ຈີນສົ່ງດາວທຽມວົງໂຄຈອນຕ່ຳຈຸທີ 15 ຂອງລະບົບອິນເຕີເນັດຜ່ານດາວທຽມຂຶ້ນສູ່ອະວະກາດຢ່າງສຳເລັດຜົນ
ແຫຼ່ງຂ່າວ:CGTN |
2025-12-09 16:20:10

ເວລາ 6 ໂມງ 11 ນາທີຂອງວັນທີ 9 ທັນວານີ້, ຢູ່ສູນຍິງສົ່ງດາວທຽມ ທ້າຍຢວນ, ຈີນໄດ້ສົ່ງດາວທຽມວົງໂຄຈອນຕ່ຳຈຸທີ 15 ຂອງລະບົບອິນເຕີເນັດຜ່ານດາວທຽມຂຶ້ນສູ່ອະວະກາດຢ່າງສຳເລັດຜົນ ດ້ວຍຈະຫຼວດສົ່ງຍານທີ່ດັດແປງມາຈາກຈະຫຼວດ ຊາງເຈີ່ງ 6 ຫຼື CZ-6A, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ເຮັດໃຫ້ພາລະກິດຍິງສົ່ງດາວທຽມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ທີ່ມາ: CGTN