ເສດ​ຖະ​ກິດ​ຈີນສືບ​ຕໍ່​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ແຫຼ່ງຂ່າວ:CGTN   |    2025-12-09 16:18:02

ວັນ​ທີ 8 ທັນ​ວາ​ນີ້, ຕົວ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​​ການນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41.210 ຕື້ຢວນ, ເພີ່ມ​ຂຶ້ນ 3,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ​ການນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​​ດັ່ງ​ກ່າວ​ສະ​ເພາະ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024, ເຊິ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​​ຮັບ​ການປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ ແລະ ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.

ໃນ 11 ເດືອນ​ຂອ​ງ​ປີ 2025, ການ​​ນຳ​ເຂົ້າ-ສົ່ງ​ອອກຂອງ​ຈີນຕໍ່​ຕະຫຼາດຫຼາຍ​ພາກ​ພື້ນ ເຊັ່ນ: ອາ​ຊຽນ, ສະ​ຫະ​ພາບ​ເອີ​ຣົ​ບ, ອາ​ຟ​ຣິ​ກາ, ອາ​ເມ​ຣິ​ກາ​ລາ​ຕິນ ແລະ​ອື່ນໆ​ລ້ວນ​ແຕ່​ມີ​ການ​ເຕີບ​ໂຕເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ມີ​ບົດ​ບາດ​ຢ່າງ​ໝັ້ນ​ທ່ຽງ​ກວ່າ​ເກົ່າ​ໃນ​ການ​ຊຸກ​ຍູ້​ຄວາມ​ໝັ້ນ​ຄົງ​ຂອງ​ການ​ຄ້າ​ໂລກ. ເມື່ອ​ສັງ​ເກດ​ເບິ່ງ​ຈາກຫຼາຍ​ດັດ​ຊະ​ນີ​ສຳ​ຄັນ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ແລ້ວ​ເຫັນ​ວ່າ, ໃນ 3 ໄຕ​ມາດ​ທຳ​ອິດ​ຂອງ​ປີ 2025ນີ້, GDP ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 5,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024, ຢູ່​ໃນ​ລະ​ດັບ​ແຖວ​ໜ້າ​ຂອງ​ອົງ​ກອນ​ເສດ​ຖະ​ກິດ​ສຳ​ຄັນ​ຂອງ​ໂລກ.

ໃນ 11 ເດືອນ​ຂອງ​ປີ​ນີ້, ໂຄງ​ປະ​ກອບ​ຜະ​ລິດ​ຕະ​ພັນ​ໃນ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ແຮງ​ຂັບ​ເຄື່ອນ​ໃໝ່​ສຳ​ລັບ​ການ​ສົ່ງ​ອອກ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ທີ່​ດີ, ການ​ສົ່ງ​ອອກຜະ​ລິ​ດ​ຕະ​ພັນ​ປະ​ເພດ​ເຄື່ອງ​ໄຟ​ຟ້າ ແລະ ເຄື່ອງ​ຈັກ ເຊິ່ງ​ລວມ​ທັງ “ສິນ​ຄ້າ 3 ​ຊະ​ນິດ​ໃໝ່ (ລົດ​ໄຟ​ຟ້າ, ​ຖ່ານ​ລີ​ທຽມ Lithium Cell ແລະ ຖ່ານ​ພະ​ລັງ​ແສງ​ຕາ​ເວັນ)” ແລະ ເຮືອ​ກຳ​ປັ່ນ​ໄດ້​ເພີ່ມ​ຂຶ້ນ 8,8%. ພ້ອ​ມ​ກັນ​ນັ້ນ, ການ​ນຳ​ເຂົ້າອຸ​ປະ​ກອນການ​ຜະ​ລິດ ແລະ ເຄື່ອງ​ອາ​ໄຫຼ່​ສຳ​ຄັນ​ໄດ້​ເພີ່ມ​ຂຶ້ນ, ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ສ່ວນຫຼາຍ​ແມ່ນ​ມາ​ຈາກ​ການ​ຍົກ​ລະ​ດັບ​ໂຄງ​ປະ​ກອບ ແລະ ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ ແລະ ອັດ​ຕາ​ສ່ວນ​ຂອງ​ເຕັກ​ໂນ​ໂລ​ຊີ​ໃໝ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ນັບແຕ່​ຕົ້ນ​ປີ​ນີ້​ມາ, ແຮງ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​​ຖືກ​ກີດ​ຂວາງ​ຈາກ​ແຮງ​ຂັບ​ເຄື່ອນ​ທີ່ບໍ່​ພຽງ​ພໍ ແລະ ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຟື້ນ​ຊີບ​ຄືນ​ໃໝ່. ພາຍ​ໃຕ້​ສ​ະ​ພາບ​ຄືແນວ​ນີ້, ໃນ 11 ເດືອນ​ຂອງ​ປີ 2025, ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​​ແລະ​ສວນ​ທາງກັບ​ທ່າ​ອ່ຽງ​ລວມ, ຍອດ​ມູນ​ຄ່າ​ເສດ​ຖະ​ກິດ​ໃນ​ໄຕ​ມາດ​ທີ 3 ກໍ​ໄດ້​ລື່ນ​ກາຍຍອດ​ມູນ​ຄ່າ​ເສດ​ຖະ​ກິດ​ຕະຫຼອດ​ປີ 2024 ຂອງ​ເຢຍ​ລະ​ມັນ​ເຊິ່ງ​ເປັນ​​ປະ​ເທດ​ທີ່​ມີ​ຂະ​ໜາດ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ 3 ຂອງ​ໂລກ, ເຊິ່ງ​ກາຍ​ເປັນ​ແຫຼ່ງ​ພະ​ລັງ​ຂັບ​ເຄື່ອນ​ທີ່​ໝັ້ນ​ທ່ຽງ​ທີ່​ສຸດ ແລະ ໜ້າ​ໄວ້​ໃຈ​ທີ່​ສຸດ​ສຳ​ລັບ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.

ວັນ​ທີ 8 ທັນ​ວາ​ນີ້, ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ, ໂດຍ​ໄດ້​ວິ​ເຄາະ​ ແລະ ຄົ້ນ​ຄວ້າ​ວຽກ​ງານ​ເສດ​ຖະ​ກິດ​ຂອ​ງ​ປີ 2026, ບັນ​ລຸ​ການ​ເລີ່ມ​ຕົ້ນ​ທີ່​ດີ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15. ວັນ​ທີ 9 ທັນ​ວາ​ນີ້, ຈີນ​​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ “1+10” ກັບຫຼາຍ​ອົງ​ການ​ເສດ​ຖະ​ກິດ​ສາ​ກົນ​ເພື່ອຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໂລກ ແລະ ຮ່ວມ​ກັນ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຂອງ​ໂລກ. ໂລກ​ກຳ​ລັງ​ຄອງ​ຄອຍໂອ​ກາດ​ຈາກ​ຈີນ ​ແລະ ​ຫວັງ​ຈະ​ຮ່ວມ​ມື​ກັບ​ຈີນ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ທີ່ມາ: CGTN

ເສດ​ຖະ​ກິດ​ຈີນສືບ​ຕໍ່​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ