ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 8 ປະສົບຜົນສຳເລັດຢ່າງງົດງາມ
ຕອນບ່າຍວັນທີ 10 ພະຈິກນີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ສຳເລັດລົງຢູ່ນະຄອນຊຽງໄຮ, ພາຍຫຼັງໄດ້ດຳເນີນເປັນເວລາ 6 ວັນ ແລະປະສົບຜົນສຳເລັດຢ່າງງົດງາມ.
ໃນງານຄັ້ງນີ້, ມີ 155 ປະເທດ, ເຂດແຄວ້ນ ແລະອົງການຈັດຕັ້ງສາກົນເຂົ້າຮ່ວມ, ມີວິສາຫະກິດຕ່າງປະເທດ 4108 ແຫ່ງເຂົ້າຮ່ວມການວາງສະແດງ, ເນື້ອທີ່ວາງສະແດງຫຼາຍກວ່າ 430.000 ຕາແມັດ ເຊິ່ງໄດ້ສ້າງສະຖິຕິໃໝ່ອີກຄັ້ງ. ໃນໄລຍະຈັດງານດັ່ງກ່າວ ໄດ້ຈັດກິດຈະກຳຍ່ອຍຕ່າງໆ 100 ກວ່າຄັ້ງ ແລະນຳສະເໜີຜະລິດຕະພັນໃໝ່, ເຕັກໂນໂລຊີໃໝ່ ແລະການບໍລິການໃໝ່ 461 ລາຍການ, ໃນນັ້ນ, ມີ 201 ລາຍການແມ່ນນຳສະເໜີເປັນຄັ້ງທຳອິດໃນໂລກ, ການແລກປ່ຽນຮ່ວມມືລະຫວ່າງວິສາຫະກິດ ແລະລູກຄ້າມີປະສິດທິພາບສູງ ເຮັດໃຫ້ມີການເຊັນສັນຍາຮ່ວມມືຈຳນວນຫຼວງຫຼາຍ.