ກອງປະຊຸມຄັ້ງທີ 15 ຂອງຄະນະປະຕິບັດງານການຮ່ວມມືຢຸນນານຈີນ-ພາກເໜືອລາວໄດ້ຈັດຂຶ້ນຢູ່ປະເທດລາວ

2025-12-04 18:18:29

ວັນທີ 24 ພະຈິກ, ກອງປະຊຸມຄັ້ງທີ 15 ຂອງຄະນະປະຕິບັດງານການຮ່ວມມືຢູນນານຈີນ-ພາກເໜືອລາວໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນປະເທດລາວ.

ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ລົງເລິກການກໍ່ສ້າງເສັ້ນທາງເສດຖະກິດລຽບຕາມເສັ້ນທາງລົດໄຟ ເປີດຊ່ອງທາງສາຍຄໍາ”, ກອງປະຊຸມຄັ້ງນີ້ໄດ້ທົບທວນຄືນ ແລະ ສະຫຼຸບໝາກຜົນອັນຕັ້ງໜ້າ ແລະ ສະພາບການເຄື່ອນໄຫວຂອງຄະນະປະຕິບັດງານຮ່ວມມືລະຫວ່າງແຂວງຢຸນນານ ແລະ 10 ແຂວງພາກເໜືອຂອງລາວໃນປີຜ່ານມາ, ໂດຍສະເພາະແມ່ນຜົນສຳເລັດຂອງການຮ່ວມມືພັດທະນາຮອບດ້ານຕາມເສັ້ນທາງລົດໄຟລາວ-ຈີນ,ສະເໜີທິດທາງ ແລະ ຈຸດສຸມຂອງວຽກງານການຮ່ວມມືຢຸນນານ-ລາວໃນອະນາຄົດ.

ກອງປະຊຸມຄັ້ງນີ້ຈັດຂຶ້ນຮ່ວມກັນໂດຍອໍານາດການປົກຄອງແຂວງຢຸນນານ ແລະ ຄະນະກຳມະການຮ່ວມມືລາວ-ຈີນ. ກ່ອນກອງປະຊຸມໄດ້ມີການພົບປະລະຫວ່າງຫົວໜ້າຄະນະຜູ້ແທນ ສປ ຈີນ ແລະ ສປປ ລາວ, ສອງຝ່າຍໄດ້ມີການແລກປ່ຽນກ່ຽວກັບແນວຄວາມຄິດ ແລະ ທ່າອ່ຽງຄວາມຄາດຫວັງການຮ່ວມມື ລະຫວ່າງແຂວງຢຸນນານ ແລະ ພາກເໜືອຂອງລາວ, ນອກຈາກນີ້ ຄະນະຜູ້ແທນຈີນຍັງໄດ້ໄປຢ້ຽມຢາມເຂດພັດທະນາຮອບດ້ານໄຊເສດຖາ, ສະຖານີຂົນສົ່ງສິນຄ້າທາງລົດໄຟວຽງຈັນໃຕ້.

ກອງປະຊຸມຄັ້ງທີ 15 ຂອງຄະນະປະຕິບັດງານການຮ່ວມມືຢຸນນານຈີນ-ພາກເໜືອລາວໄດ້ຈັດຂຶ້ນຢູ່ປະເທດລາວ