າ​ຄົນ, ຊາວ​ບ້ານ​ໃໝ່​ເຫຼົ່າ​ນີ້ ​ລ້ວນ​ແຕ່​ໄດ້​ພັກ​ເຊົາ​ຢູ່​ໃນ​ບ້ານ​ເປັນ​ເວ​ລາຫຼາຍກວ່າ 1 ປີ ແລະ ໄລ​ຍະເຊົ່າ​ດົນ​ທີ່​ສຸດ​ມີ​ເຖິງ 10 ປີ.

ຢູ່​ແຂ​ວງ​ຢຸນ​ນານ, ບ້ານ​ທີ່​ຄ້າຍ​ຄື​ກັນ​ກັບ​ບ້ານ​ຖູກວາ​ຊົງ ແລະ ບ້ານ​ສຸຍ​ຈິງ ທີ່​ໄດ້​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ ​ດ້ວຍ​ການ​ເຊົ່າ​ເຮືອນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເປັນ​ທີ່​ພັກ​ເຊົາ​ຍັງ​ມີ​ບໍ່​ໜ້ອຍ. ບ້ານ​ທີ່​ມີ​ຊາວ​ບ້ານ​ນັບ​ມື້​ນັບ​ໜ້ອຍ​ລົງ​ໃນ​ອະ​ດີດ ​ໄດ້​ກາຍ​ເປັນ​ບ້ານ​ແບບ​ຢ່າງ ​ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ການທ່ອງ​ທ່ຽວ ແລະ ເຮືອນ​ຮ້າງ​ເຮືອນ​ເກົ່າ​ໃນ​ອະ​ດີດ ກໍ​ໄດ້​ກາຍ​ເປັນ “ສະ​ຖານ​ທີ່​ພັກ​ເຊົາແຫ່ງ​ຄວາມ​ສຸກ” ສຳ​ລັບ​ນັກທ່ອງ​ທ່ຽວ​ທັງ​ພາຍ​ໃນ​ ແລະ​ ຕ່າງ​ປະ​ເທດ.

ມີຊາວບ້ານໃໝ່ມາພັກເຊົາຢູ່ບ້ານເຮົາ