ຈີນຮຽກຮ້ອງຢ່າງເຄັ່ງຂຶມໃຫ້ຍີ່ປຸ່ນ ທົບທວນຄືນ ແລະ ແກ້ໄຂຄວາມຜິດພາດໃນທັນທີ
ວັນທີ 17 ພະຈິກນີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ໂອກາດດັ່ງກ່າວ, ມີນັກຂ່າວໄດ້ຖາມກ່ຽວກັບການຢ້ຽມຢາມຈີນຂອງທ່ານ ມະຊະອະກິ ຄະນະອິ ຫົວໜ້າກົມອາຊີ-ໂອຊີອານີ, ກະຊວງການຕ່າງປະເທດຍີ່ປຸ່ນ.
ທ່ານນາງ ເໝົາໜິງຕອບວ່າ: ເພື່ອຕອບໂຕ້ຖ້ອຍຄວາມທີ່ຜິດພາດຂອງທ່ານນາງ ທະຄະອິຊິ ຊະນະເອະ ນາຍົກລັດຖະມົນຕີຍີປຸ່ນກ່ຽວກັບໄຕ້ຫັວນຈີນ, ຈີນໄດ້ ແລະ ຈະສືບຕໍ່ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມ ແລະ ປະທ້ວງຢ່າງຮຸນແຮງຕໍ່ຍີ່ປຸ່ນ, ຮຽກຮ້ອງໃຫ້ຍີ່ປຸ່ນທົບທວນຄືນ ແລະ ແກ້ໄຂຄວາມຜິດພາດໃນທັນທີ, ຖອນຄືນຖ້ອຍຄວາມທີ່ຜິດພາດ ແລະ ຍຸດຕິການສ້າງຄວາມປັ່ນປ່ວນໃນບັນຫາທີ່ກ່ຽວຂ້ອງກັບຈີນ.
ນອກນີ້, ໃນເວລາຕອບຄຳຖາມກ່ຽວກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນທີ່ຈະພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນໃນໄລຍະກອງປະຊຸມກຸ່ມ G20 ຫຼືບໍ່, ທ່ານນາງ ເໝົາໜິງກ່າວວ່າ: ທ່ານ ຫຼີສຽງ ບໍ່ມີແຜນການທີ່ຈະພົບປະກັບຜູ້ນຳຍີ່ປຸ່ນ.