ການພົວພັນຮ່ວມມື ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງ ນັບມື້ນັບໃກ້ຊິດກັນ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2025-01-27 14:35:55

ປີ 2011, ນະ​ຄອນ​ຄຸນ​ໝິງ​ ສ​ປ ຈີນ ແລະ ນະ​ຄອນຫຼວງວຽງ​ຈັນ​ ສ​ປ​ປ ລາວ ​ໄດ້​ສ້າງ​ເປັນ​ເມືອງ​ແຮກ​ສ່ຽວ​ຢ່າງ​ເປັນ​ທາງ​ການ. ວັນ​ທີ 3 ທັນ​ວາ ​2021, ທາງ​ລົດ​ໄຟ​ ລາວ-ຈີນ​ ໄດ້​ເປີດ​ນຳ​ໃຊ້ຢ່າງເປັນທາງການ, ການ​ເດີນ​ທາງ​ຈາກ​ນະ​ຄອນຫຼວງວຽງ​ຈັນ​ ​ຫາ ​ນະ​ຄອນ​ຄຸນ​ໝິງ ມີ​ຄວາມ​ສະ​ດວກ​ສະ​ບາຍຂຶ້ນຫຼາຍ ເມື່ອ​ທຽບ​​ໃສ່​​ແຕ່ກ່ອນ. ເດືອນ​ພະ​ຈິກ​ 2024, ນະ​ຄອນ​ຫຼວງວຽງ​ຈັນ ແລະ ນະ​ຄອນ​ຄຸນ​ໝິງ ​ໄດ້​ເຊັນ​ສັນ​ຍາ​ສະ​ຫະ​ພັນ​ຕົວ​ເມືອງ​ລຽບ​ຕາມ​ທາງ​ລົດ​ໄຟ​ ລາວ-ຈີນ. ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ທາງ​ລົດ​ໄຟ ລາວ-ຈີນ, ນະ​ຄອນ​ຫຼວງວຽງ​ຈັນ ແລະ ນະ​ຄອນ​ຄຸນ​ໝິງ​ມີ​ເລື່ອງ​ລາວ​ທີ່​ດີ​ເກີດ​ຂຶ້ນ​ແນວ​ໃດ​ແດ່? ໃຫ້​ພວກ​ເຮົາ​ມາ​ຕິດ​ຕາມ​ນຳ​ກັນ!

 

 

ການ​ຮຽນ-ການ​ສອນພັດ​ທະ​ນາ​ໄປ​ພ້ອມ​ພຽງ​ຮຽງ​ໜ້າ​ກັນ

ນາງ​ ອາ​ນີ​ດາ ນັກ​ຮຽນ​ລາວ​ທີ່​ຮຽນ​ຂະ​ແໜງວິ​ຊາ​ການ​ຄຸ້ມ​ຄອງ​ການ​ປະ​ຕິ​ບັດ​ງານ​ການ​ຄົມ​ມະ​ນາ​ຄົມ​ມີ​ລາງ​ ວິທະຍາໄລ​ເຕັກນິກວິ​ຊາ​ຊີບ​ທາງ​ລົດ​ໄຟ​ຄຸນ​ໝິງ​ ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຂີ່​ຂະ​ບວນ​ລົດ​ໄຟ​ໂດ​ຍ​ສານ​ຕາມ​ທາງ​ລົດ​ໄຟ​ ລາວ-ຈີນ ​ຄັ້ງ​ທຳ​ອິດ, ຮູ້​ສຶກ​ຕື່ນ​ເຕັ້ນ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ຄິດ​ວ່າ, ເທື່ອ​ທຳ​ອິດ​ຈະ​ວິນ​ຫົວ, ແຕ່​ທີ່​ຈິງ​ແລ້ວ, ລົດ​ໄຟ​ແລ່ນງຽບ​ສະ​ຫງົບ​ດີ, ຂີ່​ໄດ້​ຢ່າງ​ສະ​ບາຍ.” ນາງ​ກ່າວ​ຕື່ມ​ວ່າ: ຂ້າ​ພະ​ເຈົ້າ​ມາ​ຈາກ​ນະ​ຄອນຫຼວງວຽງ​ຈັນ, ພາຍຫຼັງ​ຮຽນ​ຈົບ​ແລ້ວ, ຢາກ​ເປັນ​ພະ​ນັກ​ງານ​ປະ​ຈຳ​ຢູ່​ຂະ​ບວນ​ລົດ​ໄຟ​ ຕາມທາງລົດໄຟ ລາວ-ຈີນ.

ທ້າວ ກໍ ແມ່ນ​ນັກ​ສຶກ​ສາ​ລາວ​ໃນ​ວິທະຍາໄລ​ເຕັກ​ນິກວິ​ຊາ​ຊີບ​ທາງ​ລົດ​ໄຟ​ຄຸນ​ໝິງ​ເຊັ່​ນດຽວ​ກັນ, ລາວ​ຮຽນ​ວິ​ຊາ​ເຄື່ອງ​ບັນ​ຊາ ແລະ ຮັກ​ສາ​ຫົວ​ຈັກ​ທາງ​ລົດ​ໄຟ. ລາວ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​​ມີ​ຄວາມ​ຮູ້​ສຶກ​ດີ​ໃຈ​ທີ່​ສຸດ ໃນ​ເວ​ລາຮຽນ​ຂັບ​ຫົວ​ຈັກ​ລົດ​ໄຟ​ຈຳ​ລອງ​ເປັນ​ຄັ້ງ​ທຳ​ອິດ. ຫ້ອງ​ຂັບ​ ຄື​ກັນກັບ​ຂອງ​ແທ້​ອີ່ຫຼີ.” ລາວ​ເວົ້າ​ວ່າ: ພາຍຫຼັງ​ຮຽນ​ຈົບ​ແລ້ວ, ຢາກ​ເປັນ​ຜູ້​ຂັບ​ຫົວ​ຈັກ​ລົດ​ໄຟ.

ເດືອນ​ສິງ​ຫາ​ 2023, ຄູ​ສອນ​ທາງ​ລົດ​ໄຟ 40 ທ່ານ​ຂອງ​ລາວ ​ຊຸດ​ທຳ​ອິດ ໄດ້​​ສຳ​ເລັດ​ການ​ຮຽນ​ຢູ່​ວິທະຍາໄລ​ເຕັກ​ນິກວິ​ຊາ​ຊີບ​ທາງ​ລົດ​ໄຟ​ຄຸນ​ໝິງ ແລະ ກັບ​ຄືນ​ປະ​ເທດ​ລາວ, ຄູ​ສອນ​ຄົນ​ຈີນ​ໃນ​ວິທະຍາໄລເຕັກນິກ​ວິ​ຊາ​ຊີບ​ທາງ​ລົດ​ໄຟ​ຄຸນ​ໝິງ​ທີ່​ໄປ​ຊ່ວຍ​ເຫຼືອ​ລາວ​ກໍ​ໄດ້​ເດີນ​ທາງ​ໄປ​ນະ​ຄອນຫຼວງວຽງ​ຈັນ​ພ້ອມ​ກັນ.

ທ່ານ​ ເຝິງ​ທາວ (Feng Tao) ຫົວ​ໜ້າ​ຄະ​ນະ​ຜູ້​ຊ່ຽວ​ຊານ ທີ່​ໄປ​ຊ່ວຍ​ເຫຼືອ​​ວິທະຍາໄລເຕັກ​ນິກ-ວິ​ຊາ​ຊີບ​ການທາງ​ລົດ​ໄຟ ລາວ​ຊຸດ​ທີ 3 ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ມ​າ​ຈາກ​ນະ​ຄອນ​ຄຸນ​ໝິງ, ປັດ​ຈຸ​ບັນ, ໄດ້​ເປັນ​ຄູ​ສອນຢູ່​ນະ​ຄອນຫຼວງວຽງ​ຈັນ. ຊາວ​ຄຸນ​ໝິງ​ທຸກ​ຄົນ​ອາດ​ຈະ​ພາກ​ພູມ​ໃຈ ແລະ ດີ​ໃຈ​ຕໍ່​ໂຄງ​ການທາງ​ລົດ​ໄຟ​ບໍ່ຫຼາຍ​ກໍ​ໜ້ອຍ. ອາດ​ເວົ້າ​ໄດ້​ວ່າ, ຖ້າ​ບໍ່​ມີ​ທາງ​ລົດ​ໄຟ, ກໍ​ຈະ​ບໍ່​ມີ​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ​ຄຸນ​ໝິງ.” ທ່ານ​ກ່າວ​ຕື່ມ​ວ່າ: ພວກ​ເຮົາ​ຫວັງ​ວ່າ, ຈະ​ສາ​ມາດ​ສ້າງ​ລະ​ບົບ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທາງ​ລົດ​ໄຟແບບ​ຍືນ​ຍົງ​ໃຫ້​ແກ່​ປະ​ເທດ​ລາວ​ພາຍ​ໃນ​ເວ​ລາ 5 ປີ ເພື່ອ​ຊ່ວຍພາ​ລະ​ກິດ​ທາງ​ລົດ​ໄຟ​ຂອງປະເທດລາວ​ໄດ້​ບັນ​ລຸ​ການ​ກ້າວ​ກະໂດດ​ຂັ້ນ​ຈາກ 0 ຫາ 1.

ການ​ພົວ​ພັນ​ລະ​ຫວ່າງສອງໂຮງ​ຮຽນດັ່ງກ່າວ,​ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມິດ​ຕະ​ພາບ​ລະ​ຫວ່າງ​ຕົວ​ເມືອງ​ແຮກ​ສ່ຽວ, ທາງ​ລົດ​ໄຟ​ ລາວ-ຈີນ ​ໄດ້​ເຊື່ອມ​ຕໍ່​ນະ​ຄອນ​ຄຸນ​ໝິງ ແລະ ນະ​ຄອນຫຼວງວຽງ​ຈັນ, ປະ​ຊາ​ຊົນ​ສອງ​ຕົວ​ເມືອງ​ດັ່ງ​ກ່າວ​ ມີ​ຄວາມ​ສະ​ໜິດ​ສະ​ໜົມ​ນັບ​ມື້​ນັບຫຼາຍ​ຂຶ້ນ ຍ້ອນ​ການ​ໄປ​ມາ​ຫ​າ​ສູ່​ກັນ​ທີ່​ນັບ​ມື້​ນັບ​ແໜ້ນ​ແຟ້ນ.

 

    


ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ​ ລາວ-ຈີນ​ ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຍ້ອນ​ທາງ​ລົດ​ໄຟ

ນາງ ວັນນະພອນ ຄຳພິລົມ​ ມາ​ຈາກ​ນະ​ຄອນຫຼວງວຽງ​ຈັນ, ເປັນ​ຜູ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ທ່ອງທ່ຽວ​ສາ​ກົນ​ຮ່ວມ​ທຶນ​ ຈີນ-ລາວ. ນາງ ວັນນະພອນ ຄຳພິລົມ ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ມັກ​ຂີ່​ຂະ​ບວນ​ລົດ​ໄຟ​ ​ກັບ​ຄືນ​ນະ​ຄອນຫຼວງວຽງ​ຈັນ​ຈາກ​ນະ​ຄອນ​ຄຸນ​ໝິງ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ມີ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ປະ​ເທດ​ລາວ​ເປັນ​ຈຳ​ນວນຫຼວງຫຼາຍ ແລະ ກໍ​ມີ​ປະ​ຊາ​ຊົນ​ລາວ​ມາ​ທ່ຽວ​ຈີນຫຼາຍ​ເຊັ່ນ​ດຽວ​ກັນ. ນາງກ່າວ​ຕື່ມ​ວ່າ: ຂ້າ​ພະ​ເຈົ້າ​ຊ່ວຍ​ນັກ​ທ່ອງ​ທ່ຽວ​ເຫຼົ່າ​ນີ້​ໄປ​ຄົ້ນ​ພົບ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ດີ ແລະ ອາ​ຫານທີ່​ແຊບ​ຊ້ອຍ ໂດຍ​ຜ່ານ​ການ​ໂພ​ສວີ​ດີ​ໂອ​ຢູ່​ຕາມ​ສື່​ສັງ​ຄົມ​ອອນ​ລາຍ.

ເດືອນ​ມີ​ນາ​ 2023, ນາງ ວັນນະພອນ ຄຳພິລົມ ໄດ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ສາ​ກົນ​ແຫ່ງ​ໜຶ່ງ​ຢູ່​ນະ​ຄອນ​ຄຸນ​ໝິງ. ທ່ານ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຢາກ​ນຳ​ພາ​ປະ​ຊາ​ຊົນ​ລາວ​ ມາ​ທ່ຽວ​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ ແລະ ​ຢາກ​ນຳ​ພາ​ປະ​ຊາ​ຊົນ​ຈີນ ​ໄປ​ທ່ຽວ​ລາວ​ນັບ​ມື້​ນັບຫຼາຍ​ຂຶ້ນ​ເຊັ່ນ​ກັນ.”

ທາງ​ລົດ​ໄຟ​ລາວ-ຈີນ ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອ​ງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດ​ ລາວ-ຈີນ​ ຢ່າງຫຼວງຫຼາຍ. ນາງ​ ລົງ​ສຽວ​ລີ (Long Xiaoli) ທີ່​ດຳ​ລົງ​ຊີ​ວິດ ​ຢູ່​ນະຄອນ​ຄຸນ​ໝິງ​ກໍ​ມີ​ຄວາມ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ. 15 ປີ​ກ່ອນ, ນາງ ​ລົງ​ສຽວ​ລີ ແລະ ໝູ່​ຂອງ​ລາວ ເຊິ່ງ​ເປັນ​ຄົນ​ລາວ​ໄດ້​ສ້າງ​ຕັ້ງ​ບໍລິສັດທ່ອງທ່ຽວມັງກອນລາວຈາໍກັດ ຕົ້​ນ​ຕໍ​ຈະ​ດຳ​ເນີນ​ທຸ​ລະ​ກິດ​ກ່ຽວ​ກັບ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ ​ລາວ-ຈີນ. ຄຽງ​ຄູ່​ກັບ​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ ລາວ-ຈີນ, ທຸ​ລະ​ກິດ​ຂອງ​ບໍລິສັດທ່ອງທ່ຽວມັງກອນລາວຈາໍກັດ​ ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ທາງ​ບໍ​ລິ​ສັດ​ໄດ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ສາ​ຂາ ແລະ ສຳ​ນັກ​ງານ​ຜູ້​ຕາງ​ໜ້າຫຼາຍແຫ່ງ.

ນາງ ​ລົງ​ສຽວ​ລີ​ ກ່າວ​ວ່າ: “ປັດ​ຈຸ​ບັນ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ລາວ ​ສ່ວນຫຼາຍ​ຈະ​ເລືອກ​ຂີ່​ຂ​ະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ. ປີ​ຜ່ານ​ມາ​ນີ້, ພວກ​ເຮົາ​ໄດ້​ຈັດ​ວາງ​ເສັ້ນ​ທາງ​ທ່ອງ​ທ່ຽວ “ພັນ​ຄົນ​ຂີ່​ລົດ​ໄຟ​ໄປ​ທ່ຽວ​ລາວ​ ທ່າມ​ກາງ​ບັນ​ຍາ​ກາດ​ກິ່ນ​ຫອມດອກ​ໄມ້​ຕະຫຼອດ​ທາງ” ເຊິ່ງ​ໄດ້​ຮັບໝາກ​ຜົນ​​ເໜືອ​ຄວາມ​ຄາດ​ໝາຍຫຼາຍ.” ນາງ​ກ່າວ​ຕື່ມ​ວ່າ: ທາງ​ບໍ​ລິ​ສັດ​ພວມວາງ​ແຜນ​ໂຄງ​ການ​ດີ​ເດັ່ນ​ທີ່ “ນັກ​ທ່ອງ​ທ່ຽວ​ລາວ​ມາ​ທ່ຽວ​ຈີນ.”

 

 

 

ານ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ານ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ

ເວົ້າ​ສຳ​ລັບ ​ທ້າວ ວຽງໄຊ ພຸດທະວົງ ຊາວ​ໜຸ່ມ​ລາວ​ແລ້ວ, ທາງ​ລົດ​ໄຟ ​ລາວ-ຈີນ ​ເປັນ “ເສັ້ນ​ທາງ​ບັນ​ລຸ​ຄວາມ​ຝັນ” ຂອງ​ລາວ, ລາວ​ໄດ້​ເດີນ​ທາງ​ຈາກ​ນະ​ຄອນຫຼວງວຽງ​ຈັນ​ ​ມາ​ເຖິງ​ນະ​ຄອນ​ຄຸນ​ໝິງ, ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ສາຍ​ນີ້ ເຮັດ​ໃຫ້​ການ​ດຳ​ລົງ​ຊີ​ວິດ​ຂອງລາວແຕກ​ຕ່າງ. ເມື່ອຫຼາຍ​ປີ​ກ່ອນ, ລາວ​ມາ​ຮຽນ​ຢູ່​ຈີນ, ຍ້ອນ​ລາວ​ມັກ​ວັດ​ທະ​ນະ​ທຳ​ຈີນຫຼາຍ, ລາວ​ໄດ້​ຕົກ​ລົງ​ພັດ​ທະ​ນາ​ຢູ່​ຈີນ. ຢູ່​ນະ​ຄອນ​ຄຸນ​ໝິງ, ລາວ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ພາ​ລະ​ກິດ​ຂອງ​ຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮູ້​ຈັກ​ກັບຄູ່​ຮັກ​ຂອງ​ຕົນ.

ທ້າວ​ ວຽງໄຊ ພຸດທະວົງ ​ເວົ້າ​ດ້ວຍ​ຄວາມ​ດີ​ໃຈ​ວ່າ: “ຂ້າ​ພະ​ເຈົ້າ​ເອງ​ມັກ​ເຂົ້າ​ປຸ້ນ​ໝໍ້​ນ້ອຍ ​ແລະ ເຂົ້າ​ປຸ້ນ​ຂ້າມ​ຂົວຂອງ​ນະ​ຄອນ​ຄຸນ​ໝິງ​ທີ່​ສຸດ, ຮູ້​ສຶກ​ເປັນ​ຕາ​ແຊບ​ອີ່ຫຼີ.” ເຂົ້າ​ປຸ້ນ​ຂ້າມ​ຂົວ​ທີ່​ ທ້າວ​ ວຽງໄຊ ພຸດທະວົງ ເວົ້າ​ນັ້ນ​ແມ່ນ​ມາ​ຈາກ​ເມືອງ​ເມິງ​ຈື​ (Mengzi) ຂອງ​ແຂວງ​ຢຸນ​ນານ, ປັດ​ຈຸ​ບັນ, ໄດ້​ກາຍ​ເປັນ​ອາ​ຫານ​ ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ນະ​ຄອນ​ຄຸນ​ໝິງ​ແລ້ວ. ເວົ້າ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ຂີ່​ຂະບວນລົດໄຟ ໄປ​ທ່ຽວ​ປະ​ເທດ​ລາວ​ແລ້ວ, ກິນເຂົ້າ​ປຸ້ນ​ຂ້າມຂົວ​ສົດ​ໆ​ຮ້ອນໆ​ຢູ່​ນະ​ຄອນ​ຄຸນ​ໝິງ​ໃນ​ຕອນ​ເຊົ້າແລ້ວ​ໄປ​ກິນ​ເບຍ​ລາວ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ໃນ​ຕອນ​ຄ່ຳ, ນີ້​ບໍ່​ພຽງ​ແຕ່​ຈະ​ໄດ້​ຊິມ​ລົດ​ຊາດ​ທີ່​ຕ່າງ​ກັນ, ຍັງ​ສາ​ມາດ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ທີ່​ຕ່າງ​ກັນ​ຂອງ​ສອງ​ປະ​ເທດ​ລາວ-ຈີນ.

ຄຽງ​ຄູ່​ກັບ​ຄວາມ​ສາ​ມາດ​ດ້ານ​ການ​ຂົນ​ສົ່ງ​ຕາມ​ທາງ​ລົດ​ໄຟ​ ລາວ-ຈີນ ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ເບຍ​ລາວ​ກໍ​ໄດ້​ຖືກ​ຂົນ​ສົ່ງ​ເຂົ້າ​ຈີນ ແລະ ກາຍ​ເປັນ​ເບຍ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າ​ນະ​ຄອນ​ຄຸນ​ໝິງ ແລະ ຕົວ​ເມືອງ​ຕ່າງໆ​ຂອງ​ຈີນ. ທ່ານ ​ຟານ​ຈຸນ​ເຟີງ (Fan Junfeng) ເຈົ້າ​ຂອງ​ຮ້ານ​ອາ​ຫານ​ສະ​ບາຍ​ດີ·ຄົວລາວ ຂອງ​ນະ​ຄອນ​ຄຸນ​ໝິງ​ກ່າວ​ວ່າ: ລູກ​ຄ້າ​ເກືອບ​ໝົດ​ທຸກ​ຄົນ​ກໍ​ຢາກ​ຊິມ​ເບຍ​ລາວ.

ປັດ​ຈຸ​ບັນ, ຖ້າ​ທ່ານ​ຍ່າງ​ຕາມ​ຖະ​ໜົນ​ຫົນ​ທາງ​ນະ​ຄອນ​ຄຸນ​ໝິງ, ເບຍ​ລາວ, ກາ​ເຟ​ລາວ ແລະ ຊີ້ນ​ດາດ​ລາວ ລ້ວນ​ແຕ່​ໄດ້​ກາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ອາ​ຫານ​ການ​ກິນ​ທ້ອງ​ຖິ່ນ​ແລ້ວ. ສິ່ງ​ເຫຼົ່າ​ນີ້ ໄດ້​ຢັ້ງ​ຢືນແກ່ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ເມືອງ​ແຮກ​ສ່ຽວ ຄື​ນະ​ຄອນ​ຄຸນ​ໝິງ ແລະ ນະ​ຄອນຫຼວງວຽງ​ຈັນ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ.

ທ່ານ ​ຖຶງ​ໄຫ​ລິນ (Teng Hailin) ຕົວ​ແທນ​ຈຳ​ໜ່າຍ​​ເບຍ​ລາວ​ຂອງ​ຈີນ​ ກ່າວ​ວ່າ: ເບຍ​ລາວ​ມີ​ຖາ​ນະ​ສຳ​ຄັນ​ໃນ​ວັດ​ທະ​ນະ​ທຳ​ລາວ. ປັດ​ຈຸ​ບັນ, ຂະ​ບວນ​ລົດ​ໄຟ​ໄດ້​ອອກ​ເດີນ​ທາງ​ແຕ່​ເຊົ້າ​ຈາກ​ນະ​ຄອນ​ຫຼວງວຽງ​ຈັນ​ທຸກ​ມື້, ຕອນ​ແລງ​ກໍ​ເດີນ​ທາງ​ເຖິງ​ນະ​ຄອນ​ຄຸນ​ໝິງ; ໃນ​ຂະ​ນະ​ດຽວ​ກັນ, ຂະ​ບວນ​ລົດ​ໄຟອອກ​ເດີນ​ທາງ​ຈາກ​ນະ​ຄອນ​ຄຸນ​ໝິງ​ທຸກ​ມື້, ຕອນ​ແລງ​ກໍ​ເດີນ​ທາງ​ເຖິງ​ນະ​ຄອນຫຼວງວຽງ​ຈັນເຊັ່ນ​ດຽວ​ກັນ. ນອກ​ຈາກ​ສອງ​ຕົວ​ເມືອງ​ນີ້​ແລ້ວ, ຊື່​ສຽງ ແລະ ອິດ​ທິ​ພົນ​ຂອງ​ທາງ​ລົດ​ໄຟ​ຍັງ​ສາ​ມາດ​ເຜີຍ​ແຜ່​ໄປ​ເຖິງ​ບ່ອນ​ໄກ​ກວ່າ​ນັ້ນ, ສາ​ມາດ​ເຜີຍ​ແຜ່​ໄປ​ເຖິງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ແຜ່ນ​ດິນ​ໃຫຍ່​ຈີນ, ຈົນ​ເຖິງ​ປະ​ເທດ​ຕ່າງໆ​ ຂອງ​ເອີ​ຣົບ.

ການພົວພັນຮ່ວມມື ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງ ນັບມື້ນັບໃກ້ຊິດກັນ