ຕອນນີ້ ບລູເບີຣີຂອງແຂວງຢຸນນານພ້ອມສໍາລັບລະດູການເກັບກ່ຽວແລ້ວ
ເມື່ອບໍ່ດົນມານີ້, ບລູເບີຣີຂອງແຂວງຢຸນນານໄດ້ເຂົ້າສູ່ລະດູການເກັບກ່ຽວ ປີ 2025 ຫາ 2026 ແລ້ວ.
ໃນທ້າຍເດືອນພະຈິກ, ຢູ່ໃນເຮືອນກະຈົກ ບລູເບີຣີຂອງກຸ່ມກະສິກຳກວາງຈູໃນເມືອງຊິວເປີຍກິ່ງແຂວງເວີນຊານ, ຊາວບ້ານ ຢາງຊາວເມີຍ ກຳລັງເກັບບລູເບີຣີຢ່າງພິຖິພິຖັນ, ນາງແລະເພື່ອນໆຂອງນາງສາມາດຫາເງິນໄດ້ສະເລ່ຍ 150 ຫາ 250 ຢວນຕໍ່ມື້, ຂະຫຍາຍຊ່ອງທາງໃໝ່ເພື່ອເພີ່ມລາຍໄດ້.
ບລູເບີຣີທີ່ເກັບມາໃໝ່ຈະຖືກຕິດສະຫຼາກດ້ວຍລະຫັດQRທີ່ສາມາດກວດສອບຢ້ອນກັບໄປຍັງຊື່ຂອງຜູ້ເກັບໄດ້, ແລະ ຈະຖືກຂົນສົ່ງໄປທີ່ໂຮງງານປຸງແຕ່ງບລູເບີຣີເບື້ອງຕົ້ນແຫ່ງດຽວທີ່ໃຫຍ່ທີ່ສຸດໃນອາຊີທີ່ລົງທຶນແລະກໍ່ສ້າງໂດຍກຸ່ມບໍລິສັດກວາງຈູ. ຫຼັງຈາກຜ່ານຂະບວນການທໍາຄວາມເຢັນເບື້ອງຕົ້ນສອງຮອບ, ລະຫັດQRຂອງໂຮງງານປຸງແຕ່ງຈະຖືກຕິດສະຫຼາກ, ແລະບລູເບີຣີຈະຖືກຈັດສົ່ງສູ່ຕະຫຼາດຜ່ານລະບົບຕ່ອງໂສ້ເຢັນ ພາຍໃນເວລາພຽງ 36 ຊົ່ວໂມງ.
ທ່າແຮງຂອງສະພາບອາກາດສາມມິຕິອັນເປັນເອກະລັກຂອງຢຸນນານເຮັດໃຫ້ວົງຈອນການສະໜອງບລູເບີຣີໃນແຂວງຢຸນນານຍາວເຖິງ 10 ເດືອນ, ແລະຕົ້ນທຶນການຜະລິດຕໍ່າ. ໄລຍະເຂົ້າສູ່ຕະຫຼາດບຣູເບີຣີບຢຸນນານໄວທີ່ສຸດແມ່ນກາງເດືອນ ກັນຍາ, ເຊິ່ງໄວກວ່າ ການເກັບກ່ຽວຈາກແຂວງອື່ນ ຫຼາຍກວ່າ 50 ວັນ. ພື້ນທີ່ສູງເຊິ່ງມີລັງສີອຸນຕຣາໄວໂອເລັດສູງ ແລະ ຄວາມແຕກຕ່າງຂອງອຸນຫະພູມລະຫວ່າງກາງເວັນແລະກາງຄືນໃນພູພຽງເຮັດໃຫ້ລະດັບນ້ຳຕານຂອງໝາກໄມ້ເພີ່ມຂຶ້ນໃນຂະນະທີ່ຍັງສາມາດສະກັດກັ້ນພະຍາດໄດ້ອີກດ້ວຍ, ລະດັບນ້ຳຕານແລະຄວາມແໜ້ນຂອງບລູເບີຣີທີ່ຜະລິດໃນແຂວງຢຸນນານໂດຍທົ່ວໄປແມ່ນສູງກວ່າແຫຼ່ງຜະລິດອື່ນໆ.
ນັບແຕ່ປີ 2020 ເປັນຕົ້ນມາ, ອຸດສາຫະກຳບລູເບີຣີຂອງແຂວງຢຸນນານໄດ້ກາຍເປັນກຳລັງໃໝ່ໃນດິນແດນຂອງຜູ້ປູກບລູເບີຣີທົ່ວໂລກ. ຂໍ້ມູນສະແດງໃຫ້ເຫັນວ່າ, ໃນທ້າຍປີ 2024 ເນື້ອທີ່ປູກບລູເບີຣີຂອງແຂວງຢຸນນານບັນລຸ 16600 ເຮັກຕາ, ກວມເອົາ 17% ຂອງເນື້ອທີ່ປູກທົ່ວປະເທດ, ຜົນຜະລິດ 171.000 ໂຕນ, ກວມເອົາ 22% ຂອງຜົນຜະລິດທົ່ວປະເທດ, ເນື້ອທີ່ປູກແລະຜົນຜະລິດຖືເປັນອັນດັບໜຶ່ງຂອງປະເທດຈີນ.