ເມືອງຢວນຈຽງນະຄອນຢູຊີຂອງແຂວງຢຸນນານໄດ້ລ້ຽງແຂ້ອ່າວໄທທີ່ກິນໄດ້
ໄດ້ຍິນລະບໍ? ເມືອງຢວນຈຽງແຂວງຢຸນນານ ໄດ້ລ້ຽງແຂ້ອ່າວໄທທີ່ກິນໄດ້ແລ້ວ!
ແຂ້ອ່າວໄທສ່ວນຫຼາຍແມ່ນພົບເຫັນຢູ່ໃນປະເທດໄທ, ມາເລເຊຍ ແລະ ປະເທດອື່ນໆ. ໃນປີ 1998, ເມືອງຢວນຈຽງໄດ້ນຳເຂົ້າແຂ້ອ່າວໄທ 37 ໂຕ. ໃນປີ 2008, ທີມງານໄດ້ປະສົບຜົນສຳເລັດໃນການເພີ່ມອັດຕາການຟັກໄຂ່ຂອງແຂ້ອ່າວໄທຂຶ້ນສູ່ລະດັບຫຼາຍກວ່າ 80%, ແລະ ດ້ວຍເຫດນີ້, ເມືອງຢວນຈຽງຈຶ່ງກາຍເປັນພື້ນທີ່ທຳອິດໃນທົ່ວປະເທດຈີນທີ່ສາມາດບັນລຸການຂະຫຍາຍພັນແຂ້ອ່າວໄທດ້ວຍມະນຸດໃນຂະໜາດໃຫຍ່.
ດຽວນີ້, ຂະໜາດການລ້ຽງແຂ້ອ່າວໄທເມືອງຢວນຈຽງໄດ້ຂະຫຍາຍຕົວຢ່າງໝັ້ນທ່ຽງ, ມີຈຳນວນແຂ້ທີ່ລ້ຽງຢູ່ທັງໝົດ 2.000 ກວ່າໂຕ, ໃນນັ້ນແຂ້ໂຕທີ່ “ອາຍຸຫຼາຍ” ທີ່ສຸດມີອາຍຸເກືອບ 30 ປີ, ມີນໍ້າໜັກເຖິງ 450 ກິໂລກຣາມ, ແຕ່ລະປີມີການຟັກໄຂ່ອອກມາເປັນລູກແຂ້ໃໝ່ປະມານ 500 ໂຕ. ຕາມການສັງລວມແລ້ວ, ແຕ່ປີ 2021-2024, ຈຳນວນແຂ້ອ່າວໄທທີ່ຂາຍອອກລວມທັງໝົດແມ່ນ 909 ໂຕ, ມູນຄ່າ 1.114.600 ຢວນ, ເຊິ່ງໄດ້ສ້າງຈຸດເຕີບໃຫຍ່ເສດຖະກິດໃໝ່ໃຫ້ແກ່ເມືອງຢວນຈຽງ. ຮ່ອມພູແຫ້ງແລ້ງ ແລະ ຮ້ອນແຫ່ງນີ້ ບໍ່ພຽງແຕ່ໄດ້ບັນລຸການຂະຫຍາຍພັນແຂ້ອ່າວໄທໃນຂອບເຂດກວ້າງເທົ່ານັ້ນ, ຫາກຍັງໄດ້ກ້າວເດີນໄປຕາມເສັ້ນທາງການພັດທະນາທີ່ມີເອກະລັກສະເພາະຂອງການລ້ຽງແບບຍືນຍົງ ແລະ ການເຊື່ອມໂຍງອຸດສາຫະກຳຂອງແຂ້ອ່າວໄທທີ່ສາມາດກິນໄດ້.