ວາ​ລະ​ສານ​ສິວ​ຊື້​ລົງ​ພິມ​ບົດ​ຄວາມ​ສຳ​ຄັນ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ທີ່​ມີ​ຫົວ​ຂໍ້​ “ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່​ຕາມ​ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ​”

2025-11-18 16:57:49

ວາ​ສະ​ສານ​ສິວ​ຊື້​ສະ​ບັບ​ທີ 22 ລົງໃນ​ວັນ​ທີ 16 ພະ​ຈິກ 2025 ໄດ້​ພິມ​ບົດ​ຄວາມ​ສຳ​ຄັນ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ປະ​ຄະ​ນະ​ກຳ​ມະ​ການ​ການທະ​ຫານ​ສູນ​ກາງ​ຈີນທີ່​ມີ​ຫົວ​ຂໍ້​ “ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່​ຕາມ​ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ​” ເຊິ່ງ​​ເນື້ອ​ໃນ​ບົດ​ຄວາມ​ດັ່ງ​ກ່າວ​ແມ່ນ​ຄັດມາ​ຈາກ​ທັດ​ສະ​ນະ​ສຳ​ຄັນ​ຂ​ອງ​ທ່ານ ສີ​ຈິ້ນ​ຜິງ ​ທີ່​ກ່າວໃນ​ລະ​ຫວ່າງ​ເດືອນ​ກັນ​ຍາ​ປີ2023ຫາ​ເດືອນ​ເມ​ສາ​ປີ 2025.

ບົດ​ຄວາມ​ລະ​ບຸ​ວ່າ: ຕ້ອງ​ເດັດ​ດ່ຽວ​ກຳ​ຈັດ​ປັດ​ເປົ່າ​ຂໍ້​ບົກ​ຜ່ອງ​ດ້ານ​ໂຄງ​ປະ​ກອບ​ແລະ​ກົນ​ໄກ​ທີ່​ສົ່ງ​ຜົນ​ກະ​ທົບ​ ແລະ​ ຈຳ​ກັດ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ບູ​ລະ​ນະ​ການ​ພົວ​ພັນ​ການ​ຜະ​ລິດໃຫ້ສອດ​ຄ່ອງ​ກັບ​ກຳ​ລັງ​ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່​ຫຼາຍກວ່າ​ເກົ່າ. ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ5ປີ​ຄັ້ງ​ທີ15, ຕ້ອງ​ຖື​ເອົາ​ການ​ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່​ຕາມ​ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ​ໄວ້​ຢູ່​ໃນ​ຖາ​ນະ​ຍຸດ​ທະ​ສາດ​ອັນ​ພົ້ນ​ເດັ່ນ​ກວ່າ​ເກົ່າ, ຖື​ເອົາ​ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ​ເປັນ​ທິດ​ນຳ​ ແລະ ຖື​ເອົາ​ເສດ​ຖະ​ກິດ​ຮູບ​ປະ​ທຳ​ເປັນ​ພື້ນ​ຖານ ເພື່ອ​ເລັ່ງ​ສ້າງ​ລະ​ບົບ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ.

ວາ​ລະ​ສານ​ສິວ​ຊື້​ລົງ​ພິມ​ບົດ​ຄວາມ​ສຳ​ຄັນ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ທີ່​ມີ​ຫົວ​ຂໍ້​ “ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່​ຕາມ​ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ​”