ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ສະຖານີອະວະກາດ “ທ່ຽນກົ່ງ” ຢ່າງສໍາເລັດຜົນ

2025-11-05 11:08:35

ແຫຼ່ງຂ່າວຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ພາຍຫຼັງຍານອະວະກາດບັນທຸກຄົນ ແລະ ສະຖານີອະວະກາດຈີນສໍາເລັດການເຊື່ອມຕໍ່ດ້ວຍຕົນເອງຢ່າງວ່ອງໄວ, ຈຸນັກບິນອະວະກາດ “ເສີນໂຈ່ວ 21” ໄດ້ເຂົ້າສູ່ຫ້ອງປະຕິບັດງານຈາກຫ້ອງຂັບ. ເວລາ 4 ໂມງ 58 ນາທີຂອງວັນທີ 1 ພະຈິກນີ້ຕາມເວລາປັກກິ່ງ, ຈຸນັກບິນອະວະກາດ “ເສີນໂຈ່ວ 20” ທີ່ພວມປະຕິບັດໜ້າທີ່ຢູ່ສະຖານີອະວະກາດຈີນໄດ້ເປີດປະຕູຢ່າງສໍາເລັດຜົນເພື່ອຕ້ອນ ຮັບຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ສະຖານີອະວະກາດຈີນ.

ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ສະຖານີອະວະກາດ “ທ່ຽນກົ່ງ” ຢ່າງສໍາເລັດຜົນ