ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ​ມາ​ໂດຍ​ຕະຫຼອດ?

2025-12-09 16:14:47

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ “ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນ ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP) ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆ ເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສະ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.

ທ່າ​ແຮງ​ຂອງ​ຕະຫຼາດ​ຈີນ​ແມ່ນ​ກຳ​ເນີດ​ມາ​ຈາກ​ພື້ນ​ຖານ​ຜູ້​ບໍ​ລິ​ໂພກ​ທີ່​ມີ​ຂະ​ໜາດ​ໃຫຍ່ ແລະ ມີ​ຄວາມ​ສາ​ມາດ​ດ້ານ​ການ​ບໍ​ລິ​ໂພກ​ທີ່​ແຂງ​ແຮງ. ໃນ​ຖາ​ນະ​ເປັນ​ຕະຫຼາດ​ຮູບ​ເງົາ​ລະ​ດັບ​ຍອດ​ຍິ່ງ​ຂອງ​ໂລກ, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ “ ‌Zootopia 2” ຢູ່ແຜ່ນ​ດິນ​ໃຫຍ່​ຈີນໄດ້​​ບັນ​ລຸຫຼາຍກວ່າ 738 ລ້ານຢວນ​ຕໍ່​ມື້ ເຊິ່ງ​ໄດ້​ລື່ນ​ກາຍ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ໃນ​ໄລ​ຍະ​ດຽວ​ກັນ​ຂອງ​ຕະ​ຫຼາ​ດ​ອາ​ເມ​ຣິ​ກາ​ເໜືອ, ນອກ​ຈາກ​ນີ້​ແລ້ວ, ຮູບ​ເງົາ​ເລື່ອງ​ນີ້​ຍັງ​ໄດ​ຮ່ວມ​ມື​ກັບ 60 ກວ່າ​ຍີ່​ຫໍ້ ໂດຍ​ໄດ້​ຜະ​ລິດ​ເຄື່ອງ​ບໍ​ລິ​ໂພກ​ຄົບ​ວົງ​ຈອນ​ທີ່ກວມ​​ເອົາທັງ​ເຄື່ອງ​ນຸ່ງ, ອາ​ຫານ​ການ​ກິນ ແລະ ການ​ອອກ​ເດີນ​ທາງ ເຊິ່ງເປັນ​ຜະ​ລິດ​ຕະ​ພັນ​ທີ່​ໝູນ​ໃຊ້​ປັດ​ໄຈ IP ຂອງ​ຮູບ​ເງົາ​ແບບ​ລ້ຳ​ຍຸກ​ໃນ​ທົ່ວ​ໂລກ. ການ​ບໍ​ລິ​ໂພກ​ທີ່ຟົດ​ຟື້ນ​ແບບ​ນີ້, ດ້ານ​ໜຶ່ງ​ແມ່ນ​ຍ້ອນ​​ຜູ້​ບໍ​ລິ​ໂພກ​ຈີນ​ມີ​ຄວາມ​ຕ້ອງ​ການ​ຕໍ່​ເຄື່ອງ​ບໍ​ລິ​ໂພກ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ອີກ​ດ້ານ​ໜຶ່ງ​​ແມ່ນ​ຍ້ອນ​ກະ​ແສ “ການ​ບໍ​ລິ​ໂພກ​ຕາມ​ຄວາມ​ຮູ້​ສຶກ​ຂອງ​ຕົນ” ຂອງ​ຄົນ​ລຸ້ນ​ໃໝ່: ຈູ​ຕີ ທີ່​ມີ​ນິດ​ໄສ​ມັກ​ມີ​ຄວາມ​ເຫັນ​ໄປ​ໃນ​ດ້ານດີ່ ແລະ ຍຶດ​ໝັ້ນ, ລວມ​ທັງ ນິກ ທີ່​ມີ​ຄວາມ​ສະຫຼາດ​ສ່ອງ​ໃສ​ໃນ​ຮູບ​ເງົາ ໄດ້​ກະ​ຕຸ້ນ​ໃຈ ແລະ ດຶງ​ດູດ​ໃຫ້​ຜູ້​ຊົມ​ໄປ​ຊື້​ຜະ​ລິດ​ຕະ​ພັນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຮູບ​ເງົາ​ເລື່ອງ​ນີ້, ນີ້​​ແມ່ນ​ທ່າ​ແຮງ​ທີ່​ອຸ​ດົມ​ສົມ​ບູນ​ສຳ​ລັບ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ດິ​ສ​ນີ.

ມົນ​ສະ​ເໜ່​ຂອງ​ຕະຫຼາດ​ຈີນ​ແມ່ນ​ຢູ່​ທີ່ສະ​ພາບ​ນິ​ເວດ​ການ​ປະ​ດິດ​ສ້າງ​ໃໝ່​ຂອງອຸດ​ສາ​ຫະ​ກຳ ແລະ ​ຄວາມ​ສາ​ມາດ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ທ້ອງ​ຖິ່ນ​ຢ່າງ​ເລິກ​ເຊິ່ງ. ປັດ​ຈຸ​ບັນ, ບໍ​ລິ​ສັດ​ດິ​ສ​ນີ​ໄດ້​ປະ​ຖິ້ມ​ແນວ​ຄິດ “​ໂຮ​ລີ​ວູດ​ເປັນ​ສູນ​ກາງ” ແລະ ໄດ້​ຈັດ​ເອົາ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ຈີນ​ເຂົ້າ​ໃນ​ທົ່ວ​ຂະ​ບວນ​ການ​ປະ​ດິດ​ຄິດ​ແຕ່ງ ແລະ ການ​ໂຄ​ສະ​ນາ​ເຜີຍ​ແຜ່​ຂອງ​ຕົນ. ຈາກ​ການ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຖ່າຍ​ທຳ​ຮູບ​ເງົາ​ວິ​ຈິດ​ສິນ​ຊ​ຽງ​ໄຮ້ ເພື່ອ​ຖ່າຍ​ທຳ​ຟີມ​ໂຄ​ສະ​ນາ​ Zootopia ແບບ​ຈີນ, ເຖິງ​ການ​ຈັດ​ງານ​ວາງ​ສະ​ແດງ “ຄຸ້ມ​ຖະ​ໜົນ ‌Zootopia” ຢູ່​ເຂດ​ສວນ​ຈ່າງຢວນ​ນະ​ຄອນ​ຊຽງ​ໄຮ້, ບໍ​ລິ​ສັດ​ດິ​ສ​ນີ​ພວມ​ຊຸກ​ຍູ້​ໃຫ້ IP Zootopia ເຊື່ອມ​ໂຍງ​ເຂົ້າ​ກັບ​ວັດ​ທະ​ນະ​ທຳ​ຈີນ​ຢ່າງ​ເລິກ​ເຊິ່ງ, ເຮັດ​ໃຫ້​ຈູ​ຕີ ແລະ ນິກ​ ກາຍ​ເປັນ​ພະ​ເອກ​ ທີ່​ແທດ​ເໝາະ​ກັບ​ຜູ້​ບໍ​ລິ​ໂພກ​ຈີນ. ເຮັດ​ແບບ​ນີ້, ດ້ານ​ໜຶ່ງ​ໄດ້​ຕອບ​ສະ​ໜອງ​ກັບ​ຄວາ​ມ​ຕ້ອງ​ການ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຜູ້​ຊົມ​ຈີນ ແລະ ອີກ​ດ້ານ​ໜຶ່ງ ກໍ​ເຮັດ​ໃຫ້ IP ຮູບ​ເງົາ​ປາ​ກົດ​ມີ​ພະ​ລັງ​ຊີ​ວິ​ດ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ​ຢູ່​ຕະຫຼາດ​ແຜ່ນ​ດິນ​ໃຫຍ່​ຈີນ.

ຄວາມ​ສຳ​ຄັນ​ດ້ານ​ຍຸດ​ທະ​ສາດ​ຂອງ​ຕະຫຼາດ​ຈີນ​ຍັງ​ສະ​ແດງ​ໃຫ້​ເຫັນ​ໃນ​ຖາ​ນະທີ່​ເປັນ “ສະ​ໜາມ​ທົດ​ລອງ” ແລະ “ຜູ້​ກຳ​ນົດທິດ​ທາງ​” ສຳ​ລັບ​ການ​ໂຄ​ສະ​ນາ IP ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ຮູບ​ເງົາ​ເລື່ອງ “ ‌Zootopia 2” ປະ​ສົບ​ຜົນ​ສຳ​ເລັດ​ຢູ່​ຈີນ​ກໍ​ໄດ້ພິ​ສູດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ຮູບ​ການ​ທົ່ວ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ແບບ “ຮູບ​ເງົາ+ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ+ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ+ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ” ເຊິ່ງ​ກາຍ​ເປັນ​ບົດ​ຮຽນແຫ່ງ​ຜົນ​ສຳ​ເລັດ​​ທີ່​ລ້ຳ​ຄ່າ​ໃນ​ການ​ເຜີຍ​ແຜ່ IP ຂອງ​ດິ​ສ​ນີ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ປັດ​ຈຸ​ບັນ​ນີ້, ບໍ​ລິ​ສັດ​ຖ່າຍ​ທຳ​ຮູບ​ເງົາ​ຕ່າງໆ​ຂອງ​ໂຮ​ລີ​ວູດ​ຂອງ​ອາ​ເມ​ຣິ​ກາ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ເຫັນ​ຈາກ​ຕະຫຼາດ​ຈີນ ໃນ​ການ​ປະ​ດິດ​ຄິດ​ແຕ່ງ​ບົດ​ລະ​ຄອນ ແລະ ການ​ເລືອກ​ນັກ​ສະ​ແດງ, ບໍ​ລິ​ສັດ​ດິ​ສ​ນີ​ຍິ່ງ​ໄດ້​ຈັດ​ເອົາ​​ອັດ​ຕາ​ສ່ວນ​ອົງ​ປະ​ກອບ​ຂອງຈີນ​ໄວ້​ຢູ່​ຖາ​ນະ​ບຸ​ລິ​ມະ​ສິດ​ສູງ​ສຸດ. ການ​ປ່ຽນ​ແປງ​ແບບ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສິດ​ປະ​ກອບ​ຄຳ​ເຫັນ​ຂອງ​ຕະຫຼາດ​ຈີນ​ນັບ​ມື້​ນັບ​ສູງ​ຂຶ້ນ.

ປີ້​ເຂົ້າ​ຊົມ​ຂາຍ​ໄດ້​ດີ, ຜະ​ລິດ​ຕະ​ພັນ​ສຳ​ຮອງ​ຕ່າງໆ​ກໍ​ຂາຍ​ໄດ້​ດີ​ເຊັ່ນ​ດຽວ​ກັນ, ບົດ​ຮຽ​ນ​ແຫ່ງສຳ​ເລັດ​ຂອງຮູບ​ເງົາ​ເລື່ອງ “ ‌Zootopia 2” ​ສະ​ທ້ອນ​ໃຫ້​ເຫັນ​ຕະຫຼາດ​ຈີນ​ໄດ້​ຫັນ​​ປ່ຽນຈາກ “​ຜູ້​ຮັບ​ໃນ​ເມື່ອ​ກ່ອນ” ມາ​ເປັນ “​ຜູ້​ກຳ​ນົດ​ໃນ​ປັດ​ຈຸ​ບັນ”. ຍ້ອນ​ວ່າ​​ສະ​ຖານ​ທີ່ແຫ່ງ​ນີ້​ມີ​ກຸ່ມ​ຜູ້​ບໍ​ລິ​ໂພກ​ຂະ​ໜາດ​ໃຫຍ່​ທີ່​ສຸດ, ມີ​ພື້ນ​ຖານ​ບໍ​ລິ​ໂພກ​ຕາມ​ຄວາມ​ຮູ້​ສຶກ​ທີ່​ດີ​ທີ່​ສຸດ ແລະ ມີ​ສະ​ພາບ​ແວ​ດ​ລ້ອມ​​ການເຜີຍ​ແຜ່​ທີ່​ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ ພ້ອມ​ທັງ​ມີ​ພະ​ລັງ​ເຂັ້ມ​ແຂງ​ທີ່​ຂັບ​ເຄື່ອນ​ການ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ. ເວົ້າ​ສຳ​ລັບ​ບໍ​ລິ​ສັດ​ດິ​ສ​ນີ​ແລ້ວ, ຖ້າ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ​ກໍ​ໝາຍ​ເຖິງ​ການ​ປະ​ຖິ້ມ​ພື້ນ​ທີ່​ການ​ເຕີບ​ໂຕ​ຂອງ IP ໃນ​ອະ​ນາ​ຄົດ. ແຕ່​ຖ້າ​ພະ​ຍາ​ຍາມ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢູ່​ນີ້, ຈິ່ງ​ຈະ​ໄດ້​ຮັບ​ຄ່າ​ຕອບ​ແທນ​ທັງ​ປີ້​ເຂົ້າ​ຊົມ ແລະ ຄຸນ​ຄ່າ​ຂອງ​ຍີ່​ຫໍ້, ນີ້​ກໍ​ແມ່ນ​ຄຳ​ຕອບ​ທີ່​ຖືກ​ຕ້ອງ​ທີ່​ສຸດ​ທີ່​ບໍ​ລິ​ສັດ​ດິ​ສ​ນີ​ຈະ​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​​ຈີນ​ມາ​ໂດຍ​ຕະຫຼອດ.

ທີ່ມາ: CGTN

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ​ມາ​ໂດຍ​ຕະຫຼອດ?