ຄະນະກຳມະການສົ່ງເສີມການຄ້າຈີນນຳພານັກທຸລະກິດຈີນເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳພາກທຸລະກິດຂອງ APEC
ລະຫວ່າງວັນທີ 28 ຫາ 31 ຕຸລາຜ່ານມານີ້, ກອງປະຊຸມສຸດຍອດຜູ້ນຳພາກທຸລະກິດຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ໄດ້ຈັດຂຶ້ນຢູ່ເມືອງຈອງຈູ ສ.ເກົາຫຼີ ໂດຍພາດຫົວຂໍ້ວ່າ: “ເຊື່ອມຕໍ່, ທຸລະກິດ ແລະ ກ້າວລ້ຳນຳໜ້າ”. ທ່ານເຢີນຫົງປິ່ນ ປະທານຄະນະກຳມະການສົ່ງເສີມການຄ້າຈີນ ໄດ້ນຳພານັກທຸລະກິດຈີນເດີນທາງໄປເຂົ້າຮ່ວມກອງປະຊຸມດັ່ງກ່າວ ພ້ອມທັງຕາງໜ້າຄະນະກຳມະການສົ່ງເສີມການຄ້າຈີນຮັບສິດເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳພາກທຸລະກິດຂອງອົງການ APEC 2026.
ຜູ້ຕາງໜ້າ 1.000 ກວ່າທ່ານທີ່ມາຈາກກຸ່ມເສດຖະກິດຂອງອົງການ APEC ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ໄດ້ດຳເນີນການແລກປ່ຽນ ແລະ ຄົ້ນຄວ້າປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ, ຄວາມຍືນຍົງ, ປັນຍາປະດິດ, ການປະດິດສ້າງໃໝ່ດ້ານດີຈີຕອນ, ການທະນາຄານທົ່ວໂລກ, ການແພດຊີວະພາບ ແລະອື່ນໆ. ຄະນະກຳມະການສົ່ງເສີມການຄ້າຈີນ ໄດ້ຈັດຕັ້ງຜູ້ຕາງໜ້ານັກທຸລະກິດຈີນ 100 ກວ່າທ່ານເຂົ້າຮ່ວມກອງປະຊຸມດັ່ງກ່າວ.